ຄົ້ນຫາຂໍ້ມູນ

/ languages

Choisir langue
 

ທັສນະໜັງພິມ ລາຍວັນຝຣັ່ງ 18/10/09

ຫົວຂໍ້ໃຫຍ່ສຳຄັນ ແຕກຕ່າງກັນໄປ ແຕ່ລະສະບັບ

ໂດຍ ບັນດານ ສີສຸນທອນ B. Sisounthone

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 19/10/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 19/10/2009 12:07 TU

ຫົວຂໍ້ໃຫຍ່ ຂອງລາຍວັນ ເລີ ຟີກາໂຣ ແມ່ນກ່ຽວກັບ ພະລັງງານ ນິວຄເລັຽ ອິຣານ ແລະພາດວ່າ "ການນັດພົບ ຄັ້ງສຸດທ້າຍ" ແລະຂຽນ ຕໍ່ໄປວ່າ ຈຸດປະສົງຂອງກອງປະຊຸມມືນີ້ ແມ່ນ ຊອກຫາ ການຕົກລົງ ກ່ຽວກັບການກັ່ນທາດ ອູຣານຽມ ອິຣານໃນຕ່າງປະເທດ.

 

ການເຈຣະຈາ ຈັດຢູ່ທີ່ ສຳນັກງານ ອົງການສາກົນ ດ້ານພະລັງງານ ນິວຄເລັຽ ໃນກຸງ ວຽນນ໌ ໃນນັ້ນມີຄນະຜູ່ຕາງໜ້າ ອິຣານ ແລະ 6 ປະເທດມະຫາອຳນາດ ອາເມຣິກາ, ຝຣັ່ງ, ອັງກິດ, ເຍັຽຣະມັນ, ຈີນ ແລະ ຣັດເຊັຍ ພາຍໃຕ້ການເປັນປະທານຂອງ ເອກອະທິບໍດີ ແອນ ບາຣາໄດ່.

 

ສ່ວນ ລາຍວັນ ເລີມົງດ໌ ນັ້ນຈັດເປັນຫົວຂໍ້ນ້ອຍໃນໜ້າປົກ ໂດຍພາດ ວ່າ "ສາກລະຄອນໃໝ່ ສຳຫລັບ ນິວຄເລັຽ ອິຣານ" ແລະ ຂຽນ ທາງລຸ່ມ ຕື່ມວ່າ ດ້ວຍການສເນີ ໂດຍ ວໍຊິງຕັນ ແລະ ມົສກູ່ ເປັນບັ້ນ ທີ່ ມີຄວາມຫວັງ ໃນການຊັກນຳ ອິຣານ ໃຫ້ສົ່ງ ທາດ ອູຣານຽມອອກ ໄປກັ່ນໃນ ຣັດເຊັຍ ແລະໃນຝຣັ່ງ.

 

ສຳຫລັບ ລາຍວັນ ລິເບຣາຊົງ ນັ້ນ ສົນໃຈ ເຣື້ອງ ເດັກອັນຕະພານ ບໍ່ທັນເຖີງກະສຽນ ແລະພາດຫົວຂໍ້ໃຫຍ່ວ່າ "ອ໊ອກເຕີເຟີ ເອົາ ມາຕະການ ບັນທຶກສຳນວນບຸກຄົນ" ໂດຍອອກດຳລັດ ໃນມື້ວານີ້ ຢ່າງງຽບໆ ອະນຸຍາດໃຫ້ ຕຳລວດ ສາມາດ ມີບັນທຶກ ລາຍຊື່ ຜູ່ ຕ້ອງສົງສັຍ ແຕ່ ອາຍຸ 13 ປີ ຂື້ນໄປ. ເປັນເຫດໃຫ້ ເກີດມີປະຕິ ກິຣິຍາ ຂອງ ປະທານປ້ອງກັນສິດທິມະນຸດ ທີ່ໄດ້ປະນາມວ່າ ເປັນ ການກຳຈັດປັດເຄັ່ຽ ຊົນເຜົ່າ. ສ່ວນ ພັກສັງຄົມນິຍົມ ສເນີໃຫ້ ສະພາ ມີການ ອະພິປຣາຍ ຖົກຖຽງກັນ ແລະ ລົງມະຕິ.

 

ອີກເຣື້ອງນຶ່ງທີ່ເປັນຫົວຂໍ້ຂ່າວໃຫຍ່ ໃນລາຍວັນມື້ນີ້ ແມ່ນກ່ຽວກັບການ ຄົ້ນຄວ້າຫາ ເຊື້ອກຳເນີດ ດ້ວນການ ກວດເຊື້ອ ອາເດ່ແອນ ທາງ ບິດາ.

ລາຍວັນ ເລີ ປາຣີຊ່ຽງ ພາດຫົວຂໍ້ໃຫຍ່ວ່າ "ການທົດລອງ ກວດຫາ ເຊື້ອກຳເນີດ ອາເດ່ແອນ ທີ່ຜິດກົດໝາຍ ລະບາດຂື້ນຢ່າງຮ້າຍແຮງ" ແລະ ຂຽນຕໍ່ໄປວ່າ ເຖີງແມ່ນມີກົດໝາຍຝຣັ່ງ ໄດ້ບົ່ງຫ້າມ ແຕ່ກໍຍັງມີ ຜູ່ເປັນ ບິດາກຳເນີດ ປະມານ 10.000 ຫາ 20.000 ຄົນໄດ້ໄປກວດ ເຊື້ອ ຂອງຕົນ ໃນຕ່າງປະເທດ ແຕ່ລະປີ ເພື່ອກວດເບີ່ງວ່າ ແມ່ນລູກ ຂອງຕົນ ຫຼືບໍ່.

 

ສຳຫລັບເຣື້ອງກະຊິກັມ ໃນຝຣັ່ງ ກໍເປັນຫົວຂໍ້ໃຫຍ່ ຂອງລາຍວັນ ລ່າກຣົ່ວ ໂດຍພາດວ່າ

"ພວກກະຊິກອນ ປະຕິເສດ ການສິ້ນຄວາມຫວັງ" ແລະຂຽນຕໍ່ໄປວ່າ ການລົງຖນົນປະທ້ວງ ລະດັບຊາດ ໃນມື້ວັນສຸກຜ່ານມານີ້ ຊີ້ໃຫ້ເຫັນ ວ່າ ຊາວນາ ຝຣັ່ງໄດ້ພາກັນເຄື່ອນໄຫວ ແລະບັນດາ ກະຊິກອນ ໜຸ່ມ ຕ້ອງການທ້າທາຍຕໍ່ອາຊີບ ທີ່ກຳລັງພົບພໍ້ກັບວິກິດການ.

 

ສ່ວນທາງດ້ານສັງຄົມນັ້ນ, ເລີ ຟີກາໂຣ ເສຖະກິດ ພາດວ່າ "ແອສ ແອນ ເຊ ແອຟ ຫຼື ລັດວິສາຫະກິດ ຂົນສົ່ງທາງລົດໄຟ ທຳການ ປະທ້ວງ ລະດັບຊາດ ຄັ້ງທຳອິດໃນປີນີ້" ແລະຂຽນອີກວ່າ ແຕ່ 20 ໂມງ ມື້ນີ້, ການນັດຢຸດງານ ຈະເລີ້ມປະຕິບັດ ສຳຫລັບ 24 ຊົ່ວໂມງ. ການຈັນຈອນຄົງ ຈະບໍ່ຖືກກະທົບກະເທືອນປານໃດ.

 

ແລະທາງດ້ານເສຖະກິດນັ້ນ, ການແລກປ່ຽນລະຫວ່າງ ທະນາຄານ ມື້ນີ້ 1 ເອີໂຣ ເທົ່າກັບ 1,4893 ໂດລາ.

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU