ຄົ້ນຫາຂໍ້ມູນ

/ languages

Choisir langue
 

ກອງປະຊຸມສຸດຍອດ ສະຫະພາບ ເອີຣົບ

ວ່າດ້ວຍ ອຸ່ນຫະພູມ

ໂດຍ ບັນດານ ສີສຸນທອນ B. Sisounthone

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 30/10/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 30/10/2009 12:26 TU

ກອງປະຊຸມສຸດຍອດ ສະຫະພາບ ເອີຣົບAfp

ກອງປະຊຸມສຸດຍອດ ສະຫະພາບ ເອີຣົບ
Afp

ສຫພ ເອີຣົບ ພະຍາຍາມ ແກ້ໄຂຂໍ້ຂັດແຍ້ງ ກ່ຽວກັບ ການຊ່ວຍເຫຼືອ ປະເທດທຸກ ເພື່ອປະເຊີນໜ້າກັບ ຄວາມອົບເອົ້າໃນອາກາດ

ບັນດາຜູ່ນຳ ເອີຣົບ 27 ປະເທດ ພະຍາຍາມ ແກ້ໄຂຂໍ້ຂັດແຍ້ງ ທີ່ ກອງປະຊຸມ ບຣຸກແຊ່ນ ກ່ຽວກັບ ການຊ່ວຍເຫຼືອ ປະເທດທຸກ ເພື່ອ ປະເຊີນໜ້າກັບ ຄວາມອົບເອົ້າໃນອາກາດ. ໂດຍຫວັງວ່າ ຈະມີນໍ້າ ໜັກ ໃນການຕໍ່ລອງ ທີ່ກອງປະຊຸມຍຸດຍອດ ລະດັບໂລກ ທີ່ນະຄອນ ຫລວງ ໂກເພີ່ນນາກ ໃນເດືອນ ທັນວາ ໜ້ານີ້.

 

ການຕົກລົງສ່ວນໃຫຍ່ ກ່ຽວກັບ ການແບ່ງປັນ ການຊ່ວຍເຫຼືອ ດ້ານ ການເງີນ ເພື່ອຕໍ່ຕ້ານ ກັບການປ່ຽນແປງ ອຸ່ນຫະພູມ ໃນແລງ ວານນີ້ ຍັງບໍ່ທັນບັນລຸຜົນ ແລະໄດ້ແຍກກັນ ອອກຈາກໂຕະປະຊຸມ ຄັ້ງທຳອິດ, ເພາະກຸ່ມປະເທດ ອະດີດ ຄອມມູຍນິດ ໄດ້ງັດການເຈຣະຈາ.

 

ການເຈຣະຈາ ໄດ້ດຳເນີນຕໍ່ ໃນຕອນກາງຄືນ ແລະປັດຈຸບັນນີ້ ຍັງລໍ ຖ້າ ຄຳສະເນີ ຂອງກຸ່ມ ດັ່ງກ່າວນັ້ນຢູ່, ແຕ່ເຫັນວ່າ ການຕົກລົງ ກໍ ໄດ້ຄ່ອຍໆຄືບໜ້າ ກ້າວໄປຫາການແບ່ງປັນ ການຊ່ວຍຕໍ່ບັນດາ ປະເທດ ທີ່ທຸກຈົນ. ບາງທີອາດຈະຕົກກັນໄດ້ໃນມື້ນີ້.

 

ຈຸດຄັດແຍ້ງ ໃນໂຄງການ ມີ 2 ປະເດັນ :

1/- ສຫພ ເອີຣົບ ຕ້ອງຮວມກັນເປັນສຽງດຽວກັນ ໃນກອງປະຊຸມ ສາກົນ ກ່ຽວກັບ ອຸ່ນຫະພູມ ທີ່ໂກເພີ່ນນາກ.

2/- ກຸ່ມ 9 ປະເທດ ຄອມມູຍນິດປາຖນາ ຢາກຮູ້ຈັກຈຳນວນແນ່ນອນ ວ່າ ພວກຕົນຈະຕ້ອງໄດ້ ຖືກແບ່ງປັນ ຮັບພາຣະນ້ອຍຫລາຍພຽງໃດ ໃນກໍຣະນີ ຖ້າມີການຕົກລົງ ໃນລະດັບສາກົນ.

ສ່ວນເຍັຽຣະມັນ ກໍບໍ່ຕ້ອງການ ມັດແຂນມັດຂາຕົນເອງ ກ່ອນການເຈ ຣະຈາ ທີ່ຍຸ້ງຍາກນີ້, ພຽງແຕ່ສະເນີວ່າ ຈະໃຫ້ການຄໍ້າປະກັນ ໃຫ້ມີ ລະບົບການຊ່ວຍເຫຼືອດ້ານການເງີນ ແບບມີກຳນົດ.

 

ອີກປະການນຶ່ງ ປະທານວຽນ ເອີຣົບ ກໍໄດ້ຫຍໍ້ວ່າ ອີງຕາມ ອະນຸສັນ ຍາ ກຽວໂຕ ນັ້ນ ເອີຣົບ ຕາເວັນອອກ ອາດຖືກ ແບ່ງປັນ ຫລາຍພັນ ລ້ານ ເອີໂຣ ກ່ຽວກັບສິດທິ ໃນການພົ່ນ ອາຍພິດໄສ່ອາກາດ.

 

ຖ້າອິງຕາມຕົວເລກຂອງ ຄນະກັມມາທິການ ເອີຣົບ ນັ້ນຄາດວ່າ ທັງ ໝົດປະມານ 100 ພັນລ້ານ ເອີໂຣ ສຳຫລັບໃຫ້ການຊ່ວຍເຫຼືອ ຕໍ່ປະເທດທຸກ ແຕ່ນີ້ ຫາ 2020.

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU