ຄົ້ນຫາຂໍ້ມູນ

/ languages

Choisir langue
 

ສປ ຈີນ

ບໍ່ຖ່ານຫີນ ລະເບີດ ຕາຍ 104 ຄົນ

ໂດຍ ບັນດານ ສີສຸນທອນ B. Sisounthone

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 23/11/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 23/11/2009 14:33 TU

ບໍ່ຖ່ານຫີນ ລະເບີດ Reuters

ບໍ່ຖ່ານຫີນ ລະເບີດ
Reuters

ຢ່າງນ້ອຍ 104 ຄົນ ໄດ້ເສັຍຊີວິດ ແລະ 4 ຄົນຫາຍສາບສູນ ຍ້ອນ ບໍ່ຖ່ານຫີນ ລະເບີດ ທີ່ເມືອງ ເຮຢັ້ງ ທາງພາກ ຕາເວັນອອກຊ່ຽງເໜືອ ໃກ້ກັບຊາຍແດນ ຣັດເຊັຍ

ມາເຖີງປັດຈຸບັນນີ້, ຜູ່ທີ່ປອດພັຍ, ແຕ່ບາດເຈັບ ແລະ ໄດ້ຖືກນຳສົ່ງ ໂຮງໝໍ ຄື ຄ່າວ ສູຈົ່ນ 31 ປີ ໄດ້ໃຫ້ການວ່າ "ວຽກງານບໍ່ປອດພັຍ ແລະ ກັນດານ, ດັ່ງທີ່ເຫັນໄດ້ ໃນອຸປະຕິເຫດ, ແຕ່ ເງີນເດືອນ ຢູ່ ບ່ອນນີ້ ສູງກວ່າບ່ອນອື່ນ". ຜູ່ກ່ຽວ ໄດ້ເງີນດືອນ 2.000 ຢວນ (200 ເອີໂຣ) ໂດຍທຳງານ ບໍ່ຕໍ່າກວ່າ 10 ຊົ່ວໂມງຕໍ່ມື້.

 

ບໍ່ຖ່ານຫີນ ລະເບີດ ທີ່ເມືອງ ເຮຢັ້ງ ທາງພາກ ຕາເວັນອອກຊ່ຽງເໜືອReuters

ບໍ່ຖ່ານຫີນ ລະເບີດ ທີ່ເມືອງ ເຮຢັ້ງ ທາງພາກ ຕາເວັນອອກຊ່ຽງເໜືອ
Reuters

 

ທາງການແຈ້ງຜົນເສັຍຫາຍ ຊົ່ວຄາວວ່າ ຄົນງານທີ່ຢູ່ໃຕ້ດິນທັງໝົດ 528 ຄົນ, 420 ຄົນໄດ້ຖືກຊ່ວຍ ໃຫ້ຂື້ນມາຢູ່ເທິງດິນ ໄດ້ແລ້ວ, ແລະຢ່າງນ້ອຍ ມີ 104 ຄົນໄດ້ເສັຍຊີວິດ ແລະ 4 ຄົນຫາຍສາບສູນ.

 

ເຫດການດັ່ງກ່າວ ຍຸຍົງໃຫ້ເກີດການຖົກຖຽງກັນ ດ້ານຄວາມປອດພັຍ ໃນການຄຸດຖ່ານຫີນ ແລະຄອບຄົວ ຂອງພວກໄດ້ຮັບເຄາະຮ້າຍ ກໍ ຕົກຢູ່ໃນຄວາມສະຖົກສະທ້ານ ແລະຄວາມໂກດຮ້າຍ ທີ່ທາງການ ໄດ້ລະເຫລີງ ໃນການເອົາຄວາມຮັບຜິບຊອບ ຕໍ່ມາຕະການ ຄວາມ ປອດພັຍ ໃຫ້ແກ່ ພະນັກງານ.

 

ມາຕະການຄວາມປອດພັຍ ໃນການຄຸດຄົ້ນບໍ່ຖ່ານຫີນ ໃນ ສປ ຈີນ ຖືກຈັດຢູ່ ໃນຈຳພວກ ທີ່ກັນດານ ທີ່ສຸດ ໃນໂລກ, ພຽງແຕ່ປີກາຍນີ້, ມີບໍ່ຕໍ່າກວ່າ 3.200 ຄົນໄດ້ເສັຽຊີວິດ ໃນລັກຊນະດຽວກັນ.

ແລະໃນປີ 2007 ນັ້ນ ມີຄົນງານ ເສັຍຊີວິດ 105 ຄົນ ໃນບໍ່ຖານຫີນ ທາງພາກເໜືອນີ້ຄືກັນ.

 

ເພື່ອຕອບສນອງ ຄວາມຮຽກຮ້ອງຕ້ອງການ ຂອງການເພີ້ມພູນຜລິດຜົນ ທາງດ້ານເສຖະກິດ ຈີນຍັງຕ້ອງການ ພະລັງງານ ຖ່ານຫີນ ນີ້ ເປັນ ຈຳນວນ ມະຫາສານ ອີກຢູ່.

ແຕ່ປີ 2000 ຫາ 2007 ຜົນຜລິດໄດ້ເພີ້ມຂື້ນ ເກືອຍ ສອງເທົ່າຕົວ, ຄື 2,52 ພັນລ້ານໂຕນ ແລະຄາດວ່າ ແຕ່ນີ້ຫາ ປີ 2015 ຜົນຜລິດ ອາຈະເພີ້ມຂື້ນ ເປັນ 3,3 ພັນລ້ານໂຕນ ເພື່ອເປັນພະລັງງານ ປັ່ນ ໄຟຟ້າ ແລະ ອື່ນໆ ທັ້ງໆທີ່ວ່າ ຖ່ານຫີນນີ້ ເປັນພະລັງງານ ທີ່ສົ່ງ ຄວນພິດ ໃສ່ອາກາດ ໃຫ້ເປື້ອນເປີ້ະ ຫລາຍທີ່ສຸດ.

 

ອີກດ້ານນຶ່ງ, ທ່ານ ຮ່ວງ ຢີ່ ຖືກຕັດສິນຈຳຄຸກ 3 ປີ ໃນຖານ ເປີດ ເຜີຍຄວາມລັບ ຂອງຊາດ ກ່ຽວກັບເຣື້ອງແຜ່ນດິນໄຫວ ທີ່ເຮັດໃຫ້ມີ ຄົນເສັຍຊີວິດ ປະມານ 80.000 ໃນປີການນີ້ ຢູ່ໃນເຂດ ເຊຊວນ.

ທ່ານ ຮ່ວງຢີ່ ນີ້ເປັນນັກຕໍ່ສູ້ ເພື່ອສິດທິມະນຸດ ມາໄດ້ຫລາຍປີແລ້ວ ແລະໄດ້ຕຳນິ ການສ້າງໂຮງຮຽນເດັກ ທີ່ບໍ່ຖືກຕ້ອງ ຕາມເງືອນໄຂ ທີ່ທາງການໄດ້ບົ່ງໄວ້ (ຢ້ອນການສໍ້ລາດບັງຫລວງ) ແລະ ໂຮງຮຽນ ດັ່ງກ່າວນັ້ນ ກໍໄດ້ຫັກເພພັງ ລົງມາທັບເດັກນັກຮຽນ ຕາຍ ປະມານ 5.335 ຄົນ (ອິງຕາມຕົວເລກທາງການ).

 

ທາງສານຍຸຕິທັມ ບໍ່ໄດ້ໃຫ້ລາຍລະອຽດວ່າ ທ່ານ ຮ່ວງຢີ່ ນີ້ ເປີດເຜີຍ ຄວາມລັບ ຂອງຊາດ ດ້ານໃດ.

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU