ຄົ້ນຫາຂໍ້ມູນ

/ languages

Choisir langue
 

ພັຍທຳມະຊາດ/ສປປລາວ

ຂໍຄວາມຊ່ວຍເຫຼືອ ຈາກນາໆຊາດ

ໂດຍ ສຸກວິໄລ ຊ. Soukvilay S.

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 09/10/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 09/10/2009 13:39 TU

ປະເທດຟີລິບປີນລ໌ ທີ່ໄດ້ຮັບເຄາະໜັກກວ່າ ມີຜູ່ເສັຽຊີວິດ ຍ້ອນລົມພາຍຸ ເກສນາ ແລະ ຍ້ອນເຫດ ແຜ່ນດີນເຈື່ອນ ທັງໝົດເຖີງ ໕໔໐ ຄົນ. ແລະຍັງມີປະຊາຊົນບໍ່ຕໍ່າກວ່າ ໒໘໗ ໕໐໐ ຄົນ ທີ່ຕົກຢູ່ໃນ ສະພາບເໝືອນໃນພາບນີ້ ຄືຈຳເປັນພໍານັກອາສັຍ ຢູ່ໃນສູນ ຮອງຮັບຊົ່ວຄາວ (ພາບ : Reuters)

ປະເທດຟີລິບປີນລ໌ ທີ່ໄດ້ຮັບເຄາະໜັກກວ່າ ມີຜູ່ເສັຽຊີວິດ ຍ້ອນລົມພາຍຸ ເກສນາ ແລະ ຍ້ອນເຫດ ແຜ່ນດີນເຈື່ອນ ທັງໝົດເຖີງ ໕໔໐ ຄົນ. ແລະຍັງມີປະຊາຊົນບໍ່ຕໍ່າກວ່າ ໒໘໗ ໕໐໐ ຄົນ ທີ່ຕົກຢູ່ໃນ ສະພາບເໝືອນໃນພາບນີ້ ຄືຈຳເປັນພໍານັກອາສັຍ ຢູ່ໃນສູນ ຮອງຮັບຊົ່ວຄາວ (ພາບ : Reuters)

ສປປລາວ ຮຽກຮ້ອງ ຂໍຄວາມຊ່ວຍເຫຼືອ ຈາກນາໆຊາດ ເພື່ອປົວ-ແປງ ຜົນກະທົບ ຈາກພັຍນ້ຳຖ້ວມ ຍ້ອນລົມພາຍຸ ເກສນາ ທີ່ໄດ້ ພັດກະໜໍ່າ ເຂົ້າທາງພາກໃຕ້. ສ່ວນປະເທດ ປະເທດ ຟີລິບປີນລ໌ ທີ່ກະທົບກັບຕົ້ນພາຍຸສອງຫົວ ແລະຕິດຕາມດ້ວຍ ເຫດດີນເຈື່ອນ ນັ້ນ ຕົວເລກລ້າສຸດ ບົ່ງວ່າ ມີຜູ່ເສັຽຊີວິດ ທັງໝົດເຖີງ ໕໔໐ ຄົນ.

ສປປລາວ ຮຽກຮ້ອງ ຂໍຄວາມຊ່ວຍເຫຼືອ ຈາກນາໆຊາດ ເພື່ອປົວແປງ ຜົນກະທົບ ຈາກພັຍນ້ຳຖ້ວມ ຍ້ອນລົມພາຍຸ ເກສນາ ທທີ່ໄດ້ພັດກະໜໍ່າ ເຂົ້າທາງພາກໃຕ້. ທ່ານພົງສວັດ ບຸຜາ ຮອງຣັຖມົນຕຣີ ກະຊວງການ ຕ່າງປະເທດລາວ ໄດ້ຖແລງຮຽກຮ້ອງ ຢ່າງເປັນທາງການວ່າ ຕ້ອງ ການຄວາມຊ່ວຍເຫຼືອ ຢ່າງຮີບດ່ວນ ຈາກ ບັນດາປະເທດ ເພື່ອນບ້ານ ແລະນາໆຊາດ ໂດຍສະເພາະກໍແມ່ນ ອາຫານການກີນ ເຄື່ອງໄຊ ຈຳເປັນ ໃນຊີວິດ ປະຈຳວັນ ແລະ ຢາປົວພະຍາດ.

ສລູບການເສັຽຫາຍ ຍ້ອນລົມພາຍຸ ເກສນາ ທີ່ ສປປລາວ ມີຢ່າງໃດ໋ແດ່ ເຊີນຮັບຟັງ ຊົງຣິດ ໂພນເງີນ ລາຍງານ ຈາກບາງກອກ

ລາວປະສົບພັຍ ຈາກພາຍຸເກສນາ ຢ່າງໜັກໜ່ວງ (4'11)

09/10/2009


ສ່ວນປະເທດ ປະເທດຟີລິບປີນລ໌ ນັບໄດ້ ສອງສັບປະດາ ຜ່ານມາແລ້ວ ທີ່ໄດ້ປະສົບກັບ ພັຍທຳມະຊາດ ໄດ້ຮັບເຄາະໜັກກວ່າໝູ່ ເພາະໄດ້ກະທົບ ກັບຕົ້ນພາຍຸ ສອງຫົວ ຄືລົມພາຍຸ "ເກສນາ" ແລະລົມພາຍຸ "ປາກມ່າ" ຕິດຕາມດ້ວຍ ເຫດດີນເຈື່ອນ ຕາມສັນພູ ນັ້ນ ຈົນຮອດມື້ນີ້ ຝົນກໍຍັງຕົກ ບໍ່ ຂາດສາຍ. ຕົວເລກລ້າສຸດ ບົ່ງວ່າ ມີຜູ່ເສັຽຊີວິດ ຍ້ອນ ທັງໝົດເຖີງ ໕໔໐ ຄົນ. ນອກຈາກນີ້ ຍັງມີປະຊາຊົນ ບໍ່ຕໍ່າກວ່າ ໒໘໗ ໕໐໐ ຄົນ ທີ່ຕົກຢູ່ໃນ ສະພາບ ຊິ້ນເນື້ອປະດາໂຕ ຈຳເປັນພໍານັກອາສັຍ ຢູ່ໃນສູນ ຮອງຮັບ ຊົ່ວຄາວ. ບາງຜ່ອງ ຍ້ອນເຮືອນຊານ ຍັງນ້ຳຖ້ວມຢູ່ ແຕ່ ບາງຜ່ອງ ເຮືອນຊານ ເພພັງພັດຫາຍ ໄປກັບນ້ຳບາກ.

ໝູ່ບ້ານແຫ່ງໜື່ງ ທີ່ແຂວງ ກຳປົງທົມ ປະເທດຂເມນ ທີ່ມີຜູ່ເສັຽຊີວິດ ຍ້ອນລົມພາຍຸ ເກສນາ ໑໗ ຄົນ (ພາບ : Reuters)

ໝູ່ບ້ານແຫ່ງໜື່ງ ທີ່ແຂວງ ກຳປົງທົມ ປະເທດຂເມນ ທີ່ມີຜູ່ເສັຽຊີວິດ ຍ້ອນລົມພາຍຸ ເກສນາ ໑໗ ຄົນ (ພາບ : Reuters)

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU