ຄົ້ນຫາຂໍ້ມູນ

/ languages

Choisir langue
 

ປະຊຸມ ຣມຕ ການເງິນ APEC

ກຸ່ມປະເທດເອເຊັຽ ຮຽກຮ້ອງໃຫ້ ໂດລາ ແລະ ຫຍວນ ປັບຕົວແຂງຂຶ້ນ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 12/11/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 12/11/2009 12:43 TU

ບັນດາ ຣມຕ ການເງິນ ຂອງຫລາຍປະ
ເທດເອເຊັຽ ຮຽກຮ້ອງໃຫ້ ໂດລາ ແລະ
ຫຍວນປັບຄ່າສູງຂຶ້ນ (ພາບ: Fotolia)

ບັນດາ ຣມຕ ການເງິນ ຂອງຫລາຍປະ ເທດເອເຊັຽ ຮຽກຮ້ອງໃຫ້ ໂດລາ ແລະ ຫຍວນປັບຄ່າສູງຂຶ້ນ (ພາບ: Fotolia)

ເນື່ອງໃນໂອກາດກອງປະຊຸມບັນດາ ຣມຕ
ການເງິນຂອງ APEC ທີ່ສິງຄະໂປໃນມື້
ນີ້ (ພະຫັດ 12 ພະຈິກ 2009) ກ່ອນທີ່
ຈະມີກອງປະຊຸມສຸດຍອດໃນວັນອາທິດ
ໜ້າ ຫລາຍປະເທດໃນເອເຊັຽ ແລະ ແປ
ຊີຟິກໄດ້ຮ່ວມກັນສແດງຄວາມວິຕົກກັງ
ວົນຕໍ່ຄ່າຂອງເງິນສະກຸນໂດລາອະເມຣິ
ກັນທີ່ຕົກຕໍ່າ ແລະ ຄ່າຂອງເງິນຫຍວນ
ຂອງຈີນທີ່ອ່ອນຕົວເກີນຄວາມເປັນຈິງຊຶ່ງກໍຄືສອງສາເຫດ ທີ່ສ້າງອຸປສັກ ຕໍ່
ການຟື້ນຕົວຂອງເສຖກິດໂລກ ພ້ອມດຽວກັນກໍໄດ້ຮຽກຮ້ອງໃຫ້ ຊອກຫາຊ່ອງ
ທາງປັບໃຫ້ໃບຂຽວມີຄ່າສູງຂຶ້ນ ແລະ ໃຫ້ເງິນຫຍວນມີຄວາມຍືດຫຍຸ່ນກວ່າ
ເດີມ

"ຢູ່ທະວີບເອເຊັຽ ໃຜໆກໍກັງວົນ ຍ້ອນການຕົກຕໍ່າຂອງເງິນສະກຸນໂດລາອະເມຣະກັນ"
ຣມຕ ການເງິນ ຂອງຟີລິບປິນ ມາກາຣິໂຕ ທີເວັສ (Margarito Teves) ໄດ້ກ່າວ
ແລະຢໍ້າວ່າ "ບັນດາທະນາຄານ ກາງຂອງຫລາຍປະເທດໃນເອເຊັຽ ຕຽມພ້ອມ ທີ່
ຈະເຂົ້າແຊກແຊງໃນຕລາດຖ້າມີຄວາມຈຳເປັນ ທັງນີ້ເພື່ອປ້ອງກັນບໍ່ໃຫ້ເງິນສະກຸນ
ແຫ່ງຊາດຂອງຕົນດີດຕົວສູງເກີນໄປ ເມື່ອທຽບກັບໂດລາ"

ທາງດ້ານທ່ານ ຕິມ ໄກເນີ (Tim Geither) ຣມຕ ການເງິນອະເມຣິກັນ ບໍ່ໄດ້ແຖລງ
ໃດໆຕໍ່ຜູ້ສື່ຂ່າວ ເມື່ອເດີນທາງເຖິງສິງຄະໂປໃນມື້ນີ້ ແຕ່ໄດ້ຖແລງທີ່ໂຕກຽວເມື່ອ
ວານນີ້ວ່າ "ການແຂງຕົວຂອງເງີນໂດລາ ມີຄວາມສຳຄັນຍິ່ງສຳລັບ ສຫຣ ອະເມຣິ
ກາ" ອັນເປັນຄຳຖແລງປະຕິເສດໄປໃນຕົວຕໍ່ຄວາມສົງໃສທີ່ວ່າ ການອ່ອນຕົວຂອງ
ໂດລາແມ່ນຄວາມປະສົງຂອງຣັຖບານວໍຊິງຕັນ

ໃບຂຽງລູງແຊມໄດ້ຕົກຕໍ່າລົງເຖິງ 15% ນັບຕັ້ງແຕ່ຕົ້ນປີ 2009 ເປັນຕົ້ນມາ

ນອກຈາກຄວາມວິຕົກກັງວົນກ່ຽວກັບການຕົກຕໍ່າຂອງເງິນສະກຸນໂດລາແລ້ວ ການ
ອ່ອນຕົວເກີນຄວາມເປັນຈິງຂອງເງິນສະກຸນຫຍວນຂອງຈີນ ກໍໄດ້ຮັບການຢິບຍົກສູ່
ການພິຈາຣະນາຂອງກອງປະຊຸມບັນດາ ຣມຕ ການເງິນຂອງ APEC ທີ່ສິງຄະໂປ
ນຳດ້ວຍ

ດັ່ງນັ້ນເມື່ອເສັດສິ້ນກອງປະຊຸມ ຈຶ່ງເຊື່ອກັນວ່າ ຖແລງການຮ່ວມຂອງບັນດາ ຣມຕ
ການເງິນຂອງກຸ່ມ ປະເທດ APEC 21 ປະເທດ ຈະຮຽກຮ້ອງໃຫ້ມີການຍືດຫຍຸ່ນ
ທາງດ້ານການເງິນ ອັນຈະເປັນສັນຍານສົ່ງເຖິງປັກກິ່ງ ໃຫ້ປັບຄ່າເງິນຫຍວນຂອງ
ຕົນໃຫ້ສູງຂຶ້ນຕາມຄວາມເປັນຈິງ

"ພວກເຮົາເຫັນພ້ອມນຳກັນຕໍ່ແນວຄວາມຄິດໃຫ້ມີຄວາມຍືດຫຍຸ່ນ ທັງອັຕຣາການ
ແລກປ່ຽນແລະອັຕຣາດອກເບັ້ຽ ທັງນີ້ເພື່ອໃຫ້ເສຖກິດຟື້ນຕົວຢ່າງໝັ້ນຄົງແລະ
ຢ່າງມີຄວາມສົມດຸນ" ແມ່ນຂໍ້ຄວາມຕອນໜຶ່ງຂອງຮ່າງຖແລງການຮ່ວມ ທີ່ຈະ
ຖືກນຳເຜີຍແຜ່ອອກ ຫລັງເສັດສິ້ນກອງປະຊຸມ

ຫລາຍປະເທດໃນເອເຊັຽ ກຳລັງປະສົບຄວາມຫຍຸ້ງຍາກໃນການສົ່ງອອກ ອັນ
ເນື່ອງມາຈາກລະດັບການ ແຂ່ງຂັນສູ້ຈີນບໍ່ໄດ້ ຍ້ອນຄ່າຂອງເງິນຫຍວນຂອງຈີນ
ອ່ອນຕົວເກີນໄປ ເປັນການເອື້ອອຳນວຍໃຫ້ສິນຄ້າຂອງຈີນ ໄດ້ຮັບຄວາມນິຍົມ
ຫລາຍກວ່າ ໃນຕລາດໂລກ

ກຸ່ມປະເທດ APEC 21 ປະເທດ ມີພົລເມືອງເທົ່າກັບປະມານ 40% ຂອງພົລ
ເມືອງທັງໝົດຂອງໂລກ ແລະ 50% ຂອງການຄ້າໂລກ

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU