ໂດຍ ບັນດານ ສີສຸນທອນ B. Sisounthone
ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 16/11/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 16/11/2009 11:55 TU
ທັງໝົດ ມີປະມານ 60 ກວ່າປະເທດ ເຂົ້າຮ່ວມ, ນອກຈາກ ຜູ່ນຳ 8 ປະເທດ ມະຫາອຳນາດ ອຸສະຫະກັມ G8, ທ່ານ ບັ່ນ ກີ່ມູນ ກ່າວວ່າ "ອາຫານ ເປັນສິດທິ ພື້ນຖານ ຂອງມະນຸດ ທີ່ຄວນຈະໄດ້ຮັບ. ວິກິດ ການ ດ້ານອາຫານ ມື້ນີ້ ແມ່ນສັນຍານພັຍ ໃຫ້ພວກເຮົາ ໃນມື້ໜ້າ.
ແຕ່ນີ້ ຫາ 2050 ພົລະໂລກ ຂອງພວກເຮົາ ຈະເພີ້ມຂື້ນ ເປັນ 9,1 ພັນລ້ານຄົນ", ແລະ, "ພວກເຮົາຕ້ອງປ່ຽນແປງ ວິທີການ ຢ່າງແທ້ຈິງ ເພື່ອ ໃຫ້ມີຄວາມສາມາດ ລ້ຽງກັນໄດ້ ແລະ ໂດຍສະເພາະ ແມ່ນ ສຳຫລັບ ປ້ອງກັນ ປະເທດ ທີ່ທຸກຈົນ. ແລະກ່ອນຈະສາມາດ ລ້ຽງຄົນ 9,1 ພັນລ້ານຄົນໄດ້ ພວກເຮົາຕ້ອງ ເພີ້ມຜົນຜລິດ ທາງດ້ານ ອາຫານ ໃຫ້ສູງຂື້ນຕື່ມ 70%".
ກ່ອນໜ້າ ຈະໄຂ ກອງປະຊຸມສຸກຍອດ ວ່າດ້ວຍ ການລຸດຜ່ອນ ອາຍ ພິດ ໃສ່ອາກາດ ໃນ 3 ອາທິດ ໜ້ານີ້, ທ່ານ ບັ່ນກີ່ມູນ ໄດ້ກ່າວ ຫຍໍ້າ ອີກວ່າ "ຈະບໍ່ມີການ ປະກັນພັຍ ທາງດ້ານສະບຽງອາຫານ ໂດຍປັສຈາກ ການປະກັນພັຍ ທາງດ້ານ ອຸ່ນຫະພູມ ໃນອາກາດ".
ສ່ວນທ່ານ ຊ໊າກ ດິອຸຟ ເອກອະທິບໍດີ ອົງການ ສະບຽງອາຫານໂລກ ໄດ້ກ່າວເປີດ ກອງປະຊຸມ ຢ່າງສັ້ນໆ ໂດຍຖືວ່າ "ການສົນທະນາກັນ ຄັ້ງນີ້ ແມ່ນສຳຄັນຍິ່ງ ເພາະມີລະດັບ ປະມຸກລັດ ແລະ ຫົວໜ້າ ລັຖບານ ຫລາຍປະເທດເຂົ້າຮ່ວມນຳ".
ແຕ່ໜ້າເສັຽດາຍ ທີ່ ປະເທດຮັ່ງມີ ບໍ່ເຂົ້າຮ່ວມນຳ ເພາະຜູ່ນຳປະເທດ ທີ່ຮັ່ງມີ ເລົ່ານັ້ນ ຮູ້ສຶກ ບໍ່ສະບາຍໃຈ ຫຼື ອັບອາຍ ໂດນສະເພາະ ກ່ອນໜ້ານີ້ ປະມານ ນຶ່ງປີ, ພວກຜູ່ນຳດັ່ງກ່າວໄດ້ ປະກາດວ່າ ຈະ ລຸດຜ່ອນ ຈຳນວນ ຄົນອຶດຫິວລົງ ເຄິ່ງນຶ່ງ ແຕ່ນີ້ ຫາ ປີ 2015.
ແລະນັບຕັ້ງແຕ່ ນັ້ນມາ ຈຳນວນແທນທີ່ຈະລຸດລົງ ຊໍ້າພັດ ສູງຂື້ນ ຈາກ 850 ລ້ານຄົນ ເປັນ 1 ພັນລ້ານຄົນ. ສ່ວນໃຫຍ່ ມີແຕ່ ປະມຸກ ຂອງ ບັນດາປະເທດ ໃນເຂດ ອັຟຣິິກກາ, ອາຊີ ແລະ ອາເມຣິກາ ລາຕິນ ເທົ່ານັ້ນ ຕອບຮັບ ບັດເຊີນ ມາເຂົ້າຮ່ວມນຳ.
ບໍ່ມີສັນຍາ ໃຫ້ການຊ່ວຍເຫຼືອ ແບບບົ່ງຈຳນວນເທື່ອ.
ອົງການທີ່ບໍ່ຂື້ນກັບລັຖບານ ຄາດວ່າ ການໄຂກອງປະຊຸມຄັ້ງນີ້ ອາຈະ ບໍ່ບັນລຸຜົນ ເທົ່າທີ່ຄວນ, ເພາະມາເຖີງປັດຈຸບັນນີ້ ຍັງບໍ່ ທັນມີປະເທດ ໃດ ປະກາດ ບອກຈຳນວນ ໃຫ້ການຊ່ວຍເຫຼືອ ເປັນຕົວເລກ ອອກ ມາເທື່ອ. ທາງອົງການ ອາຫານໂລກ ໄດ້ຄາດວ່າ ມີຄວາມຈຳເປັນ ຢ່າງນ້ອຍ ຈະຕ້ອງມີເງີນຊ່ວຍເຫຼືອ 44 ພັນລ້ານ ໂດລາ ຕໍ່ປີ ໃຫ້ ຂະແໜ່ງກະຊິກັມ ເພື່ອປະເຊີນໜ້າ ກັບພັຍ ຂາດສະບຽງອາຫານ ໃນໂລກ. ເມື່ອເດືອນ ກໍຣະກະດາ ແລ້ວນີ້ ຕອນ 8 ປະເທດຮັ່ງມີ ປະຊຸມກັນ ທີ່ ເມືອງ ອ່າກີ່ລ່າ ໄດ້ປະກາດວ່າ ຈະພະຍາຍາມ ຂົນ ຂວາຍ ຫາທຶນ ໃຫ້ໄດ້ 20 ພັນລ້ານໂດລາ ພາຍໃນ 3 ປີ ເພື່ອ ຕໍ່ຕ້ານ ກັບຄວາມອຶດຫີວໃນໂລກ.
ບັນຫາ ເຂົ້າສານ ໃນປະເທດ ເຊເນກ່ານ
ຮ້ານຂາຍເຂົ້າສານ ທີ່ກຸງ ດາກ້າ ປະກາດວ່າ "ທີ່ນີ້ ຂາຍແຕ່ເຂົ້າສານ ມາຈາກ ໄທ ເພາະ ເຂົ້າທີ່ ຜລິດໃນປະເທດ ບໍ່ມີຄົນຊື້ຫລາຍ, ຫຼືວ່າ ບໍ່ນິຍົມກິນ"
ປີກາຍນີ້, ບໍ່ຕໍ່າກວ່າ ¾ ຂອງຈຳນວນເຂົ້າສານ ທັງໝົດ 800.000 ໂຕນ ທີ່ບໍຣິໂພກໃນ ປະເທດ ເຊເນກ່ານ ໄດ້ຖືກສັ່ງຊື້ມາຈາກ ອາຊີ, ເຖີງແມ່ນວ່າ ລັຖບານ ໄດ້ມີນະໂຍບາຍ ສົ່ງເສີມໃຫ້ປະຊາຊົນປູກເຂົ້າ ເພື່ອລຸດຜ່ອນ ການອາສັຍປະເທດອື່ນ.
ຂ່າວສຳຄັນປະຈຳວັນ
22/01/2010 10:50 TU
20/01/2010 12:13 TU
ບົດວິເຄາະ
19/11/2009 13:43 TU
ຂ່າວອື່ນໆ