ຄົ້ນຫາຂໍ້ມູນ

/ languages

Choisir langue
 

ເສຖກິດ ແລະ ການເງິນ

Wall Street ໄດ້ກຳໄລ ມະຫາສານ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 16/10/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 16/10/2009 10:45 TU

ທ່ານນາງແຊລລີ ກຣໍເຊັກ (Sallie Krawcheck) ປະທານທະນາຄານ "Bank of America
Global Wealth & Investment Management" ກໍາລັງ ໃຫ້ສັມພາດ ຕໍ່ຜູ້ສື່ຂ່າວ ທີ່ກຸງ
ນິວຢອຣ໌ກ (ພາບ: Reuters)

ທ່ານນາງແຊລລີ ກຣໍເຊັກ (Sallie Krawcheck) ປະທານທະນາຄານ "Bank of America Global Wealth & Investment Management" ກໍາລັງ ໃຫ້ສັມພາດ ຕໍ່ຜູ້ສື່ຂ່າວ ທີ່ກຸງ ນິວຢອຣ໌ກ (ພາບ: Reuters)

ໜຶ່ງປີຜ່ານໄປ ຫລັງການລົ້ມລະລາຍຂອງ "Lehman Brothers" ແກ່ດຶງ
ເປັນພຍາດຕິດຕໍ່ ໃຫ້ ຫລາຍໆທະນາຄານ ໃນເມືອງລູງແຊມ ພາກັນລົ້ມໄປ
ຕາມໆກັນ

ຕົກມາຮອດດຽວນີ້ ບັນດາທະນາຄານອະເມຣິກັນ ຟື້ນຕົວຢ່າງຂນານໃຫຍ່ໄດ້
ກຳໄລມະຫາສານ ແລະ ກຳລັງກະກຽມ ຈະແຈກໂບນັສ  ໃຫ້ແກ່ບັນດາ
Traders ຂອງຕົນ ຕາມທີ່ເຄີຍ ໄດ້ປະຕິບັດມາ ກ່ອນເກີດ ວິກິດການ ເປັນ
ການຊີ້ໃຫ້ເຫັນວ່າກຸ່ມປະເທດ G-20 ບໍ່ມີນໍ້າຢາຫຍັງເລີຍ ທີ່ຈະຍັບຍັ້ງການ
ແຈກໂບນັສຂອງບັນດາທະນາຄານໄດ້ ຊຶ່ງການແຈກໂບນັສນີ້ເອງເປັນສາ
ເຫດໜຶ່ງ ທີ່ຜັກດັນໃຫ້ບັນດາ Traders ທັງຫລາຍພາກັນ "ສ່ຽງ" ເພື່ອໃຫ້
ໄດ້ກຳໄລງາມ ແລະ ໂບນັສງາມ ຈົນເກີດວິກິດການທີ່ແຜ່ລາມໄປທົ່ວໂລກ

ໂບນັສ 140 000 ລ້ານໂດລາ
ອ້າງອີງຕາມໜັງສືພິມ Wall Street Journal ສບັບປະຈຳວັນທີ 14 ເດືອນຕຸລານີ້
ບັນດາທະນາຄານແລະສຖາບັນການເງິນເພື່ອການລົງທຶນ 23 ແຫ່ງ ແຖວຖນົນ Wall
Street ທີ່ກຸງນິວຢອຣ໌ກ ມີຜົນກຳໄລງາມເຖິງຈຳນວນ 437 000 ລ້ານໂດລາ ແລະ
ກຳລັງກະກຽມຈະແຈກໂບນັສ ໃຫ້ແກ່ບັນດາພນັກງານຂອງຕົນ ຈຳນວນເຖິງ 140 000
ລ້ານໂດລາ

ເມື່ອປຽບທຽບແລ້ວ ເງິນຈຳນວນ 140 000 ລ້ານໂດລານີ້ ເທົ່າກັນຫລືໃກ້ຄຽງກັນກັບ
ຜົນຜລິດມວນລວມ (PIB ຫລື GDP) ຂອງປະເທດແອລຈີເຣັຽ ຫລື ປະເທດໄນຈີເຣັຽ

ເວົ້າສະເພາະທະນາຄານດຽວ ຄື Bank of America ກໍຈະແຈກໂບນັສໃຫ້ແກ່ບັນດາ
Traders ຂອງຕົນເຖິງ 30 000 ລ້ານໂດລາ ຫລາຍກວ່າງົບປະມານຂອງອົງການອາ
ຫານໂລກ (PAM) ເຖິງ 6 ເທົ່າຕົວ....."PAM" ໄດ້ອອກປະຕິບັດງານໃຫ້ຄວາມຊ່ວຍ
ເຫລືອແກ່ຜູ້ອົດຫິວໃນໂລກຈຳນວນເຖິງ 100 ລ້ານຄົນ ເມື່ອປີ 2008 ທີ່ຜ່ານມາ

ການວ່າງງານ ຍັງບໍ່ກະເຕື້ອງ ດີຂຶ້ນ
ໃນເມື່ອບັນດາທະນາຄານ ພາກັນຟື້ນຕົວແລະໄດ້ກຳໄລງາມ ຈະຖືໄດ້ບໍວ່າເສຖກິດໂລກ
ໄດ້ຟື້ນຕົວຢ່າງເຕັມທີ່ແລ້ວ? ຕໍ່ຄຳຖາມນີ້ຍັງບໍ່ມີນັກເສຖສາດທ່ານໃດກ້າເວົ້າໄດ້ເທື່ອ
ວ່າ ເສຖກິດໂລກໄດ້ຫວນກັບຄືນ ສູ່ພາວະປົກຕິ ທັງນີ້ເພາະຕົວຖ່ວງສອງຕົວຍັງເປັນນໍ້າ
ໜັກຈ່ອງດຶງໄວ້ຢູ່

ນັ້ນກໍຄື ການຂຍາຍຕົວຂອງ GDP ຍັງເຊື່ອງຊ້າ ແລະ ຕົວເລກຄົນວ່າງງານທີ່ຍັງບໍ່ທັນ
ລົດລົງ ເມື່ອເດືອນກັນຍາທີ່ຜ່ານມາ ທະນາຄານກາງຂອງ ສຫຣ ອະເມຣະກາ (FED)
ຄາດຄະເນວ່າ GDP ຂອງເສຖກິດອະເມຣິກັນຈະເລີ້ມ ຂຍາຍຕົວຕັ້ງແຕ່ທ້າຍປີ 2009
ແລະ ພາຍໃນປີ 2010 ແຕ່ຈະບໍ່ເຖິງຂັ້ນທີ່ຈະເຮັດໃຫ້ຕົວເລກຄົນວ່າງງານ ລົລົງໄດ້
ຢ່າງຫລວງຫລາຍ ໃນປັດຈຸບັນ ສຫຣ ອະເມຣິກາ ມີຕົວເລກຄົນວ່າງງານເທົ່າກັບ 10%
ຂອງພົລເມືອງ ທີ່ຢູ່ໃນວັຍປະກອບອາຊີບ

ໃນເມື່ອສຖານະການເສຖກິດຂອງປະເທດ ຍັງບໍ່ຫວນກັບຄືນສູ່ພາວະປົກຕິ ແຕ່ບັນດາທະ
ນາຄານພາ ກັນແຈກເງິນໂບນັສກັນແບບນີ້ແລ້ວ ຈຶ່ງເປັນທີ່ແນ່ນອນວ່າຈະເປັນສາເຫດ
ເຮັດໃຫ້ມີການຂຶ້ນສຽງ ສແດງຄວາມບໍ່ດີໃຈໃນວົງການການເມືອງ ຕລອດຫາງສຽງ
ຂອງປະຊາຊົນ ທີ່ເປັນຜູ້ຈ່າຍພາສີ ແລະ ກໍແມ່ນເງີນພາສີຂອງປະຊາຊົນນີ້ເອງ ທີ່ຣັຖ
ບານນຳເອົາໄປຊ່ວຍກູ້ຖານະ ຂອງບັນດາທະນາຄານ ເມື່ອເກີດວິ ກິດການ

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU