ຄົ້ນຫາຂໍ້ມູນ

/ languages

Choisir langue
 

ສຖານະການ ຫລ້າສຸດ ທີ່ ວິທຍຸ RFI

ແຜນປະຕິຮູບ ຖືກສັ່ງໂຈ໊ະ ແຕ່ບໍ່ຖືກ ຍົກເລີກ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 29/09/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 29/09/2009 14:50 TU

ການອອກອາກາດຂອງ RFI ທີ່ບໍ່ເປັນປົກ
ກະຕິ ຕັ້ງແຕ່ວັນທີ 12 ພຶສພາ ທີ່ແລ້ວ
ຍ້ອນການຢຸດງານປະທ້ວງຂອງບັນດາພະ
ນັກງານແລະນັກຂ່າວ (ພາບ: RFI)

ການອອກອາກາດຂອງ RFI ທີ່ບໍ່ເປັນປົກ ກະຕິ ຕັ້ງແຕ່ວັນທີ 12 ພຶສພາ ທີ່ແລ້ວ ຍ້ອນການຢຸດງານປະທ້ວງຂອງບັນດາພະ ນັກງານແລະນັກຂ່າວ (ພາບ: RFI)

ເມື່ອວານນີ້ ວັນຈັນ 28 ກັນຍາ 2009
ສານອຸທອນຂອງນະຄອນຫລວງປາຣີສ໌
ໄດ້ພິຈາຣະນາ ການຟ້ອງຂອງ "CE
(Comité d'entreprise) ຊຶ່ງກໍຄື "ຄະ
ນະກັມມະບານຮ່ວມ" (Intersyndicat)
ນັ້ນເອງ ຊຶ່ງປະກອບໄປດ້ວຍ SNJ, S
NJ-CGT, FO, SNRT-CGT ທີ່ຂໍໃຫ້
ສານລົບລ້າງແຜນປະຕິຮູປທີ່ເອີ້ນວ່າ
"PSE" (Plan de sauvegarde de
l'emploi) ທີ່ສເນີໂດຍຄະນະອຳນວຍການ

ຫລ້າສຸດ ສານໄດ້ປະຕິເສດຄຳຂໍຮ້ອງນີ້ ແຕ່ໄດ້ທວງໃຫ້ຄະນະອຳນວຍການ ແກ້ໄຂແລະ
ປັບປຸງໃໝ່ໃນຫລາຍຈຸດ ໂດຍສະເພາະໃຫ້ຍົກເລີກ "ຣະຍະການລອງວຽກ" ສຳລັບຜູ້ທີ່
ຈະອອກຈາກ RFI ໄປເຮັດວຽກໜ້າທີ່ໃໝ່ ທີ່ຄະນະອຳນວຍການຈະຈັດຫາໃຫ້ ເພາະຖື
ວ່າເປັນພະນັກງານຖາວອນແລ້ວ ບໍ່ຈຳເປັນຕ້ອງມີຣະຍະທົດລອງວຽກອີກ

ນອກຈາກນີ້ສານອຸທອນຍັງໄດ້ສັ່ງໃຫ້ຄະນະອຳນວຍການຖືວ່ານັກຂ່າວພາສາຝຣັ່ງເສດ
ແລະ ພາສາຕ່າງປະເທດ ເປັນນັກຂ່າວທີ່ມີຖານະອັນໜຶ່ງອັນດຽວກັນ

ໃນຂນະທີ່ຄອຍຖ້າການແກ້ໄຂປ່ຽນແປງແຜນປະຕິຮູບໂດຍຄນະອຳນວຍການ ສານຍັງ
ໄດ້ສັ່ງໂຈ໊ະການປະຊຸມແຈ້ງການແລະປຶກສາຫາລືຂອງ "Comité d'entreprise"
ໝາຍວ່າກອງປະຊຸມລະຫວ່າງຄະນະອຳນວຍການແລະຕາງໜ້າກັມມະບານນັ້ນເອງ
ເພື່ອລົງມະຕິກ່ຽວກັບແຜນປະຕິຮູບ

ຄະນະກັມມະບານ ທີ່ເອີ້ນວ່າ "Intersyndicat" ຕີຄວາມວ່າ ການຕັດສິນຂອງສານອຸ
ທອນຄັ້ງນີ້ເປັນການສັ່ງໂຈະແຜນການປະຕິຮູບທັງໝົດ ແລະຈະຕ້ອງເລີ້ມຕົ້ນກັນໃໝ່ຕັ້ງ
ແຕ່ຈຸດສູນ

 ໃນຂະນະທີ່ຝ່າຍຄະນະອຳນວຍການນັ້ນ ໄດ້ປະກາດຮັບຮູ້ການຕັດສິນຂອງສານ ທີ່ປະຕິ
ເສດຄຳຮ້ອງຂອງຄະນະກັມມະບານ ໃຫ້ລົບລ້າງແຜນປະຕິຮູບທັງໝົດ ຄະນະອຳນວຍ
ການແຈ້ງວ່າຈະສະເໜີແຜນທີ່ປັບປຸງໃໝ່ຕາມທີ່ສານສັ່ງມາໃຫ້ໄວທີ່ສຸດເພື່ອໃຫ້ຂບວນ
ການປະຕິຣູບສິ້ນສຸດລົງໂດຍໄວ

ພ້ອມທັງສັນຍາອີກວ່າ ຄນະອຳນວຍການຈະມີການພິຈາຣະນາເປັນລາຍບຸກຄົນ ເພື່ອ
ຫາທາງອອກທີ່ດີທີ່ສຸດແລະມີມະນຸສຍະທັມທີ່ສຸດ

ອີກປະການໜຶ່ງ ພັກສັງຄົມນິຍົມຝ່າຍຄ້ານ ໄດ້ຕີຣາຄາວ່າຫລັງຈາກສານອຸທອນສັ່ງ
ໂຈະແຜນປະຕິຮູບທີ່ RFI ແລ້ວ ຣັຖບານຄວນເຂົ້າໄປກຳປັນຫານີ້ດ້ວຍຕົນເອງ ແລະ
ໃຫ້ຣັຖບານສັ່ງໃຫ້ຄນະອຳນວຍການຂອງ RFI ຍົກເລີກແຜນປະຕິຮູບທັງໝົດ

ການນັດຢຸດງານປະທ້ວງ ທີ່ເລີ້ມຕົ້ນມາຕັ້ງແຕ່ວັນທີ 12 ພຶສພາທີ່ແລ້ວ ເຮັດໃຫ້
ການອອກອາກາດຂອງວິທຍຸ RFI ບໍ່ເປັນປົກຕິ ຄນະກັມມະບານຮ່ວມ ໄດ້ທວງ
ໃຫ້ຄນະອຳນວຍການຍົກເລີກແຜນປະຕິຮູບທັງໝົດ


ຕາມແຜນດັ່ງກ່າວຜແນກພາສາຕ່າງປະເທດ 6 ພາສາ ຈະຖືກຍຸບ (ເຍີຣະມັນ,
ອາລບາເນັຽ, ໂປແລນດ໌, ເຊີຣ໌ບ-ໂຄຣອາຕ, ຕຸຣກີ, ແລະ ລາວ) ແລະ ຈະມີ
ການເອົາພນັກງານແລະນັກຂ່າວອອກ 206 ຄົນ ແຕ່ສ້າງຕຳແໜ່ງໃໝ່ຂຶ້ນມາ 34
ຕຳແໜ່ງ

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU