ຄົ້ນຫາຂໍ້ມູນ

/ languages

Choisir langue
 

ທັສນະລາຍວັນ ໃນມື້ນີ້ ວັນສຸກ ທີ່ 16 ຕຸລາ 2009

ໂດຍ  ສິຣິ

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 16/10/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 16/10/2009 13:46 TU

ເລີຟີກາໂຣ່ ໄດ້ ມີການຂຽນ ເຖີງ ການໃຫ້ ສຳພາດ ຂອງ ຜູ່ນຳຝຣັ່ງ ທ່ານ ນິໂກລ່າ ຊ໊າກໂກຊີ ໜ້າ ໒ ແລະ ໓ ຂອງ ໜັງສືພີມ ສບັບນີ້ ໄດ້ ມີ ການລົງ ຮູບ ຂອງ ຜູ່ນຳຝຣັ່ງ ໃນ ອະຣິຍະບົດ ຫລາຍອັນ ຊື່ງ ໃນກໍຣະນີ ທີ່ ທ່ານໄດ້ ຖືກໂຈມ ຕີ ບຸດຊາຍຂອງທ່ານ ທີ່ໄດ້ຖືກເລືອກໃຫ້ ເປັນ ປະທານ ຂອງ EPAD ນັ້ນ

ທ່ານ ຊ໊າກໂກຊີ ໃຫ້ ຄຳ ອະທິບາຍວ່າ ໜ້າທີ່ ປະທານ ຂອງ ອົງການນີ້ ແມ່ນ ບໍ່ມີເງີນເດືອນກີນ ແລະ ກໍເປັນ ຕຳແໜ່ງ ທີ່ໄດ້ ຖືກເລືອກ ຈາກ ປະ ຊາຊົນ ບໍ່ ແມ່ນ ການໃຊ້ອຳນາດເກີນຄວນ ເພື່ອໃຫ້ຄອບຄົວໄດ້ ຜົນ ປະໂຫຍດຈາກທ່ານເລີຍ

ແລະນອກຈາກນັ້ນ ເລີ ຟີກາໂຣ ກໍ ໄດ້ ຂຽນວິຈານ ເຖີງການ ໃຫ້ສຳພາດຂອງທ່ານ ແກ່ລາຍວັນ ສບັບ
ນີ້ ຊື່ງເຫັນໄດ້ວ່າ ທ່ານ ຊ໊າກໂກຊີ ໄດ້ກ່າວ ວ່າ ຈະບໍ່
ມີ ການ ຂື້ນ ອັຕຣາ ເກັບພາສີ  ເພາະວ່າ ງົປມານ
ຂອງ ປະເທດມີ ການ ຂາດດູ່ນ ຫລາຍ ທ່ານໄດ້ຕອບ
ວ່າ ທ່ານໄດ້ຖືກເລືອກ ມາ ຈາກ ປະຊາຊົນ ກໍຈີງ ແຕ່ ບໍ່ແມ່ນຈະມາ ຂື້ນການເກັບພາສີ

ລ່ເບ້ຣາຊີອົງ ນັ້ນ ແມ່ນ ໄດ້ເຜີຍ ຄວາມບໍ່ສອດຄ້ອງ
ກັນ ພາຍ ໃນ ກຸ່ມຂວາ ໂດຍ ມີ ການຂຽນເຖີງ ການ
ເກັບ ພາສີ ດ້ານວິຊາ ອາຊີບ ບັນຫາ ຂອງ ການ ທີ່
ລູກຊາຍ ຂອງ ປະທານາທິບໍດີ ຝຣັ່ງ ອາດເປັນຜູ້ນຳ EPAD ແລະ ກໍເຫັນວ່າ ໄດ້ມີຈຳນວນ ຜູ່ແທນ ທີ່ໄດ້ ຖືກເລືອກ ຈາກປະຊາຊົນ ທີ່ ສັງກັດ ນຳຝ່າຍຂວາ
ຫລາຍ ຄົນ ທີ່ ບໍ່ເຫັນດີໄປນຳ ແນວຄິດ ຂອງ ຜູ່ນຳ
ປະເທດ ຊື່ງ ກໍ ເຫັນວ່າ ໄດ້ມີຫລາຍ ຄົນທີ່ ໄດ້ ໃຫ້ ທັສນະກົງກັນຂ້າມ ໃຫ້ສາທາຣະນະຊົນ ໄດ້ຮູ້ນຳ

ເລີ ປ່າຣີຊ່ຽງ ກໍ ເຊັ່ນດຽວກັນ ທີ່ໄດ້ ມີການພາດ
ຫົວຂໍ້ ໜ້າ ປົກວ່າ " ມີຮອຍແຕກແລ້ວ ທ່າມກາງ ຝ່າຍຂວາ " ອິງຕາມ ການຢັ້ງມະຕິສຽງ ຂອງ
CSA ກໍແມ່ນ ມີ 51 % ຂອງຜູ່ທີ່ ເຫັນດີ ນຳ ພັກ ການເມືອງຂວາ ຕ່າງພາກັນ ມີ ຄຳເຫັນ ບໍ່ສອດ
ຄ້ອງກັນ ໃນການ ທີ ຊັ໋ງ ຊ໊າກໂກຊີ ລູກຊາຍ ປະ
ທານາ ທິບໍດີຝຣັ່ງ ຈະມານັ່ງຕັ້ງ ເປັນປະທານ
ຂອງ EPAD

ລ່າກຣົວ ນັ້ນ ຫັນໄປ ເນັ້ນເຖີງ ເຣື້ອງການຊ່ອຍ
ເຫລືອ ໂດຍ ໜັງສືພີມສບັບນີ້ ໄດ້ນຳເອົາ ການ
ຢັ້ງສຽງ ຂອງ BVA- CCF Terre solidaire
ມາລົງວ່າ ຄວນມີການຊ່ວຍ ເຫລືອ ປະເທດ ທຸກ
ຍາກ ໃຫ້ຫລາຍກວ່າເກົ່າ
L'humanité ລ່າຍວັນ ທີ່ໃກ້ຊິດ ພັກຄອມມູຍນີສ
ຝຣັ່ງ ນັ້ນ ຫັນໄປວິ ຈານ ເຖີງ ບັນຫາ ສຕຣີ ທີ່ ໄດ້ ຮັບເງີນກີນເບັ້ຍບຳນານ ລຸດຜູ່ຊາຍໄປ ເຖີງ 40% .

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU