ຄົ້ນຫາຂໍ້ມູນ

/ languages

Choisir langue
 

ປັນຫາໂລກຮ້ອນ

ກອງປະຊຸມສຸດຍອດ ທີ່ນິວຢອຣ໌ກ ສ້າງຄວາມຜິດຫວັງ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 23/09/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 23/09/2009 13:31 TU

ກອງປະຊຸມສຸດຍອດທີ່ອົງການສະຫະປະຊາຊາດ ວ່າດ້ວຍການປ່ຽນແປງຂອງອາກາດ ກຳລັງຟັງ
ການກ່າວຂອງທ່ານປະທານາທິບໍດີ ຫູ ຊິນ ທ່າວ ແຫ່ງ ສປ ຈີນ (ພາບ: Reuters)

ກອງປະຊຸມສຸດຍອດທີ່ອົງການສະຫະປະຊາຊາດ ວ່າດ້ວຍການປ່ຽນແປງຂອງອາກາດ ກຳລັງຟັງ ການກ່າວຂອງທ່ານປະທານາທິບໍດີ ຫູ ຊິນ ທ່າວ ແຫ່ງ ສປ ຈີນ (ພາບ: Reuters)

ຜົນກອງປະຊຸມສຸດຍອດຄັ້ງໃຫຍ່ ທີ່ອົງການ ສຫປຊ ກຸງນິວຢອຣ໌ກ ເມື່ອວານນີ້
ວ່າດ້ວຍການລົດຜ່ອນອຸນຫະພູມຜິວໂລກ ສ້າງຄວາມຜິດຫວັງໃຫ້ແກ່ບັນດາຜູ້
ທີ່ຄອງຄອຍຖ້າການປະກາດຕົວເລກທີ່ແນ່ນອນກ່ຽວລົດຜ່ອນການປ່ອຍກ໊າສ
CO2 ໂດຍສະເພາະຜິດຫວັງຈາກທ່າທີຂອງ ສປ ຈີນ ແລະ ສຫຣ ອະເມຣິກາ
ສອງປະເທດແຊມປ້ຽນອັນດັບໜຶ່ງແລະສອງຕາມລຳດັບ ຂອງການສ້າງຄວາມ
ເປິເປື້ອນໃຫ້ແກ່ອາກາດຫລາຍທີ່ສຸດ

ຈີນສ້າງຄວາມຜິດຫວັງ
ໃນກອງປະຊຸມເມື່ອວານນີ້ ທ່ານປະທານາທິບໍດີ ຫູ ຊິນທ່າວ ຂອງຈີນ ໄດ້ປະກາດໃຫ້
ສັນຍາວ່າປະ ເທດຂອງທ່ານຈະພະຍາຍາມລົດຜ່ອນການປ່ອຍຄວັນພິດລົງ ຈາກນີ້
ເຖິງປີ 2020 ໂດຍອີງໃສ່ຕົວເລກການຂຍາຍຕົວທາງເສຖກິດ.....ຕີຄວາມໄດ້ວ່າເມື່ອ
ເສຖກິດຂຍາຍຕົວຂຶ້ນ ຈຶ່ງຈະມີການລົດຜ່ອນການປ່ອຍ CO2 ໂດຍທຽບໃສ່ລະດັບການ
ປ່ອຍຂອງປີ 2005

ເປັນທີ່ໜ້າສັງເກດວ່າຜູ້ນຳຈີນບໍ່ໄດ້ໃຫ້ຕົວເລກພາກບັງຄັບວ່າ ຈະລົດລົງເທົ່ານັ້ນຫລື
ເທົ່ານີ້ເປີເຊັນ ພາຍໃນປີນັ້ນຫລືປີໃດໆ

ທ່ານຫູ ຊິນທ່າວ ກ່າວອີກວ່າ ສປ ຈີນ ຈະເພີ້ມການໃຊ້ພະລັງງານທົດແທນໃຫ້ຫລາຍ
ຂຶ້ນ ໂດຍສະເພາະຈະລົດຜ່ອນການໃຊ້ພະລັງງານຖ່ານຫິນລົງ ທີ່ຖືວ່າເປັນ ພະລັງງານ
ທີ່ເປິເປື້ອນທີ່ສຸດ....

ຈາກນີ້ເຖິງປີ 2020 ສັດສ່ວນຂອງການໃຊ້ພະລັງງານທົດແທນຂອງຈີນຈະໃຫ້ໄດ້ 15%
ຂອງຄວາມຕ້ອງການພະລັງງານທັງໝົດຂອງປະເທດ

ການປະກາດຕົວເລກທີ່ບໍ່ແນ່ນອນຂອງ ສປ ຈີນ ກ່ຽວກັບການລົດຜ່ອນກ໊າສ CO2 ສ້າງ
ຄວາມຜິດຫວັງໃນຣະດັບໜຶ່ງ ໂດຍສະເພາະສຳລັບເຈົ້າໜ້າທີ່ຮັບຜິດຊອບປັນຫາການ
ປ່ຽນແປງຂອງອາກາດຂອງສະຫະປະຊາຊາດ ທີ່ຕ້ອງການເຫັນ ສປ ຈີນ ໃຫ້ຄຳໝັ້ນສັນ
ຍາຄັກແນ່ເພື່ອຮັບປະກັນຄວາມສຳເລັດຂອງກອງປະຊຸມສຸດຍອດ "ໂຄເປັນເຮເກັນ" ໃນ
ເດືອນທັນວາໜ້າ

ຄວາມພໍໃຈໃນຣະດັບໜຶ່ງ
ຢ່າງໃດກໍຕາມ ກໍມີຄວາມພໍໃຈໃນຣະດັບໜຶ່ງຕໍ່ທ່າທີຂອງຈີນ ທ່ານ Jean-Louis Borloo
ຣມຕ ກະຊວງພັທນາທີ່ໝັ້ນຄົງຂອງຝຣັ່ງເສດ ໄດ້ກ່າວສະແດງຄວາມເຫັນວ່າ ເຖິງບໍ່ມີ
ການປະກາດຕົວເລກພາກບັງຄັບກໍຕາມ ແຕ່ກໍນັບເປັນຄັ້ງທຳອິດທີ່ ສປ ຈີນ ໃຫ້ຄຳສັນຍາ
ຕໍ່ໜ້າປະຊາຄົມໂລກ

ໃນຂະນະທີ່ທ່ານ Al Gore ອດີດຮອງປະທານາທິບໍດີອະເມຣິກັນ ແລະ ຮາງວັນໂນເບລ
ສາຂາສັນຕິພາບ ຜູ້ມີບົດບາດສຳຄັນໃນການຕໍ່ສູ້ກັບພາວະໂລກຮ້ອນ ກໍໄດ້ກ່າວສແດງ
ຄວາມເຫັນວ່າ ທ່າທີຂອງຈີນເປັນທີ່ໜ້າພໍໃຈທີ່ສຸດ

ໂອບາມາສ້າງຄວາມຜິດຫວັງ
ທາງດ້ານ ສຫຣ ອະເມຣິກາ ກໍສ້າງຄວາມຜິດຫວັງຄືກັນ ໃຜໆກໍຄອງຄອຍຖ້າວ່າ ທ່ານ
ປະທານາທິບໍດີ ບາຣັກ ໂອບາມາ ຈະປະກາດຕົວເລກພາກບັງຄັບຄັກແນ່ ແຕ່ເມື່ອເພີ່ນ
ມາກ່າວໃນກອງປະຊຸມເມື່ອວານນີ້ ຊໍ້າພັດບໍ່ໄດ້ເປັນໄປຕາມການຄາດຫວັງ

ທ່ານກ່າວຕອນໜຶ່ງວ່າ "ປັນຫາອັນໜັກຍັງຄອຍຖ້າພວກເຮົາຢູ່ຂ້າງໜ້າ" ຕີຄວາມໄດ້ວ່າ
ເພີ່ນບໍ່ສາມາດປະຕິບັດຄຳໝັ້ນສັນຍາຕອນຫາສຽງເລືອກຕັ້ງໄດ້ຢ່າງເຕັມທີ່ ນັ້ນກໍ ຄືການ
ລົດຜ່ອນການປ່ອຍກ໊າສ CO2 ລົງໃຫ້ໄດ້ເຖີງ 85% ຈາກນີ້ເຖິງປີ 2050

ອຸບປະສັກຂອງການບັນລຸເຖິງເປົ້າໝາຍນີ້ກໍຄື ສະພາສູງ ທີ່ຍັງບໍ່ຍອມຜ່ານກົດໝາຍວ່າ
ດ້ວຍການຈຳກັດການປ່ອຍ CO2

ເມື່ອເດືອນກໍຣະກົດຜ່ານມາສະພາຕໍ່າໄດ້ລົງມະຕິຮັບຮອງເອົາຮ່າງກົດໝາຍສບັບໜຶ່ງກຳ
ນົດໃນທຳນອງວ່າ "ໃຜຢາກປ່ອຍຄວັນພິດເກີນກຳໜົດ ຕ້ອງຈ່າຍເງິນ"

ເປັນຮ່າງກົດໝາຍທີ່ແນໃສ່ລົດຜ່ອນການປ່ອຍ CO2 ລົງ 17% ຈາກນີ້ເຖິງປີ 2020
ເມື່ອທຽບກັບລະດັບປີ 2005

ບັນດາສະມາຊິກສະພາສູງແຫ່ງພັກຣີພັບບລິກກັນຝ່າຍຄ້ານ ແລະ ພັກດີໂມແຄຣຕຝ່າຍຣັຖ
ບານຈຳນວນໜຶ່ງ ຖືວ່າແມ່ນການສ້າງພາສີຂື້ນມາ ບໍ່ເປັນປັດໃຈບວກຕໍ່ການຟື້ນຕົວທາງ
ດ້ານເສຖກິດ ທີ່ຕົກຕໍ່າ ແລະຈຳນວນຄົນວ່າງງານສູງ

ທ່ານ Dick Lugar ສະມາຊິກສະພາສູງແຫ່ງພັກຣີພັບບລິກກັນ ຍັງນຳປັນຫາການອອກ
ສຽງໃນສະພາສູງ ໄປຜູກຕິດກັບທ່າທີຂອງຈີນອີກ ໂດຍທ່ານໄດ້ກ່າວວ່າ "
ຕາບໃດ
ທີ່ ສປ ຈີນ ບໍ່ປະກາດຕົວເລກພາກບັງຄັບຄັກແນ່ ກໍຢ່າຫວັງເລີຍວ່າສະພາສູງອະເມຣິກັນ
ຈະລົງມະຕິຜ່ານກົດໝາຍນີ້"

ຢຸໂຣບແລະຍີ່ປຸ່ນ ໃຫ້ຕົວເລກພາກບັງຄັບ
ຈົນຮອດປັດຈຸບັນ ໃນກຸ່ມອຸດສາຫະກັມໃຫຍ່ ມີແຕ່ ສຫພ ຢຸໂຣບ ແລະ ຍີ່ປຸ່ນ ທີ່ປະກາດ
ຕົວເລກພາກບັງຄັບຄັກແນ່ແລ້ວ ກ່າວຄື ສຫພ ຢຸໂຣບ ຈະລົດຜ່ອນການປ່ອຍຄວັນພິດ
ລົງ 20% ຈາກນີ້ເຖິງປີ 2020 ໂດຍປຽບທຽບກັບລະດັບຂອງປີ 1990

ໃນຂນະທີ່ນາຍົກ ຣມຕຄົນໃໝ່ຂອງຍີ່ປຸ່ນ ທ່ານຢູກີໂອ໊ະ ຮາໂຕຢາມາ ກໍບອກຕົວເລກ
ຄັກແນ່ວ່າ ປະ ເທດຂອງທ່ານຈະລົດການປ່ອຄວັນພິດລົງ 25% ຈາກນີ້ເຖິງປີ 2020

ສະຫລຸບກໍຄື ໃນເມື່ອສອງຍັກໃຫຍ່ຜູ້ປ່ອຍຄວັນພິດ CO2 ຫລາຍທີ່ສຸດໃນໂລກ ຄື ສປ
ຈີນ ແລະ ສຫຣ ອະເມຣິກາ ຕາມລຳດັບ ບໍ່ໃຫ້ຕົວເລກຄັກແນ່ແລ້ວ ໃຜໆກໍຫວັ່ນວ່າ
"ກອງປະຊຸມສຸດຍອດໂຄເປັນເຮເກັນ" ທ້າຍປີນີ້ ຈະປະສົບຄວາມລົ້ມແຫລວ ຈະບໍ່ສາ
ມາດບັນລຸເຖິງຂໍ້ຕົກລົງສ້າງຕັ້ງສົນທິສັນຍາສບັບໃໝ່ກັນໄດ້ ເພື່ອທົດແທນສົນທິສັນຍາ
"ກຽວໂຕ"ທີ່ຈະໝົດອາຍຸລົງໃນທ້າຍປີ 2012

ຍຸກສມັຍແຫ່ງຄວາມໂງ່ຈ້າ
ກໍແມ່ນຍ້ອນເຫດຜົນຄວາມວິຕົກກັງວົນແນວນີ້ ທ່ານປະທານາທິບໍດີຝຣັ່ງເສດ ທ່ານ
ນິໂກລາສ໌ ຊາຣ໌ໂກ ຊີ ຈຶ່ງສເນີຈັດກອງປະຊຸມໃນກາງເດືອນພະຈິກໜ້າ ບັນດາກຸ່ມປະ
ເທດອຸດສາກະກັມໃຫຍ່ແລະກຸ່ມປະເທດທີ່ກຳລັງພົ້ນເດັ່ນ (Emerging countries)
ທີ່ປ່ອຍແກ໊ສ CO2 ຫລາຍທີ່ສຸດ ປະມານ 80% ຂອງການປ່ອຍທັງໝົດຂອງໂລກ

ຖ້າຕົກລົງວາງເປົ້າໝາຍຕົວເລກແລະຕາລາງເວລາກັນບໍ່ໄດ້ອີກ ກໍໝາຍເຖິງກອງ
ປະຊຸມສຸດຍອດໂຄເປັນເຮເກັນ ກໍຈະບໍ່ປະສົບຜົນສຳເຣັດຄືກັນ ໃນເວລານັ້ນບັນຍາກາດ
ຄວາມຫາຍະນະ  ຄືໃນພາພຍົນແນວນິເວດວິທຍາເຣື່ອງ "The age of stupid"
(ຍຸກສມັຍແຫ່ງຄວາມໂງ່ຈ້າ) ກໍອາດສາມາດເກີດຂຶ້ນໄດ້

ເປັນພາພຍົນທີ່ນຳອອກສາຍໃຫ້ບັນດາຜູ້ນຳທົ່ວໂລກຊົມກັນເມື່ອວານນີ້ກ່ອນເປີດກອງ
ປະຊຸມສຸດຍອດ ທີ່ກຸງນິວຢອຣ໌ກ

ເປັນພາພຍົນທີ່ເລົ່າເຖິງເຣື່ອງຂອງຊາຍຄົນໜຶ່ງ ທີ່ຢູ່ຢ່າງໂດດດ່ຽວດຽວດາຍໃນໂລກ
ກວ້າງໃນປີ 2055 ທີ່ຖືກທຳລາຍຍ່ອຍຍັບຍ້ອນຄວາມຮ້ອນຂອງອາກາດ ຊາຍຄົນນັ້ນ
ຕັ້ງຄຳຖາມວ່າ "ເປັນຫຍັງຈຶ່ງບໍ່ມີໃຜໃສ່ໃຈແກ້ໄຂປັນຫາເລີຍ ຈົນວ່າຂ້ອຍຕ້ອງມາມີ
ຊີວິດໃນ "ຍຸກສະໄໝແຫ່ງຄວາມໂງ່ຈ້າ" ຄືແນວນີ້"

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU