ຄົ້ນຫາຂໍ້ມູນ

/ languages

Choisir langue
 

ຊັມມິຕອາຊຽນ ຄັ້ງທີ 15 ທີ່ຫົວຫິນ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 22/10/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 22/10/2009 13:06 TU

ເຈົ້າໜ້າທີ່ຮັກສາຄວາມປອດໄພຂອງໄທຍ ກຳລັງກວດສອບຫາວັດຖຸລະເບີດ ກ່ອນທີ່ກອງປະຊຸມ
ສຸດຍອດ ອາຊຽນ ຄັ້ງທີ 15 ຈະມີຂຶ້ນຕັ້ງແຕ່ມື້ອື່ນ ວັນສຸກ 23 ຕຸລາ 2009 ທີ່ ຫົວຫິນ ຫ່າງ
ຈາກບາງກອກ ໄປທາງດ້ານໃຕ້ກວ່າ 100 ກ.ມ. (ພາບ: Reuters)

ເຈົ້າໜ້າທີ່ຮັກສາຄວາມປອດໄພຂອງໄທຍ ກຳລັງກວດສອບຫາວັດຖຸລະເບີດ ກ່ອນທີ່ກອງປະຊຸມ ສຸດຍອດ ອາຊຽນ ຄັ້ງທີ 15 ຈະມີຂຶ້ນຕັ້ງແຕ່ມື້ອື່ນ ວັນສຸກ 23 ຕຸລາ 2009 ທີ່ ຫົວຫິນ ຫ່າງ ຈາກບາງກອກ ໄປທາງດ້ານໃຕ້ກວ່າ 100 ກ.ມ. (ພາບ: Reuters)

ບັນດາຜູ້ນຳຂອງ 10 ປະເທດສະມາຊິກອາຊຽນ ກຳໜົດພົບປະຫາລືໃນກອງປະ
ຊຸມສຸດຍອດ ທີ່ຫົວຫິນ ປະເທດໄທຍ ຕັ້ງແຕ່ມື້ອື່ນນີ້ເປັນຕົ້ນໄປ

ຫົວຂໍ້ສຳຄັນຂອງການປະຊຸມສຸດຍອດຄັ້ງນີ້ ແມ່ນກ່ຽວກັບການ ເສີມຂຍາຍການ
ພົວພັນທາງດ້ານເສຖກິດແລະການຄ້າລະຫວ່າງບັນດາປະເທດສະມາຊິກ ທັງນີ້
ເພື່ອ ເພີ້ມຂີດຄວາມສາມາດຂອງອາຊຽນ ໃນການປ້ອງກັນ ແລະ ແກ້ໄຂວິກິຕ
ການ ທີ່ອາດຈະເກີດຂຶ້ນ ໃນອະ ນາຄົດພ້ອມດຽວກັນກໍເພີ້ມນໍ້າໜັກຂອງກຸ່ມ ໃນ
ການເຈຣະຈາໃນເວທີສາກົນນຳດ້ວຍ

ກອງປະຊຸມສຸດຍອດອາຊຽນຄັ້ງນີ້ ຈະຕິດຕາມດ້ວຍ ກອງປະຊຸມສຸດຍອດ "ອາຊຽນ + 3"
ຄື ລະຫວ່າງ 10 ປະເທດອາຊຽນ ແລະ ຍີ່ປຸ່ນ ສປ ຈີນ ແລະ ເກົາຫລີໃຕ້ ຊຶ່ງຈະຕິດ
ຕາມດ້ວຍ
ກອງ ປະຊຸມສຸດຍອດ "ເອເຊັຽຕະວັນອອກ" ຫລື "East Asia Summit" ຊຶ່ງ
ຈະມີອິນເດັຽ ນິວຊີແລນດ໌ ແລະ ອອສເຕຣເລັຽ ເຂົ້າຮ່ວມນຳ

ຫົວຂໍ້ຂອງກອງປະຊຸມສຸດຍອດທັງໝົດທີ່ກ່າວມາ ກໍແມ່ນ ເຣື່ອງການເປີດຕລາດເສຣີ
ໃນຂົງເຂດ ດ້ວຍການລົດອັຕຣາກຳແພງພາສີ ຊຶ່ງເປັນອຸປສັກສຳຄັນ ຕໍ່ການຟື້ນຕົວ
ທາງເສຖກິດ ທີ່ໄດ້ຮັບຜົນກະທົບຈາກວິກິຕການ

ຢ່າງໃດກໍຕາມ ສັງເກດໄດ້ວ່າບັນດາປະເທດຕ່າງໆໃນເອເຊັຽ ມີການຟື້ນຕົວທີ່ວ່ອງໄວ
ກວ່າ ເມື່ອທຽບກັບ ສຫຣ ອະເມຣິກາ ແລະ ກຸ່ມປະເທດໃນ ສຫພ ຢຸໂຣບ

ກ່ອນໜ້າກອງປະຊຸມສຸດຍອດຄັ້ງນີ້ ອາຊຽນໄດ້ຕົກລົງໃນດ້ານຫລັກການກັນມາແລ້ວ ດ້ວຍ
ການຕັ້ງເປົ້າໝາຍເປີດເຂດການຄ້າເສຣີຂອງຕົນໃຫ້ໄດ້ຢ່າງສົມບູນໃນປີ 2015 ຊຶ່ງຈະ
ເຮັດໃຫ້ຂົງເຂດເອເຊັຽຕະວັນອອກສຽງໃຕ້ ກາຍເປັນຕລາດອັນກວ້າງໃຫຍ່ໄພສານ ທີ່ມີ
ຜູ້ບໍຣິໂພກເຖິງ 600 ລ້ານຄົນ

ນອກຈາກປັນຫາທາງດ້ານເສຖກິດແລ້ວ ກອງປະຊຸມສຸດຍອດອາຊຽນຄັ້ງນີ້ ກໍຍັງຈະຢິບ
ຍົກປັນຫາປ້ອງກັນໄພພິບັດທັມມະຊາດ ຂຶ້ນສູ່ການພິຈາຣະນາຂອງກອງປະຊຸມດ້ວຍ

ບັນດານັກສັງເກດການໃຫ້ທັສນະ ວ່າ ອັນເນື່ອງມາຈາກຂົງເຂດເອເຊັຽ ແລະ ເອເຊັຽຕະ
ວັນອອກສຽງໃຕ້ ໄດ້ຕົກເປັນເຫຍື່ອຂອງໄພພິບັດທັມມະຊາດຢ່າງລຽນຕິດໃນຣະຍະຫລັງ
ມານີ້ ດັ່ງນັ້ນຈຶ່ງໄດ້ກາຍມາເປັນຫົວຂໍ້ສຳຄັນຂອງກອງປະຊຸມຄັ້ງນີ້

ນອກຈາກນີ້ກໍຍັງຈະເປັນການເພີ້ມນໍ້າໝັກຂອງອາຊຽນ ໃຫ້ຫລາຍຂຶ້ນກວ່າເກົ່າໃນການ
ເຈຣະຈານາໆຊາດ ວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດ

ກອງປະຊຸມສຸດຍອດອາຊຽນຄັ້ງນີ້ ຈະດຳເນີນໄປພາຍໃຕ້ມາຕຣາການຮັກສາຄວາມປອດ
ໄພສຸດຂີດ ໂດຍເຈົ້າໜ້າທີ່ຕຳຣວດແລະທະຫານເຖິງ 18 000 ຄົນ ໂດຍສະເພາະກໍ
ແມ່ນແນໃສ່ປ້ອງກັນຄວາມປອດໄພໃຫ້ແກ່ຄະນະຜູ້ແທນຕ່າງປະເທດ

ສຳຄັນອີກປະການໜຶ່ງກໍຄື ເພື່ອປ້ອງກັນການຊຸມນຸມປະທ້ວງໃຫຍ່ຂອງກຸ່ມຄົນເສື້ອແດງ ນິ
ຍົມ ອະດີດນາຍົກ ຣມຕ ທັກສິນ ຊິນນະວັດ ທີ່ເຄີຍປະສົບຜົນສຳເຣັດໃນການຂັດຂວາງ
ກອງປະຊຸມສຸດຍອດອາຊຽນມາແລ້ວຄັ້ງໜຶ່ງ ທີ່ພັທຍາ ເມື່ອເດືອນເມສາຜ່ານມາ

ຈົນວ່າກອງປະຊຸມສຸດຍອດຄັ້ງນັ້ນ ຕ້ອງໄດ້ຍົກເລີກໄປ ຍ້ອນກຸ່ມຄົນເສື້ອແດງໄດ້ເຂົ້າຍຶດ
ໂຮງແຮມ ສຖານທີ່ຈັດກອງປະຊຸມ ຈົນເຈົ້າໜ້າຕ້ອງນຳໃຊ້ເຮລີຄ໊ອບເຕີ້ ຂົນບັນດາຄະນະ
ຜູ້ແທນຕ່າງປະເທດອອກຈາກສຖານທີ່ປະຊຸມຢ່າງອົລມ່ານ

ອີກປະການໜຶ່ງ ທ່ານສຸເທບ ເທືອກສຸບັນ ຮອງນາຍົກ ຣມຕ ໄທຍ ຮັບຜິດຊອບກິຈການ
ຄວາມໝັ້ນຄົງແຫ່ງຊາດ ໄດ້ກ່າວຕໍ່ຜູ້ສື່ຂ່າວໃນມື້ນີ້ວ່າ ຖ້າອດີດນາຍົກ ຣມຕ ທັກສິນ ຊິນ
ນະວັດ ເດີນທາງເຂົ້າມາໃນ ປະເທດເພື່ອນບ້ານ ຄືຣາຊອານາຈັກກັມພູເຈັຽ ຣັຖບານ
ໄທຍກໍຈະດຳເນີນການ ຂໍໃຫ້ຣັຖບານແຫ່ງກຸງພະນົມເປັນ ສົ່ງຕົວ ທ່ານທັກສິນ ມາດຳເນີນ
ຄະດີໃນປະເທດໄທຍທັນທີ ທັງນີ້ເພາະໄທຍແລະກຳພູເຈັຽ ໄດ້ຮ່ວມກັນລົງນາມໃນສັນ
ຍາການສົ່ງຜູ້ຮ້າຍຂ້າມແດນ

ຮອງນາຍົກ ຣມຕ ໄທຍ ໄດ້ອອກມາຖແລງດັ່ງກ່າວ ຫລັງຈາກທີ່ນາຍົກ ຣມຕ ແຫ່ງຣາຊ
ອານາຈັກກັມພູເຈັຽ ທ່ານຮຸນເຊັນ ກ່າວເມື່ອວານນີ້ວ່າ ຖ້າອດີດນາຍົກ ຣມຕ ໄທຍ ທັກ
ສິນ ຊິນນະວັດ ຊຶ່ງທ່ານຮຸນເຊັນຖືວ່າ ເປັນເພື່ອນຕລອດການນັ້ນ ຫາກເດີນທາງເຂົ້າມາ
ກຳພູເຈັຽຍາມໃດ ຕົນກໍຈະຈັດຫາທີ່ພັກໃຫ້ໂລດ

ການກ່າວຂອງທ່ານຮຸນເຊັນ ໄດ້ຮັບການເຜີຍແຜ່ອອກໂດຍໂທຣະທັດແຫ່ງຊາດຂອງກຳພູ
ເຈັຽ ເນື່ອງໃນ ໂອກາດທີ່ທ່ານຮຸນເຊັນ ຕ້ອນຮັບ ທ່ານພົນເອກ ຊາວະລິດ ຢົງໃຈຢຸດ
ອດີດ ນາຍົກ ຣມຕ ແລະ ສະມາຊິກພັກ "ເພື່ອໄທຍ" ຊຶ່ງເປັນພັກການເມືອງສນັບສນຸນ
ທ່ານທັກສິນ ຊິນນະວັດ ທີ່ລີ້ໄພການເມືອງ ຢູ່ຕ່າງປະເທດ

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU