ຄົ້ນຫາຂໍ້ມູນ

/ languages

Choisir langue
 

ຂ່າວກ່ຽວກັບ ປະເທດຝຣັ່ງ

ການປະທ້ວງ ແລະອື່ນໆ

ໂດຍ ບັນດານ ສີສຸນທອນ B. Sisounthone

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 17/10/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 17/10/2009 11:35 TU

ບັນດາຊາວກະສິກອນ ຜລິດນໍ້ານົມງົວ ປະທ້ວງ ດ້ວຍການເທ ນໍ້ານົມຖີມ

ບັນດາຊາວກະສິກອນ ຜລິດນໍ້ານົມງົວ ປະທ້ວງ ດ້ວຍການເທ ນໍ້ານົມຖີມ

ອົງການ ສະຫະພັນກັມມະບານແຮງງານ ກະສິກອນ ປະກາດວ່າ ນັບແຕ່ ຖນົນ ຊັງ ເອລີເຊ່ ລົງໄປຫາ ເມືອງຕູລູຊ໌ ທາງພາກໃຕ້ ກະຊິກອນ ບໍ່ຕໍ່ກວ່າ 50.000 ຄົນ ໄດ້ພາກັນລົງຖນົນປະທ້ວງ ເພື່ອຮຽກຮ້ອງໃຫ້ລັຖະບານ ຊ່ວຍເຫຼືອ ໃຫ້ມີທາງອອກຈາກວິກິດການ

ການປະທ້ວງ

ອົງການ ສະຫະພັນກັມມະບານແຮງງານ ກະສິກອນ ປະກາດວ່າ ນັບ ແຕ່ ຖນົນ ຊັງ ເອລີເຊ່ ລົງໄປຫາ ເມືອງຕູລູຊ໌ ທາງພາກໃຕ້ ກະຊິ ກອນ ບໍ່ຕໍ່ກວ່າ 50.000 ຄົນ ໄດ້ພາກັນລົງຖນົນປະທ້ວງ ເພື່ອຮຽກ ຮ້ອງໃຫ້ລັຖະບານ ຊ່ວຍເຫຼືອ ໃຫ້ມີທາງອອກຈາກວິກິດການ ໃນ ຂແໜງ ກະສິກັມນີ້ ຄືຮຽກຮ້ອງ ການຊ່ວຍເຫຼືອໃນວົງເງີນ 1,4 ພັນ ລ້ານເອີໂຣ ໃນນັ້ນ ມີ 400 ລ້ານເອີໂຣ ໃຫ້ຍົກເວັ້ນພາສີ ໂດຍດ່ວນ ເພື່ອອຳນວຍ ໃຫ້ຊາວກະສິກອນ ສາມາດດຳເນີ ກິຈະການຕໍ່ໄດ້.

 

ກະສິກອນ ຜລິດນໍ້ານົມງົວ ປະທ້ວ ງດ້ວຍການເທ ນໍ້ານົມຖີມ

ກະສິກອນ ຜລິດນໍ້ານົມງົວ ປະທ້ວ ງດ້ວຍການເທ ນໍ້ານົມຖີມ

 

ອັຟການິສຖານ

ທ່ານ ແບກນ່າ ກຸສແນ້ ລັຖມົນຕຣີ ການຕ່າງປະເທດ ໄປຢ້ຽມຢາມ ກຸງ ກ່າບູນ ໃນທ້າຍອາທິດນີ້ ເພຶ່ອຮຍກໃຫ້ມີການນັບຖື ຜົນການ ເລືອກຕັ້ງປະທານາທິບໍດີ ອັຟການິສຖານ ທີ່ຍັງບໍ່ທັນໄດ້ປະກາດອອກ ຢ່າງເປັນທາງການເທື່ອ. ສ່ວນປະທານາທິບໍດີ ສ໊າກໂກຊີ່ ນັ້ນປະກາດ ມື້ວານນີ້ວ່າ ຍັງຈະບໍ່ຖອນທະຫານ 3.700 ຄົນ ອອກຈາກ ອັຟກາ ນິສຖານ ເທື່ອ, ແລະກໍ ຈະບໍ່ສົ່ງທະຫານເຂົ້າໄປເພີ້ມອີກ.

 

ປະເທດ ກີເນ່

ທາງການຝຣັ່ງໄດ້ສັ່ງໃຫ້ ປະຊາຊົນ ຝຣັ່ງ ປະມານ 2.500 ຄົນ ທີ່ ອາສັຍຢູ່ປະເທດ ກີເນ່ ອອກໜີ ເພື່ອຄວາມປອດພັຍ ຫລັງຈາກ ອຳນາດທະຫານໄດ້ປາບ ປະຊາຊົນປະທ້ວງ ແບບນອງເລືອດ ໃນວັນ ທີ 28 ກັນຍາແລ້ວນີ້. ສ່ວນ ສະຫະປະຊາຊາດ ນັ້ນຕັດສິນໃຈ ຈັດຕັ້ງ ຄນະກັມມະການສອບສວນສາກົນ ໃນການປາບນອງເລືອດດັ່ງກ່າວນັ້ນ.

 

ກົມໄປຊະນີ ຝຣັ່ງ ເຕເລກົມ

ປະທານອຳນວຍການ ກົມໄປຊະນີ ຝຣັ່ງ ເຕເລກົມ ທ່ານ ດິດິເອ່ ລົມບາກ ປະຕິເສດບໍ່ຍອມລາອອກ ຈາກຕໍາແໜ່ງ ຕາມຄຳຮຽກຮ້ອງ ຂອງ ກັມມະບານແຮງງານ ຫລັງຈາກ ພາຍໃຕ້ການຄຸມຄອງ ຂອງ ທ່ານເປັນເຫດໃຫ້ມີ ພະນັກງານ ຂ້າຕົວຕາຍ ເຖີງ 25 ຄົນແລ້ວ ດ້ວຍລະບົບການ ປົກຄອງຫັດກຸ່ມຂຸ້ນຂ້ຽວ.

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU