ຄົ້ນຫາຂໍ້ມູນ

/ languages

Choisir langue
 

ວິທະຍຸຝຣັ່ງສາກົນ

ເລີ້ມນັດຢຸດງານປະທ້ວງຄືນໃໝ່

ໂດຍ ບັນດານ ສີສຸນທອນ B. Sisounthone

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 02/09/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 02/09/2009 11:13 TU

ພະນັກງານ ວິທະຍຸຝຣັ່ງສາກົນ ເລີ້ມນັດຢຸດງານປະທ້ວງຄືນໃໝ່Rfi

ພະນັກງານ ວິທະຍຸຝຣັ່ງສາກົນ ເລີ້ມນັດຢຸດງານປະທ້ວງຄືນໃໝ່
Rfi

ການນັດຢຸດງານປະທ້ວງ ຕ້ານຕໍ່ແຜນຫຍຸບວຽກງານ ທີ່ ວິທະຍຸຝຣັ່ງ ສາກົນ ໄດ້ເລີ້ມຄືນໃໝ່ ແຕ່ມື້ວັນ ອັງຄານ 01 ກັນຍາ 2009 ຫລັງຈາກໄດ້ ໂຈ້ະມາ 9 ອາທິດ

ການນັດຢຸດງານປະທ້ວງ ຕ້ານຕໍ່ແຜນຫຍຸບວຽກງານ ທີ່ ວິທະຍຸຝຣັ່ງ ສາກົນ ໄດ້ເລີ້ມຄືນໃໝ່ ແຕ່ມື້ວັນ ອັງຄານ 01 ກັນຍາ 2009 ຫລັງ ຈາກໄດ້ ໂຈ້ະມາ 9 ອາທິດ.

 

ກຸ່ມກັມມະບານແຮງງານ (SNJ, FO, SNRT-CGT, et SNJ-CGT) ໄດ້ຮ່ວມກັນ ຈັດກອງ ປະຊຸມຫລວງ ເພື່ອຂໍມະຕິ ດຳເນີນ ການຢຸດງານປະທ້ວງໃໝ່ ໃນມື້ວານນີ້, ດ້ວຍ 94 ສຽງ ເຫັນພ້ອມ, 8 ສຽງຄັດຄ້ານ ແລະ 22 ບໍ່ອອກສຽງ.

 

ການເຈຣະຈາ ລະວ່າງ ຄນະປົກຄອງ ແລະກັມມະບານ ໃນມື້ວັນຈັນ ຜ່ານມານີ້ ບໍ່ບັນລຸຜົນ.

​ກັມມະບານ ແຈ້ງວ່າ ຄນະປົກຄອງ ໄດ້ປະຕິເສດອີກເທື່ອໃໝ່ ບໍ່ຍອມ ປ່ຽນ ແຜນບັງຄັບ ເອົາຄົນອອກງານ 22% ມາເປັນ ແຜນອອກຈາກ ງານ ດ້ວຍຄວາມສະມັກໃຈຕົວເອງ.

 

ກັມມະບານໄດ້ສະເນີ ໃຫ້ປ່ຽນແຜນ ບັງຄັບອອກງານ ມາເປັນ ແຜນ ອາສາສະມັກອອກງານ ດ້ວຍຕົວເອງ ແລະສະເນີໃຫ້ມີ ການໄກ່ເກັ່ຽ ຈາກລັຖະບານ ຫລາຍຄັ້ງ ມາແລ້ວ ແຕ່ຍັງບໍ່ມີຄຳຕອບ.

 

ນັບວ່າເປັນການປະທ້ວງ ທີ່ຍາວນານໃນປະວັດສາດ ນັບຕັ້ງແຕ່ 1968 ມາ, ຄັ້ງທີ່ຜ່ານມາກ່ອນນີ້ ໄດ້ເລີ້ມແຕ່ ວັນທີ 12 ພຶສພາ ເຖີງວັນທີ 14 ກໍຣະກະດາ, ຫລັງຈາກນັ້ນ ກອງປະຊຸມຫລວງໄດ້ໂຈະ ການປະທ້ວງ ໃນວາຣະພັກຮ້ອນ ຈົນເຖີງ ວັນທີ 31 ສິງຫາ ເພື່ອອຳນວຍ ໃຫ້ ພະນັກງານທີ່ ມີສັນຍາຊົ່ວຄາວ (Pigiste, CDD) ນັ້ນມີໂອກາດໄດ້ ທຳງານໃນລະດູຮ້ອນ, ແຕ່ກັມມະບານ ກໍໄດ້ຕັກເຕືອນ ໄວ້ກ່ອນລ່ວງ ໜ້າແລ້ວ ວ່າຈະທຳການປະທ້ວງຄືນໃໝ່ ໃນເດືອນກັນຍາ ຖ້າຫາກວ່າ ຄນະປົກຄອງ ບໍ່ຖອນແຜນຫຍຸບວຽກງານ.

 

ວິທະຍຸຝຣັ່ງສາກົນ ຖືກນຳພາໂດຍ ທ່ານ ອາແລ່ງ ເດິ ປູຊີ່ຢັກ ແລະ ຍານາງ ກຣິສຕິ່ນ ໂອກະແຣ່ນ ໄດ້ປະກາດ ແຜນຫຍຸບວຽກງານມາ ແຕ່ ມົກະຣາ 2009 ໂດຍຄາດວ່າຈະເອົາຄົນ ອອກຈາກງານ 206 ຄົນ ແລະ ຈະຫຍຸບ 6 ພາສາ ຄື ລາວ, ເຍັຽຣະມັນ, ໂປໂລຍ, ອານບານີ່, ແຊກໂບ-ກຣວດຕ໌ ແລະ ຕວຽກກີ່.

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU