ຄົ້ນຫາຂໍ້ມູນ

/ languages

Choisir langue
 

ສຫພ ຢຸໂຣບ

ການຊອກຫາ ປະທານຄົນໃໝ່ ແມ່ນປັນຫາປວດຫົວ ຂອງສະຫະພາບ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 18/11/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 18/11/2009 16:23 TU

27 ປະເທດສະມາຊິກສະຫະພາບຢຸໂຣບ ຍັງບໍ່ສອດຄ່ອງກັນ ກ່ຽວກັບບຸກຄົນຜູ້ທີ່ຈະມາຮັບຕໍາແໜ່ງ
ປະທານສະຫະພາບຄົນໃໝ່ (ພາບ: Fotolia)

27 ປະເທດສະມາຊິກສະຫະພາບຢຸໂຣບ ຍັງບໍ່ສອດຄ່ອງກັນ ກ່ຽວກັບບຸກຄົນຜູ້ທີ່ຈະມາຮັບຕໍາແໜ່ງ ປະທານສະຫະພາບຄົນໃໝ່ (ພາບ: Fotolia)

ສົນທິສັນຍາ "ລິສບອນ" ທີ່ຄ້າຍຄືກັນກັບຣັຖທັມມະນູນສຳລັບ ສຫພ ຢູໂຣບ
ຍັງບໍ່ທັນມີຜົນບັງຄັບ ໃຊ້ເທື່ອຊໍ້າ ເພາະຍັງຄອຍຖ້າການໃຫ້ສັຕຍາບັນຈົນຄົບ
ຖ້ວນຈາກທຸກປະເທດສະມາຊິກ ແຕ່ບັນດາຜູ້ ນຳຂອງ 27 ປະເທດຂອງສະ
ຫະພາບຢຸໂຣບ ກໍໄດ້ເລີ້ມເຄື່ອນໄຫວມາຣະຍະໜຶ່ງແລ້ວ ເພື່ອຊອກຫາຕົວບຸກ
ຄົນຜູ້ທີ່ມີຄວາມເໝາະສົມ ສຳລັບຕຳແໜ່ງ "ປະທານສະຫະພາບ" ຄົນໃໝ່
ທີ່ສົນທິສັນຍາ "ລິສບອນ" ໄດ້ກຳໝົດປີການໃຫ້ສອງປີເຄີ່ງ ແທນທີ່ຈະເປັນ
ປະທານວຽນ ອາຍຸປີການຫົກເດືອນ ທີ່ປະຕິບັດກັນຈົນຮອດປັດຈຸບັນ

ຊື່ບຸກຄົນຫລາຍກວ່າຈໍານວນຕໍາແໜ່ງ ສົນທິສັນຍາ "ລິສບອນ" ກໍາໜົດໃຫ້ຕໍາແໜ່ງ
"ປະທານສະຫະພາບ" ມີປີການສອງປີເຄີ່ງ ແລະ ມີພຽງຕໍາແໜ່ງດຽວ "ແຕ່ຈໍານວນ
ລາຍຊື່ທີ່ໄດ້ຮັບການສເນີຂຶ້ນມານັ້ນ ມີເປັນຈໍານວນມາກ ຫລາຍກວ່າຈໍນວນຕໍາແໜ່ງ"
ນາຍົກ ຣມຕ ຂອງປະເທດສວີເດັນ ທ່ານ Fredrick Renfeldt ໄດ້ກ່າວ ໃນນາມທີ່
ສວີເດັນ ຄອງຕໍາແໜ່ງປະທານວຽນຂອງສະຫະພາບໃນຊ່ວງຫົກເດືອນຫລັງຂອງປີ
2009 ນີ້

"ພວກເຮົາມາປະຊຸມສຸດຍອດກັນ ໂດຍບັນດາຜູ້ນໍາຂອງ 27 ປະເທດສະມາຊິກ ຍັງບໍ່
ທັນບັນລຸເຖິງຄວາມເຫັນທີ່ສອດຄ່ອງກັນ ກ່ຽວກັບຊື່ຂອງບຸກຄົນ ຜູ້ທີ່ຈະມາດໍາຣົງຕໍາ
ແໜ່ງປະທານສະຫະພາບຄົນໃໝ່" ນັກການທູດ ສຫພ ຢຸໂຣບ ທ່ານໜຶ່ງໄດ້ກ່າວ ອັນ
ໝາຍເຖິງກອງປະຊຸມສຸດຍອດ ສຫພ ຢຸໂຣບ ທີ່ຈະມີຂຶ້ນໃນ ມື້ອື່ນນີ້ (ພະຫັດ 19 ພະຈິກ
2009) ທີ່ກຸງບຣັສເຊລ (ປະເທດເບລຢ້ຽມ) ເພື່ອກໍາໜົດຊື່ປະທານສະ ຫະພາບຄົນໃໝ່
ແລະ ຊື່ຜູ້ຕາງໜ້າສູງສຸດຂອງສະຫະພາບດ້ານນະໂຍບາຍຕ່າງປະເທດ ທີ່ຈະເຂົ້າຮັບ
ຕໍາແໜ່ງຫລັງຈາກທີ່ສົນທິສັນຍາ "ລິສບອນ" ໄດ້ຮັບການໃຫ້ສັຕຍາບັນຢ່າງຄົບຖ້ວນ

ໃຜຄືຕົວເກງ?
ລາຍຊື່ບຸກຄົນ ທີ່ໄດ້ຮັບການສເນີຕໍ່ປະເທດສວີເດັນ ໃນນາມປະທານວຽນສະຫະພາບນັ້ນ
ທີ່ຖືວ່າເປັນຕົວເກງຫລາຍກວ່າໝູ່ ກໍມີ ທ່ານ Herman Van Rompuy ນາຍົກ ຣມຕ
ຂອງປະເທດເບລ ຢ້ຽມ

ນອກນັ້ນກໍມີ ທ່ານ Jean-Claude Junker ນາຍົກ ຣມຕ ຂອງປະເທດລັກເຊມເບີຣ໌ກ,
ທ່ານ Tony Blair ອດີດ ນາຍົກ ຣມຕ ຂອງສະຫະຣາຊອານາຈັກ ທີ່ຣັຖບານແຫ່ງກຸງ
ລອນດອນ ໄດ້ອອກມາສແດງການສນັບສນຸນຢ່າງແຂງຂັນທີ່ສຸດ ເຖິງຂນາດສ້າງຄວາມ
ບໍ່ພໍໃຈໃຫ້ແກ່ປະເທດສະມາຊິກບາງປະເທດ

ຢ່າງໃດກໍຕາມ ນອກຈາກບັນຊີລາຍຊື່ທີ່ກ່າວມານີ້ແລ້ວ ອດີດປະທານາທິບໍດີຂອງປະ
ເທດເລັດໂທເນັຽ (Lettonia) ທ່ານນາງ Vaira Vike-Freiberga ອາຍຸ 71 ປີ ກໍໄດ້
ຮັບການກ່າວເຖິງເຊັ່ນດຽວກັນໃນຣະຍະຫລາຍວັນຫລັງຜ່ານມານີ້

ບັນດາສະມາຊິກສະພາຢຸໂຣບ ບໍ່ວ່າພັກການເມືອງໃດກໍຕາມ ພາກັນສແດງຄວາມບໍ່ພໍໃຈ
ທີ່ຍາມໃດກໍມີແຕ່ຊື່ເກົ່າທີ່ຄຸ້ນຫູມານານແລ້ວ ເປັນຜູ້ຜູກຂາດຕໍາແໜ່ງສໍາຄັນຂອງສະຫະ
ພາບ

"ຈະເປັນການດີທີ່ສຸດຖ້າຫາກວ່າພວກເຮົາມີປະທານ ຫລືຕໍາແໜ່ງສໍາຄັນໃດໜຶ່ງ ທີ່ເປັນ
ສຸພາບສຕຣີ" ທ່ານນາງ Cecilia Malmström ຣມຕ ຂອງປະເທດສວີເດັນ ຮັບຜິດ
ຊອບກິຈການສະຫະພາບຢຸໂຣບ ໄດ້ກ່າວສແດງຄວາມເຫັນຕໍ່ຜູ້ສື່ຂ່າວ

ນອກຈາກຕໍາແໜ່ງປະທານສະຫະພາບແລ້ວ ຕໍາແໜ່ງຜູ້ຕາງໜ້າສູງສຸດສະຫະພາບ
ຢຸໂຣບ ຮັບຜິດຊອບກິຈການຕ່າງປະເທດ ທີ່ຈະດໍາຣົງຕໍາແໜ່ງຮອງປະທານຄະນະກັມມາ
ທິການຢຸໂຣບພ້ອມ ກໍເປັນເຣື່ອງປວດຫົວອີກເຣື່ອງໜຶ່ງ ທີ່ບັນດາຜູ້ນໍາຂອງ 27 ປະເທດ
ສະມາຊິກຍັງຫາທາງຕົກລົງກັນບໍ່ໄດ້

ກ່ຽວກັບປັນຫານີ້ ຣມຕ ຕ່າງປະເທດອັງກິດ ທ່ານ David Miliband ທີ່ຖືວ່າເປັນຕົວເກັງ
ທີ່ສຸດ ກໍໄດ້ປະກາດຖອນຕົວໄປແລ້ວ ແຕ່ຊື່ຂອງຜູ້ກ່ຽວຍັງໄດ້ຮັບການກ່າວເຖິງຫລາຍຢູ່

ໃນຂນະທີ່ ທ່ານ Massimo D'Alema ອດີດຮອງນາຍົກ ຣມຕ ແລະ ຣມຕ ຕ່າງປະ
ເທດອີຕາລີ ກໍໄດ້ຮັບການສນັບສນຸນຢ່າງແຂງຂັນຈາກພັກສັງຄົມນິຍົມຂອງຫລາຍປະ
ເທດສະມາຊິກ ແຕ່ກໍໄດ້ຮັບການຄັດຄ້ານຈາກບັນດາປະເທດສະມາຊິກ ທີ່ເຄີຍເປັນປະ
ເທດບໍຣິວານຂອງມື້ລາງສະຫະພາບໂຊວຽດ ທັງນີ້ເພາະບໍ່ມັກທີ່ທ່ານ Massimo
D'Alema ເຄີຍສັງກັດພັກຄອມມຸຍນິດອີຕາລີມາກ່ອນ

ຖ້າອ້າງອີງຕາມລາຍວັນ "El Païs" ຂອງປະເທດສເປນແລ້ວ ນາຍົກ ຣມຕ ຂອງປະ
ເທດນີ້ ຄື ທ່ານ Miguel Rodriguez Zapatero ກໍກໍາລັງຂົນຂວາຍເພື່ອຜັກດັນໃຫ້ ຣມ
ຕ ຕ່າງປະເທດຂອງຕົນ ທ່ານ Miguel Angel Moratinos ເປັນຜູ້ໄດ້ຮັບຕໍາແໜ່ງອັນ
ຊົງກຽດຂອງສະຫະພາບທາງດ້ານນະໂຍບາຍຕ່າງປະເທດ

ນອກຈາກນີ້ ວິທີການເລືອກຕັ້ງເອົາຜູ້ທີ່ຈະມາດໍາຣົງຕໍາແໜ່ງຜູ້ຕາງໜ້າສູງສຸດຂອງ
ສະຫະພາບ ຮັບຜິດຊອບກິຈການຕ່າງປະເທດນີ້ ກໍຍັງເປັນວິທີທີ່ບໍ່ແຈ້ງຂາວຄັກແນ່
ເພາະສະນັ້ນທັງໝົດນີ້ຈຶ່ງເປັນເຣື່ອງທີ່ໜ້າປວດຫົວທີ່ສຸດສໍາລັບປະເທດສວີເດັນ ທີ່
ເປັນປະທານວຽນ

ປວດຫົວກໍເພາະວ່າເປັນເຣື່ອງຍາກທີ່ສຸດ ທີ່ຈະເຮັດໃຫ້ທຸກປະເທດສະມາຊິກ ໄດ້ຮັບຄວາມ
ພໍໃຈ ເຊັ່ນວ່າ ຕ້ອງເຮັດໃຫ້ແນວຄິດ ຊ້າຍ-ຂວາ ປະເທດໃຫຍ່-ປະເທດນ້ອຍ ເພດຍິງ-
ເພດຊາຍ ມີຄວາມກົມກືນກັນ

ໃນກໍຣະນີທີ່ບໍ່ມີຂໍ້ຕົກລົງກັນໃນມື້ອື່ນນີ້ ກອງປະຊຸມອາດແກ່ຍາວອອກໄປເຖິງທ້າຍສັປດາ
ວັນເສົາ ແລະ ອາທິດ ກໍອາດເປັນໄປໄດ້ ແຕ່ຖ້າຍັງຕົກລົງກັນບໍ່ໄດ້ອີກ ປະທານາທິບໍດີ
ແລະ ນາຍົກ ຣມຕ ຂອງບັນດາປະເທດສະມາຊິກ ກໍຈະເປັນຜູ້ເລືອກຕັ້ງເອົາປະທານແລະ
ຜູ້ຕາງໜ້າສູງສຸດຂອງສະຫະພາບດ້ານນະໂຍບາຍຕ່າງປະເທດ ໂດຍວິທີ "Qualified
Majority Voting" ຊຶ່ງເປັນວິທີທີ່ຫຍູ້ງຍາກພໍສົມຄວນ ເພາະແຕ່ລະປະເທດມີ ສຽງຂອງ
ໃຜຂອງມັນທີ່ແຕກຕ່າງກັນຕາມຈໍານວນຂອງພົລເມືອງແລະຂນາດຂອງປະເທດ

ຖ້າຫາກວ່າມີຄວາມຈໍາເປັນຕ້ອງນໍາໃຊ້ວິທີ "QMV" ກໍຈະຖືໄດ້ວ່າເປັນສັນຍານທີ່ບໍ່
ຄ່ອຍຈະດີປານໃດ ທັງນີ້ກໍເພາະສົນທິສັນຍາ "ລິສບອນ" ນັ້ນ ແມ່ນແນໃສ່ເພື່ອໃຫ້ກົນໄກ
ຄວບຄຸມການດໍາເນີນງານຂອງສະຫະພາບ ມີຄວາມສັບສົນແລະຫຍຸ້ງຍາກ ນ້ອຍລົງ
ກວ່າເກົ່າ

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU