ຄົ້ນຫາຂໍ້ມູນ

/ languages

Choisir langue
 

ໃຂ້ຫວັດໝູ H1N1

ປະຊຸມ G7+ແມກຊິກ ແລະສ້ຽວຊານ

ໂດຍ ບັນດານ ສີສຸນທອນ B. Sisounthone

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 10/09/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 10/09/2009 11:52 TU

ເຊື້ອໂຣຄໃຂ້ເຫວັດໝູ H1N1Reuters

ເຊື້ອໂຣຄໃຂ້ເຫວັດໝູ H1N1
Reuters

ເພື່ອປະເມີນຜົນຂອງການຂະຍາຍ ເຊື້ອພະຍາດໃຂ້ຫວັດໝູ ຢ່າງຮ້າຍ ແຮງ ແລະຂື້ນແຜນ ການສີດຢາ ປ້ອງກັນ. ສ່ວນຢູ່ຝຣັ່ງ ຜູ່ມີ ບຸຣຸ ມະສິດ ຈະໄດ້ສີດຢາ ກ່ອນໝູ່ ແມ່ນພະນັກງານແພດ, ເດັກຕໍ່າ ກວ່າ 2 ປີ ແລະ ຜູ່ຍິງຖືພາຄັນ.

ກັມມາທິການ ເອີຣົບ ໄດ້ຮຽນເຊີນ ຄນະສ້ຽວຊານ ແລະ ບັນດາລັຖະ ມົນຕຣີ ສາທາຣະນະສຸກ ຂອງ 7 ປະເທດມະຫາອຳນາດ ພ້ອມດ້ວຍ ປະເທດ ແມກຊິກ ເຂົ້າຮ່ວມປະຊຸມ ທີ່ ບຣຸກແຊນ ເພື່ອປະເມີນຜົນ ຂອງການຂະຍາຍເຊື້ອພະຍາດ ໃຂ້ຫວັດໝູຢ່າງຮ້າຍແຮງ.

 

ສ່ວນຍຸທະວິທີ ຕ່າງໆ ກ່ຽວກັບ ການສີດຢາປ້ອງກັນ ກໍຈະນຳມາ ສົນ ທະນາ ບໍ່ວ່າຈະເປັນຢາ ທີ່ກຳລັງທົດລອງ ຫຼື ຢາຈະອອກວາງຂາຍໃນ ທ້ອງຕລາດ.

 

ການຜລິດຢາ ປ້ອງກັນ ໃຂ້ເຫວັດໝູ ໃນ ເອສປາຍReuters

ການຜລິດຢາ ປ້ອງກັນ ໃຂ້ເຫວັດໝູ ໃນ ເອສປາຍ
Reuters

 

ປະເທດ ແມກຊິກ ກໍຈະມາກ່າວ ປະສົບປະການ ທີ່ໄດ້ພົບພໍ້ມາ ຕໍ່ ກອງປະຊຸມ ກ່ຽວກັບການ ສກັດກັ້ນເຊື້ອໂຣຄ ບໍ່ໃຫ້ຂຍາຍຕົວອອກ ຢ່າງກວ້າງຂວາງ ໃນ 2 – 3 ສັປະດາ ທຳອິດ.

 

ຍານາງ ອັງດຣູຢ່າ ຜູ່ຮັບຜິດຊອບຄນະກັມມາທິການ ດ້ານສຸຂພາບ ຂອງ ສຫພ ເອີຣົບ ຈະຕ້ອງສເນີ ແຜນຕໍ່ຕ້ານເຊື້ອພະຍາດດັ່ງກ່າວ ໃນມື້ວັນທີ 16 ກັນຍາ. ແຜນດັ່ງກ່າວນັ້ນ ຈະຕ້ອງນຳໄປພິຈາຣະນາ ກັນອີກໃນກອງປະຊຸມ ສມັຍວິສາມັນ ຂອງ ຄນະລັຖມົນຕຣີ ສາທາ ຣະນະສຸຂ ສຫພ ເອີຣົບ ອີກເທື່ອນຶ່ງ ຊຶ່ງຄາດໃສ່ ຕົ້ນເດືອນຕຸລາ ທີ່ ປະເທດ ລຸກຊຳບວກ.

 

ກອງປະຊຸມ ທີ່ ບຣຸກແຊນ ໄຂຂື້ນ ມື້ນີ້ ແລະ ມື້ອື່ນວັນສຸກ, ແລະ ອັດທ້າຍດ້ວຍ ກອງຊຸມໃຫ້ສະພາດແກ່ສື່ມວນຊົນ.

ການປ້ອງກັນ ໃຂເຫວັດໝູ ໃນຍີ່ປຸນReuters

ການປ້ອງກັນ ໃຂເຫວັດໝູ ໃນຍີ່ປຸນ
Reuters

 

ຜົນລາຍງານຂອງ ອົງການອານາມັຍໂລກ ໄດ້ເຜີຍວ່າ ໃຂ້ຫວັດໝູ H1N1 ນີ້ ໄດ້ດັບ ຊີວິດມະນຸດ ໄປແລ້ວບໍ່ຕໍ່າກວ່າ 2.837 ຄົນ.

 

ການປ້ອງກັນ ໃຂເຫວັດໝູ ທີ່ ເຊອູນ ໃນເກົາຫຼີໃຕ້Reuters

ການປ້ອງກັນ ໃຂເຫວັດໝູ ທີ່ ເຊອູນ ໃນເກົາຫຼີໃຕ້
Reuters

 

 

 

ອາການ ເປັນໃຂ້ເຫວັດໝູReuters

ອາການ ເປັນໃຂ້ເຫວັດໝູ
Reuters

ໃຂ້ຫວັດໝູ H1N1 ນີ້ ເປັນພະຍາດທີ່ເຂົ້າໄປ ຢູ່ໃນເຊນ ຂອງປອດ ສຳຫລັບຂຍາຍຕົວ ແລະ ທຳລາຍ ສ່ວນເລິກ ຂອງປອດ ເຮັດໃຫ້ ຫາຍໃຈຝືດອຶດອັດ.

 

ສຳຫລັບຢູ່ໃນປະເທດຝຣັ່ງ

ສະພາສູງສາທາຣະນະສຸຂ (ຄນະສ້ຽວຊານ) ໄດ້ຄາດບຸຣຸມະສິດ ໃນ ການສີດຢາ ຕ້ານເຊື້ອໂຣຄໃຂ້ຫວັດໝູ ຂັ້ນຕົ້ນ ໃນຝຣັ່ງ ອອກເປັນ 3 ປະເພດ ກ່ອນອື່ນໝົດ ຄື : ພະນັກງານພະຍາບານ ແລະນ່ວຍສຸກ ເສີນ, ຜູ່ຍິງ ຕັ້ງທ້ອງຖືພາຄັນ ແລະເດັກ ອາຍຸຕໍ່າກວ່າ 2 ປີ.

3 ຈຳພວກດັ່ງກ່າວນີ້ ແມ່ນຊ່ຽງຕໍ່ການຕິດເຊື້ອໂຣຄໄດ້ໄວກວ່າ ມວນ ຊົນທົ່ວໄປ.

 

ສ່ວນຜູ່ເຖົ້າ ອາຍຸ 65 ປີ ຂື້ນໄປນັ້ນ ກໍອາດຊ່ຽງຕໍ່ອັນຕລາຍຄືກັນ.

ຫລັງຈາກນັ້ນ ຈຶ່ງແມ່ນຜຽນຂອງ ພວກທີມີ ອາຍຸ ແຕ່ 2 ປີ ຫາ 64 ປີ ໂດຍບໍ່ມີການບັງຄັບ ໃຫ້ສິດຢາປ້ອງກັນ.

 

ຈະເລີ້ມສີດຢາ ເມື່ອໃດນັ້ນ ແມ່ນສຸດແລ້ວແຕ່ລັຖບານຈະຕັດສິນໃຈ, ໃນປັດຈຸບັນນີ້, ລັຖບານໄດ້ສັ່ງຊື້ຢາສີດ ແລ້ວ 94 ລ້ານຫລອດ ຊຶ່ງ ອາດຕຽມພ້ອມໃນທ້າຍເດືອນນີ້.

 

ໃນປະເທດຝຣັ່ງ ອາທິດແລ້ວນີ້ ປະມານ 6.000 ຄົນ ໄດ້ຕິດເຊື້ອ ໂຣຄ ໃຂ້ຫວັດໝູ H1N1, ຫລັງຈາກ 5.000 ຄົນ ໃນອາທິດກ່ອນນີ້.

 

ກະຊວງແຮງງານ ໄດ້ເຜີຍວ່າ ກະຊວງທະບວງກົມຕ່າງໆໃນຝຣັ່ງ ໄດ້ ຮ່ວມກັນ ວາງແຜນລະດັບຊາດ ເປັນບາງພາກສ່ວນ ໃນການຫວ່າງ ງານ ຊົ່ວຄາວ ຖ້າພະນັກງານ ໃນບໍຣິສັດຕ່າງໆ ຫາກມີກໍຣະນີຕິດ ເຊື້ອໂຣຄ ໃຂ້ຫວັດໝູ H1N1 ໄດ້ລະບາດຂື້ນ.

 

ລັຖບານ ອາດອະນຸມັດໃຫ້ເງີນຊ່ວຍເຫຼືອແກ່ບໍຣິສັດ ເພື່ອຄໍ້າປະກັນ ໃນການຈ່າຍເງີນ ເດືອນ ໃນການວາງງານ ເປັນບາງສ່ວນຊົ່ວຄາວ, ແຕ່ລັດ ຈະບໍ່ຈ່າຍໃຫ້ເຖີງ 100%.

 

ກົດໝາຍປັດຈຸບັນນີ້ ອະນຸຍາດໃຫ້ ຄົນງານ ສາມາດ ຫວ່າງງານ ບາງສ່ວນ ໄດ້ຜູ່ລະ 1.000 ຊົ່ວໂມງຕໍ່ປີ ແລະ ຕໍ່ບຸກຄົນນຶ່ງ, ແລະໃນ ທຸກຂແໜງ ອາຊີບ.

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU