ຄົ້ນຫາຂໍ້ມູນ

/ languages

Choisir langue
 

ການຈັດຕັ້ງ ສະຫະພາບ ເອີຣົບ

ສະພາບໍຣິຫານ ສູສຸດ ເອີຣົບ : Le Conseil Européen

ໂດຍ ບັນດານ ສີສຸນທອນ B. Sisounthone

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 25/11/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 25/11/2009 12:53 TU

ທຸງ ສຫພ ເອີຣົບ

ທຸງ ສຫພ ເອີຣົບ

ສະຫະພາບ ເອີຣົບ ແມ່ນສະຖາບັນ ການເມືອງຂອງ ເອີຣົບ 27 ປະເທດ ພາຍໃຕ້ ສັນຍາ ລິສບ່ອນ. ແລະ ສັນຍາ ລິສບ່ອນ ນີ້ ຖືເປັນລັກການ ລັຖທັມມະນູນ ຂອງເອີຣົບ ແບບສັງເຂບ ກໍວ່າໄດ້ : Traité Simplifié.

 

 

ການຈັດຕັ້ງ ແບ່ງອອກເປັນ 4 ອົງການໃຫຍ່ ຄື :

- ສະພາບໍຣິຫານ ສູສຸດ ເອີຣົບ : Le Conseil Européen

- ກັມມາທິການ ບໍຣິຫານ ເອີຣົບ : La Commission européenne

- ສະພາ ຜູ່ແທນເອີຣົບ : Le Parlement européen

- ສະພາ ບໍຣິຫານ ສຫພ ເອີຣົບ : Le Conseil de l'Union européenne

 

ສະພາບໍຣິຫານ ລະດັບສຸດຍອດ ເອີຣົບ : Le Conseil Européen

ແມ່ນອົງການສູງສຸດ ຂອງ ສຫພ ເອີຣົບ ໃນນັ້ນ ມີ ປະທານ ຜູ່ນຶ່ງ ຖືກເລືອກຕັ້ງ ເປັນທາງລັບ ຈາກບັນດາ ຜູ່ນຳ ລະດັບສຸດຍອດ ຂອງ 27 ປະເທດ ຄື ລະດັບ ປະທານາທິບໍດີ ແລະ ລະດັບ ນາຍົກລັຖມົນ ຕຣີ ຖ້າຫາກ ປະເທດໃດ ຖືລະບອບ ຣັຖະສະພາ : Régime parlementaire.

 

ເມື່ອ ວັນທີ 19 ພຶສະຈິກາ ຜ່ານມານີ້ ສະພາບໍຣິຫານ ລະດັບສຸດ ຍອດ ເອີຣົບ ໄດ້ແຕ່ງຕັ້ງ ທ່ານ ແອກມານ ວານ ຣົມປ່ອຍ Herman Van Rompuy ເປັນ ປະທານສູງສຸດ ຂອງເອີຣົບ ແລະ ແຕ່ງຕັ້ງ ຍານາງ ກັຕຣິນ ອັສຕັນ Catherine Aston ເປັນຫົວໜ້າ ຮັບຜິດ ຊອບ ກິຈະການ ຕ່າງປະເທດ ແລະ ຄວາມໝັ້ນຄົງ ຂອງເອີຣົບ.

 

 

ໜ້າທີ່ ປະທານ ສະພາບໍຣິຫານ ສະພາບໍຣິຫານ ລະດັບສຸດຍອດ ເອີຣົບ

 

- ເປັນປະທານ ຈັດກອງປະຊຸມ ສຸດຍອດ ສະມັຍ ສາມັນ  4 ຄັ້ງ ຕໍ່ປີ ແລະ ສາມາດ ຮຽກກອງປະຊຸມ ສະມັຍວິສາມັນ ນັ້ນໄດ້ຕື່ມ ຖ້າຫາກມີ ສະຖານະການ ສາກົນ ອັນຮີບດ່ວນ ເກີດຂື້ນ.

- ເປັນຜູ່ຊີ້ນຳ ນະໂຍບາການເມືອງທົ່ວໄປ ຂອງເອີຣົບ ແລະ ຕັດສິນ ແກ້ໄຂບັນຫາ ທີ່ ບໍ່ສາມາດ ຕົກລົງກັນໄດ້ ໃນກອງປະຊຸມ ລະດັບ ກະຊວງ. ສ້າງຄວາມຖືກຕ້ອງປອງດອງ ແລະສະມານສະມັກຄີ ໃນກຸ່ມ ປະເທດ ສະມາຊິກ.

- ແລະເປັນຜູ່ຕ່າງໜ້າ ສຫພ ເອີຣົບ ໃນເວທີສາກົນ.

 

ປະທານ ສະພາບໍຣິຫານ ເອີຣົບ ນີ້ ອາຍຸປີການ 2 ປີເຄີ່ງ ແລະ ສາມາດ ສະມັກຄືນໃໝ່ໄດ້ ອີກສະມັຍນຶ່ງ. ປະທານ ສະພາບໍຣິຫານ ເອີຣົບ ບໍ່ສາມາດ ກຳຕໍາແໜ່ງ ອື່ນໆໄດ້ ໃນປະເທດຂອງຕົນ. 

 

ບັນຫານັ້ນມີຢູ່ວ່າ ສຫພ ເອີຣົບ ມີ ຜູ່ນຳສູງສຸດ 4 ລະດັບ ຄື : ປະທານ ບໍຣິຫານ ສູງສຸດ, ຫົວໜ້າ ກິຈະການຕ່າງປະເທດ, ປະທານ ວຽນ ເອີຣົບ ແລະ ປະທານ ສະພາບໍຣິຫານ.

ໃນເມື່ອ ມີການຈັດຕັ້ງ ຜູ່ນຳຂື້ນໃໝ່ແລ້ວ ໂດຍບໍ່ມີການລົບລ້າງ ລະບົບເກົ່ານັ້ນ ອາດຊ່ຽງຕໍ່ຄວາມສັບສົນ ຍຸ້ງຍາກໃນການບໍຣິຫານ ແລະ ປະທານາທິບໍດີ ສ໊າກໂກຊີ່ ກໍ ໃຫ້ທັສນະວ່າ ເອີຣົບ ບໍ່ມີ ໂສມ ໜ້າ ອັນດຽວກັນ. ສນັ້ນ ເພື່ອຫລີກເວັ້ນ ການສັບສົນນັ້ນ ປະທານໃໝ່ ນີ້ ຈະຕ້ອງ ເປັນຄົນສຽບແຫລມ ແລະ ເປັນຜູ່ມີ ບຸກຄລິກ ໜ້າເຊື່ອຖື ຈາກ ຜູ່ນຳ 27 ປະເທດ.

 

ກ່ຽວກັບການແຕ່ງຕັ້ງ ຜູ່ຕ່າງໜ້າຂັ້ນສູງ ທາງກິຈະການ ຕ່າງປະເທດ ແລະ ດ້ານ ຮັກສາຄວາມໝັ້ນຄົງ ຂອງເອີຣົບ ນີ້ ເປັນຢ່າງໃດ ?

 

ແຕ່ງຕັ້ງເປັນທາງລັບ ຄືກັນ ກັບປະທານ ສະພາບໍຣິຫານ ຊຶ່ງແມ່ນ ຍານາງ ກັຕຣິນ ອັສຕັນ Catherine Aston ຖືກ ສະພາ ຜູ່ນຳ 27 ປະເທດ ເປັນຜູ່ເລືອກ ໃນມື້ດຽວກັນ.

 

ຜູ່ກຳໜ້າທີ່ນີ້ ຕ້ອງເປັນ ບຸກຄົນມີການທູດ ຢ່າງເຂັ້ມແຂງ ພໍສົມຄວນ ຈຶ່ງຈະເໝາະສົມ ຫຼືຈະຮຽກວ່າ ລັຖມົນຕຣີ ການຕ່າງປະເທດ ຂອງ ເອີຣົບ ກໍໄດ້.

ໂດຍມີໜ້າທີ່ ຈັດກອງປະຊຸມ ລະດັບລັຖມົນຕຣີ ຕ່າງປະເທດ ແລະ ກໍເປັນປະທານ ກອງປະຊຸມນຳດ້ວຍ.

ເປັນຜູ່ຕ່າງໜ້າເອີຣົບ ໃນທຸກກອງປະຊຸມສາກົນ ແລະ ທຳການພົວພັນ ໃນລະດັບສາກົນ ແລະ ກຳກັບນະໂຍບາຍ ຮັກສາຄວາມໝັ້ນຄົງ ຂອງ ເອີຣົບ ນຳອີກ.

(ເພາະ ກ່ອນໜ້ານີ້ ແມ່ນລັຖມົນຕຣີ ຂອງ ປະເທດ ທີ່ເປັນປະທານ ວຽນ ນັ້ນ ເປັນປະທານກອງປະຊຸມ ແລະກໍເປັນຜູ່ຕ່າງໜ້າ ເອີຣົບ ໃນລະຍະ 6 ເດືອນ.)

 

ຜູ່ທີ່ ຖືກແຕ່ງຕັ້ງ ເປັນ ຫົວໜ້າການຕ່າງປະເທດ ຂອງເອີຣົບ ນີ້ ຖືກລະບຸ ໃຫ້ສິດ ເປັນຮອງ ປະທານ ກັມມາທິການບໍຣິຫານ ເອີຣົບ La Commission européenne ໂດຍອັຕະໂນມັດ.

 

ປັດຈຸບັນ ນີ້ ປະທານ ກັມມາທິການບໍຣິຫານ ເອີຣົບ ແມ່ນ ທ່ານ ບາໂຣໂຊ່ ຖືກແຕ່ງຕັ້ງ ເປັນປະທານ ອີກສມັຍນຶ່ງ.

 

ຫລັງຈາກ ແຕ່ງຕັ້ງ Herman Van Rompuy ແລະ ຍານາງ ກັຕຣິນ ອັສຕັນ Catherine Aston ແລ້ວ ຝ່າຍຄ້ານ ກໍໄດ້ໂຈມຕີ ຢ່າງໃຫຍ່ ເຊັ່ນ ທ່ານ ດານ່ຽນ ໂກ່ນ ບັນດິດ ໄດ້ຕຳນິວ່າ ເອີຣົບ ເລືອກ ຄົນອ່ອນແອ ເປັນປະທານ ແລະ ເລືອກຜູ່ທີ່ບໍມີ ຄວາມໝາຍ ສຳຄັນ ມາເປັນ ຫົວໜ້າກິຈະການ ຕ່າງປະເທດ ແລະ ຄວາມໝັ້ນຄົງ ຂອງເອີຣົບ. ທ່ານ ໃຫ້ທັສນະວ່າ ສຫພ ເອີຣົບ ໄດ້ລົງຈຳພື້ນ ແລະ ຜູ່ນຳເອີຣົບ ຍັງດຳເນີນ ນະໂຍບາຍການເມືອງ ເຮັດໃຫ້ ສະຖາບັນ ເອີຣົບ ມີຄວາມອ່ອນ ສະມັຕະພາບລົງ.

 

ແລະສຳຫລັບ ທ່ານ ມີແຊນ ໂຣກ້າ ອະດີດ ນາຍົກຝຣັ່ງ ຄາດວ່າ ບັນດາຜູ່ນຳເອຣົບ ເລືອກເອົາທ່ານ ແອກມານ ວານ ຣົມປ່ອຍ ເປັນ ປະທານ ເອີຣົບນັ້ນ ເປັນການຕັດສິນໃຈ ທີ່ບໍ່ຖືກຕ້ອງດີ ໂດຍ ສະເນີ ວ່າຄວນ ເລືອກເອົາຜູ່ທີ່ມີ ປະສົບການ ຫຼືບໍ່ ກໍຄວນເປັນຄົນໝຸ່ມ ຮຸ້ນໃໝ່.

 

ເຖີງຢ່າງໃດ ທຸກສິ່ງທຸກຢ່າງ ກໍຍັງເປັນການລິເລີ້ມຢູ່ ຈະເປັນຢ່າງໃດ ນັ້ນ ກໍຕ້ອງລໍເບີ່ງຜົນ ປະຕິບັດຕົວຈິງ ເສັຍກ່ອນ.

 

ແຜນທີ່ ສຫພ ເອີຣົບ

ແຜນທີ່ ສຫພ ເອີຣົບ

 

ສ່ວນອີກ 3 ສະຖາບັນ ຂອງ ເອີຣົບນັ້ນ ມີໜ້າທີ່ຫຍັງ ແດ່ ?

 

3 ສະຖາບັນ ສຳຄັນນັ້ນ ມີ :

- ສະພາ ກັມມາທິການ ບໍຣິຫານ ເອີຣົບ : La Commission européenne

ນຳໂດຍ ທ່ານ ບາໂຣໂສ ເປັນປະທານ, ສະພານີ້ ບໍ່ໄດ້ຂື້ນກັບ ລັຖບານໃດ ລັຖບານນຶ່ງ ໃນ 27 ປະເທດ ໝ.ຄ.ວ. ເປັນເອກະລາດ ໂດຍມີໜ້າທີ່ ປ້ອງກັນຜົນປະໂຍດ ຂອງ ເອີຣົບ, ສະເນີ ໂຄງຮ່າງ ກົດໝາຍ ໃຫ້ສະພາຜູ່ແທນ ເອີຣົບ ແລະ ສະພາ ບໍຣິຫານ ເອີຣົບ ພິຈາຣະນາຮັບ.

- ນອກຈາກນັ້ນ ຍັງມີໜ້າທີ່ ສິ່ງຊອບເບິ່ງວ່າ ປະເທດ ສະມາຊິກ ນັ້ນ ປະຕິບັດ ກົດໝາຍເອີຣົບ ຫຼືບໍ່ ແລະ ມີສິດທັກທວງ ປັບໃໝ່ ຖ້າ ປະເທດໃດລະເມີດ.

 

- ສະພາ ຜູ່ແທນເອີຣົບ : Le Parlement européen

ແມ່ນສະພາຜູ່ແທນ ປະຊາຊົນ ໃນ 27 ປະເທດ ສະມາຊິກ ຖືກເລືອກ ໂດຍກົງຈາກປະຊາຊົນ.

ມີໜ້າທີ່ 3 ປະເດັນສຳຄັນ :

- ມີ ອຳນາດ ນິຕິບັນຍັດ ຄື ລົງມະຕິ ຮັບຮອງ ເອົາກົດໝາຍ ເອີຣົບ (conjointement CE)

- ມີສິດກວດກາ ການບໍຣິຫານງານ ຂອງ ສະຖາບັນ ຕ່າງໆ.

- ແລະ ມີອຳນາດ ກວດກາ ງົປະມານ ຂອງສຫພ ເອີຣົບ (conjointement CE).

 

- ສະພາ ບໍຣິຫານ ສຫພ ເອີຣົບ : Le Conseil de l'Union européenne

ແມ່ນສະພາ ທີ່ປະກອບດ້ວຍ ຜູ່ຕາງໜ້າ ຂອງປະເທດ ສະມາຊິກ ໂດຍແມ່ນລະດັບ ລັຖມົນຕຣີ.

ຫຼືຮ້ອງໄດ້ວ່າ ສະພາລັຖະມົນຕຣີ Conseil des ministres.

ການປະຊຸມນັ້ນ ແມ່ນສຸດແລ້ວແຕ່ ຈະເປັນເຣື້ອງກ່ຽວຂ້ອງກັບ ກະຊວງໃດ ກະຊວງນຶ່ງ.

ຖ້າກ່ຽວກັບ ເສຖກິດການເງີນ ກໍຕ້ອງແມ່ນ ລະດັບ ລັຖມົນຕຣີ ການຄັງ ແລະ ເສຖກິດ ຂອງແຕ່ລະປະເທດ ມາເຂົ້າປະຊຸມ.

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU