ຄົ້ນຫາຂໍ້ມູນ

/ languages

Choisir langue
 

ສປປ ລາວ / ພາຍຸໃຕ້ຝຸ່ນ "ເກສນາ"

ການຊ່ວຍເຫລືອ ເລີ້ມເຂົ້າເຖິງ ຜູ້ຮັບເຄາະ ເລື້ອຍໆ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 05/10/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 05/10/2009 10:05 TU

ນໍ້າເຊກອງໃນແຂວງຊື່ດຽວກັນ ໃນພາກໃຕ້ຂອງລາວ ລົ້ນຝັ່ງເຂົ້າຖ້ວມບ້ານເຮືອນແລະໄຮ່ນາຕາກ້າ
ຂອງປະຊາຊົນ ເຮັດໃຫ້ມີການເສັຽຫາຍໜັກ ທັງຊີວິດແລະຊັບສິນ (ພາບ: Flickr.com)

ນໍ້າເຊກອງໃນແຂວງຊື່ດຽວກັນ ໃນພາກໃຕ້ຂອງລາວ ລົ້ນຝັ່ງເຂົ້າຖ້ວມບ້ານເຮືອນແລະໄຮ່ນາຕາກ້າ ຂອງປະຊາຊົນ ເຮັດໃຫ້ມີການເສັຽຫາຍໜັກ ທັງຊີວິດແລະຊັບສິນ (ພາບ: Flickr.com)

ການຊ່ວຍເຫລືອທາງດ້ານມະນຸສຍະທັມໄດ້ເລີ້ມທະຍອຍເຂົ້າໄປເຖິງແຂວງອັຕປື
ເລື້ອຍໆຕັ້ງແຕ່ມື້ວານນີ້ ວັນອາທິດ ທີ 4 ຕຸລາ ຫລັງຈາກທີ່ພາຍຸໃຕ້ຝູ່ນ
"ເກສນາ"  ໄດ້ພັດຜ່ານ ເຂົ້າໄປ ເມື່ອສັປດາ ຜ່ານມາ ເຮັດໃຫ້ມີຜູ້ເສັຽຊີວິດ
ໃນຫລາຍແຂວງພາກກາງແລະພາກໃຕ້ຂອງລາວ 24 ຄົນ ແລະ ຫາຍສາບສູນ
150 ຄົນ

"ໜ່ວຍຊ່ວຍເຫລືອດ້ານມະນຸສຍະທັມ ໄດ້ອອກແຈກນໍ້າດື່ມສະອາດ ແລະ ອາຫານໃຫ້ແກ່
ປະຊາຊົນແລ້ວ" ທ່ານນນາງ Sally Sakulku ເຈົ້າໜ້າ ທີ່ອົງການ Health Unlimi
ted ທີ່ມີສຳນັກງານໃຫຍ່ໃນອັງກິດ ໄດ້ກ່າວຕໍ່ຜູ້ສື່ຂ່າວ

ກ່ອນໜ້ານີ້ ເຈົ້າໜ້າທີ່ຊ່ວຍເຫລືອສາມາດເຂົ້າເຖິງໄດ້ແຕ່ທາງເຮລີຄ໊ອບເຕີ້ ແລະ
ທາງເຮືອເທົ່ານັ້ນ ຈົນກະທັ້ງຕົກເຖິງວັນເສົາທີ່ແລ້ວ ຈຶ່ງສາມາດເປີດເສັ້ນທາງໄດ້

ທ່ານນາງ Sally Sakulku ກ່າວອີກວ່າ ຄນະຂອງທ່ານນາງສາມາດເຂົ້າຊ່ວຍເຫລືອ
ປະຊາຊົນໄດ້ປະມານ 1000 ຄອບຄົວເມື່ອວານນີ້ ໃນນັ້ນຫລາຍຄອບຄົວຍັງຄົງອາໃສ
ຢູ່ໃນໂຮງຮຽນ ແຕ່ບາງຄອບຄົວກໍໄດ້ກັບບ້ານໄປແລ້ວ ແຕ່ມີການສູນເສັຽສັດລ້ຽງຈຳ
ນວນມາກ ແລະ ໄຮນາຕາກ້າກໍຖືກນໍ້າຖ້ວມ

ສ່ວນທີ່ແຂວງເຊກອງ ອົງການຊ່ວຍເຫລືອມະນຸສຍະທັມ CARE ໄດ້ອອກແຈກຈ່າຍ
ເຕົາຫຸງຕົ້ມໃຫ້ແກ່ປະຊາຊົນຜູ້ຮັບເຄາະ ເພື່ອໃຫ້ສາມາດຕົ້ມນໍ້າສະອາດດື່ມໄດ້

"ພວກເຮົາຍັງໄດ້ນະມອບຢາໃຫ້ແກ່ເຈົ້າໜ້າທີ່ຣັຖບານ ເພື່ອໃຫ້ນຳແຈກຈ່າຍແກ່ປະ
ຊາຊົນໃນກໍຣະນີທີ່ເກີດການລົງທ້ອງ" ທ່ານ Henry Braun ຜູ້ອຳນວຍການອົງການ
CARE ສາຂາປະເທດລາວ ໄດ້ກ່າວຕໍ່ຜູ້ສື່ຂ່າວ

ທ່ານຢໍ້າອີກວ່າບ້ານເຮືອນ 200 ຫລັງຄາໄດ້ຖືກທຳລາຍຍ້ອນພາຍຸ "ເກສນາ" ໃນ
ແຂວງເຊກອງ ແຕ່ກໍຍັງມີອີກຫລາຍໝູ່ບ້ານທີ່ຍັງບໍ່ຮູ້ຊາຕາກັມ ໂດຍສະເພາະໃນ
ເຂດທີ່ເຂົ້າເຖິງໄດ້ຍາກ

ລາຍງານຂ່າວແຈ້ງວ່າ ເມື່ອວານນີ້ ວັນອາທິດ 4 ຕຸລາ ເຈົ້າໜ້າທີ່ຣັຖບານລາວ
ໄດ້ນຳເຂົ້າໄປແຈກຈ່າຍແກ່ປະຊາຊົນຈຳນວນປະມານ 10 000 ຄົນ ໃນແຂວງຕ່າງໆ
ທີ່ຮັບເຄາະຈາກພາຍຸໃຕ້ຝຸ່ນ "ເກສນາ" ໂດຍສະເພາະໃນແຂວງສາຣະວັນ

ເຈົ້າໜ້າທີ່ສະຫະປະຊາຊາດ ໄດ້ນຳເຂົ້າສານຊ່ວຍເຫລືອແກ່ຣັຖບານລາວພຽງພໍສຳ
ລັບແຈກຈ່າຍໃຫ້ແກ່ປະຊາຊົນ 14 000 ຄົນ ຕາມການເຜີຍຂອງ ທ່ານນາງ Cornelia
Paetz ໂຄສົກຂອງໂຄງການອາຫານຂອງອົງການສະຫະປະຊາຊາດ

ພາຍຸໃຕ້ຝຸ່ນ "ເກສນາ" ໄດ້ພັດຜ່ານເຂົ້າຫລາຍປະເທດໃນເອເຊັຽຕະວັນອອກສຽງໃຕ້
ເຮັດໃຫ້ມີຜູ້ເສັຽຊີວິດ 293 ຄົນໃນຟີລິບປິນ, 162 ທີ່ວຽດນາມ ແລະ 17 ຄົນທີ່ກຳພູເຈັຽ

ອີກປະການໜຶ່ງ ເຈົ້າໜ້າທີ່ອິນໂດນີເຊັຽກໍໄດ້ຢຸດເຊົາການຊອກຄົ້ນຫາຜູ້ລອດຊີວິດທີ່ເມືອງ
"ປາດັງ" ໃນເກາະສຸມາຕຣາແລ້ວ ຫລັງຈາກທີ່ເກີດແຜ່ນດິນໄຫວເມື່ອວັນທີ 30 ກັນຍາ
ຜ່ານມາ ແຕ່ຍັງສືບຕໍ່ການຊອກຄົ້ນຕໍ່ໄປໃນເຂດນອກເມືອງ ຕົວເລກຂອງເຈົ້າໜ້າທີ່ສະ
ຫະປະຊາຊາດຫລ້າສຸດບອກວ່າຜູ້ເສັຽຊີວິດ 1100 ຄົນ ແຕ່ຄາດຄະເນວ່າຕົວເລກສຸດ
ທ້າຍອາດມີຜູເສັຽຊີວິດເຖິງ 5000 ຄົນ

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU