ຄົ້ນຫາຂໍ້ມູນ

/ languages

Choisir langue
 

ຈີນ - ຣັດເຊັຍ

ເຊັນສັນຍາ 3,5 ພັນລ້ານ ໂດລາ

ໂດຍ ບັນດານ ສີສຸນທອນ B. Sisounthone

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 13/10/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 13/10/2009 10:46 TU

ຈີນ ແລະ ຣັດເຊັຍ ເຊັນສັນຍາ ການຄ້າຫລາຍດ້ານ ເປັນຄັ້ງທຳອິດ ໃນມູນຄ່າທັງໝົດ 3,5 ພັນລ້ານ ໂດລາ.

ນາຍົກ ເວີນເຈັຽປາວ ຕ້ອນຮັບການຢ້ຽມຢາມ ກຸງປັກກິງ ຂອງທ່ານ ນາຍົກ ຣັດເຊັຍ ທ່ານ ປູຕິນ ສຳຫລັບ 3 ມື້ ໃນໂຄງການ ຕົກລົງ ສັນຍາການຄ້າໃນວົງເງີນ 500 ລ້ານໂດລາ ໃນຕອນເຊົ້າວັນ ອັງຄານ ນີ້, ແລະສັນຍາ ຊື້ຂາຍ ອື່ນໆ ຍັງຈະເຊັ່ນຕື່ມອີກ ປະມານ 30 ສັນຍາ ໃນຕອນບ່າຍມື້ນີ້.

ສັນຍາ ສຳຄັນ ແມ່ນ ດ້ານເຄື່ອງຍິງສົ່ງຈະລວດ ແລະ ພະລັງງານ ແກສ. ຣັດເຊັຍ ຕົກລົງຂາຍ ແກສ ໃຫ້ ຈີນ 70 ພັນລ້ານແມດກ້ອນ ຕໍ່ປີ.

 

ຫລັງຈາກ ຫລາຍທົສວັດ ທີ່ມີຄວາມບໍ່ໄວ້ວາງໃຈຊຶ່ງກັນແລະກັນ ແລະ ມີບັນຫາຄັດແຍ້ງຊາຍແດນ, ມາບັດນີ້ ຈີນ ແລະຣັດເຊັຍ ດຳເນີນການ ອັດແໜ້ນສາຍພົວພັນ ທາງດ້ານເສຖະກິດ.

 

ການໄປຢ້ຽມຢາມ ຈີນ 3 ມື້ ຂອງ ທ່ານນາຍົກຣັດເຊັຍ ວລາດິມຽກ ປູຕິນ ນັ້ນ ແມ່ນເພື່ອເຊັນສັນຍາ ການຄ້າ ທັງໝົດປະມານ 30 ຂະແໜງ ຕົກເປັນ ມູນຄ່າ 3,5 ພັນ ລ້ານ ໂດລາ.

 

ໃນນັ້ນ ມີຫລາຍດ້ານ ເຊັ່ນດ້ານບໍ່ແຮ່, ດ້ານຂົນສົ່ງ, ການສ້າງສາ ສາທາຣະນະປະໂຍດ ແລະ ດ້ານອາວຸດຍຸດໂທປະກອນ, ສັນຍາລາຍ ໃຫຍ່ແມ່ນ ດ້ານພະລັງງານ ຄື ແກ້ສ ໃນຈຳນວນ 70 ລ້ານແມດ ກ້ອນ ຕໍ່ປີ.

 

ໃນເດືອນເມສາ ແລ້ວນີ້ ຣັດເຊັຍໄດ້ຂາຍ ນໍ້າມັນດິບໃຫ້ ຈີນ, ໃນ ຈຳນວນ 15 ລ້ານໂຕນຕໍ່ປີ ໃນລະຍະ 20 ປີ ໂດຍຈະເລີ້ມສົ່ງໃຫ້ ຈີນ ແຕ່ ເດືອນ ຕຸລາ 2010 ເປັນຕົ້ນໄປ.

 

ໃນສັນຍາ ຊື້ນໍ້າມັນດິບນີ້, ຈີນຕ້ອງຖອກເງີນໃຫ້ ບໍຣິສັດຜລິດນໍ້າມັນ ຣັດເຊັຍ ຢືມກ່ອນ 25 ພັນລ້ານ ໂດລາ ເພາະຣັດເຊັຍ ຂາດເງີນໝູນ ສ່ວນ ຈີນ ກໍຕ້ອງການພະລັງງານ.

 

ສຳຫລັບ ຣັດເຊັຍ ນັ້ນກໍເປັນໂອກາດດີ ທີ່ມີຕລາດ ໃນຈີນ ເພາະເປັນ ການທົບແທນ ພາກສ່ວນທີ່ ເອີຣົບ ໄດ້ລຸດຜ່ອນການສັ່ງຊື້ພະລັງງານ ຈາກຣັດເຊັຍ ຊຶ່ງເອີຣົບ ຖືວ່າເປັນການ ຮັກສາ ຄວາມເປັນເອກະລາດ ດ້ານພະລັງງານ.

 

ອີກດ້ານນຶ່ງ ຈີນ ແລະ ຣັດເຊັຍ ຍັງມີໂຄງການ ໃຫ້ຈີນ ເຂົ້າມາສ້າງ ທາງລົດໄຟຄວາມໄວສູງ ໃນຣັດເຊັຍ ຕື່ມອີກ, ແຕ່ຍັງບໍ່ທັນ ແຈ່ມແຈ້ງ ດີ ເທື່ອວ່າ ຈີນ ຈະເປັນຜູ່ ຜລິດລົດໄຟ ໃຫ້ນຳຫຼືບໍ່.

ຈີນ ສາມາດສ້າງ ລົດໄຟຄວາມໄວສູງ ໄດ້ ເພາະໄດ້ຮັບ ເຕັກໂນໂລຊີ່ ຈາກຕ່າງປະເທດ.

 

ການແລກປ່ຽນສິນຄ້າ ລະຫວ່າງ ຈີນ ແລະຣັດເຊັຍ ໄດ້ເລີ້ມຂຍາຍຕົວ ຂື້ນເລື້ອຽໆ, ປັດຈຸບັນ ສູງຂື້ນ 40%. ຫລັງຈາກ ໄດ້ລັ່ງເລໃຈ ມາໄດ້ ຫລາຍທົດສວັດ, ຣັດເຊັຍ ໄດ້ເລືອກ ຈີນ ເປັນຄູ່ຮ່ວມມື ທາງດ້ານ ເສຖະກິດ ສຳຄັນ ແລະເປັນ ຄູ່ຮ່ວມຄ້າ ກັບຣັດເຊັຍ ລະດັບ ທີ 2 ຮອງຈາກ ສຫພ ເອີຣົບ.

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU