ຄົ້ນຫາຂໍ້ມູນ

/ languages

Choisir langue
 

ປັນຫາ ພາວະ ໂລກຮ້ອນ

ຢຸໂຣບ ແບ່ງແຍກ ເຣື່ອງອອກເງິນ ຊ່ວຍປະເທດຍາກຈົນ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 28/10/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 28/10/2009 06:59 TU

ພາວະໂລກຮ້ອນເຮັດໃຫ້ເກີດການປັ່ນປ່ວນຂອງດິນຟ້າອາກາດ ທີ່ຄີຍຮ້ອນກາຍເປັນໜາວ ທີ່ເຄີຍ
ໜາວກາຍເປັນຮ້ອຍ ທີ່ເຄີຍແລ້ງເກີດນໍ້າຖ້ວມ ທີ່ເຄີຍຖືກນໍ້າຖ້ວມ ກາຍເປັນແຫ້ງແລ້ງ ແລະ ເກີດ
ໄພພິບັດທັມມະຊາດລຽນຕິດໃນໂລກ ໃນພາບ: ນໍ້າຖ້ມທີ່ປະເທດອິນເດັຽ (ພາບ: Reuters)

ພາວະໂລກຮ້ອນເຮັດໃຫ້ເກີດການປັ່ນປ່ວນຂອງດິນຟ້າອາກາດ ທີ່ຄີຍຮ້ອນກາຍເປັນໜາວ ທີ່ເຄີຍ ໜາວກາຍເປັນຮ້ອຍ ທີ່ເຄີຍແລ້ງເກີດນໍ້າຖ້ວມ ທີ່ເຄີຍຖືກນໍ້າຖ້ວມ ກາຍເປັນແຫ້ງແລ້ງ ແລະ ເກີດ ໄພພິບັດທັມມະຊາດລຽນຕິດໃນໂລກ ໃນພາບ: ນໍ້າຖ້ມທີ່ປະເທດອິນເດັຽ (ພາບ: Reuters)

ບັນຍາກາດຂ້ອນຂ້າງສ່ຽງຕໍ່ການປະສົບກັບຄວາມລົ້ມແຫລວ ສຳລັບກອງປະ
ຊຸມສຸດຍອດຂອງ ສຫພ ຢຸ ໂຣບ ວ່າດ້ວຍການປ່ຽນແປງຂອງອາກາດ ທີ່ຈະມີ
ຂຶ້ນໃນວັນພະຫັດ ແລະ ວັນສຸກ ຈະເຖິງນີ້ ຄື ມື້ອື່ນແລະ ມື້ຮື ທີ່ກຸງບຣັສເຊລ
ປະເທດເບລຢ້ຽມ

ທີ່ວ່າບັນຍາກາດຂ້ອນຂ້າງສ່ຽງກັບຄວາມລົ້ມແຫລວ ກໍເພາະໃນຈຳນວນ 27 ປະເທດສະ
ມາຊິກນັ້ນ ມີການແບ່ງກັນອອກປັນສາມກຸ່ມທີ່ບໍ່ສອດຄ່ອງກັນ ກ່ຽວກັບການອອກງົບປະມານ
ການໃຊ້ຈ່າຍ ເພື່ອຊ່ວຍເຫລືອບັນດາປະເທດຍາກຈົນ ໃຫ້ຕໍ່ສູ້ກັບພາວະໂລກຮ້ອນ

« ກອງປະຊຸມແມ່ນເພື່ອຫາທາງຕົກລົງກັນທາງດ້ານການເງິນ ເພື່ອຊ່ວຍເຫລືອບັນດາປະ
ເທດທຸກຍາກ ຖ້າພວກເຮົາຕົກລົງກັນໄດ້ ກອງປະຊຸມສຸດຍອດນາໆຊາດທີ່ ໂຄເປັນເຮເກັນ
ປະເທດເດນມາຣ໌ກ ທ້າຍປີນີ້ ຈຶ່ງຈະປະສົບຜົນສຳເຣັດ ຖ້າພວກເຮົາຕົກລົງກັນບໍ່ໄດ້ກອງ
ປະຊຸມນາໆຊາດກໍຈະລົ້ມແຫລວ » ທ່ານນາງ Cecilai Malmström ຣມຕ ຮັບຜິດຊອບ
ກິຈການ ສຫພ ຢຸໂຣບ ຂອງ ປະເທດສວີເດັນ ໃນນາມປະທານສະຫະພາບ ໄດ້ກ່າວຕໍ່ຜູ້
ສື່ຂ່າວ

ການຊ່ວຍເຫລືອທາງດ້ານການເງິນ ແກ່ບັນດາປະເທດທຸກຍາກເພື່ອໃຫ້ຕໍ່ສູ້ກັບພາວະໂລກ
ຮ້ອນ ເປັນປະເດັນສຳຄັນຍິ່ງ ຂອງກອງປະຊຸມສຸດຍອດນາໆຊາດທ້າຍປີນີ້ ທີ່ປະເທດເດນ
ມາຣ໌ກ ຍັງເຫລືອອີກປະມານຫົກອາທິດເທົ່ານັ້ນ ກໍຈະເຖິງວັນເປີດປະຊຸມແລ້ວ ແຕ່ທາງ
ສຫພ ຢຸໂຣບ ຍັງຫາທາງຕົກລົງກັນບໍ່ໄດ້

ໃນກອງປະຊຸມເມື່ອອາທິດແລ້ວນີ້ ຂອງບັນດາ ຣມຕ ການເງິນ ແລະ ສະພາບສິ່ງແວດ
ລ້ອມຂອງສະຫະພາບ ເພື່ອກະກຽມກອງປະຊຸມສຸດຍອດ ບໍ່ສາມາດຕົກລົງຫຍັງກັນໄດ້
ເລີຍ

ເຮົາສັງເກດເຫັນ ວ່າ ໃນບັນດາ 27 ປະເທດສະມາຊິກ ມີການແບ່ງກັນອອກ ເປັນສາມ
ກຸ່ມດ້ວຍກັນ

1. ກຸ່ມກຽມພ້ອມທີ່ຈະປະກອບສ່ວນໃນການອອກງົບປະມານ ມີສະຫະຣາຊອານາຈັກ
ເປັນຕົວຕັ້ງຕົວຕີ

2. ກຸ່ມຄອຍຖ້າເບີ່ງໃຫ້ປະເທດອື່ນ ເປັນຜູ້ສແດງເຈຕນາກ່ອນ ມີປະເທດເຍີຣະມັນເປັນ
ຕົວເດັ່ນ  ແລະ

3. ກຸ່ມປະເທດຢຸໂຣບຕະວັນອອກ ມີປະເທດໂປແລນດ໌ເປັນຕົວເດັ່ນ ທີ່ພ້ອມຈະອອກງົບ
ປະມານຮ່ວມສົມທົບ ແຕ່ຕ້ອງໃຫ້ສົມດຸນກັບຖານະຂອງຕົນ

ການທີ່ມີການແບ່ງກຸ່ມແລະແບ່ງທ່າທີຄືແນວນີ້ ແມ່ນຍ້ອນປັນຫາວິກິດການເສຖກິດແລະ
ການເງິນ ທີ່ບໍ່ເອື້ອອຳນວຍໃຫ້ມີໃຈບຸນສຸນທານ ບໍຣິຈາກງົບປະມານເພື່ອຊ່ວຍເຫລືອບັນ
ດາປະເທດທີ່ຍາກຈົນ

ໃນເມື່ອບັນຍາກາດເປັນແນວນີ້ ຈຶ່ງທຳໃຫ້ຫລາຍໆນັກສັງເກດການເຊື່ອວ່າ ກອງປະຊຸມ
ສຸດຍອດ ສຫ ພ ຢຸໂຣບ ໃນມື້ອື່ນແລະມື້ຮື ທີ່ກຸງບຣັຍເຊລ ຈະປະສົບກັບຄວາມຫຍຸ້ງຍາກ

« ພວກເຮົາຫວັງວ່າບັນດາຜູ້ນຳຂອງ 27 ປະເທດສະມາຊິກ ຈະຊອກຫາຊ່ອງທາງຕົກ
ລົງກັນໃຫ້ໄດ້ໃນ ເຣື່ອງການອອກງົບປະມານ ບໍ່ເຊັ່ນນັ້ນກອງປະຊຸມສຸດຍອດໂຄເປັນເຮ
ເກັນ ກໍຈະຕົກລົງກັນບໍ່ໄດ້ » ທ່ານ Stavros Dimas ກັມມາທິການຢຸໂຣບສະພາບສິ່ງ
ແວດລ້ອມ ໄດ້ກ່າວສແດງຄວາມເຫັນຕໍ່ຜູ້ສື່ຂ່າວ

ນອກຈາກນີ້ ຫລາຍໆນັກສັງເກດການຍັງພາກັນຕັ້ງຄຳຖາມອີກວ່າ ທ່ານນາງອັງເຄີລາ
ເມເຄລ ນາຍົກ ຣມຕ ເຍີຣະມັນ ຈະຕັດສິນໃຈແນວໃດໃນກອງປະຊຸມສຸດຍອດທີ່ກຸງບຣັສ
ເຊລ ບໍ່ມີໃຜຄາດຄະເນໄດ້ ທັງນີ້ເພາະປະເທດເຍີຣະມັນ ຄອຍຖ້າການຕັດສິນໃຈຂອງປະ
ເທດອື່ນທີ່ຮັ່ງມີເສັຽກ່ອນ ເຊັ່ນ ສຫຣ ອະເມຣິກາ ແລະ ປະເທດຍີ່ປຸ່ນ ກ່ອນທີ່ຕົນເອງຈະ
ຕັດສິນໃຈອອກນ້ອຍຫລືຫລາຍຊໍ່າໃດ ເປັນຕົວເລກ ຄັກແນ່

ທາງດ້ານ ທ່ານໂດນັລດ໌ ທັສຄ໌ ນາຍົກ ຣມຕ ຂອງປະເທດໂປແລນດ໌ເດ ຈະຕັດສິນໃຈ
ແນວໃດ ໃຜກໍຄາດຄະເນບໍ່ຖືກຄືກັນ ທັງນີ້ຈາກກອງປະຊຸມ ຣມຕ ການເງິນຂອງສະຫະ
ພາບເມື່ອອາທິດແລ້ວນີ້ ຣມຕ ການເງິນຂອງໂປແລນດ໌ ທ່ານJan Rostowski ກໍໄດ້
ສແດງທ່າທີໃຫ້ເຫັນຈະແຈ້ງແລ້ວວ່າ ປະ ເທດຂອງທ່ານຍອມຮັບບໍ່ໄດ້ ທີ່ຈະໃຫ້ບັນດາ
ປະເທດທີ່ຍາກຈົນໃນຢຸໂຣບ ຊ່ວຍເຫລືອບັນດາປະເທດຮັ່ງມີ ເພື່ອໃຫ້ຄວາມຊ່ວຍເຫລືອ
ບັນດາປະເທດທີ່ຍາກຈົນໃນໂລກອີກຕໍ່ໜຶ່ງ

ປະເທດໂປແລນດ໌ ໃຊ້ພລັງງານຖ່ານຫິນຢ່າງຫລວງຫລາຍ ນອກຈາກນີ້ແປດປະເທດ
ໃນຢຸໂຣບກາງ ກໍປະຕິເສດທີ່ຈະອອກເງິນຕາມສັດສ່ວນການປ່ອຍແກ໊ສ CO2 ຂອງຕົນ
ກົງກັນຂ້າມກັບຄວາມຕ້ອງການຂອງບັນດາປະເທດບັນດາປະເທດຢຸໂຣບທີ່ຮັ່ງມີ

ຄນະກັມມາທິການຢຸໂຣບ ໄດ້ຄາດຄະເນຕົວເລກການໃຫ້ຄວາມຊ່ວຍເຫລືອແກ່ບັນດາ
ປະເທດຍາກຈົນ ເພື່ອຕໍ່ສູ້ກັບພາວະໂລກຮ້ອນ ຈຳນວນ 100 00 ລ້ານຢູໂຣຕໍ່ປີ ລະ
ຫວ່າງປີ 2013 ເຖິງ 2020 ໃນນັ້ນເປັນສ່ວນຂອງ ສຫພ ຢຸໂຣບ 15 000 ລ້ານຢູໂຣ
ຕໍ່ປີ ຫ່າງໄກຈາກ 35 000 ລ້ານ ທີ່ບັນດາອົງການຈັດຕັ້ງສະພາບສິ່ງແວດລ້ອມ ໄດ້
ຮຽກຮ້ອງ

ແຕ່ໃນພາວະເສຖກິດທີ່ຝືດເຄືອງ ຍ້ອນວິກິຕການເສຖກິດແລະການເງິນຂອງໂລກ ສຫພ
ຢຸໂຣບຈະຕົກລົງກັນໄດ້ຫລືບໍ່ ຈະມີຄຳຕອບເມື່ອກອງປະຊຸມສຸດຍອດ ທີ່ກຸງບັຣສເຊລ ສິ້ນ
ສຸດລົງ ທ້າຍສັປດານີ້

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU