ຄົ້ນຫາຂໍ້ມູນ

/ languages

Choisir langue
 

ໄວຣັສ H1N1

ບໍ່ມີການປ່ຽນແປງ ເປັນພັນໃໝ່ ທີ່ຮ້າຍແຮງ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 21/09/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 21/09/2009 11:10 TU

ເຊື້ອຫວັດ H1N1 ຍັງບໍ່ມີການປ່ຽນລັກ
ສນະໄປເປັນປະເພດທີ່ຮ້າຍແຮງກວ່າເກົ່າ
ຕາມການແຈ້ງຂອງອົງການອະນາໄມໂລກ
(ພາບ: Reuters)

ເຊື້ອຫວັດ H1N1 ຍັງບໍ່ມີການປ່ຽນລັກ ສນະໄປເປັນປະເພດທີ່ຮ້າຍແຮງກວ່າເກົ່າ ຕາມການແຈ້ງຂອງອົງການອະນາໄມໂລກ (ພາບ: Reuters)

ເຊື້ອໄວຣັສ ໄຂ້ຫວັດສາຍພັນ H1N1
ຍັງບໍ່ມີການປ່ຽນແປງໄປເປັນພັນໃໝ່
ທີ່ຮ້າຍແຮງກວ່າເກົ່າແຕ່ຢ່າງໃດ ຕາມ
ການຖແລງຂອງທ່ານນາງ Magaret
Chan ຜູ້ອຳນວຍການອົງການອະນາ
ໄມໂລກ

ນັ້ນກໍຫໝາຍຄວາມວ່າວັກຊິນທີ່ຜລິດ
ອອກເພື່ອສັກປ້ອງການການແຜ່ລະ
ບາດ ຍັງຄົງມີປະສິດທິພາບຢູ່ຕໍ່ໄປ

ທ່ານນາງ Magaret Chan ໄດ້ຖແລງຕໍ່ຜູ້ສື່ຂ່າວໃນມື້ນີ້ ທີ່ຮ່ອງກົງ ເນື່ອງໃນໂອກາດ
ເປີດປະຊຸມປະຈຳປີຂອງອົງການອະນາໄມໂລກດ້ານແປຊີຟິກຕະວັນຕົກ ນັ້ນກໍໝາຍ
ຄວາມວ່າວັກຊິນທີ່ຜລິດອອກມາເພື່ອສັກປ້ອງກັນການຕິດເຊື້ອນັ້ນ ຍັງຄົງມີປະສິດທິ
ພາບຢູ່ຕໍ່ໄປ

ທ່ານນາງ Magaret Chan ອະທິບາຍອີກວ່າ ເຊື້ອໄວຣັສສາມາດປ່ຽນລັກສນະໄດ້
ທຸກເວລາ ໄປເປັນເຊື້ອໄວຣັສອີກແບບໃໝ່ ທີ່ຈະເຮັດໃຫ້ວັກຊິນທີ່ຜລິດອອກມາ ຂາດ
ປະສິດທິພາບ

ຫາກແຕ່ວ່ານັບຕັ້ງແຕ່ເດືອນເມສາເປັນຕົ້ນມາ ຂໍ້ມູນຕ່າງໆທີ່ອົງການອະນາໄມໂລກ
ໄດ້ຮັບຈາກຫ້ອງທົດລອງທົ່ວໂລກນັ້ນ ໄດ້ຊີ້ໃຫ້ເຫັນວ່າແມ່ນເຊື້ອໄວຣັສອັນດຽວກັນ ຍັງ
ບໍ່ມີການປ່ຽນແປງໄປເປັນໄວຣັສຊນິດອື່ນທີ່ອາດຮ້າຍແຮງກວ່າເກົ່າແຕ່ຢ່າງໃດ

ຜູ້ອຳນວຍການອົງການອະນາໄມໂລກຢໍ້າອີກວ່າ ດັ່ງນັ້ນປັນຫາທີ່ທ້າທາຍໃນເວລານີ້
ຈຶ່ງຢູ່ທີ່ວ່າເຮັດ ແນວໃດບັນດາປະເທດທີ່ກຳລັງພັທນາ ຈະມີຂີດຄວາມສາມາດໃນ
ການນຳໃຊ້ວັກຊິນປ້ອງກັນການແຜ່ລະບາດໄດ້ຢ່າງພຽງພໍ "ຂພຈ ຈະສຶກສາກ່ຽວກັບ
ປັນຫານີ້ຢ່າງລົງເລິກແລະເອົາຈິງເອົາຈັງທີ່ສຸດ" ທ່ານນາງໄດ້ກ່າວ

ໃນສ່ວນທີ່ກ່ຽວກັບປະສິດທິພາບຂອງວັກຊິນນັ້ນ ທ່ານນາງ Magaret Chan ກ່າວວ່າ
ມີປະສິດທິພາບດີທີ່ສຸດ ໃຊ້ສັກປ້ອງກັນພຽງຄັ້ງດຽວກໍເປັນການພຽງພໍ ຕາມຂໍ້ມູນທີ່
ໄດ້ຮັບຈາກບັນດາຫ້ອງທົດລອງຕ່າງໆທົ່ວໂລກ

ເມື່ອອາທິດຜ່ານມາ ອົງການອະນາໄມໂລກໄດ້ເປີດເຜີຍວ່າ ການຜລິດວັກຊິນປ້ອງ
ກັນເຊື້ອຫວັດສາຍພັນໃໝ່ H1N1 ຈະມີພຽງ 4900 ລ້ານ Doses ເທົ່ານັ້ນ ຕໍ່າກວ່າ
ທີ່ຄາດໝາຍໄວ້ ແລະ ຈະບໍ່ເປັນການພຽງພໍສຳລັບພົລເມືອງຂອງໂລກ ແຕ່ຈະໃຊ້
ຄວາມພະຍາຍາມຕໍ່ໄປເພື່ອຜລິດໃຫ້ໄດ້ພຽງພໍ

ອົງການອະນາໄມໂລກເຜີຍອີກວ່າ ຜູ້ທີ່ມີການສ່ຽງຫລາຍທີ່ສຸດເມື່ອຕິດເຊື້ອຫວັດ
ສາຍພັນໃໝ່ ກໍຄື ຜູ້ສູງອາຍຸ ຜູ້ທີ່ມີຄວາມອ້ວນຜິດທັມມະດາ ແລະ ຜູ້ທີ່ອ່ອນແອ
ອອດໆແອດໆ ຍ້ອນເປັນໂຣກຊນິດອື່ນມາກ່ອນຢ່າງເຮື້ອຮັງ

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU