ຄົ້ນຫາຂໍ້ມູນ

/ languages

Choisir langue
 

ສະພາບແວດລ້ອມ / ພາວະໂລກຮ້ອນ

ຈີນ ປະກາດລົດຜ່ອນແກ໊ສ CO2 ລົງ 40 – 45% ພາຍໃນປີ 2020

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 26/11/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 26/11/2009 12:10 TU

ສປ ຈີນ ປະກາດຕົວເລກການປ່ອຍແກ໊ສ
CO2 ໃນລະດັບ 40 ເຖິງ 45% ຈາກນີ້
ເຖິງປີ 2020 (ພາບ: Reuters)

ສປ ຈີນ ປະກາດຕົວເລກການປ່ອຍແກ໊ສ CO2 ໃນລະດັບ 40 ເຖິງ 45% ຈາກນີ້ ເຖິງປີ 2020 (ພາບ: Reuters)

ສປ ຈີນ ອອກມາປະກາດຢ່າງເປັນທາງ
ການໃນມື້ນີ້ ຕັ້ງເປົ້າໝາຍເປັນຕົວເລກ
ຄັກແນ່ ເປັນຄັ້ງທຳອິດວ່າ ຈະລົດຜ່ອນ
ການປ່ອຍແກ໊ສ CO2 ລົງໃຫ້ໄດ້ໃນລະ
ດັບ 40 – 45% ຈາກນີ້ ເຖິງປີ 2020
ໂດຍຈະລົດລົງ ຢ່າງເປັນຂັ້ນຕອນ ທີ່
ເປັນສັດສ່ວນກັນກັບໜ່ວຍການຂຍາຍ
ຕົວທາງເສຖກິດ ຊຶ່ງກໍຄື ການຂຍາຍ
ຕົວຂອງ "PIB" ຫລື "GDP" ນັ້ນເອງ

ການປະກາດເປົ້າໝາຍເປັນຕົວເລກດັ່ງກ່າວຂອງຈີນຄັ້ງນີ້ ມີຂຶ້ນພຽງ 10 ວັນກ່ອນທີ່ຈະ
ເຖິງວັນເປີດກອງປະຊຸມສຸດຍອດນາໆຊາດ ທີ່ກຸງ "ໂຄເປັນເຮເກັນ" ນະຄອນຫລວງຂອງ
ປະເທດເດນມາຣ໌ກ ພາຍໃຕ້ການອຸປຖັມຂອງອົງການ ສຫປຊຊ ວ່າດ້ວຍສະພາບດິນຟ້າ
ອາກາດຂອງໂລກ

ທ່ານ ນາຍົກ ຣມຕ ເຫວີນ ເຈັ້ຽປ້າວ ຈະເປັນຫົວໜ້າຄນະຜູ້ແທນຂອງ ສປ ຈີນ ເດີນ
ທາງໄປຮ່ວມກອງປະຊຸມ

ນອກຈາກນີ້ ກໍຍັງເປັນທີ່ໜ້າສັງເກດອີກວ່າ ການປະກາດຕົວເລກຢ່າງເປັນຮູບທັມ ຂອງ
ສປ ຈີນຄັ້ງນີ້ ມີຂຶ້ນພຽງວັນດຽວຫລັງຈາກທີ່ທຳນຽບຂາວທີ່ກຸງວໍຊິງຕັນ ໄດ້ປະກາດວ່າ
ທ່ານປະທານາທິບໍດີ ບາຣັກ ໂອບາມາ ຈະເປັນຫົວໜ້າຄນະຜູ້ແທນຂອງ ສຫຣ ອະເມຣິ
ກາເດີນທາງໄປຮ່ວມກອງປະຊຸມສຸດຍອດ "ໂຄເປັນເຮເກັນ" ເພື່ອທີ່ຈະໄປປະກາດໃຫ້
ໂລກຮູ້ວ່າ ປະເທດລູງແຊມໄດ້ວາງເປົ້າໝາຍເປັນຕົວເລກຄັກແນ່ໄວ້ແລ້ວ ໂດຍຈະລົດ
ຜ່ອນການປ່ອຍແກ໊ສ CO2 ຂອງຕົນລົງໃຫ້ໄດ້ 17% ຈາກນີ້ເຖິງປີ 2020, 30% ໃນປີ
2025 ແລະ 42% ໃນປີ 2030 ທັງໝົດນີ້ໂດຍປຽບທຽບກັບລະດັບການປ່ອຍ ໃນປີ
2005

ສປ ຈີນ ແລະ ສຫຣ ອະເມຣິກາ ເປັນສອງປະເທດ ທີ່ປ່ອຍກ໊າສ CO2 ຫລາຍທີ່ສຸດໃນ
ໂລກນັ້ນກໍໝາຍຄວາມວ່າ ເປັນສອງປະເທດທີ່ສ້າງຄວາມເປິເປື້ອນໃຫ້ແກ່ອາກາດຫລາຍ
ທີ່ສຸດໃນໂລກນັ້ນເອງ ຊຶ່ງເປັນສາເຫດສຳຄັນຂອງພາວະໂລກຮ້ອນ

ການອອກມາປະກາດເປົ້າໝາຍທີ່ເປັນຕົວເລກຄັກແນ່ຂອງ ສປ ຈີນ ໃນມື້ນີ້ ເປັນການ
ຕອກຢໍ້າການປະກາດຂອງທ່ານປະທານາທິບໍດີ ຫູ ຊິນທ່າວ ເມື່ອເດືອນກັນຍາທີ່ຜ່ານ
ມາ ທີ່ວ່າຈີນມີເປົ້າໝາຍຈະລົດຜ່ອນການປ່ອຍແກ໊ສ CO2 ໂດຍປ່ອຍໃຫ້ເປັນສັດສ່ວນ
ກັນກັບການຂຍາຍຕົວທາງເສຖກິດ ພຽງແຕ່ວ່າໃນການປະກາດຄັ້ງນັ້ນ ຜູ້ນຳຂອງຈີນ
ບໍ່ໄດ້ໃຫ້ຕົວເລກຄັກແນ່ເທົ່ານັ້ນ

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU