ຄົ້ນຫາຂໍ້ມູນ

/ languages

Choisir langue
 

ອົງດາໄລລາມະ ທີ່ສຫະຣັຖ

ສະດຸດີ ຫວັງ ລີຊີອົງ ນັກຂຽນຈີນ

ໂດຍ ສຸກວິໄລ ຊ. Soukvilay S.

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 08/10/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 08/10/2009 13:16 TU

ອົງດາໄລ ລາມະ ມອບຂອງຂວັນ ທີ່ລະລຶກ ເປັນການສະດຸດີຕໍ່ ທ່ານ ຫວັນ ຊີອົງ ນັກຂຽນຈີນ ພັດຖີ່ນ (ພາບ : Reuters)

ອົງດາໄລ ລາມະ ມອບຂອງຂວັນ ທີ່ລະລຶກ ເປັນການສະດຸດີຕໍ່ ທ່ານ ຫວັນ ຊີອົງ ນັກຂຽນຈີນ ພັດຖີ່ນ (ພາບ : Reuters)

ໃນໂອກາດ ຈັດພິທີ ໄຂການຣົນນະຣົງ ເພື່ອເຂດຕີເບດ ຈັດທີ່ ສຫະຣັຖ ອາເມຣິກາ ອົງດາໄລລາມະ ໄດ້ມອບລາງວັນ ສົມມະນາຄຸນ ເປັນການສແດງ ສະດຸດີຕໍ່ ທ່ານ "ຫວັງ ລີຊີອົງ" ນັກຂຽນຊາວຈີນ ພັດຖີ່ນ ຜູ່ເກັບກຳລາຍເຊັນ ສແດງການ ປະນາມເຫດການ ຄວາມຮຸນແຮງ ທີ່ເກີດຂື້ນ ທີ່ເຂດ ຕີເບດ ເມື່ອປີກາຍນີ້.

ໃນໂອກາດ ຢ້ຽມຢາມ ກຸງວໍຊິງຕັນ ມື້ວານນີ້ ອົງ "ດາໄລ ລາມະ" ໄດ້ ມອບລາງວັນ ສົມມະນາຄຸນ ເປັນການສແດງ ສະດຸດີຕໍ່ ທ່ານ "ຫວັງ ລີຊີອົງ" ນັກຂຽນຊາວຈີນ ພັດຖີ່ນ ຜູ່ຮວບຮວມ ເກັບກຳລາຍເຊັນ ບຸກຄົນ ສຳຄັນຊາວຈີນ ໄດ້ ໓໐໐ ລາຍເຊັນ ສແດງການ ປະນາມເຫດການ ຄວາມຮຸນແຮງ ທີ່ເກີດຂື້ນ ທີ່ເຂດ ຕີເບດ ເມື່ອປີກາຍນີ້.

ເນື່ອງໃນໂອກາດ ຈັດງານຣົນນະຣົງ ຂົນຂວາຍ ເພື່ອອູ້ມຊູເຂດຕີ່ເບດ ທີ່ຈັດໂດຍ ອົງການທີ່ບໍ່ຂື້ນກັບ ຣັຖບານທີ່ວໍຊິງຕັນ ມື້ວານນີ້ນັ້ນ ຫວັງ ລີຊີອົງ ໄດ້ຊີ້ແຈງ ເຖີງຜູ່ທີ່ສມັກໃຈ ວາງລາຍເຊັນນັ້ນ ວ່າ ແມ່ນມີ ຈຸດປະສົງ ປະກອບສ່ວນ ເພື່ອເຮັດໃຫ້ ປະເທດຊາດ ກ້າວໜ້າ ເທົ່ານັ້ນ.
ທ່ານ ຫວັງ ລີຊີອົງ ໄດ້ອະທິບາຍວ່າ : "ບັນດາຜູ່ທີ່ວາງລາຍເຊັນນັ້ນ ບໍ່ໄດ້ເປັນດັ່ງ ການໂຄສະນາທັບຖົມ ຂອງທາງການຄອມມູຍນີສ ແຕ່ປະການໃດ໋ເລີຍ ຄືໄດ້ກ່າວຫາວ່າ ພວກເຮົາຕ້ານ ປະເທດຈີນ ນັ້ນ. ພວກເຮົາບໍ່ໄດ້ຕ້ານ ແຕ່ພວກເຮົາ ຮັກແຜ່ນດີນຈີນ ຂອງເຮົາແທ້ໆ". ທ່ານ ຫວັງ ລີຊີອົງ ໄດ້ເນັ້ນຢ້ຳຕື່ມອີກວ່າ : "ແຕ່ການຮັກແຜ່ນດີນແມ່ ນັ້ນ ກໍບໍ່ໄດ້ໝາຍຄວາມວ່າ ມັກຫຼືນິຍົມຊົມຊອບ ພັກຣັຖ ຜູ່ປົກຄອງ. ແລະ ການທັກທ້ວງ ຫຼືຕ້ອງຕິຣັຖບານນັ້ນ ກໍແມ່ນເພື່ອ ເຮັດໃຫ້ ປະເທດ ຊາດ ໄດ້ຮັບການປັບປຸງ ໃຫ້ດີຂື້ນກວ່າເກົ່າ ໃຫ້ຈະເຣີນກ້າວໜ້າກວ່າເກົ່າ ! ໃນທາງ ກົງກັນຂ້າມ ຣັຖບານ ທີ່ບໍ່ຍອມຮັບຟັງ ການທັກທ້ວງຕ້ອງຕິ ແມ່ນ ມີແຕ່ຈະເຮັດໃຫ້ ປະເທດຊາດ ເສື່ອມເສັຽ".

ໃນຂນະສແດງການ ຄຳນັບຮັກແພງ ກັບ ຍານາງ ນັນຊີ ເປີໂລຊີ ປະທານສະພາສູງ. ດ້ານຂວາມີ ຣີດຊາກດ໌ ຊ້ຽກຣ໌ ພະເອກດາວຄ້າງຟ້າ ອາເມຣິກາ ພຸດທະສາຊະນິກຊົນ ແລະສນັບສນູນ ການເຄື່ອນໄຫວ ຂອງ ອົງດາໄລ ລາມະ ມານານນັບ ຫຼາຍທົສະວັດ (ພາບ : Reuters)

ໃນຂນະສແດງການ ຄຳນັບຮັກແພງ ກັບ ຍານາງ ນັນຊີ ເປີໂລຊີ ປະທານສະພາສູງ. ດ້ານຂວາມີ ຣີດຊາກດ໌ ຊ້ຽກຣ໌ ພະເອກດາວຄ້າງຟ້າ ອາເມຣິກາ ພຸດທະສາຊະນິກຊົນ ແລະສນັບສນູນ ການເຄື່ອນໄຫວ ຂອງ ອົງດາໄລ ລາມະ ມານານນັບ ຫຼາຍທົສະວັດ (ພາບ : Reuters)

ນອກຈາກ ສະດຸດີຕໍ່ ທ່ານຫວັງ ລີຊີອົງ ເປັນພິເສດແລ້ວ ໃນພິທີການ ຈັດງານເພື່ອ ການອູ້ມຊູເຂດຕີເບດ ຄັ້ງດັ່ງກ່າວ ອົງ ດາໄລລາມະ  ຍັງຊົງ ໄດ້ສະດຸດີ ເຖີງບົດບາດ ແລະນ້ຳໜັກ ຂອງບັນດາສັດຕຣີ ໃນສັງຄົມໂລກ ນຳອີກດ້ວຍ. ໃນປະເດນນີ້ ພຣະອົງຍັງ ໄດ້ສແດງທ່າທີເປີດກວ້າງ ເຫັນ-ນຳກັບການ ທີ່ຊາວຕີເບດຈະສາມາດມີ ອົງດາໄລ ລາມະ ເປັນເພດຍີງໄດ້.

ອົງດາໄລ ລາມະ ໄດ້ສເດັດປະພາດ ກຸງວໍຊີງຕັນ ຕັ້ງແຕ່ວັນຈັນ ແລະ ໄດ້ຖືກ ຮັບຕ້ອນ ຈາກບຸກຄົນສຳຄັນ ອາເມຣິກັນຫຼາຍທ່ານ ດ້ວຍກັນ ໃນນັ້ນກໍມີ ຍານາງ ນັນຊີ ເປີໂລຊີ ປະທານສະພາສູງ. ໃນການສເດັດໄປ ສຫະຣັຖ ຂອງພຣະອົງເທື່ອນີ້ ນັກການເມືອງ ອາເມຣິກາ ພາກສ່ວນໜື່ງ ໄດ້ຕໍ່ວ່າ ຕໍ່ປະທານາທິບໍດີ ບາຣັກ ໂອບາມາ ທີ່ບໍ່ໄດ້ຈັດລາຍການ ຮັບຕ້ອນ ອົງດາໄລລາມະ ດ້ວຍໂຕທ່ານເອງ.
ທົບທວນໃຫ້ຊາບວ່າ ຜູ່ນຳອາເມຣິກາ ມີກຳນົດເດີນທາງ ໄປຢ້ຽມຢາມ ສປຈີນ ໃນທ້ອງເດືອນໜ້ານີ້. ແລະກໍເປັນຊາບກັນດີວ່າ ທາງການຄອມ-ມູຍນີສຈີນ ສແດງການຕ້ານ ການພົບພໍ້ພົວພັນ ລະຫວ່າງ ອົງດາໄລ ລາມະ ກັບບັນດາ ຜູ່ນຳໃນທົ່ວໂລກ ຕລອດມາ ເພາະຖືວ່າ ອົງດາໄລ ລາມະ ຜູ່ນຳກະບົດ ຢາກໂຕ.

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU