ຄົ້ນຫາຂໍ້ມູນ

/ languages

Choisir langue
 

ປະເທດຂເມນ/ນາຍົກ

ຍີງປືນນັດດຽວ ໄດ້ນົກສອງໂຕ

ໂດຍ ສຸກວິໄລ ຊ. Soukvilay S.

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 14/09/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 14/09/2009 14:15 TU

ທ່ານ ຮຸນເຊັ໊ນ ໃນຂນະ ຢ້ຽມຢາມ ປະຊາຊົນ ແຫ່ງໜື່ງ ເມື່ອສັບປະດາແລ້ວນີ້ (ພາບ : Reuters)

ທ່ານ ຮຸນເຊັ໊ນ ໃນຂນະ ຢ້ຽມຢາມ ປະຊາຊົນ ແຫ່ງໜື່ງ ເມື່ອສັບປະດາແລ້ວນີ້ (ພາບ : Reuters)

ທ່ານ ຮຸນເຊັ໊ນ ນາຍົກຂເມນ ຖແລງຢ່າງອອກນອກໜ້າ ຍ້ອງຍໍ ສັນລະເສີນ ການຊ່ວຍເຫຼືອ ຈາກສປຈີນ ເປັນການຍ້ອງຍໍ ຢ່າງຕັ້ງໃຈ ເພື່ອເວົ້າປະຊົດປະຊັນ ບັນດາປະເທດ ຕາເວັນຕົກ. ທັງນີ້ກໍເພາະວ່າ ຝ່າຍຕາເວັນຕົກ ໃຫ້ການຊ່ວຍເຫຼືອ ແຕ່ພາຍໃຕ້ ເງື່ອນໄຂສເມີ. ຊື່ງເງື່ອນໄຂ ສຳຄັນນັ້ນ ເປັນຕົ້ນ ຈະຂເມນຕ້ອງ ຫຼຸດຜ່ອນ ການສໍ້ຣາສ ບັງຫຼວງ ແລະຫຼຸດຜ່ອນ ການລະເມີດ ສິດທິມະນຸດ.

"ຈີນຊ່ວຍເຫຼືອ ກຳພູຊາ ແບບງຽບໆ ບໍ່ກະໂຕະກະຕາກ. ຈີນຊ່ວຍ ກຳພູຊາ ດ້ວຍການ ກໍ່ສ້າງຂົວ ສ້າງຖນົນຫົນທາງ ໂດຍປຣາສຈາກ ການ ຕັ້ງເງື່ອນໄຂ ທີ່ຫຍຸ້ງຍາກ" ນີ້ແມ່ນຄຳຖແລງ ຕອນໜື່ງຂອງ ນາຍົກ ຂເມນ ເນື່ອງໃນໂອກາດ ພິທີສລອງ ເປີດຂົວ ແຫ່ງໃໜ່ ທີ່ເມືອງ ເປຣັກດຳ ຫ່າງຈາກ ກຸງພະນົມເປັນ ທາງພາກເໜືອ ໕໐ ກວ່າ ກີໂລແມັດ ອັນເປັນຂົວ ທີ່ກໍ່ສ້າງດ້ວຍ ກ້ອນທືນຊ່ວຍເຫຼືອ ຈາກສປຈີນ ໃນວົງເງີນ ໑໒໘ ລ້ານ $ ສຫະຣັຖ. ໃນໂອກາດດຽວກັນ ທ່ານ ຮຸນເຊັ໊ນ ຍັງໄດ້ ສັນລະເສີນ ທີ່ສປຈີນ ໄດ້ຕັດສີນໃຈ ລົງທືນ ໃນຂແນງການ ພລັງງານ ໄຟຟ້າ ກໍຄືໂຄງການ ສ້າງເຄື່ອນໄຟຟ້າ ທີ່ກຳພູຊາ.
ຕໍ່ໜ້າປະຊາຊົນທ້ອງຖີ່ນ ປະມານ ໑ ໐໐໐ ກວ່າຄົນ ທີ່ມາຮ່ວມ ການ ສລອງ ເປີດຂົວໄຊ້ ໃນມື້ນີ້ ນັ້ນ ທ່ານ ຮຸນເຊັ໊ນ ຍັງໄດ້ໃຫ້ ທັສະນະວ່າ ການ ຊ່ວຍເຫຼືອຂອງຈີນ ເປັນພາຫານະ ປະກອບສ່ວນ ການຊຸກຍູ້ ຄວາມເປັນ ເອກະຣາດ ຂອງກຳພູຊາ ພ້ອມດຽວກັນກໍ ຍັງເປັນການປັບປຸງ ການ ພັທນາ ເສຖກິດ ແລະສັງຄົມ ນຳອີກດ້ວຍ. ໂດຍ ທ່ານ ຮຸນເຊັ໊ນ ໄດ້ກ່າວ ມ້ວນທ້າຍວ່າ : "ສປຈີນ ນັບຖື ການຕັດສີນ ການເມືອງ ຂອງ ກຳພູຊາ ສເມີ. ສປຈີນ ແລະກຳພູຊາ ແມ່ນມີຄວາມເຂົ້າອົກເຂົ້າໃຈກັນດີ ແລະ ນັບຖືສິດທິ ຂອງກັນແລະກັນ ຕລອດມາ".

ເປັນທີ່ຊາບກັນດີວ່າ ສປຈີນເປັນຜູ່ໃຫ້ ການກູ້ຢືມຊ່ວຍເຫຼືອ ນ້ຳເບີໜື່ງ ຂອງກຳພູຊາ. ການຊ່ວຍເຫຼືອ ຂອງຈີນຕໍ່ກຳພູຊາ ນັບໄດ້ ໖໐໐ ລ້ານ $ ເມື່ອປີ ໒໐໐໗ ແລະ ໒໖໐ ລ້ານ $ ເມື່ອປີ ໒໐໐໘. ນອກຈາກນີ້ ສປຈີນ ຍັງເປັນຜູ່ລົງທືນໂດຍກົງ ນ້ຳເບີໜື່ງ ໃນກຳພູຊາ. ສະເພາະປີນີ້ ສປຈີນ ລົງທືນທີ່ກຳພູຊາ ຮວມທັງໝົດ ໃນວົງເງີນ ໑ ໐໐໐ ລ້ານ $ ສຫະຣັຖ.

ຢ່າງໃດ໋ກໍດີ ສັງເກດໄດ້ວ່າ ການຖແລງ ສັນລະເສີນຈີນ ຢ່າງອອກນອກ ໜ້າ ຂອງນາຍົກ ຄັ້ງດັ່ງກ່າວ ມີຂື້ນ ພາຍຫຼັງ ທີ່ເມື່ອບໍ່ນານມານີ້ ທ່ານ ຮຸນເຊັ໊ນ ໄດ້ປະຕິເສດ ການສເນີ ການຊ່ວຍເຫຼືອ ຈາກທະນາຄານໂລກ ທີ່ໄດ້ສເນີ ກ້ອນເງີນ ເພື່ອຊ່ວຍເຫຼືອ ຣັຖບານຂເມນ ໃນການແກ້ໄຂ ບັນຫາ ກໍຣະນີພິພາກ ເລື່ອງດີນດອນຕ່ອນຫຍ້າ ຂອງປະຊາຊົນ. ກ່ອນໜ້ານີ້ ທາງສຫະຣັຖອາເມຣິກາ ໄດ້ກ່າວຫາວ່າ ທາງການກຳພູຊາ ໄດ້ທຳການ ເນຣະເທດ ຂັບໃສໄລ່ສົ່ງ ປະຊາຊົນ ຫຼາຍໝື່ນຄົນ ອອກຈາກ ທີ່ດີນຂອງພວກເຂົາເຈົ້າ ເພື່ອນຳໄປໄຊ້ ທຳກີຈການ ຂອງຣັຖ. ເວົ້າອີກ ແບບໜື່ງ ກໍຄືຣັຖບານ ທຳການຍຶດດີນດອນ ຂອງປະຊາຊົນ ໄປເປັນ ຂອງຣັຖ ນັ້ນເອງ.
ນອກຈາກນີ້ ໃນໄລຍະຫຼັງໆ ຜ່ານມານີ້ ຣັຖບານ ທ່ານ ຮຸນເຊັ໊ນ ຖືກ ມຽງມອງຈ້ອງຈັບຜິດ ແລະຖືກກ່າວຫາ ຈາກທາງສາກົນວ່າ ການສໍ້ຣາສ ບັງຫຼວງ ມີແຜ່ຫຼາຍ ໃນຖັນແຖວ ຣັຖບານ, ແຖມຣັຖບານ ເອງ ຍັງໄດ້ ພະຍາຍາມ ເຮັດໃຫ້ ຣະບົບຍຸດຕິທັມ ອ່ອນແອ ນຳອີກດ້ວຍ.
ສ່ວນໂຄງການ ສ້າງເຄື່ອນໄຟຟ້າ ທີ່ສປຈີນ ໄດ້ຮັບເໝົາລົງທືນ ນັ້ນ ບັນດາ ສະມາຄົມອົງການ ຕາເວັນຕົກ ວ່າດ້ວຍການປົກປ້ອງ ທຳມະຊາດ ແລະສີ່ງແວດລ້ອມ ກໍຕັດພໍ້ຕໍ່ວ່າ ຣັຖບານຂເມນ ວ່າບໍ່ວາງແຜນຫຼື ເອົາ ມາຕຣາການ ເພື່ອປ້ອງກັນ ຫຼືເພື່ອຫຼີ້ກເວັ້ນ ຄວາມເສັຽຫາຍ ຕໍ່ທຳມະຊາດ ແລະສີ່ງແວດລ້ອມ ແຕ່ປະການໃດ໋ເລີຍ.

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU