ຄົ້ນຫາຂໍ້ມູນ

/ languages

Choisir langue
 

ສປປລາວ / ການຊຸມນຸມ

ກວ່າ 3 ຮ້ອຍຄົນ ຖືກ ສອບປາກຄວາມ

ໂດຍ  ສິຣິ

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 04/11/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 06/11/2009 15:08 TU

ແຜນທີ່ປະເທດລາວ ແລະ ສີຂອງທຸງ     
ຮ / ຟຕລອ

ແຜນທີ່ປະເທດລາວ ແລະ ສີຂອງທຸງ ຮ / ຟຕລອ

ອິງຕາມ ຖແລງການ ຂອງຂບວນການ ລາວ ເພື່ອສິດທິມະນຸສ ທີ່ມີສຳນັກງານ ຢູ໋ ທີ່ຝຣັ່ງ ນັ້ນ ແມ່ນ ໄດ້ມີ ປະຊາຊົນ ປະມານ ກວ່າ 3 ຣ້ອຍຄົນ ໄດ້ພາກັນ ຕຽມ ທີ່ຈະ ມີການຊຸມນຸມ ແບບ ສງົບ ໃນວັນຈັນ ຜ່ານມາ ແລະ ຈຸດປະສົງ ຂອງການເຄື່ອນໄຫວ ຂອງ ເຂົາເຈົ້າ ກໍ ແມ່ນ ທວງ ໃຫ້ມີການ ນັບຖື ສິດ ທິ ມະນຸສຊົນ ໃຫ້ມີການຈັດ ລະບົບ ການ ມີ ຫລາຍພັກ ການເມືອງ

ປະຊາຊົນ ກວ່າ ສາມຮ້ອຍ ຄົນ ໄດ້ຖືກ ເຈົ້າໜ້າທີ່ ຂອງ ທາງ ການ ນຳໄປສອບສວນ ອິງຕາມ ແຫລ່ງຂ່າວ ຂອງ ຂບວນ ການລາວ ເພື່ອສິດທິ ມະນຸສຊົນ ທີ່ ມີສຳນັກງານ ຢູ່ທີ່ປະເທດ
ຝຣັ່ງ

ເປັນການ ຖືກເອີ້ນຕົວໄປ ສອບປາກຄວາມ ຕັ້ງແຕ່ເຊົ້າມືດ
ຂອງ ວັນຈັນ ທີ່ 2 ພະຈິກ ໃນ ຫລາຍແຫ່ງ ເຊັ່ນ:
              - ທີ່ແຂວງ ບໍຣິຄຳໄຊ ກວ່າ ຮ້ອຍຄົນ
              - ເມືອງ ໂພນໂຮງ ປະມານ 20 ຄົນ
              - ທີ່ ວຽງຈັນ ປະມານກວ່າ 200 ຄົນ

ຖແລງການ ຂອງຂບວນການລາວ ເພື່ອ ສິດທິມະນຸສ ກໍຍັງ
ໄດ້ ລາຍງານ ອີກ ວ່າ ບຸກຄົນເຫລົ່ານີ້ ແມ່ນຕຽມກັນເພື່ອ
 ໃຫ້ ມີ ການຊຸມນຸມກັນ ແບບສັນຕິ ຫາກແຕ່ ໄດ້ຖືກ ເອີ້ນ 
  ໄປສອບປາກຄວາມເສັຍກ່ອນ

ຈາກແຫລ່ງຂ່າວ ຂອງ ຂບວນການ ທີ່ໄດ້ຮັບມາ ກໍ ແມ່ນ ເຂົາເຈົ້າ ຕ້ອງ ການ ຮຽກຮ້ອງ ໃຫ້ມີ ຫລັກການ ປະຊາທິ
ປະໄຕ ອັນແທ້ຈີງ ການນັບຖື ສິດທິ ມະນຸສ ຂໍໃຫ້ ມີການລົບ
ລ້າງ ສັນຍາພິເສດ ລາວ-ວຽດນາມ ຕັ້ງແຕ່ ປີ 1977 ໃຫ້ ມີການປ່ອຍຕົວ ນັກໂທດການເມືອງ ແລະ ມີ ການ ຈັດລະ
ບົບ ການປົກຄອງປະເທດ ແບບມີ ຫລາຍພັກການເມືອງ

ເຖີງວ່າຫລາຍຄົນໄດ້ຖືກ ປ່ອຍຕົວໄປ ແຕ່ ກໍຍັງ ມີ 9 ຄົນ ຍັງຖືກຈັບຕົວຢູ່

ພວກເຮົາໄດ້ມີໂອກາດ ຂໍ ຄວາມເຫັນ ຂອງ ທ່ານນາງ ວະນິດາ ເທບສຸວັນ ປະທານ ຂອງ ຂບວນການລາວ ດ້ານສິດທິມະນຸສຊົນ ຊື່ງໄດ້ໃຫ້ ທັສນະ ດັ່ງນີ້

 

ຂບວນການລາວເພື່ອ ສິດທິມະນຸສຊົນ / ຄຳເຫັນ

05/11/2009


ເພີ່ມເຖີງ ໜ້າທີ່ ແລະການປະຕິບັດງານ ຂອງ ການຈັດ
ຕັ້ງ ຂອງທ່ານນັ້ນ ປະທານ ກໍ ກ່າວ ວ່າ

ຂບວນການລາວເພື່ອ ສິດທິມະນຸສຊົນ / ການເຄື່ອນໄຫວ

05/11/2009


ກ່ຽວເຣື້ອງນີ້ ພວກເຮົາໄດ້ພຍາຍາມ ຕິດຕໍ່ ໄປຍັງ ໂຄສົກ ຂອງກະຊວງຕ່າງ ປະເທດ ຂອງລາວ ແຕ່ ກໍ ບໍ່ສາມາດ ສື່
ສານໄດ້ ຜ່ານໂທຣະຊັບ ມືຖືຂອງເພີ່ນ

ເພື່ອ ຄວາມກະຈ່າງແຈ້ງ ໃນ ເຣື້ອງນີ້ ທ່ານ ສົມສວາດ
ເລັ່ງສວັດ ຮອງນາຍົກ ຣມຕ ຂອງລາວ ໄດ້ໃຫ້ ຄໍາອະທິ
ບາຍເພີ່ມແກ່ ຜູ່ລາຍງານຂ່າວປະຈຳ ຂອງ ແອຣ໌ແອຟອີ
ຜແນກ ພາສາລາວ ຈາກ ກຸງບາງກອກ ໃນ ຕອນແລງ ວັນພຸດວ່າ ເປັນ ການສ້າງ ເຣື້ອງ ຂື້ນມາຢ່າງ ບໍ່ມີເຈຕ
ນາດີເລີຍ ແລະ ທ່ານ ກໍຍັງ ຢືນຢັນ ຕື່ມ ວ່າ ທີ່ ສປປລາວ
ນັ້ນ ມີການນັບຖື ສິດທິມະນຸສຕາມຫລັກ ການສາກົນ

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU