ຄົ້ນຫາຂໍ້ມູນ

/ languages

Choisir langue
 

ປະເທດໄທ

ກອງປະຊຸມ ວ່າດ້ວຍ ການປ່ຽນແປງ ອຸ່ນຫະພູມ

ໂດຍ ບັນດານ ສີສຸນທອນ B. Sisounthone

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 06/10/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 06/10/2009 14:51 TU

ໂຮງງານ ສົ່ງຄວນພິດ ໄສ່ອາກາດ

ໂຮງງານ ສົ່ງຄວນພິດ ໄສ່ອາກາດ

ກອງປະຊຸມ ວ່າດ້ວຍ ການປ່ຽນແປງ ອຸ່ນຫະພູມ ອົບເອົ້າ ທີ່ ບາງກອກ ມື້ນີ້ ເປັນບາດກ້າວ ທີ່ສ້າງສັນດີ ກ່ອນໜ້າຈະເຖີງ ວັນກອງປະຊຸມ ສຸດຍອດ ລະດັບໂລກ ທີ່ ນະຄອນຫລວງ ໂກເພີ່ນນາກ ໃນທ້າຍປີນີ້

ກອງປະຊຸມ ວ່າດ້ວຍ ການປ່ຽໜແປງ ອຸ່ນຫະພູມ ອົບເອົ້າ ໃນໂລກ ມື້ນີ້ ທີ່ ບາງກອກ ເຖີງແມ່ນວ່າ ຍັງມີຫລາຍຈຸດ ຍຸ້ງຍາກຢູ່ ແຕ່ກໍເປັນ ບາດກ້າວອັນສຳຄັນ ໃນລັກຊນະສ້າງສັນດີ ກ່ອນຈະເຖີງວັນ ກອງປະ ຊຸມ ສຸດຍອດ ທີ່ ກຸງ ໂກເພິ່ນນາກ ໃນປະເທດ ດານມາກ ໃນວັນທີ 7 ຫາ 18 ທັນວາ 2009.

 

ຈຸດປະສົງກອງປະຊຸມ ທີ່ບາງກອກ ທີ່ຈະ ສີ້ນສຸດລົງ ໃນ ວັນສຸກໜ້ານີ້ ແມ່ນເພື່ອໃຫ້ເກີດ ມີໂຄງຮ່າງ ສຳຫລັບ ປະຕິບັດງານ ແບບສັງເຂບ ແລະ ຄົບຖ້ວນ.

ຫລັງຈາກໄດ້ເຈຣະຈາ ກັນມາແລ້ວ, ນຶ່ງອາທິດກ່ອນໜ້າໜີ, ເນື້ອໃນ ສຳຄັນ ຖືກຈັດ ໃສ່ປື້ມ 200 ໜ້າ ທີ່ ຄນະຜູ່ຕ່າງໜ້າ ຈະຕ້ອງ ພິຈາ ຣະນາ ຄືນໃໝ່ໃຫ້ແຈ່ມແຈ້ງ ແລະ ເປັນທີ່ເຂົ້າໃຈດີ ໃນລະດັບ ການ ເມືອງ, ແຕ່ຄາດວ່າ ຄົງຈະເປັນຍາກ ທີ່ຈະຕົກລົງກັນໄດ້.

 

ອົງການພະລັງງານສາກົນ ໄດ້ເຕືອນວ່າ "ການຊັກຊ້າ ໃນການວາງ ມາຕະການຄວບຄຸມ ການໃຊ້ພະລັງງານ ເພື່ອລຸດຜ່ອນອາຍພິດ ໃສ່ ອາກາດ ທີ່ເຮັດໃຫ້ອຸ່ນຫະພູມ ອົບເອົ້າ ແຕ່ລະປີນັ້ນ ຈະຕ້ອງມີຄວາມ ຈຳເປັນ ເພີ້ມການລົງທຶນຕື່ມອີກ 500 ພັນລ້ານໂດລາ.

 

ອົງການດັ່ງກ່າວນີ້ ໄດ້ອະທິບາຍ ເຖີງດ້ານ ເຕັກໂນໂລຊີ່ ເພື່ອຫລີກ ເວັ້ນ ການຂື້ນສູງຂອງອຸ່ນພູມໂລກ ໂດຍບໍ່ໃຫ້ ກາຍ 2 ດີກຣີ. ສະນັ້ນຕ້ອງຮີບດ່ວນ ໃນການອົາມາຕະການ, ຖ້າບໍ່ດັ່ງນັ້ນ ນັບແຕ່ ປີ 2010 ໄປ, ທຸກການແກ່ຍາວ ແລະ ຊັກຊ້ານັ້ນຈະຕ້ອງ ໃຊ້ເງີນເພີ້ມ ອີກ ຢ່າງນ້ອຍ 500 ພັນລ້ານ ໂດລາຕື່ມ ໃນດ້ານການລົງພັທະນາ ພະລັງງານສະອາດໃໝ່.

 

ພ້ອມນີ້ ອົງການພະລັງງານສາກົນ ຍັງໄດ້ສະເນີຜົນຄົ້ນຄວ້າວ່າ ການ ພົ່ນອາຍພິດ ໄສ່ໃນອາກາດ ອາດລຸດລົງປະມານ 3% ໃນ ປີ 2009 ນີ້ ຍ້ອນວ່າ ມີບັນຫາ ວິການເສຖະກິດໂລກ.

 

ສ່ວນ ບັນດາອົງການ ທີ່ບໍ່ຂື້ນ ກັບລັຖບານນັ້ນ ຮຽກຮ້ອງ ໃນມື້ນີ້ ໃຫ້ ບັນດາປະເທດ ທີ່ຮັ່ງມີ ຕັດສິນໃຈ ຢ່າງເດັດດ່ຽວ ໃນການເອົາ ມາຕ ການ ຕ້ານອຸ່ນຫະພູມ ອົບເອົ້າໃນກາດ.

 

ອີກດ້ານນຶ່ງ ໃນປະເທດໄທ

ພັກຂບວນແນວໂຮມ ເພື່ອປະຊາທິປະຕັຍ ຕ້ານຜະເດັດການ ຫຼືວ່າ ກຸ່ມເສື້ອແດງທີ່ ນິຍົມ ທັກສິນ ຊີນະວັດ ປະກາດ ມື້ນີ້ ໃຫ້ ສະມາຊິກ ລົງຖນົນປະທ້ວງ ໃນມື້ວັນທີ 17 ຕຸລາ ທີ່ ສນາມຫລວງ ແລະ ແຫ່ ຂະບວນໄປ ສຳນັກງານນາຍົກ ເພື່ອຮຽກຮ້ອງໃຫ້ ມີການ ນິຣະໂທສ ກັມ ແກ່ ທ່ານທັກສິນ ຊີນະວັດ.

ສ່ວນທ່ານ ສົນທິ ຫລິມທອງກຸນ ນັກທຸຣະກິດ ແລະ ເຖົ້າແກ່ ສຳນັກ ງານໜັງສືພິມ ແລະເປັນສັຕຣູຄູ່ແຄ້ນ ກັບ ທ່ານ ທັກສິນ ຊີນະວັດ ພ້ອມກັນເປັນຫົວໜ້າຂອງກຸ່ມເສື້ອເຫລືອງ ໄດ້ຖືກເລືອກເປັນ ປະທານ ພັກການເມືງ ທີ່ມີຊື່ວ່າ ພັກການເມືອງໃໝ່. ໂດຍມີໂຄງການ ປ້ອງກັນ ແລະຈົງຮັກພັກດີ ຕໍ່ລະບອບ ຣາຊາທິປະຕັຍ ພາຍໃຕ້ ຣັຖະທັມມະນູນ ແລະ ສະກັດກັ້ນທຸກຮອບດ້ານ ຕໍ່ການກັບຄືນປະເທດ ຂອງ ທັກສິນ ຊີນະວັດ.

ອີກປະການນຶ່ງ ທີ່ພາກໃຕ້ປະເທດໄທ 11 ຄົນບາດເຈັບ ດ້ວຍການກໍ່ ວິນາສກັມ ຫ້າງລະເບີດໄສ່ລົດ ຈັກ ໃນແຂວງ ປັດທະນີ, ຕຳລວດ ຕູ່ກ່າວຫາວ່າ ແມ່ນຝີມືຂອງກຸ່ມ ຕໍ່ຕ້ານມຸສລິມ ແຍກດິນແດນ.

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU