ຄົ້ນຫາຂໍ້ມູນ

/ languages

Choisir langue
 

ເຍັຽຣະມັນ

20 ປີ ແຫ່ງການ ທັບມ້າງກຳແພງ ແບກແລ່ງ

ໂດຍ ບັນດານ ສີສຸນທອນ B. Sisounthone

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 09/11/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 09/11/2009 12:25 TU

ສລອງຄົບຮອບ 20 ປີແຫ່ງການທັບມ້າງ ກຳແພງ ແບກແລ່ງ

ສລອງຄົບຮອບ 20 ປີແຫ່ງການທັບມ້າງ ກຳແພງ ແບກແລ່ງ

ມື້ນີ້ ເປັນວັນ ສລອງຄົບຮອບ 20 ປີແຫ່ງການທັບມ້າງ ກຳແພງ ແບກແລ່ງ ຊຶ່ງເປັນສັນຍາລັກ ແຫ່ງ ການສິ້ນສຸດ ສົງຄາມເຢັນ ແລະ ການທ້ອນໂຮມ ເຍັຽຣະມັນ ເຂົ້າເປັນປະເທດດຽວ

ໃນຕອນແລງມື້ນີ້, ຈະມີລະດັບຜູ່ນຳ ຈາກປະເທດຕ່າງໆເຂົ້າມາຮ່ວມ ໃນພິທີ ແລະຄາດວ່າຈະມີ ມວນຊົນ ເຖີງ ແສນຄົນມາຮ່ວມຊົມພິທີ ທີ່ສນາມ ປະຕູຊັຍ ແບຣນເດິບວກ Brandebourg, ຊຶ່ງເປັນ ອານຸ ສາວະຣີ ຂອງນະຄອນຫລວງ ແບກແລ່ງ ແລະ ກຳແພງ ທີ່ຖືກກ່າວ ຂານກັນວ່າ ກຳແພງ ແຫ່ງຄວາມອັບອາຍ ກໍໄດ້ຖືກ ສ້າງຂື້ນ ເພື່ອຂັ້ນ ເຂດແດນ ອອກ ເປັນສອງຕອນ ຄື ແບກແລງ ຕາເວັນອອກ ແລະ ແບກແລງ ຕາເອັນຕົກ ແລະ ກຳແພງ ດັ່ງກ່າວນັ້ນ ກໍເປັນເຂດແດນ ແຍກ ເຍັຽຣະມັນ ອອກເປັນ ສອງປະເທດ ອີກດ້ວຍ ຄື ເຍັຽຣະມັນ ຕາເວັນອອກ  ພາຍໃຕ້ການຄຸ້ມຄອງ ໂດຍລະບອບ ຄອສມູຍນິດ ຈາກສະຫະພາບ ໂຊວຽດ ແລະ ເຍັຽຣະມັນ ຕາເວັນຕົກ ພາຍໃຕ້ ການປົກຄອງ ໃນລະບອບ ປະຊາທິປະຕັຍ ແລະຄຸ້ມຄອງໂດຍ ອາເມ ຣິກາ, ອັງກິດ ແລະຝຣັ່ງ.

 

ບຸກຄົນສຳຄັນ ຕາງໜ້າຈາກປະເທດ ທີ່ມີສ່ວນຮ່ວມ ໃນການປົດປ່ອຍ ເຍັຽຣະມັນ ອອກຈາກ ລະບອບ ຜະເດັດການ ທະຫານ ນ່າຊີ່ ຮິດເລີ້ ມີ ດັ່ງນີ້ :

ປະທານາທິບໍດີ ຣັດເຊັຍ ດິມິຕຣີ ເວດເມເດັບ ແລະ ອະດີດປະທານ ສະຫະພາບ ໂຊວຽດ ທ່ານ ມິກ່າແອ່ນ ກ໊ອກບາເຊັບ.

ສ່ວນ ອາເມຣິກາ ຖືກຕາງໜ້າ ໂດຍ ຍານາງ ຮິນລາຣີ່ ກລິງຕັນ ລັຖມົນຕຣີ ການຕ່າງປະເທດ, ສຳຫລັບ ຝຣັ່ງ ແລະ ອັງກິດ ນັ້ນ ແມ່ນ ປະທານາທິບໍດີ ນິກໂກລາ ສ໊າກໂກຊີ່ ແລະ ນາຍົກຣັຖມົນຕຣີ ໂກດອນ ບຣ່າວ.

 

ຍານາງ ອັງເກນລ່າ ແມກເກີນ ນາຍົກລັຖມົນຕຣີ ເຍັຽຣະມັນ ຈະເປັນ ປະທານ ພິທີສລອງ ຄົບຮອບ 20 ປີແຫ່ງການທັບມ້າງ ກຳແພງ ແບກແລ່ງ ຊຶ່ງເປັນສັນຍາລັກ ແຫ່ງ ການສິ້ນສຸດ ສົງຄາມເຢັນ ແລະ ການທ້ອນໂຮມ ເຍັຽຣະມັນ ເຂົ້າເປັນປະເທດດຽວ ແລະກໍເປັນການ ເປີດອິສຣະພາບ ໃຫ້ແກ່ປະຊາຊົນ ທີ່ຢູ່ ຂ້າງກຳແພງ ຕາເວັນອອກ ສາມາດ ສັນຈອນ ທ່ອງທ່ຽວ ທາງພາກ ຕາເວັນຕົກ ໄດ້ ຢ່າງເສຣີ.

 

ຍານາງ ແມກເກີນ ໄດ້ຖແລງໃນຕອນເຊົ້າມື້ນີ້ວ່າ : 20 ປີ ຫລັງຈາກ ກຳແພງ ແບກແລ່ງ ໄດ້ຖືກພັງລົງແລ້ວ, ແຕ່ຄວາມເປັນເອກະພາບ ຫຼືວ່າ ການເຂົ້າເປັນອັນນຶ່ງອັນດຽວກັນ ຂອງເຍັຽຣະມັນ ນັ້ຍ ຍັງບໍ່ທັນ ແລ້ວ ໝົດເທື່ອ ໂດຍສະເພາະ ທາງດ້ານ ເສຖກິດ ລະຫວ່າງ ເຂດ ຕາເວັນອອກ ແລະ ຕົກ, ເຂດຕາເວັນອອກ ມີຈຳນວນຄົນຫວ່າງງານ ເກີນເຂດຕາເວັນຕົກ 2 ເທົ້າຕົວ.

 

ຢ່າງໃດກໍດີ ນັບຕັ້ງແຕ່ ກຳແພງ ໄດ້ຖືກທັບມ້າງລົງ ແລະ ເຍັຽຣະມັນ ກໍໄດ້ເຂົ້າເປັນນຶ່ງອັນດຽວກັນ, ແຕ່ເສຖກິດ ຂອງເຂດ ຕາເວັນອອກ ໃນວາຣະນັ້ນ ຕົກຕໍ່າທີ່ສຸດ, ຝ່າຍເສຣີ ຕາເວັນຕົກຈຳຕ້ອງ ໄດ້ຊົດ ຊ່ວຍ ຢ່າງມະຫາສານ ເພື່ອຍົກ ຖານະ ໃຫ້ທຽມກັນ.

 

ໃນ 20 ປີ ມານີ້, ເຍັຽຣະມັນ ຕາເວັນຕົກ ໄດ້ຊ່ວຍ ເຍັຽຣະມັນ ຕາເວັນອອກ ໄປແລ້ວໃນຈຳນວນເງີນ 1.300 ພັນລ້ານ ເອີໂຣ.

 

ກະຣຸນາ ອ່ານ ບົດວິຈັຍ ແລະ ຟັງທັສນະໜັງສືພິມ ຕໍ່ ໃນພາກບົດວິຈັຍ.

 

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU