ຄົ້ນຫາຂໍ້ມູນ

/ languages

Choisir langue
 

ສຫພ ຢຸໂຣບ / ສົນທິສັນຍາ ລິສບອນ

ຊາວໄອຣ໌ແລນດ໌ ອອກສຽງປະຊາມະຕິ ຄັ້ງທີ່ສອງ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 02/10/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 02/10/2009 12:58 TU

ການຊຸມນຸມ ທີ່ກຸງປຣ໊າກ ສາທາຣະນະຣັດເຊັກສ໌ ເມື່ອເດືອນກັນຍາທີ່ແລ້ວ ເພື່ອໂນ້ມນ້າວໃຫ້ຊາວ
ໄອຣ໌ແລນດ໌ ອອກສຽງປະຊາມະຕິເທື່ອທີສອງ ຄັດຄ້ານສົນທິສັນຍາ "ລິສບອນ" (ພາບ: Reuters)

ການຊຸມນຸມ ທີ່ກຸງປຣ໊າກ ສາທາຣະນະຣັດເຊັກສ໌ ເມື່ອເດືອນກັນຍາທີ່ແລ້ວ ເພື່ອໂນ້ມນ້າວໃຫ້ຊາວ ໄອຣ໌ແລນດ໌ ອອກສຽງປະຊາມະຕິເທື່ອທີສອງ ຄັດຄ້ານສົນທິສັນຍາ "ລິສບອນ" (ພາບ: Reuters)

ພົລເມືອງຊາວໄອຣ໌ແລນດ໌ກວ່າ 3 ລ້ານຄົນ ຜູ້ມີສິດອອກສຽງເລືອກຕັ້ງ ໃຊ້
ສິດປະຊາທິປະໄຕຂອງ ຕົນໃນມື້ນີ້ (ສຸກ 2 ຕຸລາ 2009) ອອກສຽງປະຊາມະ
ຕິເທື່ອທີສອງ ເພື່ອຕັດສິນຊີ້ຂາດວ່າ ຈະຮັບຮອງ ຫລື ບໍ່ຮັບຮອງ "ສົນທິສັນ
ຍາ "ລິສບອນ"

ກ່ອນອື່ນ ເຮົາຕ້ອງເຂົ້າໃຈວ່າ "ສົນທິສັນຍາ Lisbonne" ແມ່ນສົນທິສັນຍາທີ່ຄ້າຍຄືກັນ
ກັບທັມມະນູນ ຂອງສະຫະພາບຢຸໂຣບ ຊຶ່ງຍັງເປັນພຽງຮ່າງ ບໍ່ທັນມີຜົນບັງຄັບໃຊ້ໄດ້ເທື່ອ
ອັນເນື່ອງມາຈາກຍັງບໍ່ໄດ້ຮັບການໃຫ້ສັຕຍາບັນຢ່າງຄົບຖ້ວນຈາກ 27 ປະເທດສະມາຊິກ

ຈົນຮອດດຽວນີ້ ຍັງເຫລືອພຽງສາມປະເທດເທົ່ານັ້ນ ທີ່ຍັງບໍ່ໄດ້ໃຫ້ສັຕຍາບັນ ນອກຈາກ
ສາທາຣະນະຣັດໄອຣ໌ແລນດ໌ແລ້ວ ກໍມີສາທາຣະນະຣັດເຊັກສ໌ ແລະ ໂປແນດ໌

ປະຊາຊົນຊາວໄອຣ໌ແລນດ໌ ອອກສຽງປະຊາມະຕິຄັ້ງນີ້ ເປັນຄັ້ງທີ່ສອງ ຫລັງຈາກທີ່ຄັ້ງ
ທຳອິດເມື່ອເດືອນມິຖຸນາ ປີ 2008 ໄດ້ອອກສຽງປະຕິເສດໄປແລ້ວ ຊຶ່ງໄດ້ເຮັດໃຫ້ ສຫພ
ຢຸໂຣບ ເສັຽໜ້າ ແລະຂາດຄວາມເຊື່ອຖືໄປຫລາຍພໍສົມຄວນ ໃນຖານະທີ່ວ່າບໍ່ສາມາດ
ວາງກົດເກນ ຫລືວ່າ ທັມມະນູນ ຂອງຕົນອອກມາເປັນຂໍ້ບັງຄັບໃຊ້ໄດ້

ຣັຖບານແຫ່ງກຸງດັບລິນ ໝາຍໝັ້ນປັ້ນມືຈະກູ້ກຽດຄືນມາໃຫ້ໄດ້ໃນການອອກສຽງປະຊາ
ມະຕິຄັ້ງນີ້ ຈາກຜົນຂອງການຢັ່ງສຽງປະຊາຊົນ ທີ່ປະກາດອອກມາຫລ້າສຸດ ກ່ອນການ
ອອກສຽງປະຊາມະຕິໃນມື້ນີ້ ຊີ້ໃຫ້ເຫັນວ່າ ລະຫວ່າງ 48 – 68% ເຫັນພ້ອມ ຈະອອກ
ສຽງຮັບຮອງເອົາ ມີພຽງ 17 – 33% ເທົ່ານັ້ນ ທີ່ສແດງເຈຕນາຈະອອກສຽງຄັດຄ້ານ

ໃນການອອກສຽງປະຊາມະຕິເມື່ອວັນທີ 12 ມິຖຸນາ ປີ 2008 ຊາວໄອຣ໌ແລນດ໌ ໄດ້ອອກ
ສຽງເຖິງ 53,2% ປະຕິເສດ ບໍ່ຍອມຮັບເອົາສົນທິສັນຍາລິສບອນ

ແຕ່ຫລັງຈາກທີ່ມີການເຈຣະຈາຕໍ່ລອງກັບຄນະກັມມາທິການຢຸໂຣບແລ້ວ ຣັຖບານແຫ່ງ
ກຸງດັບລິນຕົກລົງ ຈະສເນີໃຫ້ຊາວໄອຣ໌ແລນດ໌ ອອກສຽງປະຊາມະຕິເປັນເທື່ອທີສອງ

ແຕ່ສົນທິສັນຍາຕ້ອງມີຂໍ້ຍົກເວັ້ນ ຫລາຍຂໍ້ ຊຶ່ງເຄີຍເປັນສາເຫດຂອງການປະຕິເສດໃນ
ການອອກສຽງປະຊາມະຕິຄັ້ງທີໜຶ່ງ ເພາະໄປແຕະຕ້ອງເຖິງລັກສນະພິເສດຂອງຊາວ
ໄອຣ໌ແລນດ໌ຫລາຍຢ່າງ

ຂໍ້ຍົກເວັ້ນທີ່ກ່າວມີ: ສາທາຣະນະຣັດໄອຣ໌ແລນດ໌ ທີ່ປະຊາຊົນສ່ວນໃຫຍ່ນັບຖືສາສນາ
ແຄທໍລິກ ຈະ ຕ້ອງຍັງຄົງຫ້າມການແທ້ງລູກຕໍ່ໄປໄດ້ ກອງທັບຂອງໄອຣ໌ແລນດ໌ຕ້ອງ
ຍັງຄົງສາມາດຮັກສາຄວາມເປັນກາງຕໍ່ໄປໄດ້ ສາທາຣະນະຣັດໄອຣ໌ແລນດ໌ຕ້ອງຍັງ
ຄົງຮັກສາລະບົບພາສີລາຍໄດ້ ໃນລະດັບຕໍ່າຕໍ່ໄປໄດ້ ແລະ ສາທາຣະນະຣັດໄອຣ໌ແລນດ໌
ຕ້ອງມີກັມມາທິການ "Commissioner" ຫລື "Commissaire" ຂອງຕົນໃນຄະນະ
ກັມມາທິການຢຸໂຣບສເມີ ທີ່ເພີ່ນເອີ້ນກັນວ່າ "European Commission" ຕໍ່ໄປ

ສາທາຣະນະຣັດໄອຣ໌ເປັນພຽງປະເທດດຽວຂອງສະຫະພາບຢຸໂຣບ ທີ່ກົດໝາຍບັງຄັບ
ວ່າ ການໃຫ້ສັຕຍາບັນ ສົນທິສັນຍາຂອງສະຫະພາບນັ້ນ ຈະຕ້ອງຜ່ານການອອກສຽງ
ປະຊາມະຕິເທົ່ານັ້ນ ໃນຂນະທີ່ປະເທດສະມາຊິກອື່ນໆ 26 ປະເທດ ຈະໃຫ້ສັຕຍາບັນ
ໂດຍການອອກສຽງຂອງສະພາກໍໄດ້ ຫລື ອອກສຽງປະຊາມະຕິ ກໍໄດ້ ແລ້ວແຕ່ຣັຖ
ບານຈະຕັດສິນໃຈເລືອກວິທີໃດ

ຜົນຂອງການອອກສຽງປະຊາມະຕິຢ່າງເປັນທາງການ ຈະຖືກປະກາດອອກໃນມື້ອື່ນ
ວັນເສົາ ທີ່ 3 ຕຸລາ 2009

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU