ຄົ້ນຫາຂໍ້ມູນ

/ languages

Choisir langue
 

ເລືອກຕັ້ງ ປະທານ ເອີຣົບ

ແອກມານ ວານ ຣົມປ່ອຍ ຖືກເລືອກເປັນ ປະທານ ສະຫະພາບ ເອີຣົບ

ໂດຍ ບັນດານ ສີສຸນທອນ B. Sisounthone

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 20/11/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 20/11/2009 12:24 TU

ທ່ານ ແອກມານ ວານ ຣົມປ່ອຍ Herman Van Rompuy ແລະ ຍານາງ ກັຕຣິນ ອັສຕັນ Catherine Aston

ທ່ານ ແອກມານ ວານ ຣົມປ່ອຍ Herman Van Rompuy ແລະ ຍານາງ ກັຕຣິນ ອັສຕັນ Catherine Aston

ທ່ານ ແອກມານ ວານ ຣົມປ່ອຍ ຖືກແຕ່ງຕັ້ງເປັນ ປະທານ ສະຫະພາບ ເອີຣົບ ຄົນທຳອິດ ແລະ ຍານາງ ກັຕຣິນ ອັສຕັນ ເປັນ ຫົວໜ້າ ກີຈະການຕ່າງປະເທດ ແລະ ຄວາມໝັ້ນຄົງ ຂອງເອີຣົບ.

ທ່ານ ແອກມານ ວານ ຣົມປ່ອຍ Herman Van Rompuy ເປັນ ນາຍົກລັຖມົນຕຣີ ປະເທດ ແບນຊິກ ຍັງບໍ່ທັນເຖີງປີນຶ່ງເທື່ອ ໄດ້ກ່າວ ວ່າ "ເອີຣົບ ເປັນແນວໂຮມຄຸນະພາບ ແລະ ມີຄວາມຮັບຜິດຊອບສູງ ໃນໂລກ, ສນັ້ນ ທ່ານ ຄາດວ່າ ເອີຣົບ ຄວນ ມີບົດບາດສຳຄັນ ໃນ ໂລກ".

 

ທ່ານ ແອກມານ ວານ ຣົມປ່ອຍ ຖືກແຕ່ງຕັ້ງເປັນ ປະທານ ສະຫະພາບ ເອີຣົບ ຄົນທຳອິດ

ທ່ານ ແອກມານ ວານ ຣົມປ່ອຍ ຖືກແຕ່ງຕັ້ງເປັນ ປະທານ ສະຫະພາບ ເອີຣົບ ຄົນທຳອິດ

 

ຫລັງຈາກ ທ່ານ ແອກມານ ວານ ຣົມປ່ອຍ Herman Van Rompuy ແລະ ຍານາງ ກັຕຣິນ ອັສຕັນ Catherine Aston ໄດ້ຖືກເລືອກຕັ້ງ ໃນຕອນແລງວານນີ້ແລ້ວ, ປະຕິກິຣິຍາ ຕ່າງໆ ກໍໄດ້ ຖືກວິພາກ ວິຈານກັນ ຢ່າງກວ້າງຂວາງ.

 

ເລີ້ມຕົ້ນຈາກ ປະທານາທິບໍດີ ສ໊າກໂກຊີ່ ທີ່ໄດ້ຕອບຄຳຖາມ ສື່ມວນ ຊົນວ່າ "ປະທານ ເອີຣົບໃໝ່ ບໍ່ໄດ້ຖືກເລືອກ ຂື້ນໂດຍບັງເອີນ, ທ່ານ ເປັນຄົນ ເຂັ້ມແຂງ, ເປັນຊາວເອີຣົບ ຢ່າງເລິກຊຶ້ງ. ທ່ານຮູ້ ໃນສິ່ງທີ່ ທ່ານ ຕ້ອງການ ແລະ ໃນສິ່ງທີ່ທ່ານ ຈະກ້າວໄປ, ​ຮູ້ຈັກ ນະໂຍບາຍ ການເມືອງ ເອີຣົບ ຢ່າງຖືກຕ້ອງ ແລະ ທ່ານເປັນບຸກຄົນ ທີ່ມີ ຄຸນະພາບ ສູງ ແລະ ຄ່ອງແຄ້ວ ໃນການແກ້ໄຂ ບັນຫາ ວິກິດ ການເມືອງ ໃນປະເທດ ແບນຊິກ ມາແລ້ວ.

 

ທ່ານ ໂຊເຊັບ ໂດ່ນ ຫົວໜ້າ ກຸ່ມຝ່າຍ ອະນຸຣັກນິຍົມຂວາ ຂອງ ສະມາຊິກສະພາ ເອີຣົບ ໄດ້ສັນລະເສີນ ການຖືກເລືອກຕັ້ງ ຂອງ ສອງທ່ານດັ່ງກ່າວນີ້ ເປັນ ຜູ່ນຳຂອງ ສຫພ ເອີຣົບ.

 

ສ່ວນພັກ ອະນຸຣັກ ນິຍົມຂວາ ອັງກິດ ກໍໄດ້ສັນລະເສີນ ທ່ານ ແອກມານ ວານ ຣົມປ່ອຍ ແລະ ຍານາງ ກັຕຣິນ ອັສຕັນ, ແຕ່ກໍ ໜ້າເສັຍດາຍ ທີ່ ທ່ານ ໂຕນີ່ ບແລ້ ບໍໄດ້ຖືກ ຂັດເລືອກ, ເພາະ ນາຍົກ ກໍດ່ອນ ບຣ່າວ ໄດ້ ທຸ້ມເທພະລັງອູ້ມຊູ ຢ່າງບໍ່ລົດລະ.

 

ສ່ວນຝ່າຍສັງຄົມນິຍົມ ເອີຣົບ ນັ້ນກໍໄດ້ສັນລະເສີນ ໃນການແຕ່ງຕັ້ງ ຍານາງ ກັຕຣິນ ອັສຕັນ ສະມາຊິກ ພັກແຮງງານ ອັງກິດ ເປັນ ຫົວໜ້າກິຈະການຕ່າງປະເທດ ແລະ ຄວາມໝັ້ນຄົງ ຂອງເອີຣົບ.

 

ສຳຫລັບ ຝ່າຍຄ້ານ ນັ້ນ ທ່ານ ດານ່ຽນ ໂກ່ນ ບັນດິດ ໄດ້ຕຳນິວ່າ ເອີຣົບ ເລືອກ ຄົນອ່ອນແອ ເປັນປະທານ ແລະ ເລືອກຜູ່ທີ່ບໍມີ ຄວາມໝາຍສຳຄັນ ມາເປັນ ຫົວໜ້າກິຈະການຕ່າງປະເທດ ແລະ ຄວາມໝັ້ນຄົງ ຂອງເອີຣົບ. ທ່ານ ໃຫ້ທັສນະວ່າ ສຫພ ເອີຣົບ ໄດ້ລົງຈຳພື້ນ ແລະ ຜູ່ນຳເອີຣົບ ຍັງດຳເນີນ ນະໂຍບາຍການເມືອງ ເຮັດໃຫ້ ສະຖາບັນ ເອີຣົບ ມີຄວາມອ່ອນ ສະມັຕະພາບລົງ.

 

ແລະສຳຫລັບ ທ່ານ ມີແຊນ ໂຣກ້າ ອະດີດ ນາຍົກຝຣັ່ງ ຄາດວ່າ ບັນດາຜູ່ນຳເອຣົບ ເລືອກເອົາທ່ານ ແອກມານ ວານ ຣົມປ່ອຍ ເປັນ ປະທານ ເອີຣົບນັ້ນ ເປັນການຕັດສິນໃຈ ທີ່ບໍ່ຖືກຕ້ອງດີ ໂດຍ ສະເນີ ວ່າ ຄວນ ເລືອກ ເອົາຜູ່ທີ່ມີ ປະສົບການ ຫຼືບໍ່ ກໍຄວນເປັນຄົນໝຸ່ມ ຮຸ້ນໃໝ່.

 

ອີກທ່ານ ນຶ່ງແມ່ນ ທ່ານ ໄບ່ຣູ ປະທານພັກ ປະຊາທິປະຕັຍຝຣັ່ງ (ໂມແດ່ມ) ໃຫ້ທັສນະວ່າ "ການເປັນປະທານ ຂອງທ່ານ ແອກມານ ວານ ຣົມປ່ອຍ ນີ້ບໍ່ມີຄວາມໝາຍຫຍັງ ເພາະມີແຕ່ ຜູ່ນຳ 27 ປະເທດ ເທົ່ານັ້ນ ເປັນຜູ່ເລືອກ. ປະທານ ເອີຣົບ ຄວນຖືກເລືອກຕັ້ງ ໂດຍກົງຈາກປະຊາຊົນ ເອີຣົບ".

 

ອິງຕາມກົດລະບຽບແລ້ວ ປະທານ ເອີຣົບ ຈະຕ້ອງລາອອກຈາກ ຕຳແໜ່ງ ທີ່ມີໃນ ປະເທດຂອງຕົນ ແລະ ມີອາຍຸປີການ ສຳຫລັບ 2 ປີ ເຄິ່ງ ແລະ ສາມາດ ສມັກຕື່ມໄດ້ອີກ ຄັ້ງນຶ່ງ.

 

ໜ້າທີ່ຂອງປະທານ ເອີຣົບ ມີດັ່ງນີ້ :

 

-         ເປັນປະທານ ສຸດຍອດ ຂອງກອງປະຊຸມສຸດຍອດ Conseil européen ສະມັຍສາມັນ 4 ຄັ້ງຕໍ່ປີ

-         ຊີ້ນຳນະໂຍບາຍ ການເມືອງທົ່ວໄປ ຂອງເອີຣົບ ແລະຕັດສິນ ແກ້ໄຂ ບັນຫາ ທີ່ທາງລະດັບກະຊວງ ບໍ່ສາມາດ ຕົກລົງກັນ ໄດ້.

-         ເປັນຜູ່ຕ່າງໜ້າ ຂອງ ສຫພ ເອີຣົບ ໃນເວທີສາກົນ.

 

ໜ້າທີ່ຫົວໜ້າ ກິຈະການ ຕ່າງປະເທດ ແລະຄວາມໝັ້ນຄົງ :

-         ນຳນະໂຍບາຍ ການເມືອງຕ່າງປະເທດ ຂອງ ເອີຣົບ ແລະ ນະໂຍບາຍປ້ອງກັນຮ່ວມ.

-         ເປັນຮອງປະທານ ກັມມາທິການ ບໍຣິຫານ Commission européenne ແລະ ເປັນສະມາຊິກ ຂອງ ສະພາ ເອີຣົບ ລະດັບລັຖມົນຕຣີ Conseil de l'Union européenne.

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU