ຄົ້ນຫາຂໍ້ມູນ

/ languages

Choisir langue
 

ດິນຟ້າອາກາດ/ ການເຈຣະຈາ ບາງກອກ

ສ້າງສັນທີ່ສຸດ ໃນຣະຍະສອງປີ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 07/10/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 07/10/2009 11:52 TU

ທ່ານອີໂວ ເດີ ໂບເອີ (Yvo de Boer) ເລຂາທິການຄນະບໍຣິຫານການປະຊຸມສະຫະປະຊາຊາດ
ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (UNFCC) (ພາບ: Reuters)

ທ່ານອີໂວ ເດີ ໂບເອີ (Yvo de Boer) ເລຂາທິການຄນະບໍຣິຫານການປະຊຸມສະຫະປະຊາຊາດ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (UNFCC) (ພາບ: Reuters)

ໃນການໃຫ້ສັມພາດຕໍ່ຜູ້ສື່ຂ່າວໃນມື້ນີ້ (ພຸດ 7 ຕຸລາ) ທ່ານອີໂວ ເດີ ໂບເອີ
(Yvo de Boer) ເລຂາ ທິການບໍຣິຫານກອງປະຊຸມສະຫະປະຊາຊາດວ່າດ້ວຍ
ການປ່ຽນແປງຂອງດິນຟ້າອາກາດ (UNFCC) ໄດ້ສະແດງທັສນະວ່າ ການ
ເຈຣະຈາບາງກອກທີ່ກຳລັງດຳເນີນຢູ່ໃນຂນະນີ້ ມີລັກສນະສ້າງສັນຫລາຍທີ່ສຸດ
ໃນຮອບສອງປີທີ່ຜ່ານມາ

"ນັບເປັນຄັ້ງທຳອິດໃນຮອບສອງປີ ທີ່ພວກເຮົາໄດ້ເຫັນການແລກປ່ຽນຄວາມຄິດເຫັນທີ່ມີ
ລັກສນະສ້າງສັນຫລາຍທີ່ສຸດກ່ຽວກັບຄຳຖາມທີ່ວ່າ ຈະເຮັດຢ່າງໃດເພື່ອໃຫ້ຂໍ້ຕົກລົງໃນ
ອະນາຄົດ ມີກົນໄກການເຮັດວຽກທີ່ມີຜົນເປັນຮູບທັມຢ່າງແທ້ຈິງ" ທ່ານອີໂວ ເດີ ໂບເອີ
ໄດ້ກ່າວໃນການໃຫ້ສຳພາດ ທີ່ມີຂຶ້ນກ່ອນກອງປະຊຸມສຸດຍອດ "ໂຄເປັນເຮເກັນ" ພຽງ
ສອງເດືອນ

ຄະນະຜູ້ແທນຈາກ 180 ປະເທດ ໄດ້ຮ່ວມປະຊຸມທີ່ບາງກອກ ໄດ້ 10 ວັນຜ່ານມາແລ້ວ
ເພື່ອເຈຣະ ຈາຊອກຫາຊ່ອງທາງ ໃຫ້ສາມາດຕົກລົງສ້າງຕັ້ງສົນທິສັນຍາສບັບໃໝ່ໃຫ້
ໄດ້ ກ່ຽວກັບການລົດຜ່ອນແກ໊ສ CO2 ທີ່ຈະຕ້ອງມີການຮັບຮອງເອົາໃນກອງປະຊຸມສຸດ
ຍອດ ທີ່ກຸງໂຄເປັນເຮເກັນ ປະເທດເດັນມາຣ໌ກ ລະຫວ່າງວັນທີ 7 – 18 ທັນວາ 2009
ນີ້ ເພື່ອທົດແທນສົນທິສັນຍາກຽວໂຕ ທີ່ຈະໝົດອາຍຸລົງໃນທ້າຍປີ 2012

ຢ່າງໃດກໍຕາມ ເລຂາທິການບໍຣິຫານຂອງ " UNFCC" ຍັງໄດ້ກ່າວເຕືອນວ່າ ຄວາມ
ພະຍາຍາມຂອງບັນດາປະເທດອຸດສາກະກັມໃຫຍ່ທີ່ຮັ່ງມີ ແມ່ນເງື່ອນໄຂສຳຄັນແລະ
ຈຳເປັນທີ່ຈະເຮັດໃຫ້ສາມາດບັນລຸ ເຖິງຂໍ້ຕົກລົງກັນໄດ້

"ໃນຂັ້ນສຸດທ້າຍ ຖ້າບັນດາປະເທດຮັ່ງມີ ບໍ່ວາງເປົ້າໝາຍໄວ້ສູງດ້ານການເງີນ ການ
ແລກປ່ຽນຄວາມຄິດເຫັນທີ່ສ້າງສັນກໍຈະບໍ່ມີຄວາມໝາຍ ແລະ ການເຈຣະຈາທັງໝົດ
ກໍຈະປະສົບກັບຄວາມລົ້ມແຫລວ" ທ່ານອີໂວ ເດີ ໂບເອີ ໄດ້ກ່າວເພີ້ມ

ໃນການໃຫ້ສັມພາດຕອນໜຶ່ງ ເລຂາທິການບໍຣິຫານຂອງ " UNFCC" ໄດ້ກ່າວອີກວ່າ
ປັນຫາສຳຄັນທີ່ຢິບຍົກສູ່ການແລກປ່ຽນຄວາມຄິດເຫັນໃນກອງປະຊຸມທີ່ບາງກອກ ແມ່ນ
ປັນຫາທີ່ວ່າ ເປັນໄປໄດ້ບໍທີ່ຈະໃຫ້ມີການດຶງເອົາສ່ວນໃດສ່ວນໜຶ່ງຂອງສົນທິສັນຍາ
ກຽວໂຕ ເຂົ້າບັນຈຸໃນສົນທິສັນຍາສບັບໃໝ່ ໂດຍສະເພາະຫົວຂໍ້ທີ່ເປັນ "ພາກບັງຄັບ"
ກ່ຽວກັບການລົດຜ່ອນການປ່ອຍແກ໊ສມົລພິດຂອງບັນດາປະເທດອຸດສາຫະກັມໃຫຍ່

ສຫຣ ອະເມຣິກາ ບໍ່ເຄີຍໃຫ້ສັຕຍາບັນສົນທິສັນຍາກຽວໂຕຈັກເທື່ອ ນອກຈາກນີ້ຫລາຍປະ
ເທດອຸດສາຫະກັມໃຫຍ່: ຍີ່ປຸ່ນ, ອອສເຕຣເລຍ ແລະ ແຄນາດາ ໄດ້ສະແດງເຈຕນາ
ແລ້ວວ່າ ຢາກເປີດສັງກາດໃໝ່ໄປເລີຍ ດ້ວຍການຮັບຮອງເອົາສົນທິສັນຍາໃໝ່ 100%
ໝາຍວ່າ ບໍ່ຢາກໄດ້ຍິນການກ່າວເຖິງສົນ ທິສັນຍາກຽວໂຕເລີຍ

ໃນການກົງກັນຂ້າມ ບັນດາກຸ່ມປະເທດທີ່ກຳລັງພັທນາສ່ວນໃຫຍ່ ພັດຕ້ອງການຮັກສາ
ສົນທິສັນຍາກຽວໂຕໄວ້ ພຽງແຕ່ໃຫ້ມີການແກ້ໄຂເທົ່ານັ້ນ ທັງນີ້ເພື່ອໃຫ້ເປັນຫລັກປະກັນ
ວ່າ "ກຸ່ມປະເທດເໜືອ" (ບັນດາປະເທດທີ່ຮັ່ງມີ) ທີ່ຖືວ່າເປັນປະເທດຕົ້ນຕໍທີ່ສ້າງມົລ
ພາວະໃນໂລກ ຕ້ອງສືບຕໍ່ຄວາມພະຍາຍາມຕໍ່ໄປ ເພື່ອລົດຜ່ອນອຸນຫະພູມຜິວໂລກ

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU