ຄົ້ນຫາຂໍ້ມູນ

/ languages

Choisir langue
 

ສປ ຈີນ

ຍອດຜົນຜລິດພາຍໃນ ສູງຂື້ນ 8,9%

ໂດຍ ບັນດານ ສີສຸນທອນ B. Sisounthone

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 26/10/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 26/10/2009 11:43 TU

ທ່ານ ຫລີ່ ເກຢຽງ ຮອງນາຍົກ ຈີນ

ທ່ານ ຫລີ່ ເກຢຽງ ຮອງນາຍົກ ຈີນ

ການເພີ້ມພູນ ຜລິດຜົນ ຄືນໃໝ່ ທາງດ້ານເສຖກິດ ໄດ້ຮັບຜົນ ສູງເກີນຄາດ ໃນໄຕຣມາດ ທີ 3 2009 ນີ້, ເຖີງ 8,9%.

ທ່ານ ຫລີ່ ເກຢຽງ ຮອງນາຍົກ ຈີນ ໄດ້ສັນລະເສີນ ວ່າ "ການເພີ້ມພູນ ຜລິດຜົນ ໄດ້ສູງຂື້ນເປັນຈັງວະ ຢ່າງສະເມີ ໝັ້ນ ແລະ ການພັທະນາ ເສຖກິດ ກໍໄດ້ດີຂື້ນ ເກີນກວ່າ ທີ່ໄດ້ຄາດໄວ້ ໃນຕອນຕົ້ນປີ", ແລະສປ ຈີນ ມີຄວາມໝັ້ນໃຈ ແລະມີຄວາມສາມາດ ບັນລຸຜົນເຖີງ ຈຸດເປົ້າໝາຍ ປະຈຳປີ ໃນການພັທະນາ ເສຖກິດ ແລະ ສັງຄົມ.

 

ຍອດຜົນຜລິດພາຍໃນ ຂອງໄຕຣມາດ ທີນຶ່ງ ໄດ້ສູງຂື້ນ 6,1% ແລະ 7,9% ໃນໄຕຣມາທີສອງ. ເຖີງແມ່ນວ່າ ສິນຄ້າອອກ ຂອງຈີນ ໄດ້ລຸດ ຖ່ອຍ ລົງ ຍ້ອນຂາດການສັ່ງຊື້ຈາກ ປະເທດ ຕາເວັນຕົກກໍດີ, ແຕ່ ຈີນ ກໍຍັງໝັ້ນໃຈໂດຍຄາດ ໄວ້ເໝືອນດັ່ງທຸກໆປີ ວ່າ ການເພີ້ມພູນຜລິດຜົນ ພາຍໃນ ຂອງຈີນ ຈະສູງຂື້ນ ເຖີງ 8% ເພາະລະດັບນີ້ ແມ່ນເປັນ ລະດັບ ສຳຫລັບ ອູ້ມຊູ ການສ້າງວຽກງານ,

 

ແຕ່ທ່ານ ຫລີ່ ເກຢຽງ ຍັງໄດ້ເຕືອນວ່າ ພື້ນຖານ ການເພີ້ມພູນຜລິດຜົນ ຢູ່ໃນໂລກ ບໍ່ແນ່ນອນ ແລະການຕົກຕໍ່າ ສາມາດເກີດຂື້ນໄດ້ໃນໂລກ ໂດຍສະເພາະ ການຕົກຕໍ່າ ທາງດ້ານການຄ້າສາກົນ ແລະ ການເພີ້ມ ທະວີ ການວ່າງງານ ຢູ່ໃນໂລກ.

 

ທ່ານໄດ້ຮຽກຮ້ອງ ຕໍ່ປະຊາຄົທສາກົນວ່າ ໃຫ້ຕໍ່ຕ້ານ ກັບການສະກັດກັ້ນ ສິນຄ້າຂາເຂົ້າ ຂອງແຕ່ລະປະເທດ ໂດຍຖືວ່າ ເປັນສິ່ງທີ່ບັ່ນທອນ ການຊຸກສົ່ງ ໃນການເພີ້ມພູນຄືນໃໝ່.

 

ສ່ວນທ່ານ ຫວັງ ຊຸ່ນ ຮອງລັຖມົນຕຣີ ການຄັງ ກໍໄດ້ປະກາດຕໍ່ ສື່ ມວນຊົນວ່າ ການເກັບ ພາສີ ອາກອນ ໃນຈີນ ຈະຕ້ອງສູງຂື້ນໃນ ໄຕຣມາດທີ 4 ຍ້ອນ ຈີນໄດ້ຮັບຜົນກະທົບຈາກ ວິກິດການ ເສຖກິດ ແລະ ການເງີນ ຂອງໂລກ.

 

ການໄດ້ຮັບ ການເພີ້ມພູນຜລິດຜົນ ເຊັ່ນນີ້ ແມ່ນເປັນຍ້ອນ ການຊີດ ເງີນຢ່າງມະຫາສານ ເພື່ອໃຫ້ມີການກູ້ຢືມ ຈາກທະນາຄານແລະ ການ ລົງທຶນຂອງລັດວິສະຫະກິດ. ສປ ຈີນ ສາມາດ ກະຕຸ້ນ ເສຖກິດ ບໍ່ໃຫ້ ຖອຍຫລັງ ແບບຮຸນແຮງໄດ້ ກໍເພາະວ່າ ລັດ ໄດ້ຂື້ນແຜນທຸ້ມເງີນ ອອກ ໄສ່ການລົງທຶນ ໃນ ທ້າຍປີ 2008 ເຖີງ 4.000 ພັນລ້ານ ຢວນ ( 390 ພັນລ້ານ ເອີໂຣ) ສຳຫລັບ 2 ປີ, ສະເລັ່ຽແລ້ວ ທຽບເທົ່າກັບ 13% ຂອງຍອດຜົນຜລິດພາຍໃນ ຂອງຈີນ.

 

ແຕ່ວ່າ ຄນະສ້ວຽຊານ ເປັນຫ່ວງ ຢ້ານເກີດມີ ປຸ່ມເປົ້າເປົ່າ ຢ່າງໃຫຍ່ ຫລວງ ແລະເຮັດໃຫ້ເກີດ ການຂາດບຄວາມກໍ້າເກີ່ງ ທາງດ້ານ ເສຖກິດ ຢ່າງໃຫຍ່ ໄປຕາມໆກັນ. ເພາະລັຖບານທ້ອງຖິ່ນ ໄດ້ສເນີ ຢືມເງີນ ລົງທຶນ ໄສ່ແຕ່ ໂຄງການໃຫຍ່ໆ ແລະ ບັນດາທະນາຄານ ກໍໄດ້ຊິດເງີນ ໃຫ້ ເຖີງ 8.670 ພັນລ້ານຢວນ ໃນ 9 ເດືອນ ຂອງປີນີ້, ຖ້າທຽບ ໄສ່ 2008 ນັ້ນ ແມ່ນສູງຂື້ນ 75%.

 

ໂຄງການດັ່ງກ່າວນີ້ ໄດ້ອຳນວຍໃຫ້ ເກີດການເພີ້ມພູນ ໃນການບໍຣິໂພກ ທາງລົດຍົນ ລະດັບນ້ອຍ ຍ້ອນມີການຊ່ວຍເຫຼືອເງີນ ຍຸຍົງໃຫ້ບໍຣິໂພກ, ສ່ວນ ການທຸ້ມທຶນໄສ່ ໂຄງການສ້າງ ສາທາຣະນະ ປະໂຍດ ແລະໄສ່ ການຜລິດສິນຄ້າ ບາງຂແໜງ ນັ້ນ ກໍໄດ້ເປັນໄປ ຢ່າງມະຫາສານ.

 

ແລະໃນຄນະດຽວກັນ ສ້ວຽຊານ ບາງທ່ານ ກໍໄດ້ເປັນຫວ່ງ ຢ້ານຊ່ຽງຕໍ່ ການກູ້ຢືມ, ເພາະ ເງີນທີ່ ທຸ້ມເທ ອອກໃຫ້ລົງທຶນຢ່າງ ມະຫາສານນັ້ນ ອາດຊ່ຽງຕໍ່ການເກັບກູ້ ເອົາໜີ້ສິນ ກັບຄືນ (ຄື ອາດມີການເຈັ້ງ ລະລາຍ ເປັນບາງສ່ວນ ກໍເປັນໄດ້).

 

ອີກປະການນຶ່ງ, ການຜລິດສິນຄ້າອອກ ຢ່າງມະຫາສານນັ້ນ ຢ່າງຊ່ຽງຕໍ່ ການຂາດຕລາດ ຕົວຢ່າງ ການຜລິດ ຊີ່ມັງ ກໍ່ສ້າງ 300 ລ້ານ ໂຕນ ນັ້ນ ສູງຂື້ນ 65,8% ໃນ 7 ເດືອນຕົ້ນຂອງປີນີ້ ທຽບເທົ່າກັບ ການ ບໍຣິໂພກ ປະຈຳປີຮ່ວມກັນໃນ 3 ປະເທດ ຄື  ອິນເດັຽ, ອາເມຣິກາ ແລະ ຍີ່ປຸ່ນ.

 

ສະພາບການໃນ ຈີນປັດຈຸບັນນີ້ ແມ່ນລະບົບ ການເປີດກວ້າງຕໍ່ ເສຖະກິດຕລາດ, ສະນັ້ນ ລັຖບານຄວນ ລຸດຜ່ອນການຄວບຄຸມ ຄື ຄວນໃຫ້ມີການແລກປ່ຽນແບບເສຣີ ແລະການ ໂອນລັດວິສະຫະກິດ ໃຫ້ເອກະຊົນ ກໍຄວນຂາຍອອກໃຫ້ຫລາຍຂື້ນກວ່າເກົ່າ, ເພາະ ຈີນ ຕ້ອງການ ໃຫ້ມີລະບົບຕລາດ ຢ່າງມີອິສຣະພາບ ຫລາຍອີກຕື່ມ ບໍ່ ແມ່ນວ່າ ລັດຈະຄວບຄຸມ ຢ່າງຫັດກຸມຕລອດ.

 

ສະລຸບແລ້ວ ການມີຄວາມສາມາດສູງ ໃນການຜລິດ ເກີນໄປໂພດນີ້ ເຮັດໃຫ້ ລັຖບານກາງ ແລະສ້ຽວຊານ ຫວັ່ນວິຕົກ ເປັນຢ່າງມາກ ເພາະຢ້ານ ການບໍຣິໂພກ ບໍ່ສາມາດ ຮອງຮັບເອົາ ຈຳນວນ ສິນຄ້າ ທີ່ຜລິດອອດ ຢ່າງມະຫາສານນັ້ນໄດ້.

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU