ຄົ້ນຫາຂໍ້ມູນ

/ languages

Choisir langue
 

ໂຣກລະບາດ

ນໍຣ໌ເວ ພົບວ່າ ໄວຣັສ A(H1N1) ສາມາດ ປ່ຽນຮູບໄດ້

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 21/11/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 21/11/2009 12:59 TU

ອົງການອະນາໄມໂລກ ຊີ້ແຈງວ່າ ເຖິງ
ແມ່ນເຊື້ອໄວຣັສ A(H1N1) ສາມາດ
ປ່ຽນຮູບໄດ້ກໍຕາມ ແຕ່ວັກຊິນກໍຍັງມີປະ
ສິດທິພາບຢູ່ (ພາບ: Reuters)

ອົງການອະນາໄມໂລກ ຊີ້ແຈງວ່າ ເຖິງ ແມ່ນເຊື້ອໄວຣັສ A(H1N1) ສາມາດ ປ່ຽນຮູບໄດ້ກໍຕາມ ແຕ່ວັກຊິນກໍຍັງມີປະ ສິດທິພາບຢູ່ (ພາບ: Reuters)

ອົງການອະນາໄມໂລກໄດ້ເຜີຍໃຫ້ຊາບວ່າ
ນັກຄົ້ນຄວ້າຂອງປະເທດນໍຣ໌ເວ ໄດ້ຄົ້ນ
ພົບວ່າເຊື້ອໄວຣັສ A(H1N1) ສາມາດ
ປ່ຽນຮູບໄປເປັນໄວຣັສຊນິດອື່ນໄດ້ ເຊື້ອ
ໄວຣັສ ທີ່ປ່ຽນຮູບນີ້ ເປັນຊນິດທີ່ ຮ້າຍ
ແຮງເປັນພິເສດ ໂດຍບັນດານັກວິທຍາ
ສາດຂອງປະເທດນໍຣ໌ເວ ໄດ້ຄົ້ນພົບຈາກ
ຜູ້ປ່ວຍຈຳນວນສາມຄົນ ໃນນັ້ນເສັຽຊີ
ວິດໜຶ່ງຄົນ ຈາກຈຳນວນທັງໝົດ ກວ່າ
70 ຄົນ ທີ່ນຳມາວິໃຈ

ຈາກຕົວຢ່າງຜູ້ປ່ວຍກວ່າ 70 ຄົນນີ້ ນອກຈາກສາມຄົນທີ່ກ່າວມາແລ້ວ ບໍ່ພົບລາຍໃດ
ອີກເລີຍທີ່ມີເຊື້ອຊນິດໃໝ່ ທີ່ປ່ຽນຮູບມາຈາກເຊື້ອ A(H1N1) ຈຶ່ງທຳໃຫ້ເຈົ້າໜ້າທີ່ລົງ
ຄວາມເຫັນວ່າ ຈົນຮອດຂັ້ນນີ້ການປ່ຽນຮູບຂອງ A(H1N1) ໄປເປັນໄວຣັສຊນິດອື່ນ ຍັງ
ບໍ່ມີການແຜ່ຂຍາຍໃນໝູ່ປະຊາຊົນ ຫາກແຕ່ຍັງຈຳກັດຢູ່ໃນຈຳນວນຜູ້ປ່ວຍພຽງແຕ່
ສາມຄົນທີ່ກ່າວມາເທົ່ານັ້ນ ຕາມການແຈ້ງໃຫ້ຮູ້ຂອງອົງການອະນາໄມໂລກ

ເພາະສະນັ້ນ ໃນຂັ້ນນີ້ຈຶງຍັງເຫັນວ່າເປັນການຍາກທີ່ຈະບອກໄດ້ວ່າ ການປ່ຽນຮູບຂອງ
ເຊື້ອ A(H1N1) ຄັ້ງນີ້ ຈະມີຜົນຮ້າຍແຮງຂນາດໃດ ທັງນີ້ກໍເພາະວັກຊິນທີ່ນຳອອກໃຊ້
ຍັງມີປະສິດທິພາບຢູ່ ໝາຍວ່າເຊື້ອໄວຣັສຍັງບໍ່ໄດ້ພັທນາຕົວຂອງມັນເກີນຂີດຄວາມ
ສາມາດຂອງວັກຊິນ ທີແນໃສ່ປ້ອງກັນການແຜ່ລາມຂອງເຊື້ອ A(H1N1)

ເມື່ອຕົ້ນປີນີ້ ກໍເຄີຍມີການຄົ້ນພົບມາແລ້ວໃນ 12 ປະເທດ ວ່າເຊື້ອໄວຣັສ A(H1N1)
ສາມາດປ່ຽນຮູບໄປເປັນໄວຣັສຊນິດໃໝ່ໄດ້ ຊຶ່ງທຳໃຫ້ມີການຫວັ່ນເກງກັນວ່າ ວັກຊິນທີ່
ຜລິດອອກມາຈະໃຊ້ບໍ່ໄດ້ ແຕ່ກໍເດຊະບຸນ ບໍ່ມີການພົບວ່າການຕິດຕໍ່ມີການພັທນາແລະ
ຂຍາຍຕົວຮ້າຍແຮງກວ່າເກົ່າ ພຽງແຕ່ຮູ້ວ່າ ເຊື້ອໄວຣັສສາມາດປ່ຽນຮູບໄດ້ເທົ່ານັ້ນ

ການຄົ້ນພົບການປ່ຽນຮູບຂອງເຊື້ອໄວຣັສທີ່ປະເທດນໍຣ໌ເວຄັ້ງນີ້ ກໍບໍ່ໄດ້ສ້າງຄວາມຫວັ່ນ
ວິຕົກແກ່ເຈົ້າໜ້າທີ່ກ່ຽວຂ້ອງແຕ່ຢ່າງໃດ

ເຖິງແມ່ນວ່າເຊື້ອທີ່ປ່ຽນແປງໃໝ່ມີຄວາມຮ້າຍແຮງກວ່າເກົ່າ ແລະ ສາມາດແຊກ
ຊືມເລິກເຂົ້າໄປໃນລະບົບຫາຍໃຈໄດ້ງ່າຍກວ່າເກົ່າກໍຕາມ ແຕ່ກໍແມ່ນໃນກໍຣະນີຂອງຜູ້
ປ່ວຍບາງຄົນ ທີ່ອ່ອນແອເທົ່ານັ້ນ

ໃນສາມກໍຣະນີທີ່ຄົ້ນພົບ ຈາກຜູ້ປ່ວຍທັງໝົດກວ່າ 70 ຄົນນັ້ນ ແມ່ນຜູ້ປ່ວຍທີ່ຕິດເຊື້ອມາ
ຕັ້ງແຕ່ເດືອນກໍຣະກົດແລະສິງຫາທີ່ແລ້ວພຸ້ນ ຈຶ່ງຖືວ່າການປ່ຽນຮູບຂອງເຊື້ອໄວຣັສຈຳ
ກັດຂອບເຂດສະເພາະໃນຜູ້ປ່ວຍຈຳນວນສາມຄົນນີ້ເທົ່ານັ້ນ ບໍ່ໄດ້ແຜ່ລາມສູ່ປະຊາຊົນ
ໂດຍທົ່ວໄປ

ເຈົ້າໜ້າທີ່ສາທາຣະນະສຸກຂອງປະເທດນໍຣ໌ເວ ຈຶ່ງຍັງບໍ່ທັນສາມາດລົງຄວາມເຫັນ
ຫຍັງໄດ້ຫລາຍກວ່າການຮູ້ແນ່ນອນວ່າ ເຊື້ອໄວຣັສ A(H1N1) ເປັນເຊື້ອໂຣກທີ່ມີຄວາມ
ສາມາດປ່ຽນຮູບໄປເປັນເຊື້ອແບບໃໝ່ໄດ້ເທົ່ານັ້ນ

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU