ຄົ້ນຫາຂໍ້ມູນ

/ languages

Choisir langue
 

ອິນໂດເນເຊັຍ

ສໍ້ລາດບັງຫລວງ : ຂັ້ນສູງ ລາອອກຈາກຕຳແໜ່ງ

ໂດຍ ບັນດານ ສີສຸນທອນ B. Sisounthone

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 05/11/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 05/11/2009 12:20 TU

ທ່ານ ສຸສໂນ່ ດູອາດຈີ່ ຫົວໜ້າກົມຕຳລວດ ສອບສວນ ແຫ່ງຊາດReuters

ທ່ານ ສຸສໂນ່ ດູອາດຈີ່ ຫົວໜ້າກົມຕຳລວດ ສອບສວນ ແຫ່ງຊາດ
Reuters

ຜູ່ນຳ ສຳຄັນ 2 ທ່ານ ໄດ້ລາອອກຈາກຕຳແໜ່ງ ໃນຖານ ສໍ້ລາດ ບັງຫລວງ ໃນນັ້ນມີ ຫົວໜ້າຕຳລວດ ແລະ ຮອງໄອຍາການ ສານ ສູງສຸດ.

ທ່ານ ສຸສໂນ່ ດູອາດຈີ່ ຫົວໜ້າກົມຕຳລວດ ສອບສວນ ແຫ່ງຊາດ ແລະ ທ່ານ ອັບດູນ ຮາກິມ ຣີ່ຕົ່ງກ່າ ຮອງໄອຍາການ ສານສູງສຸດ ໄດ້ຖືກ ຕູ່ກ່າວຫາວ່າ ສົມຮູ້ຮ່ວມຄິດຕ້ານ ອົງການຕໍ່ຕ້ານ ການສໍ້ລາດ ບັງຫລວງໃນ ອິນໂດເນເຊັຍ.

ທ່ານ ດູອາດຈີ່ ໄດ້ລາອອກຈາກ ຕຳແໜ່ງ ໃນມື້ນີ້ ແລະ ທ່ານ ຣີ່ຕົ່ງກ່າ ນັ້ນ ໄດ້ລາອອກ ໃນວັນອັງຄານ.

 

ທ່ານ ອັບດູນ ຮາກິມ ຣີ່ຕົ່ງກ່າ ຮອງໄອຍາການ ສານສູງສຸດReuters

ທ່ານ ອັບດູນ ຮາກິມ ຣີ່ຕົ່ງກ່າ ຮອງໄອຍາການ ສານສູງສຸດ
Reuters

 

ອິງຕາມຜົນລາຍງານ ຂອງ ອົງການເພື່ອຄວາມໂປ່ງໄສ ສາກົນ ນັ້ນໄດ້ເຜີຍວ່າ ວົງການຍຸຕິທັມ ແລະ ຕຳລວດ ເປັນວົງການທີ່ ມີການສໍ້ລາດບັງຫລວງ ຢ່າງອອກໜ້າອອກຕາ ໃນອິນໂດເນເຊັຍ.

 

ທ່ານ ດານູຣີ ອະທິບໍດີ ກົມຕຳລວດແຫ່ງຊາດ ໄດ້ໃຫ້ການ ຕໍ່ສື່ ມວນຊົນ ໃນມື້ວານນີ້ ກ່ຽວກັບ ຫົວໜ້າຂອງທ່ານວ່າ "ທ່ານຈະຂໍ ລາອອກຈາກ ຕຳແໜ່ງ ແລະພວກເຮົາ ກໍຈະຮັບ ຕາມລະບຽບ ກົດໝາຍ ທີ່ໄດ້ລະບຸໄວ້".

 

ສ່ວນຫົວໜ້າສານສູງສຸດ ກໍໄດ້ລາຍງານວ່າ "ຜູ່ຮອງ ຂອງທ່ານ ໄດ້ຍືນໃບລາ ອອກຈາກຕຳແໜ່ງ ແຕ່ວັນອັງຄານ ພຸ້ນແລ້ວ".

 

ທ່ານ ສຸສໂນ່ ດູອາດຈີ່ ແລະ ທ່ານ ອັບດູນ ຮາກິມ ຣີ່ຕົ່ງກ່າ ຢູ່ໃນ ໃຈກາງບັນຫາ ທີ່ສ້າງຄວາມອັບອາຍຂາຍໜ້າ ໃນວົງການເມືອງ ໃນ ນະຄອນຫລວງ ຊາກ່າຕ່າ ມາໄດ້ຫລາຍອາທິດແລ້ວ.

ພວກກ່ຽວ ໄດ້ຖືກ ສົງສັຍວ່າ ຮວມຫົວກັນ ເສກສັນ ປັ້ນແຕ່ງເຣື້ອງຂື້ນ ໄສ່ຮອງປະທານ ກັມມະການ ຕໍ່ຕ້ານການສໍ້ລາດບັງຫລວງ 2 ທ່ານ ວ່າມີການພົວພັນ ໃນການຮັບສິນບົນ. ພວກກ່ຽວ ໄດ້ຖືກຈັບກັກຂັງ ໃນ ອາທິດແລ້ວນີ້ ແລະ ຍຸຍົງຄວາມ ຟົດເດືອດ ໃນວົງການສື່ມວນຊົນ ທີ່ ຮຽກຮ້ອງ ວ່າບໍ່ມີມູນຄວາມຈິງ, ກ່ອນໜ້າ ພວກກ່ຽວ ຈະຖືກ ປ່ອຍຕົວ ໃນວັນອັງຄານ ຜ່ານມານີ້.

 

ພາຍໃຕ້ຄວາມກົດດັນ ຂອງຊື່ມວນຊົນ ແລະ ຂອງສັງຄົມ ປະທານາ ທິບໍດີ ບຳບັງ ຢຸດໂທໂຢໂນ່ ຈຶ່ງໄດ້ເອົາມາຕການ ໃນມື້ນີ້ ສຳຫລັບ ຮຽກຮ້ອງໃຫ້ ໂຈະຕຳແໜ່ງ ບຸກຄົນທີ່ກ່ຽວຂ້ອງໃນ ຄະດີເສກສັນ ປັ້ນແຕ່ງນີ້ ແລະ ທັກທວງ ການລັກດັກຟັງ ໂທຣະສັບ.

 

ການລາອອກ ຈາກຕຳແໜ່ງ ຂອງສອງທ່ານ ບໍ່ພຽງພໍ ທີ່ຈະເຮັດໃຫ້ ມີການຜ່ອນຄາຍ ຄວາມຕຶງຄຽດ ໃນສັງຄົມໄດ້,  ສນັ້ນ ຈຶ່ງ ມີ 860.000 ຄົນໄດ້ ລົງລາຍເຊັນ ອູ້ມຊູ ອົງການ ຕ້ານການ ສໍ້ລາດ ບັງຫລວງ ແລະ ຮຽກຮ້ອງໃຫ້ມີການ ສອບສວນ ຢ່າງແຈມແຈ້ງ ແລະ ລົງໂທດ ຜູ່ກະທຳຜິດ ຢ່າງແທ້ຈິງ.

 

ອົງການ ຕ້ານການ ສໍ້ລາດບັງຫລວງ ໄດ້ຄຸດຄົ້ນຊອກຫາສາເຫດ ແລະ ລັກຖານ ຂອງການສໍ້ໂກງ ໃນວົງການເມືອງ ຂອງອິນໂດເນເຊັຍ ເປັນເຫດ ນັກການເມືອງ ແລະ ນັກທຸຣະກິດ  ຫລາຍຄົນ ໄດ້ຖືກ ລົງໂທດ ໃນຍະລະ 3-4 ປີ ຜ່ານມານີ້.

 

ຄນະສ້ຽວຊານ ໄດ້ຮຽກຮ້ອງ ໃຫ້ປະຕິຮູບ ຢ່າງເລິກຊຶ້ງ ໃນວົງການ ຕຳລວດ ແລະ ຍຸຕິທັມ, ສອງ ວົງການນີ້ ຖືວ່າ ເປັນວົງການ ທີ່ສໍ້ ລາດ ບັງຫລວງ ຢ່າງຮ້າຍແຮງ.

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU