ຄົ້ນຫາຂໍ້ມູນ

/ languages

Choisir langue
 

ໄພພິບັດ ທັມມະຊາດ

ແຜ່ນດິນໄຫວ ໃຕ້ນໍ້າ ທີ່ອິນໂດນີເຊັຽ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 30/09/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 30/09/2009 13:54 TU

ສະພາບຄວາມເສັຽຫາຍສ່ວນໜຶ່ງຫລັງເກີດແຜ່ນດິນໄຫວໃຕ້ນໍ້າ ຕິດຕາມດ້ວຍຄື້ນຍັກ "ສຶນາມິ" ທີ່ເກາະ
ຊາມົວ ໃນມະຫາສມຸດແປຊີຟິກຕອນໃຕ້ (ພາບ: Reuters)

ສະພາບຄວາມເສັຽຫາຍສ່ວນໜຶ່ງຫລັງເກີດແຜ່ນດິນໄຫວໃຕ້ນໍ້າ ຕິດຕາມດ້ວຍຄື້ນຍັກ "ສຶນາມິ" ທີ່ເກາະ ຊາມົວ ໃນມະຫາສມຸດແປຊີຟິກຕອນໃຕ້ (ພາບ: Reuters)

ຫລັງເກີດແຜ່ນດິນໄຫວໃຕ້ນໍ້າ ຕິດຕາມດ້ວຍຄື້ນຍັກ ສຶນາມິ 5 ຄື້ນ ທີ່ເກາະ
"ຊາມົວ" (Samoa)  ໃນມະຫາສມຸດແປຊີຟິກຕອນໃຕ້ເມື່ອວານນີ້ (ອັງຄານ
29 ກັນຍາ) ແລະ ເຮັດໃຫ້ມີຜູເສັຽຊີວິດເຖິງ 113 ຄົນແລ້ວ ຕົກມາມື້ນີ້ ວັນ
ພຸດ 30 ກັນຍາ ກໍເກີດແຜ່ນດິນໄຫວໃຕ້ນໍ້າຕິດຕາມມາອີກ ທີ່ອ່າວຂອງເກາະ
ສຸມາຕຣາ ປະເທດອິນໂດນີເຊັຽ ແຕ່ສັນຍານເຕືອນໄພຄື້ນຍັກສຶນາມິ ບໍ່ລັ່ນ

ຄວາມແຮງ 7.9-Magnitude
ແຜ່ນດິນໄຫວໃຕ້ນໍ້າຫລ້າສຸດທີ່ອິນໂດນີເຊັຽ ອຸບັດຂຶ້ນເມື່ອເວລາ 10.16 ໂມງ ຂອງວັນ
ພຸດນີ້ຕາມເວລາມາຕຖານສາກົນ GMT ໂດຍມີຈຸດສູນກາງຂອງການສັ່ນສະເທືອນ ທີ່
ວັດໄດ້ 7.9-Magnitude ຢູ່ເລິກລົງໄປໃນ ພື້ນມະຫາສມຸດອິນເດັຽ 71 ກ.ມ. ຫ່າງ
ຈາກເມືອງ "ປາດັງ" ໃນແຂວງສຸມາຕຣາ ຂອງອິນໂດນີເຊັຽ ໄປທາງທິດຕະວັນຕົກສຽງ
ໃຕ້ 78 ກ.ມ. ເຮັດໃຫ້ຕຶກໃຫຍ່ຫລາຍຕຶກເພພັງແລະເກີດໄຟໄໝ້ ຕາມຣາຍງານຂ່າວ
ຫລ້າສຸດທີ່ພວກເຮົາໄດ້ຮັບ

ໃນຂະນະທີ່ພວກເຮົາລາຍງານຂ່າວຢູ່ນີ້ ສູນເຕືອນໄພສຶນາມິ ທີ່ເກາະຮາວາຍ ໄດ້ຍົກເລີກ
ການປະກາດ ເຕືອນໄພແລ້ວສຳລັບປະເທດຕ່າງໆ: ອິນໂດນີເຊັຽ ມາເລເຊັຽ ໄທຍ ແລະ
ອິນເດັຽ

ເມື່ອປີ 2004 ເຄີຍເກີດສຶນາມິມາແລ້ວຄັ້ງໜຶ່ງໃນຂົງເຂດເກາະສຸມາຕຣາ ມີຜູ້ເສັຽຊີວິດ
ຄັ້ງນັ້ນເຖິງກວ່າ 200 000 ຄົນໃນຫລາຍປະເທດຮິມຝັ່ງມະຫາສມຸດອິນເດັຽ ສະເພາະ
ໃນອິນໂດນີເຊັຽເອງເສັຽຊີວິດເຖິງ 168 000 ຄົນ

ແຕກຕື່ນອົລມ່ານ ທີ່ກວາລາລັມເປີ
ການສັ່ນສະເມືອນຂອງແຜ່ນດິນໄຫວໃຕ້ນໍ້າທີ່ອິນໂດນີເຊັຽຄັ້ງນີ້ ຮູ້ສຶກໄປໄກເຖິງກຸງກວາ
ລາລັມເປີ ເມືອງຫລວງຂອງປະເທດມາເລເຊັຽໃກ້ຄຽງ ຈົນບັນດາພນັກງານບໍຣິສັດ
ຕ່າງໆໃນຕຶກສູງໆ ຕ້ອງແຕກຕື່ນແລ່ນລົງຈາກຕຶກສູງສູ່ພື້ນດິນກັນຢ່າງອົລມ່ານ

ສຶນາມິ ທີ່ເກາະຊາມົວ
ກ່ອນໜ້ານີ້ ກໍໄດ້ເກີດແຜ່ນດິນໄຫວໃຕ້ນໍ້າມາແລ້ວ ແລະຕິດຕາມດ້ວຍຄື້ນຍັກ "ສຶນາມິ"
ທີ່ເກາະຊາມົວ ທີ່ກະທົບໄປເຖິງເກາະ "ຕົງກາ" ໃນມະຫາສມຸດແປຊີຟິກຕອນໃຕ້
ເຮັດໃຫ້ມີຜູ້ເສັຽຊີວິດ 113 ຄົນ ແລະ ບາດເຈັບຫລາຍຮ້ອຍຄົນ ຕາມຕົວເລກທີ່ພວກ
ເຮົາໄດ້ຮັບຫລ້າສຸດ

ແຜ່ນດິນໄຫວໃຕ້ນໍ້າຄັ້ງນີ້ ມີຄວາມແຮງໃນລະດັບ 8 Richter ໂດຍມີຈຸດສູນກາງຂອງ
ການສັ່ນສະເທືອນເລິກລົງໄປໃຕ້ນໍ້າ 18 ກ.ມ. ຫ່າງຈາກນະຄອນຫລວງ "ອາເປັຽ" ໄປ
ທາງຕະວັນຕົກສຽງໃຕ້ 200 ກ.ມ. ຫລື ຫ່າງຈາກ ກຸງ "ປາໂກປາໂກ" ເມືອງຫລວງ
ຂອງຊາມົວອະເມຣິກັນ ໄປທາງທິດຕະວັນຕົກສຽງໃຕ້ເຊັ່ນດຽວກັນ 190 ກ.ມ. ຕາມຂໍ້
ມູນຂອງສຖາບັນພູມສາດຂອງ ສຫຣ ອະເມຣິກາ(USGS) ທີ່ເກາະຮາວາຍ

ຄື້ນຍັກສູງ 11 ແມັດ
ຄວາມແຮງຂອງການສັ່ນສະເທືອນຂອງແຜ່ນດິນໄຫວໃຕ້ນໍ້າຄັ້ງນີ້ ເຮັດໃຫ້ເກີດປາກົດ
ການຄື້ນຍັກ "ສຶນາມິ" ຕິດຕາມມາທັນທີເຖິງ 5 ຄື້ນດ້ວຍກັນ

ກົງສຸນກິດຕິມະສັກອັງກິດ ທີ່ເກາະຊາມົວ ທ່ານສເຕເຟັນ ໂຣເຢີ ທີ່ຢູໃນເຫດການ ໄດ້
ກ່າວຕໍ່ຜູ້ສື່ຂ່າວວ່າ ທ່ານຮູ້ສຶກວ່າການສັ່ນສະເທືອນຮຸນແຮງທີ່ສຸດ ຫລັງຈາກນັ້ນປະ
ມານ 20 - 30 ນາທີ ກໍເກີດຄື້ນ "ສຶນາມິ" ຕິດຕາມມາ ມີຄວາມສູງເຖິງ 11 ແມັດ ທີ່
ໄຫລເຂົ້າແຜ່ນດິນໃນຣະຍະ 500 – 700 ແມັດ ຈາກຝັ່ງ

ຕາຍ 7 ທີ່ເກາະຕົງກາ
ຫລັງຈາກເກີດໄພພິບັດຄັ້ງນີ້ແລ້ວ ຣັຖບານຂອງປະເທດນິວຊີແລນດ໌ ໄດ້ສແດງ
ຄວາມວິຕົກກັງວົນ ທັງນີ້ເພາະຄື້ນ "ສຶນາມິ" ສູງເຖິງສີ່ແມັດ ໄດ້ຊັດເຂົ້າມາເຖິງ
ເກາະຕົງກາໃກ້ຄຽງ ເຮັດໃຫ້ມີຜູ້ເສັຽຊີວິດ 7 ຄົນ ຕາມຂໍ້ມູນຂອງຣັຖບານຕົງກາ

ໂອບາມາ ປະກາດ ພາວະໄພພິບັດ
ເກາະຊາມົວໃນມະຫາສມຸດແປຊີຟິກຕອນໃຕ້ ແບ່ງອອກເປັນສອງເກາະຂນາດຄິມ
ມິມຄືຊາມົວອະເມຣິກັນ 200 ກ.ມ. ມົນທົນ ມີພົລເມືອງ 65 000 ຄົນ ແລະ ຊາມົວ
ຕະວັນຕົກ (ເອກຣາດຕັ້ງແຕ່ປີ 1962) 2600 ກ.ມ.ມົນທົນ ມີພົນລະເມືອງ 220
ພັນຄົນ

ດັ່ງນັ້ນ ທ່ານປະທານາທິບໍດີອະເມຣິກັນ ບາຣັກ ໂອບາມາ ຈຶ່ງໄດ້ປະກາດພາວະ
ໄພພິບັດສຳລັບເກາະຊາມົວອະເມຣິກັນ ພ້ອມອອກຄຳສັ່ງໃຫ້ເຮືອບິນ C-130 ຂົນ
ເຄື່ອງບັນເທົາທຸກຈາກເກາະຮາວາຍ ໄປໃຫ້ຄວາມຊ່ວຍເຫລືອແດ່ປະຊາຊົນຜູ້ຮັບ
ເຄາະແລ້ວ

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU