ຄົ້ນຫາຂໍ້ມູນ

/ languages

Choisir langue
 

ບັນຫານ້ຳ ລະຫວ່າງ ອິສຣາແອລ ແລະ ປ່າແລສຕີ່ນ

ສະພາບການ ຂາດເຂີນ ອັຕຄັດເອົາແທ້

ໂດຍ  ສິຣິ

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 30/10/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 30/10/2009 10:02 TU

ເດັກນ້ອຍປ່າແລສຕີ່ນ ພາກັນ ເກັບນ້ຳ
ໄປໄວ້ໃຊ້    ຮ / ກກ

ເດັກນ້ອຍປ່າແລສຕີ່ນ ພາກັນ ເກັບນ້ຳ ໄປໄວ້ໃຊ້ ຮ / ກກ

ອິງຕາມຄຳເຫັນຂອງສາສດາຈານ
Malin Falkenmark ນັ້ນ  ຕາມ
ທັມມະດາ ແລ້ວ ປະຣິມານນໍ້າ ທີ່
ຄວນສຳລັບ ປະຊາຊົນ ນື່ງຄົນ ນັ້ນ
ແມ່ນ 1 000 m3 ຕໍ່ປີເພື່ອ ໃຫ້
ມັນພຽງພໍ ໃນການໃຊ້ສອຍ ຂອງ
ປະ ຊາຊົນ ຖ້າຫາກວ່າ ປະຣິມານ
ນ້ຳຫາກໄ ດ້ ລຸດ ຕົວເລກນີ້ໄປແລ້ວ
ມັນກໍແມ່ນ ຢູ່ ໃນ ສະພາບການຂາດເຂີນ ອັຕຄັດ ເອົາແທ້
ການໄປຊອກເກັບນ້ຳ ມາແຮໄວ້ ຂອງຊາວ ປ່າແລສຕີ່ນ   ຮ / ແອຣ໌ເເອຟອີ

ການໄປຊອກເກັບນ້ຳ ມາແຮໄວ້ ຂອງຊາວ ປ່າແລສຕີ່ນ ຮ / ແອຣ໌ເເອຟອີ

ເມື່ອຫາກວ່າ ປະຣິມານ ຫາກໄດ້ລຸດ ນັບໄປຈາກ 500 m3 ຕໍ່
ຄົນ ຕໍ່ປີ ແລ້ວ ສະພາບການ ມັນຍີ່ງ ເປັນທີ່ໜ້າວິຕົກແທ້  ໃນ ກໍຣະນີ ປະເທດ ອິສຣາແອລ ສະພາບການ ຍີ່ງຊຸດໂຊມລົງໄປ ເມື່ອ ຄົນນື່ງຯ ຫາກ ມີພຽງ 390 m3 ຂອງ ຈຳນວນ ປະຣິ ມານນ້ຳໃຊ້ ຖ້າຫາກວ່າ ສະພາບການເ ຊັ່ນນີ້ ມັນຫ າກ ດຳ ເນີນໄປແບບນີ້ອີກ ແນ່ນອນຕົວເລກປະຣິມານນ້ຳ ທີ່ ຈຳ ເປັນ ຢູ່ໃນຄວາມຕ້ອງການ ຂອງ ຄົນນື່ງ ມັນ ກໍ ແມ່ນຈະ ນອນຢູ່
ໃນ 258 m3 ສະເພາະ ຜູ່ນື່ງ ຕໍ່ປີ ໃນປີ 2020

ຄວາມ ບໍ່ສເມີພາບ ອີກ ອັນນື່ງ ທີ່ມັນສແດງ ໃຫ້ເຫັນ ວ່າ ມັນເປັນ ທີ່ໜ້າ ເສົ້າໃຈ ອີກອັນນື່ງນັ້ນ ກໍແມ່ນ ໃນບາງເຂດ
ທີ່ ມີ ການອາໃສຢູ່ຂອງ ຊົນຊາວຍີວ ທີ່ມາ ຈາກປະເທດອື່ນ
ທີ່ ເອີ້ນກັນວ່າ ພວກ ໂກ່ລົ່ງ ເພາ ະເປັນຄົນຍີວໄປຈາກ ປະ
ເທດອື່ນ ການໃຊ້ນ້ຳ ຂອງເຂົາເຈົ້າ ແມ່ນ ເຫັນວ່າ ມັນເປັນ
ການ ຟຸ່ມເຟືອຍ ເຫລືອເຫດ ທັງນີ້ ກໍ ເຫັນວ່າ ໃນ ຄະຣຶຫາດ ຂອງເຂົາເຈົ້າ ມີ ທັງ ສະລອຍນ້ຳ ມີສນາມຫຍ້າ ອັນຂຽວສົດ ງົດງາມ ເພາະຖືກຫົດຢ່າງດີ ພ້ອມທັງ ແຫລ່ງກະສິກັມ ອັນ ອຸດົມສົມບູນ ກໍເຫັນວ່າ ມັນ ເປັນ ການລ້ຳເລື່ອມເອົາປຽບ
ກັນ ເພາະ ໃນເຂດອັນໃກ້ຄຽງ ກໍ ແມ່ນມີ ການເປັນຢູ່ ທີ່ ຂາດແຄນ ແຫ້ງແລ້ງ ທີ່ສຸດ ເພາະສາມາດໃຊ້ນ້ຳໄດ້ພຽງ
20 ລິດເທົ່ານັ້ນເອງ

ຝ່າຍໜັງສືພີມ Jerusalem Post ໄດ້ ອອກຂ່າວວ່າ ທາງ ການທີ່ກ່ຽວຂ້ອງດ້ານນີ້ ກໍໄດ້ ມີການແຈກປັນ ປະຣິມານ
ນ້ຳ ໃຫ້ແຕ່ລະຝ່າຍ ຕາມຄວາມເໝາະສົມ ຄື ການໃຊ້ ນ້ຳ 
ແກ່ ຄົນອິສຣາແອລ ປ ະຈຳວັນຜູ່ນື່ງ 408 ລິດ ສ່ວນສຳລັບ
ຄົນ ປ່າແລສ ຕີ່ນນັ້ນ ແມ່ນ 200 ລິດ ຕໍ່ຄົນ ແລະ ທາງການ
ຂອງ ອິສຣາແອລ ກໍ ກ່າວວ່າ ມີ ປະຣິມານ ບໍ່ ສເມີພາບກັນ
ຢູ່ ແຕ່ ກໍ ບໍ່ເປັນທີ່ ໜ້າວິຕົກພິລືກໂພດໄປ ເທົ່າການ ທັກທວ້ງ ຂອງອົງການນິຣະໂທສກັມ
 

ຄວາມເປີເປື້ອນເພີ່ມຂື້ນ ເມື່ອ ຮ່ອງນ້ຳ ຫາກຂາດ ການຮັກສາ ຄວາມສອາດ
ຮ / ກກ

ຄວາມເປີເປື້ອນເພີ່ມຂື້ນ ເມື່ອ ຮ່ອງນ້ຳ ຫາກຂາດ ການຮັກສາ ຄວາມສອາດ ຮ / ກກ

ປະຊາຊົນ ປ່າແລສຕີ່ນ ຂາດນ້ຳສອາດໃຊ້

ອີງຕາມ ກະຊວງການຕ່າງປະເທດ ອິສຣາແອລ ນັ້ນ ກໍ ແມ່ນ
ວ່າ ທາງການ ກໍໄດ້ ແບ່ງປັນ ນ້ຳໃຊ້ ໃຫ້ ຝ່າຍ ປ່າແລສຕີ່ນ ຢ່າງເໝາະສົມ ແລະ ເຂົາເຈົ້າ ກໍ ມີ ສິດ ໄດ້ຮັບ ປະຣິມານນ້ຳ ຈຳນວນ23,6 m3 ຕໍ່ປີ ຕາມສັນຍາ ທີ່ໄດ້ຕົກລົງກັນທັງ ສອງ
ຝ່າຍ ແລະ ອິສຣາແອລ ກໍແມ່ນໄດ້ນັບຖືສັນຍາ ຕາມ ທີ່ໄດ້ ກຳໜົດໄວ້ ພ້ອມກັນນີ້ອີກ ຖແລງການຂອງ ກະຊວງ ຕ່າງ
ປະເທດ ຂອງ ອິສຣາແອລ ກໍຍັງກ່າວ ແຍ້ງໄປອີກວ່າ ແມ່ນ ປ່າແລສຕີ່ນນັ້ນເອງ ທີ່ໄດ້ລະເມີດ ການມີພັນທະດ້ວຍກັນ ໂດຍ ເຂົາເຈົ້າ ໄດ້ ຂຸດນ້ຳສ້າງ ເຖີງ 250 ບ່ອນ ຢ່າງບໍ່ໄດ້ ແຈ້ງໃຫ້ ຊາບເລີຍ ແລະເຂົາເຈົ້າ ກໍ ບໍ່ໄດ້ສ້າງໂຮງກັ້ນນ້ຳສອາດເລີຍ

ເພີ່ມອິກໃນສະຖານະການ ທີ່ ຊີສຊ໊ອກດານີ່ ນັ້ນ ກໍແມ່ນ ໄດ້ ຖືກປິດໄປ ຫລາຍບ່ອນ ຫລື ບາງແຫ່ງ ກໍ ແມ່ນ ຖືກຈຳກັດ ບໍ່ໃຫ້ສັນຈອນໄດ້ ອົງການ ນິຣະໂທສກັມ ໄ ດ້ ເຜີຍວ່າ ຢ່າງ
ນ້ອຍ ກໍ ມີ ຄົນ ປ່າແລສຕີ່ນ   ປະມານ 180 000   ຫາ
200 000 ຄົນ ທີ່ປະສົບ ກັບ ບັນຫາຂາດ ນ້ຳໃຊ້ຕ າມສົມ
ຄວນ ທີ່ ຊີສຊ໊ອກດານີ່ ບໍ່ໃຫ້ສົ່ງ ອຸປະກອນເຫລັກ ເຂົາມາ
ນຳໃຊ້ ໃນເຂດ ກ່າຊ່າ ການບຸກໂຈມຕີ ຈາກ ກຳລັງ ອິສຣາ
ແອລໄດ້ພາໃຫ້ ອ່າງເກັບນ້ຳ , ນ້ຳ ສ້າງ , ຮ່ອງນ້ຳ ບໍ່ສອາດ ບ່ອນສູບນ້ຳ ໄດ້ຮັບຄວາມເສັຍຫາຍຢູ່ແລ້ວ ບວກ ກັບ ການ
ເຮັດ blocus ຂອງ ອິສຣາແອລ ແລະ ອີຢິບ ນອກຈາກນີ້ອີກ ລະບົບ ການໝູນວຽນ ກັ້ນນ້ຳໃຫ້ ສອາດ ມັນໄດ້ຮັບ ຄວາມ
ເສັຍ ຫາຍ ຫລາຍ ທີ່ສຸດ ແຕ່ ກໍບໍ່ສາມາດ ໄດ້ຮັບການຊ້ອມ
ແປງ ໄດ້ ເພາະວ່າ ທຸກຢ່າງທີ່ ເປັນທໍ່ເຫລັກ ແລະ ອຸປະກອນ ໂລຫະ ແມ່ນຖືກຫ້າມ ສົ່ງເຂົ້າໄປຍັງເຂດ ປ່າແລສຕີ່ນ ເພາະ ຢ້ານຈະ ມີ ການ ເອົາ ອຸປະກອນ ເຫລົ່ານັ້ນ ໄປຖືກໝູນໃຊ້
ເປັນ ລູກສອນໄຟ ແບບ ຫັຖກັມ ແຄມຝັ່ງ ທະເລ ທີ່ ເຂດ ກ່າ
ຊ່າ ນ້ຳທະເລ ແລະ ຊາຍຫາດ ແມ່ນ ເປື້ອນເປີ ມີມົລພິດ
ທັງນັ້ນ ເພາະ ວ່າທໍ໋ນ້ຳ ສົ່ງ ນ້ຳເປື້ອນ ມັນ ໄດ້ຮັບຄວາມ ເສັຍຫາຍ ຈາກການໂຈມຕີ ຕັ້ງແຕ່ປີກາຍ

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU