ຄົ້ນຫາຂໍ້ມູນ

/ languages

Choisir langue
 

ອີນໂດເນເຊັຽ/ແຜ່ນດີນໄຫວ

ດ້ວຍຄວາມຫວັງ ພົບຜູ້ລອດຊີວິດ

ໂດຍ ສຸກວິໄລ ຊ. Soukvilay S.

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 03/10/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 03/10/2009 15:13 TU

ແຜນທີ່ ອີນໂດເນເຊັຽ. ເສັ້ນວົງມົນສະທ້ອນ ຄື ເກາະສຸມັດທຣາ ທີ່ເກີດແຜ່ນດີນໄຫວ (ພາບ : Flickr)

ແຜນທີ່ ອີນໂດເນເຊັຽ. ເສັ້ນວົງມົນສະທ້ອນ ຄື ເກາະສຸມັດທຣາ ທີ່ເກີດແຜ່ນດີນໄຫວ (ພາບ : Flickr)

ຫັຼງຈາກ ໓ ມື້ ແຫ່ງເຫດແຜ່ນດີນໄຫວ ທີ່ເກາະ "ສຸມັດທຣາ" ໜ່ວຍກູ້ພັຍ ທັງຕ່າງປະເທດ ແລະອີນໂດເນເຊັຽເອງ ກຳລັງ ພະຍາຍາມ ຊອກຊ່ວຍເຫຼືອ ຜູ້ລອດຊີວິດ ຊື່ງທາງສຫະປະຊາຊາດ ຄາຄເນວ່າ ອາດມີເຖີງ ໔ ໐໐໐ ກໍອາດເປັນໄດ້. ສ່ວນການຊ່ວຍ-ເຫຼືອຈາກຕ່າງປະເທດ ກຳລັງທະຍອຍກັນໄປຮອດ ອີນໂດເນເຊັຽ ແລ້ວ ໃນມື້ນີ້.

ໜ່ວຍກູ້ພັຍ ກຳລັງສືບຕໍ່ ການຊ່ວຍເຫຼືອ ຜູ່ໄດ້ຮັບເຄາະ ຢ່າງຂມັກຂເມັ້ນ ໃນມື້ນີ້ ໂດຍສເພາະທີ່ "ປາດັງ" ເມືອງຊາຍທະເລ ທີ່ມີພົລເມືອງ ອາສັຍຢູ່ ປະມານ ໙໐໐ ໐໐໐ ຄົນ ແລະທີ່ເປັນເມືອງ ທີ່ໄດ້ຮັບຜົນກະທົບ ຢ່າງ ໜັກໜ່ວງ.

ອົງການ ສຫະປະຊາຊາດ ຄາດເນວ່າ ອາດຍັງມີ ປະຊາຊົນທີ່ຖືກຂັງ ຢູ່ໃນຊາກເຮືອນຊານ ຫຼືຜົ້ງດີນ ເຖີງ ໔ ໐໐໐ ຄົນກໍອາດເປັນໄດ້. ທ່ານ ແອນລ໌-ໝົດສະຕາຟາ ບັງລຳລີ ຜູ່ປະສານງານ ຊ່ວຍເຫຼືອມະນຸສທັມ ຂອງສຫະປະຊາຊາດ ປະຈຳພື້ນທີ່ ໄດ້ ຖແລງຕໍ່ຜູ່ສື່ຂ່າວ ໃນມື້ນີ້ວ່າ : "ພວກເຮົາ ຄາດເນວ່າ ຍັງມີ ຜູ່ຄອຍການຊ່ວຍຊີບຢູ່ ຕາມຊາກສລັກພັງ ຫຼືຕາມຜົ້ງດີນ ໓ ໐໐໐ ຫາ ໔ ໐໐໐ ຄົນກໍອາດເປັນໄດ້". ໂດຍທ່ານໄດ້ ອະທິບາຍ ດ້ວຍຄວາມຫວັງ ຕື່ມອີກວ່າ "ໂດຍປົກກະຕິແລ້ວ ມະນຸດ ທີ່ຖືກຂັງ ຕາມຊາກສລັກພັງ ຫຼືຕາມຜົ້ງດີນ ເຖີງຈະມີປ່ອງ ຫາຍໃຈ ພຽງເລັກນ້ອຍກໍຕາມ ກໍຈະສາມາດ ມີຊີວິດຢູ່ໄດ້ ປະມານ ໕ ມື້ຫັຼງເກີດ ເຫດ ແຜ່ນດີນໄຫວ.
ດ້ານຜູ່ຮັບຜິດຊອບ ຂັ້ນສູງ ຂອງອົງການ "ສະພາກາແດງ" ແລະ ອົງການ "ສ້ຽວເດືອນແດງ" ທ່ານ ບ໊ອບ ມັກເຄໂຣວ໌ ກໍໄດ້ຄາຄເນ ຜູ່ອາດຍັງມີຊີວິດ ຄອຍການຊ່ວຍຊີບ ດ້ວຍຈຳນວນດຽວກັນ ກໍຄືອາດມີ ເຖີງ ໔ ໐໐໐ ຄົນ ແຕ່ດ້ວຍຄວາມຫວັງ ແຮງກວ່າ ເພາະ ໄດ້ ອະທິບາຍ ວ່າ ຜູ່ປະສົບ ເຫດການແຜ່ນດີນໄຫວ ທີ່ຖືກຂັງ ຕາມຊາກສລັກພັງ ຫຼື ຕາມຜົ້ງດີນ ຖ້າຈະມີປ່ອງ ຫາຍໃຈ ພຽງເລັກນ້ອຍ ຈະສາມາດ ຄົງຊີວິດ ຢູ່ໄດ້ ເຖີງ ໗ ມື້ ຫັຼງເຫດການ.

ເຫດແຜ່ນດີນໄຫວ ໄດ້ເກີດຂື້ນເມື່ອ ວັນພຸດ ໃສ່ເກາະ ສຸມັດທຣາ ດ້ວຍຄວາມແຮງ ເຖີງ ໗,໖ ຂີດ ຂອງເຄື່ງວັດແທກ ຣີສແຕ໊ກ ໙ ຂີດ. ການສັ່ນສະເທືອນຂອງມັນ ຮູ້ສຶກໄປຮອດເຖີງ ສີງກະໂປ ແລະ ມາເລເຊັຽ. ຮອດແລງວານນີ້ ທາງການອີນໂດເນເຊັຽ ໃຫ້ຕົວເລກວ່າ ມີຜູ່ເສັຽຊີວິດ ໗໗໗ ຄົນ. ໃນຂນະທີ່ ທາງອົງການ ສຫະປະຊາຊາດ ຄຳນວນ ຕົວເລກ ໃໝ່ ໃນມື້ນີ້ວ່າ ມີຜູ່ເສັຽຊີວິດ ໑ ໑໐໐ ຄົນ. ທີ່ເມືອງ "ປາດັງ" ທີ່ໄດ້ຮັບ ຜົນກະທົບ ຢ່າງຊື້ງໜ້າຄັ້ງດັ່ງກ່າວ ນອກຈາກ ໄດ້ຮັບຄວາມ ເສັຽຫາຍ ດ້ານມະນຸດແລ້ວ ກໍຍັງໄດ້ຮັບ ຄວາມເສັຽຫາຍ ດ້ານວັຖຸ ຊື່ງຍັງຄາດ ຄຳນວນ ເປັນຕົວເລກບໍ່ທັນໄດ້ເທື່ອ.

ຢ່າງໃດ໋ກໍດີ ໃນມື້ນີ້ກໍປາກົດເຫັນ ການລຳລຽງ ຂົນສົ່ງການຊ່ວຍເຫຼືອ ຈາກຕ່າງປະເທດ ໄປຮອດໄປເຖີງ ຕື່ມອີກ. ຕາມການລາຍງານ ຂອງ ສຳນັກງານແຫ່ງຊາດ ວ່າດ້ວຍການ ການຮັບຜິດຊອບ ເຫດການ ພັຍພິບັດ ຈາກທຳມະຊາດ ແລ້ວ ມີ ໑໔ ປະເທດໄດ້ສົ່ງອຸປກອນ ແລະ ກຳລັງໜ່ວຍກູ້ພັຍ ໄປຊ່ວຍ ຊອກຜູ່ລອດຊີວິດ. ໃນຂນະທີ່ ບັນດາປະເທດ ອົສຕຣາລີ, ຍີ່ປຸ່ນ, ສີງກະໂປ ແລະເກົາຫຼີໃຕ້ ກໍໄດ້ສົ່ງ ຄນະຊ່ຽວຊານ ຍຸດທະສາດຊ່ວຍຊີບ ໄປອີນໂດເນເຊັຽ ແລ້ວໃນມື້ນີ້.
ສ່ວນປະເທດຝຣັ່ງ ກໍໄດ້ສົ່ງ ຊ່ຽວຊານ ດ້ານຄວາມປອດພັຍພົລເຮືອນ ຊ່ວຍເຫຼືອມະນຸສທັມ ໗໕ ຄົນ ພ້ອມດ້ວຍອຸປກອນ ແລະເຄື່ອງໄຊ້ ຊ່ວຍເຫຼືອ ຈຳເປັນ ໃນປະຣິມານ ໒໕ ໂຕນ ໄປອີນໂດເນເຊັຽ ແລ້ວ ຕັ້ງແຕ່ ມື້ຄືນ ຜ່ານມາ. ຕາມການ ແຈ້ງໃຫ້ຊາບ ຂອງທ່ານ ແບ໊ກນາກ ຄຸສແນ໊ກ ຣັຖມົນຕຣີ ກະຊວງການຕ່າງປະເທດ ຝຣັ່ງ ໃນມື້ນີ້.

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU