ຄົ້ນຫາຂໍ້ມູນ

/ languages

Choisir langue
 

ການສື່ສານ ແລະ ໂທຣະຄົມມະນາຄົມ

ການຮ່ວມມື ລາວ-ຈີນ ດ້ານດາວທຽມ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 26/09/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 26/09/2009 12:06 TU

ສປ ຈີນ ຈະສ້າງແລະປ່ອຍ "ດາວທຽມລາວ-1" ສູ່ວົງໂຄຈອນໃນອາວະກາດ ພ້ອມຈະຈັດຕັ້ງ
ບໍຣິສັດຮ່ວມກັບຣັຖບານລາວເພື່ອດຳເນີນທຸຣິກິດສື່ສານແລະໂທຣະຄົມມະນາຄົມຜ່ານດາວທຽມ
(ພາບ: Fotolia)

ສປ ຈີນ ຈະສ້າງແລະປ່ອຍ "ດາວທຽມລາວ-1" ສູ່ວົງໂຄຈອນໃນອາວະກາດ ພ້ອມຈະຈັດຕັ້ງ ບໍຣິສັດຮ່ວມກັບຣັຖບານລາວເພື່ອດຳເນີນທຸຣິກິດສື່ສານແລະໂທຣະຄົມມະນາຄົມຜ່ານດາວທຽມ (ພາບ: Fotolia)

ຫລັງຈາກທີ່ເຄີຍໄດ້ໃຫ້ການຊ່ວຍເຫລືອປະເທດໄນຈີເຣັຽແລະເວເນຊູເອລາມາ
ແລ້ວ ມາບັດນີ້ ສປ ຈີນ ຈະໃຫ້ຄວາມຊ່ວຍເຫລືອແກ່ ສປປ ລາວ ໃນການ
ສ້າງແລະປ່ອຍດາວທຽມຂຶ້ນສູ່ວົງໂຄຈອນໃນອາວະ ກາດ ພ້ອມກັນນີ້ກໍຈະຈັດ
ຕັ້ງບໍຣິສັດຮ່ວມກັບຣັຖບານລາວດຳເນີນທຸຣະກິດດ້ານການສື່ສານແລະໂທຣະ
ຄົມມະນາຄົມ ໂດຍຈະມີການຕິດຕັ້ງສະຖານີຄວບຄຸມການເຄື່ອນໄຫວຂອງດາວ
ທຽມໃນສປປ ລາວ ເອງ.....

ນັບເປັນຄັ້ງທຳອິດທີ່ ສປ ຈີນ ມີການຮ່ວມໄມ້ຮ່ວມມືທາງດ້ານການສື່ສານແລະ
ໂທຣະຄົມມະນາຄົມຜ່ານດາວທຽມ ກັບສະມາຊິກຂອງກຸ່ມປະເທດອາຊຽນ

ຍັງບໍ່ກຳນົດເວລາຄັກແນ່
ລາຍງານຂ່າວແຈ້ງວ່າລາວແລະຈີນໄດ້ຮ່ວມລົງນາມກ່ຽວກັບການຮ່ວມມືດັ່ງກ່າວ ເມື່ອວານ
ນີ້ (ວັນສຸກ 25 ກັນຍາ 2009) ແຕ່ຍັງບໍ່ໄດ້ບອກຈະແຈ້ງວ່າ "ດາວທຽມລາວ 1" ຈະຖືກ
ປ່ອຍຂຶ້ນສູ່ວົງໂຄຈອນໃນອາວະກາດໃນໃນປີໃດ

ຕາມການລາຍງານຂ່າວຈາກບັນດາສື່ມວນຊົນຂອງຈີນ ທີ່ອ້າງອີງການເຜີຍຂອງຜູ້ຮັບຜິດ
ຊອບວິທຍາຄານເທັກໂນໂລຢີການປ່ອຍດາວທຽມ "China Academy of Launch
Vehicle Technology" (CALT) ກໍໄດ້ໃຫ້ລາຍລະອຽດວ່າ ດາວທຽມທີ່ຈີນຈະສ້າງແລະ
ປ່ອຍໃຫ້ລາວນີ້ ເປັນດາວທຽມຊຸດ "ຕົງຟ່າງຮົງ" (ຕະວັນອອກແດງ) ແລະ ຈະຖືກນຳຂຶ້ນ
ປ່ອຍສູ່ວົງໂຄຈອນໃນອາວະກາດໂດຍຈຣວດ "ການເດີນທາງໄກ".....

ກຸ່ມບໍຣິສັດ "ດາວທຽມໂທຣະຄົມມະນາຄົມເຄື່ອນທີ ເອເຊັຽແລະແປຊີຟິກ" ຂອງ ຈີນ ຈະ
ເປັນຜູ້ດຳເນີນການຮັບເໝົາສ້າງແລະປ່ອຍ "ດາວທຽມລາວ 1" ນີ້ ພ້ອມທັງຈະເປັນຄູ່
ຮ່ວມມືກັບຣັຖບານລາວໃນການດຳເນີນທຸຣະກິດດ້ານໂທຣະຄົມມະນາຄົມຜ່ານດາວທຽມ
ໃນຂັ້ນຕໍ່ໄປ

ເຄີຍຊ່ວຍ ໄນຈີເຣັຽ ແລະ ເວເນຊູເອລາ ມາແລ້ວ
ເມື່ອປີ 2007 ສປ ຈີນ ໄດ້ຮ່ວມໄມ້ຮ່ວມມືຄັ້ງທຳອິດກັບຕ່າງປະເທດໃນເຣື່ອງໂທຣະຄົມມະ
ນາຄົມຜ່ານດາວທຽມ ໂດຍໄດ້ສ້າງແລະປ່ອຍດາວທຽມ "NigComSat-1" ຂຶ້ນສູ່ອາວະ
ກາດ ໃຫ້ແກ່ປະເທດໄນຈີ ເຣັຽ

"NigComSat-1" ເປັນດາວທຽມທີ່ເພື່ອການສື່ສານທາງໂທຣະສັບ, ອິນເທີເນັຕຄວາມ
ໄວສູງ ແລະ ການສົ່ງພາບໂທຣະທັດ ແຕ່ຫາກວ່າເມື່ອໜຶ່ງປີຕໍ່ມາກໍໃຊ້ການບໍ່ໄດ້ ອັນ
ເນື່ອງມາຈາກມີປັນຫາດ້ານເທັກນິກ ເຮັດໃຫ້ຕ້ອງສູນເສັຽງົປມານການລົງທຶນໄປເຖິງ
257 ລ້ານໂດລາ ຫລື 205 ລ້ານຢູໂຣ

ຕໍ່ມາໃນປີ 2008 ສປ ຈີນ ໄດ້ສ້າງແລະປ່ອຍດາວທຽມອີກໜ່ວຍໃໝ່ໃຫ້ແກ່ປະເທດເວ
ເນຊູເອລາ ຊື່ວ່າດາວທຽມ "Venesat-1" ມູນຄ່າການລົງທຶນ 241 ລ້ານໂດລາ

ເມື່ອວັນພະຫັດ 24 ກັນຍາຜ່ານມາ ຫລັງຈາກທີ່ໄດ້ພົບປະຫາລືກັນໃນໂອກາດເດີນທາງ
ມາຮ່ວມປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ທ່ານປະທານາທິບໍດີ ເອໂວ ໂມ
ຣາເລັສ ຂອງປະເທດໂບລີເວັຽ ກໍໄດ້ເປີດເຜີຍຕໍ່ຜູ້ສື່ຂ່າວວ່າ ສປ ຈີນ ໄດ້ຕົກລົງທີ່ຈະ
ໃຫ້ຄວາມຊ່ວຍເຫລືອແກ່ປະເທດຂອງທ່ານ ໃນການສ້າງແລະປ່ອຍດາວທຽມໂທຣະຄົມ
ມະນາຄົມຂຶ້ນສູ່ວົງໂຄຈອນໃນອາວະກາດ ຢ່າງຊ້າທີ່ສຸດໃນສາມປີຂ້າງໜ້າ

ຍຸກພົ້ນເດັ່ນ ດ້ານອາວະກາດ ຂອງ ສປ ຈີນ
ໃນຣະຍະຫລັງໆຫລາຍປີຜ່ານມານີ້ ເປັນທີ່ໜ້າສັງເກດໄດ້ວ່າ ສປ ຈີນ ມີການພັທນາ
ກ້າວໜ້າຢ່າງວ່ອງໄວທາງດ້ານອາວະກາດ ໂດຍການມີໜ້ານັບມື້ນັບຫລາຍຂຶ້ນເລື້ອຍໆ
ໃນຕລາດໂລກດ້ານດາວທຽມແລະ ເທັກໂນໂລຢີການປ່ອຍດາວທຽມ

ເມື່ອເດືອນມີນາຜ່ານມາກຸ່ມບໍຣິສັດ "Arianespace" ຍັກໃຫຍ່ແຫ່ງເທັກໂນໂລຢີການ
ປ່ອຍດາວທຽມຂອງຢຸໂຣບ ທີ່ມີສຳນັກງານໃຫຍ່ໃນປະເທດຝຣັ່ງເສດ ກໍເຖິງຂັ້ນຕົກຕະ
ລຶງເມື່ອຊາບຂ່າວວ່າ ບໍຣິສັດດາວທຽມ "Eutelsat" ທັງໆທີ່ເປັນບໍຣິສັດຂອງຢຸໂຣບ
ຕ້ອງຫັນໄປເລືອກເອົາບໍຣິສັດຂອງຈີນເປັນຜູ້ນຳດາວທຽມຂອງຕົນຂຶ້ນສູ່ອາວະກາດ
ແລະປ່ອຍເຂົ້າສູ່ວົງໂຄຈອນ ໂດຍລືມ "Arianespace" ໄປເລີຍ

"ພວກເຮົາບໍ່ຄັດຄ້ານແຕ່ຢ່າງໃດໃນປັນຫາຣາຄາຖືກຂອງການນຳໃຊ້ເທັກໂນໂລຢີຂອງ
ຈີນ ອັນເປັນຣາຄາທີ່ບໍ່ສອດຄ່ອງຫຍັງເລີຍກັບຄວາມເປັນຈິງໃນແງ່ມຸມເສຖກິດ" ທ່ານ
Jean-Yves Le Gall ປະ ທານຜູ້ອຳນວຍການໃຫຍ່ກຸ່ມບໍຣິສັດ "Arianespace" ໄດ້
ກ່າວຕໍ່ຜູ້ສື່ຂ່າວ

ແຕ່ທ່ານໄດ້ກ່າວຫາ "Eutelsat" ວ່າ ລະເມີດຫລັກການທີ່ວາງອອກໂດຍ ສຫຣ ອະເມ
ຣິກາ ທີ່ຫ້າມການຂາຍເທັກໂນໂລຢີຊັ້ນສູງ (Hi Tech) ໃຫ້ແກ່ປະເທດຄອມມິວິນສຕ໌

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU