ຄົ້ນຫາຂໍ້ມູນ

/ languages

Choisir langue
 

ເຍັຽຣະມັນ

ແມກເກີ່ນ ຊນະການເລືອກຕັ້ງ ແຕ່ຕ້ອງ ປະສົມ ກັບພັນທະມິຕ

ໂດຍ ບັນດານ ສີສຸນທອນ B. Sisounthone

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 28/09/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 28/09/2009 13:16 TU

ອັງເກນລ່າ ແມກເກີ່ນ ນາຍົກລັຖມົນຕຣີ ເຍັຽຣະມັນ Reuters

ອັງເກນລ່າ ແມກເກີ່ນ ນາຍົກລັຖມົນຕຣີ ເຍັຽຣະມັນ
Reuters

ພັກ ອານຸຣັກນິຍົມຂວາ ແນວໂຮມປະຊາທິປະຕັຍ ຄຣິສຕັງ CDU-CSU ຂອງຍານາງ ອັງເກນລ່າ ແມກເກີ່ນ ຊນະການເລືອກຕັ້ງ ສະພານິຕິບັນຍັດ 33,8%, ພັກສັງຄົມປະຊາທິປັຕ (ຊ້າຍ) SPD 23%, ພັກເສຣີ (ກາງ-ຂວາ) FDP 14,6%, ພັກຂຽວ 10,7% ແລະ ພັກຄອມມູຍນິດໃໝ່ (ດ່າຍ ລິ່ນເກ່ Die Linke) 11,9%.

ສລຸບແລ້ວ ພັກອານຸຣັກນິຍົມຂວາ ແນວໂຮມປະຊາທິປະຕັຍ ຄຣິສຕັງ CDU-CSU ໄດ້ 239 ບ່ອນນັ່ງ ສາມາດຈັດຕັ້ງ ລັຖະບານປະສົມ ກັບພັກ ເສຣີ ທີ່ເປັນພັນທະມິຕນັ້ນ ໄດ້ 93 ບ່ອນນັ່ງ ຂອງທັງໝົດ 622 ບ່ອນນັ່ງ.

 

ອັງເກນລ່າ ແມກເກີ່ນ ຈະຕ້ອງດຳເນີນຕຳແໜ່ງ ນາຍົກລັຖມົນຕຣີ ອີກ ສະມັຍນຶ່ງ 4 ປີ ແລະບໍ່ຈຳເປັນຕ້ອງປະສົມກັບ ພັກສັງຄົມປະຊາທິປັຕ (ຊ້າຍ) SPD ນັ້ນອີກ. ການເຈຣະຈາ ເພື່ອຈັດຕັ້ງຄນະລັຖບານປະສົມ ຄາດວ່າຈະເລີ້ມ ແຕ່ອາທິດໜ້ານີ້ໄປ.

 

ເພື່ອຈະໃຫ້ບັນລຸຜົນເຖີງການຕົກລົງນັ້ນ ສອງພັກປະສົມຈະຕ້ອງ ແກ້ ໄຂຂໍ້ຂັດແຍ້ງ ກ່ຽວກັບ ການປະຕິຮູບ ລະບົບພາສີ ແລະ ດ້ານສະທາ ຣະນະສຸກ, ນະໂຍບາຍສ້າງວຽກງານ ແລະ ຄວາມປອດພັຍພາຍໃນ.

 

ສ່ວນ ພັກສັງຄົມປະຊາທິປັຕ (ຊ້າຍ) SPD ນັ້ນ ພ່າຍແພ້ຢ່າງຂົມຂື່ນ ຫລັງຈາກໄດ້ ຮ່ວມປະສົມຢູ່ໃນຄນະລັຖະບານ ຊຸດແລ້ວນີ້ມາແລ້ວ ແລະ ຕໍ່ໄປນີ້ ກໍຈະກາຍເປັນຝ່າຍຄ້ານ.

 

ກ່ອນໜ້າການເລືອກຕັ້ງນັ້ນ ອັງເກນລ່າ ແມກເກີ່ນ 55 ປີ, ໄດ້ຮັບສຽງ ນິຍົມ ຫລາຍກວ່າ 60%, ຍານາງ ເປັນ ສັຕຣີ ທີ່ມີອິດທິພົນສູງ ໃນ ໂລກ ເປັນບຸດສາວຂອງ ຄຸນພໍ່ ປາສເຕີ ແລະ ໃຫຍ່ເຕີບໂຕ ພາຍໃຕ້ ລະບອບຄອມມູຍນິດ ໃນເຂດອະດີດ ເຍັຽຣະມັນຕາວັນອອກ ຈົນເຖີງ ກຳແພງ ແບກແລ່ງ ພັງທະລາຍ.  ໃນສມັຍ ນາຍົກລັຖມົນຕຣີ ແອນມຸຕ ໂກ່ນ, ຍານາງ ແມກເກີ່ນ ໄດ້ຖືກແຕ່ງຕັ້ງເປັນ ລັຖະຕຣີ ກິຈະການ ສະຕຣີ, ຫລັງຈາກນັ້ນ ເປັນ ລັຖະມົນຕຣີ ສະພາບແວກ ລ້ອມທັມມະຊາດ.

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU