ຄົ້ນຫາຂໍ້ມູນ

/ languages

Choisir langue
 

ປັນຫາລົດຜ່ອນ ອຸນຫະພູມ ຜິວໂລກ

ປະຊຸມສຸດຍອດ ຄັ້ງໃຫຍ່ທີ່ສຸດ ທີ່ນິວຢອຣ໌ກ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 22/09/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 22/09/2009 13:28 TU

ວິຕົກກັນວ່າປະຊຸມສຸດຍອດ "ໂຄເປັນເຮ
ເກັນ" ວ່າດ້ວຍ ການປ່ຽນແປງຂອງອາ
ກາດທ້າຍປີນີ້ຈະລົ້ມແຫລວ ເລຂາທິ
ການໃຫຍ່ ສຫປຊ ຈຶ່ງມີແນວຄິດຈັດ
ປະຊຸມສຸດຍອດ ທີ່ນິວຢອຣ໌ກ ໃນມື້ນີ້
(22 ກັນຍາ) (ພາບ: Reuters)

ວິຕົກກັນວ່າປະຊຸມສຸດຍອດ "ໂຄເປັນເຮ ເກັນ" ວ່າດ້ວຍ ການປ່ຽນແປງຂອງອາ ກາດທ້າຍປີນີ້ຈະລົ້ມແຫລວ ເລຂາທິ ການໃຫຍ່ ສຫປຊ ຈຶ່ງມີແນວຄິດຈັດ ປະຊຸມສຸດຍອດ ທີ່ນິວຢອຣ໌ກ ໃນມື້ນີ້ (22 ກັນຍາ) (ພາບ: Reuters)

ບັນດາຜູ້ນຳຂອງກວ່າ 100 ປະເທດເຂົ້າ
ຮ່ວມກອງປະຊຸມສຸດຍອດຄັ້ງໃຫຍ່ທີ່ສຸດ
ທີ່ສຳນັກງານໃຫຍ່ອົງ ການສະຫະປະຊາ
ຊາດ ກຸງນິວຢອຣ໌ກ ໃນມື້ນີ້

ເປັນກອງປະຊຸມສຸດຍອດວ່າດ້ວຍການ
ປ່ຽນແປງຂອງອາກາດທັງນີ້ເພື່ອຊຸກຍູ້
ໃຫ້ກອງປະຊຸມນາໆຊາດກ່ຽວກັບປັນຫາ
ນີ້ບັນລຸເຖິງຂໍ້ຕົກລົງກັນໃຫ້ໄດ້...ຈົນຮອດ
ປັດຈຸບັນເບີ່ງຄືວ່າຍັງຫາທາງອອກກັນ
ບໍ່ໄດ້

ເປັນທີ່ໜ້າສັງເກດວ່າກອງປະຊຸມສຸດຍອດຄັ້ງໃຫຍ່ ທີ່ກຸງນິວຢອຣ໌ກຄັ້ງນີ້ ມີຂຶ້ນພຽງສາມ
ເດືອນ ກ່ອນກອງປະຊຸມສຸດຍອດ "ໂຄເປັນເຮເກັນ" ເພື່ອປິດສາກກອງປະຊຸມນາໆຊາດວ່າ
ດ້ວຍການປ່ຽນແປງຂອງອາກາດ

ໃນກອງປະຊຸມສຸດຍອດ "ໂຄເປັນເຮເກັນ" ທ້າຍປີນີ້ຈະຕ້ອງມີການຕົກລົງກຳໜົດຕົວເລກ
ບັງຄັບກັນຄັກແນ່ເພື່ອລົດຜ່ອນການປ່ອຍແກ໊ສ CO2 ແນໃສ່ເຮັດໃຫ້ອຸນຫະພູມຂອງໂລກ
ລົດລົງ

ກອງປະຊຸມສຸດຍອດ "ໂຄເປັນເຮເກັນ" ຈະຮັບຮອງເອົາສົນທິສັນຍາສບັບໃໝ່ ທົດແທນ
ສົນທິສັນຍາກຽວໂຕ ທີ່ຈະໝົດອາຍຸລົງໃນທ້າຍປີ 2012

ກ່ອນການປະຊຸມສຸດຍອດທີ່ກຸງນິວຢອຣ໌ກໃນມື້ນີ້ ບັນຍາກາດຂ້ອນຂ້າງຊຶມໆເຊົາໆ ເພາະ
ໃຜໆກໍຫວັ່ນວິຕົກວ່າ ຢ້ານກອງປະຊຸມ "ໂຄເປັນເຮເກັນ" ທ້າຍປີນີ້ ປະສົບຄວາມລົ້ມ
ແຫລວເພາະຄວາມຂັດແຍ່ງລະຫວ່າງກຸ່ມປະເທດອຸດສາຫະກັມໃຫຍ່ ແລະ ກຸ່ມປະເທດ
ທີ່ກຳລັງພັທນາ ທີ່ຍັງຫາຂໍ້ຕົກລົງກັນບໍ່ໄດ້ຈົນຮອດດຽວນີ້

ກໍແມ່ນຍ້ອນເຫດຜົນຄືແນວນີ້ ທ່ານບັນ ກີ ມູນ ເລຂາທິການໃຫຍ່ອົງການສະຫະປະຊາ
ຊາດຈຶ່ງໄດ້ມີແນວຄວາມຄິດຈັດກອງປະຊຸມສຸດຍອດຄັ້ງໃຫຍ່ທີ່ສຸດທີ່ສຳນັກງານໃຫຍ່
ອົງການສະຫະປະຊາຊາດ ທີ່ກຸງນິວຢອຣ໌ກ ໃນມື້ນີ້

ຫລັງສິ້ນສຸດກອງປະຊຸມທີ່ນິວຢອຣ໌ກແລ້ວ ບັນດາຜູ້ນຳຂອງປະເທດອຸດສາຫະກຳ
ໃຫຍ່ກໍກຳໜົດປະຊຸມສຸດຍອດອີກຄັ້ງໜຶ່ງ ທີ່ເມືອງ Pittsburg ຣັດ Pennsylvania
ສຫຣ ອະເມຣິກາ ໃນວັນທີ 24 ແລະ 25 ເດືອນກັນຍານີ້

ເປັນກອງປະຊຸມສຸດຍອດກຸ່ມປະເທດ G-20 ເພື່ອພິຈາຣະນາປັນຫາວິກິດການເສຖກິດ
ຂອງໂລກ ແຕ່ກໍໄດ້ເກີດຄວາມເຄັ່ງຕຶງຂຶ້ນແລ້ວ ບັນດາກຸ່ມຕໍ່ຕ້ານກອງປະຊຸມສຸດຍອດ
G-20 ໄດ້ກ່າວຫາເຈົ້າໜ້າທີ່ຕຳຣວດວ່າ ນຳໃຊ້ມາຕຣາການໜັກມືເພື່ອກົດດັນໃຫ້
ພວກເຂົາເຈົ້າຍົກເລີກຕໍ່ການຊຸມນຸມປະທ້ວງ ໃນວັນພະຫັດແລະສຸກໜ້າ

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU