ຄົ້ນຫາຂໍ້ມູນ

/ languages

Choisir langue
 

ປະເທດ ຟີລິບປີນ

໑໔໐ ຄົນເສັຽຊີວິດ ໓໒ ຫາຍສາບສູນ

ໂດຍ ສຸກວິໄລ ຊ. Soukvilay S.

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 28/09/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 28/09/2009 13:13 TU

ນັ່ງຄໍຕົກ ຢ່າງໝົດແຮງ ທີ່ຕ້ອງມາສູນເສັຽ ຢ່າງບໍ່ຄາດຄິດ ມາກ່ອນ<br />(ພາບ : Reuter)

ນັ່ງຄໍຕົກ ຢ່າງໝົດແຮງ ທີ່ຕ້ອງມາສູນເສັຽ ຢ່າງບໍ່ຄາດຄິດ ມາກ່ອນ
(ພາບ : Reuter)

ຕົວເລກລ້າສຸດ ຟີລິບປີນ ບົ່ງວ່າ ມີຜູ່ເສັຽຊີວິດ ໄປແລ້ວ ໑໔໐ ຄົນແລະອີກ ໓໒ ຄົນຫາຍສາບສູນ ພ້ອມດ້ວຍ ປະມານ ໕ ແສນຄົນ ໄດ້ເຄື່ອນທີ່ຫຼີບ່ອນ ຍ້ອນພັຍພາຍຸ ຫ່າຝົນ ກີສນາ ທີ່ໄດ້ເປັນເຫດໃຫ້ ນ້ຳຖ້ວມຢ່າງໜັກ ແບບບໍ່ເຄີຍມີ ມາກ່ອນ ນັບໄດ້ ໔໐ ປີຜ່ານມາ. ໃນມື້ນີ້ ຣັຖບານ ຟີລິບປີນ ໄດ້ປະກາດ ຂໍຄວາມຊ່ວຍເຫຼືອ ຈາກ ນາໆຊາດ ເພື່ອຮັບໜ້າ ຜົນສະທ້ອນ.

ຕອນເຊົ້າ ຂອງມື້ນີ້ ໄດ້ມີລາຍງານວ່າ ມີຜູ່ເສັຽຊີວີດ ເພີ່ມຂື້ນຮອດ ໑໐໐ ຄົນ ແຕ່ບໍ່ພໍເທົ່າໃດ໋ ຊົ່ວໂມງຕໍ່ມາ ທາງການ ຟີລິບປີນ ໄດ້ປະກາດ ລາຍງານໃໝ່ວ່າ ມີຜູ່ເສັຽຊີວິດ ໄປແລ້ວເຖີງ ໑໔໐ ຄົນແລະອີກ ໓໒ ຄົນຍັງຫາຍສາບສູນ. ນອກຈາກນີ້ ຍັງມີປະຊາຊົນເກືອບ ໕ ແສນຄົນ ໄດ້ເຄື່ອນທີ່ຫຼີບ່ອນ ສ່ວນເຮືອນ ຊານບ້ານຊ່ອງ ໃນກຸງມະນີລາ ປະມານ ໘໐ % ໄດ້ຮັບຄວາມເສັຽຫາຍ.

ຊາຍຄົນໜື່ງ ເກັບເຄື່ອງຂອງໄຊ້ ໃນຄົວເຮືອນ ເທົ່າທີ່ເກັບໄດ້ ອອກຈາກບ້ານເຮືອນ ທີ່ກະທົບ ພັຍນ້ຳຖ້ວມ (ພາບ : Reuters)

ຊາຍຄົນໜື່ງ ເກັບເຄື່ອງຂອງໄຊ້ ໃນຄົວເຮືອນ ເທົ່າທີ່ເກັບໄດ້ ອອກຈາກບ້ານເຮືອນ ທີ່ກະທົບ ພັຍນ້ຳຖ້ວມ (ພາບ : Reuters)

ພັຍພາຍຸຫ່າຝົນ ກີສນາ ໄດ້ແຜງລິດຂອງມັນ ເມື່ອວັນເສົາ ອັນເປັນເຫດ ເຮັດໃຫ້ ເກີດນ້ຳຖ້ວມຢ່າງໜັກ ທີ່ນະຄອນຫຼວງ ມະນີລາ ທີ່ມີ ປະຊາຊົນ ພົລເມືອງ ອາສັຍຢູ່ ໑໒ ລ້ານກວ່າຄົນນັ້ນ. ນັບໄດ້ວ່າ ພາຍຸຫ່າຝົນນ້ຳຖ້ວມ ຄັ້ງດັ່ງກ່າວ ເປັນພັຍພິບັດ ທີ່ປະເທດ ຟີລິບປີນ ບໍ່ເຄີຍປະສົບ ມາກ່ອນ ນັບໄດ້ ໔໐ ປີຜ່ານມາແລ້ວ.

ປະຊາຊົນ ຜູ່ປະສົບພັຍ ຢືນຕໍ່ຫາງ ຮັບການຊ່ວຍເຫຼືອ ຂອງເຄື່ອງໄຊ້ ອັນຈຳເປັນ (ພາບ : Reuters)

ປະຊາຊົນ ຜູ່ປະສົບພັຍ ຢືນຕໍ່ຫາງ ຮັບການຊ່ວຍເຫຼືອ ຂອງເຄື່ອງໄຊ້ ອັນຈຳເປັນ (ພາບ : Reuters)

ໃນມື້ນີ້ ໜ່ວຍກູ້ພັຍ ທີ່ປະກອບດ້ວຍ ກຳລັງທະຫານ ຍັງສືບຕໍ່ ຢ່າງ ຂມັກ ຂເມັ້ນ ການຊ່ວຍເຫຼືອ ດ້ວຍຄວາມຫວັງ ຈະພົບຜູ່ລອດຊີວິດ ໃນຂນະທີ່ ຝ່າຍຣັຖບານ ຟີລິບປີນ ໄດ້ປະກາດ ຂໍຄວາມຊ່ວຍເຫຼືອ ຈາກນາໆຊາດ ເພື່ອຮັບໜ້າ ຜົນສະທ້ອນ. ຣັຖມົນຕຣີ ກະຊວງປ້ອງກັນ ປະເທດ ໄດ້ ປະກາດ ອອກທາງ ໂທຣະພາບ ແຫ່ງຊາດວ່າ "ພວກເຮົາ ຂໍຮ້ອງຮຽນ ມາຍັງນາໆຊາດ ຈົ່ງໃຫ້ຄວາມຊ່ວຍເຫຼືອ ມະນຸສະທັມ ແກ່ ພວກເຮົາດ້ວຍ ທັງນີ້ເພື່ອເອື້ອອຳນວຍ ໃຫ້ພວກເຮົາສາມາດ ແກ້ໄຂບັນຫາ ຮັບໜ້າ ຜົນສະທ້ອນ ຈາກພັຍພິບັດ ຄັ້ງນີ້".

ສ່ວນຣັຖບານ ວຽດນາມ ກໍໄດ້ສັ່ງ ຍົກເລີກທ້ຽວບີນພາຍໃນ ທີ່ເຊື່ອມຕໍ່ ລະຫວ່າງ ເມືອງ ເຫວ້ ແລະ ດານັງ ພາກກາງ ເປັນເວລາ ໓໖ ຊົ່ວໂມງ ເພື່ອເປັນການ ປ້ອງກັນລ່ວງໜ້າ ເກງກົວວ່າ ລົມພາຍຸຫ່າຝົນ ກີສນາ ຈະພັດຜ່ານ ມາຍັງພາກກາງ ຂອງວຽດນາມ.

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU