ຄົ້ນຫາຂໍ້ມູນ

/ languages

Choisir langue
 

ອ໊ຽກລັງດ໌/ລົງປະຊາມັດຕິ ຄັ້ງທີ ໒

໖໗ % ຮັບສົນທິສັນຍາ ລີສບອນ

ໂດຍ ສຸກວິໄລ ຊ. Soukvilay S.

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 04/10/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 04/10/2009 13:50 TU

ຝ່າຍ ສນັບສນູນ ສົນທິສັນຍາ ດີໃຈຢ່າງໃຫ່ຽ ທີ່ໄດ້ສຽງສ່ວນຫຼາຍ (ພາບ : Reuters)

ຝ່າຍ ສນັບສນູນ ສົນທິສັນຍາ ດີໃຈຢ່າງໃຫ່ຽ ທີ່ໄດ້ສຽງສ່ວນຫຼາຍ (ພາບ : Reuters)

ຫຼັງຈາກ ໄດ້ປະຕິເສດ ເມື່ອ ໑໔ ເດືອນກ່ອນ ການລົງປະຊາມັດຕິ ຄັ້ງທີສອງ ນີ້ປາກົດອອກມາ ເປັນທີ່ເພີ່ງພໍໃຈ ຂອງຣັຖບານ ເພາະ ປະຊາຊົນຊາວ ອ໊ຽກລັງດ໌ ໄດ້ຕັດສີນໃຈຕອບດ້ວຍການ ເຫັນພ້ອມ ຮັບເອົາ ສົນທິສັນຍາ ລີສບອນ ໂດຍຕັ້ງຄວາມຫວັງວ່າ ສຫະພາບ ເອີຣົປ ຈະຊ່ວຍດືງອອກຈາກ ວິກິດການ ເສຖກິດ.

ຊາວ ອ໊ຽກລັງດ໌ ໄດ້ສແດງການ ຮັບຮູ້ ສົນທິສັນຍາ ເອີຣົປ ຢ່າງແຈ້ງ ຂາວ ດ້ວຍການຮັບເອົາ ສົນທິສັນຍາ ລີສບອນ ດ້ວຍອັດຕຣາສ່ວນ ທີ່ສູງ ເຖີງ ໖໗,໑໓ % ອັນເປັນປາກົດການ ແບບບໍ່ເຄີຍມີມາກ່ອນ ນັບຕັ້ງແຕ່ ການ ລົງປະຊາມັດຕິ ສົນທິສັນຍາ ມ໊າດສຕຣິກ ເມື່ອປີ ໑໙໙໒.

ຜົນການລົງປະຊາມັດຕິ ເມື່ອວັນສຸກ ທີ ໒ ຕຸລາ ຄັ້ງນີ້ ແມ່ນຊີ້ໃຫ້ເຫັນ ການປ່ຽນແນວຄິດ ການມອງ ກຸ່ມກ້ອນ ສຫະພາບເອີຣົປ ໃນມູມໃໝ່ ຂອງຊາວ ອ໊ຽກລັງດ໌. ເມື່ອຕອນ ລົງປະຊາມັດຕິ ວ່າດ້ວຍສົນທິສັນຍາ ລີສບອນ ຄັ້ງແລກ ຄືເມື່ອວັນທີ ໑໒ ມິຖຸນາ ໒໐໐໘ ນັ້ນ ຊາວ ອ໊ຽກລັງດ໌ ໄດ້ຕອບປະຕິເສດ ໃນອັດຕຣາ ໕໓,໔ %. ອັນໝາຍຄວາມວ່າ ມາຄາວນີ້ ຊາວ ອ໊ຽກລັງດ໌ ເຖີງ ໒໐ % ໄດ້ຫັນປ່ຽນແນວທາງ ມາສແດງການ ເຫັນພ້ອມ ອັນເປັນການຊີ້ໃຫ້ເຫັນວ່າ ຊາວ ອ໊ຽກລັງດ໌ ຕັ້ງຄວາມຫວັງ ວ່າ ສຫະພາບເອີຣົປ ຈະຊ່ວຍດືງອອກຈາກ ວິກິດການ ເສຖກິດ ທີ່ ອ໊ຽກລັງດ໌ ກຳລັງໄດ້ຮັບການກະທົບ ຢ່າງໜັກຢູ່ນັ້ນ.
"ເມື່ອປີກາຍນີ້ ຜູ່ອອກສຽງ ຫາກໍ່ເລີ່ມເຂົ້າໃຈວ່າ ເສຖກິດກຳລັງ ປ່ຽນແປງ ບໍ່ເໝືອນປີນີ້ ທີ່ຊາວ ອ໊ຽກລັງດ໌ ໄດ້ເຫັນ ໄດ້ເຂົ້າໃຈ ແລະ ໄດ້ຊີມລົດຊາດ ວິກິດການເສຖກິດ ຢ່າງຈັງໜ້າເລີຍ ກໍຈື່ງພາກັນ ຕັ້ງ ຄວາມຫວັງມາວ່າ ການສມັກສມານ ກັບພາຄີ ສຫະພາບ ຈະເປັນການ ຊົດຊ່ວຍ ໃຫ້ເສຖກິດຊາດ ຫຼຸດພົ້ນອອກຈາກ ວິກິດການ" ນີ້ແມ່ນ ບົດຂ່າວ ຂອງສື່ສານມວນຊົນ ຊ່ຽວຊານ ເສຖກິດ "ສູນເດ ບືສແນສ໌ ໂປສຕ໌" ທີ່ໄດ້ອະທິບາຍ ຕື່ມອີກວ່າ : "ການກ້າວສູ່ ວິກິດການ ເສຖກິດ ຂອງປະເທດ ອ໊ຽກລັງດ໌ ໄດ້ເປັນປັດໃຈ ຊຸກຍູ້ໃຫ້ປະຊາຊົນ ຕັດສີນໃຈ. ຖ້າຈະອອກສຽງຄັດຄ້ານ ຢ້ານວ່າ ນັກລົງທືນ ຕ່າງປະເທດ ຈະຖອນໂຕ ຊື່ງແນ່ນອນທີ່ສຸດວ່າ ມັນຈະສົ່ງຜົນສະທ້ອນ ໂດຍກົງ ໃສ່ວຽກເຮັດງານທຳ".

ທົບທວນໃຫ້ຊາບຕື່ມອີກວ່າ ການການຄາດຄຳນວນ ຂອງຣັຖບານ ອ໊ຽກລັງດ໌ ແລ້ວ ໃນທ້າຍປີນີ້ ຈຳນວນຊາວ ອ໊ຽກລັງດ໌ ຜູ່ຫວ່າງງານ ຈະເພີ່ມທະວີຂື້ນ ເຖີງ ສາມເທົ່າໂຕ ເມື່ອທຽບໃສ່ ຈຳນວນຄົນຫວ່າງ ງານ ຕອນຕົ້ນປີຜ່ານມາ. ເມື່ອຕອນລົນນະຣົງ ຂົນຂວາຍ ຝ່າຍ ສນັບສນູນ ສົນທິສັນຍາ ກໍໂຄສະນາ ປ່າວປະກາດ ສຽງດັງກ້ອງວ່າ "ອອກສຽງເຫັນພ້ອມ ສົນທິສັນຍາເອີຣົປ ຄືການຮັກສາວຽກເຮັດງານທຳ".

ຢ່າງໃດ໋ກໍດີ ສຳລັບ ຣັຖບານ ຂອງນາຍົກ ບຣາຍອັງ ໂກເວ໊ນ ແລ້ວ ການທີ່ ສົນທິສັນຍາ ລີສບອນ ຖືກຮັບຮູ້ ນີ້ ແມ່ນໝາຍເຖີງ ໄຊຊນະ ອັນໃຫ່ຽໂຕ. ເພາະນັ້ນ ໝາຍຄວາມວ່າ ທ່ານມີຄວາມສາມາດ ບັງຄັບໃຫ້ ປະຊາຊົນ ມາອອກສຽງ ເປັນຄັ້ງທີ່ສອງ ແລະການທີ່ ປະສົບຜົນສຳເຣັດ ຢ່າງ ງົດງາມ ດ້ວຍໄຊຊນະ ຢ່າງຖ້ວມລົ້ນ ໄດ້ອຳນວຍໃຫ້ທ່ານ ຫຼີ້ກ ວິກິດການ ການເມືອງ ໄປໃນໂຕ ຄືເອື້ອອຳນວຍໃຫ້ ທ່ານ ສາມາດ ຮັກສາ ຕຳແໜ່ງສືບຕໍ່ໄປ.

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU