ຄົ້ນຫາຂໍ້ມູນ

/ languages

Choisir langue
 

ໄທຍ/ສປປລາວ

ຢ້ຳ ສົ່ງອົພຍົບມົ້ງ ຄືນລາວໝົດ

ໂດຍ ສຸກວິໄລ ຊ. Soukvilay S.

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 12/09/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 12/09/2009 14:26 TU

ເຈົ້າໜ້າທີ່ ໄທຍແລະລາວ ຖ່າຍຮູບ ທີ່ລະລືກ ເມື່ອຕອນສົ່ງ ອົພຍົບ ລາວມົ້ງ ຈຳນວນ ໑໑໙ ຄົນ ກັບຄືນໃຫ້ ຝ່າຍລາວ ເມື່ອທ້າຍເດືອນ ສີງຫາ ປີ ໒໐໐໘.<br />(ພາບ : Flickr)

ເຈົ້າໜ້າທີ່ ໄທຍແລະລາວ ຖ່າຍຮູບ ທີ່ລະລືກ ເມື່ອຕອນສົ່ງ ອົພຍົບ ລາວມົ້ງ ຈຳນວນ ໑໑໙ ຄົນ ກັບຄືນໃຫ້ ຝ່າຍລາວ ເມື່ອທ້າຍເດືອນ ສີງຫາ ປີ ໒໐໐໘.
(ພາບ : Flickr)

ທາງການໄທຍ ຢ້ຳຈຸດປະສົງ ສົ່ງອົພຍົບ ລາວມົ້ງ ປະມານ ໖ ໐໐໐ ຄົນທີ່ ຍັງເຫຼືອຄ້າງ ຢູ່ໄທຍ ກັບຄືນ ປະເທດລາວ ໃຫ້ໝົດ ແຕ່ນີ້ ຫາທ້າຍປີນີ້ ຕາມທີ່ໄດ້ ສັນຍາກັນ ເມື່ອຕົ້ນປີ. ທັງນີ້ ເຖີງວ່າ ການຕົກລົງກັນ ລະຫວ່າງ ສອງຝ່າຍ ຈະໄດ້ຮັບການ ທັກທ້ວງ ກໍຕາມ.
ມົ້ງລາວ ຈຳນວນໜື່ງ ທີ່ຖືກສົ່ງ ກັບຄືນລາວ ເມື່ອປີຜ່ານມາ. ເຜົ່າມົ້ງເຫຼົ່ານີ້ ຝ່າຍໄທຍວ່າ ແມ່ນພວກ ເຂົ້າເມືອງຜິດ ກົດໝາຍ. ສ່ວນ ຝ່າຍລາວ ວ່າ ພວກເຂົາເຈົ້າ ຖືກຫຼອກລວງ ແລະສມັກໃຈ ກັບຄືນປະເທດ.<br />(ພາບ : Flickr)

ມົ້ງລາວ ຈຳນວນໜື່ງ ທີ່ຖືກສົ່ງ ກັບຄືນລາວ ເມື່ອປີຜ່ານມາ. ເຜົ່າມົ້ງເຫຼົ່ານີ້ ຝ່າຍໄທຍວ່າ ແມ່ນພວກ ເຂົ້າເມືອງຜິດ ກົດໝາຍ. ສ່ວນ ຝ່າຍລາວ ວ່າ ພວກເຂົາເຈົ້າ ຖືກຫຼອກລວງ ແລະສມັກໃຈ ກັບຄືນປະເທດ.
(ພາບ : Flickr)

ຝ່າຍໄທຍ ຢ້ຳຈຸດປະສົງ ສົ່ງອົພຍົບ ລາວມົ້ງ ປະມານ ໖ ໐໐໐ ຄົນທີ່ ຍັງເຫຼືອຄ້າງ ຢູ່ໄທຍ ກັບຄືນປ ະເທດລາວ ໃຫ້ໝົດ ແຕ່ນີ້ຫາ ທ້າຍປີນີ້ ຕາມທີ່ໄດ້ ສັນຍາກັບ ຝ່າຍສປປລາວ ເມື່ອຕົ້ນປີ.

"ຣັຖບານໄທຍ ຕ້ອງກັນ ປະຕິນັບຖື ສັນຍາ ທີມີໄວ້ກັບ ທາງການລາວ ທີ່ຕົກລົງກັນວ່າ ຈະສົ່ງ ເຜົ່າມົ້ງ ທີ່ເຂົ້າເມືອງໄທຍ ຢ່າງຜິດກົດໝາຍ ທີ່ແຂວງ ເພັດສະບູນ ແລະແຂວງ ໜອງຄາຍ ກັບຄືນສປປລາວ ໃຫ້ແລ້ວໝົດ ແຕ່ນີ້ຫາທ້າຍປີນີ້ນັ້ນ". ຕາມການຖແລງໃຫ້ຊາບ ຂອງທ່ານ ປານີຕັນ ພັດຕະຍາຄອນ ໂຄສົກຣັຖາບານໄທຍ ມື້ວານນີ້. ພາຍຫຼັງທີ່ໄດ້ມີ ການພົບພໍ້ ໂອ້ລົມພາທີກັນ ທີ່ບາງກອກ ມື້ວານນີ້ ລະຫວ່າງ ທ່ານ ອະພິສິດ ເວດຊາຊີວະ ນາຍົກໄທຍ ແລະ ທ່ານ ດວງໃຈ ພິຈິດ ຣັຖມົນຕຣີ ກະຊວງປ້ອງກັນປະເທດ ແລະຮອງນາຍົກ ລາວ.

ເປັນທີ່ຮູ້ກັນດີວ່າ ຊາວເຜົ່າມົ້ງເຫຼົ່ານີ້ ມີທັງສ່ວນທີ່ມາໃໝ່ ແລະມີທັງສ່ວນ ທີ່ໄດ້ໄປອາສັຍ ຢູ່ໃນສູນອົພຍົບ ຢູ່ພາກຕາເວັນອອກສຽງໃຕ້ ຂອງໄທຍ ນານເຖີງ ໓໐ ປີຜ່ານມາແລ້ວກໍມີ ໃນນັ້ນມີພາກສ່ວນໜື່ງ ທີ່ເຄີຍເຂົ້າແຖວ ເປັນພັນທະມິດ ກັບສຫະຣັຖອາເມຣິກາ ຕ້ານຄອມມຸຍນີສ ໃນສມັຍສົງຄາມ ວຽດນາມ ເມື່ອລາວປ່ຽນ ຣະບອບການປົກຄອງ ພວກເຂົາເຈົ້າ ພ້ອມກັນຊົນຊາວລາວ ຫຼາຍແສນຄົນ ຈື່ງໄດ້ ອົພຍົບຫຼົບໜີ ອອກຈາກລາວໄປ. ຊາວມົ້ງເຫຼົ່ານີ້ ໄດ້ຢືນຢັນ ຢືນຢັນ ຂໍລີ້ພັຍການເມືອງ ແລະຂໍໄປປະເທດທີສາມ ເພາະຢ້ານຖືກ ຈັບກຸມ ຫຼືທໍຣະມານ ຖ້າຫາກ ກັບຄືນ ສປປລາວ.
ກ່ຽວກັບ ການຈັບກຸມ ຫຼືທໍຣະມານ ຊາວມົ້ງ ດັ່ງກ່າວ ທາງການ ສປປລາວ ແມ່ນໄດ້ປະຕິເສດ ຕລອດມາ ຕໍ່ຄຳກ່າວຫາ ໃນຂນະທີ່ ທາງການໄທຍ ກໍເນັ້ນຢ້ຳຕລອດມາວ່າ ຊາວມົ້ງເຫຼົ່ານີ້ ແມ່ນອົພຍົບເສຖກິດ ບໍ່ແມ່ນ ອົພຍົບການເມືອງ ແຕ່ປະການໃດ໋ເລີຍ.

ຢ່າງໃດ໋ກໍດີ ໃນໂອກາດ ຖແລງແຈ້ງຂ່າວ ທ່ານ ປານີຕັນ ພັດຕະຍາຄອນ ໂຄສົກຣັຖາບານໄທຍ ຍັງໄດ້ຊີ້ແຈງອີກວ່າ ຊາວມົ້ງລາວ ຈຳນວນ ໓ ໐໕໙ ຄົນໄດ້ຖືກນຳສົ່ງ ຄືນໄປລາວ ເມື່ອປີກາຍນີ້ ແລະຮັບປະກັນວ່າ ພວກທີ່ຖືກສົ່ງກັບ ລ້ວນແລ້ວ ແຕ່ແມ່ນຜູ່ສມັກໃຈ ທັງນັ້ນ.
ເປັນທີ່ໜ້າສັງເກດໄດ້ວ່າ ອົງການນາຍແພດບໍ່ມີພົມແດນ Médecins sans Frontières ໄດ້ຮຽກຮ້ອງ ຂໍໃຫ້ ສຫະປະຊາຊາດ ເຂົ້າມາມີສ່ວນເບີ່ງແຍງ ກໍຣະນີ ການສົ່ງມົ້ງລາວ ກັນຄືນປະເທດນີ້. ພ້ອມດຽວກັນ Médecins sans Frontières ກໍໄດ້ ທັກທ້ວງປະນາມ ເມື່ອ ທ້ອງເດືອນ ພືສະພາ ທີ່ຜ່ານມານີ້ວ່າ ຊາວມົ້ງ ຖືກບັງຄັບ ກັບຄືນ ສປປລາວ.

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU