ຄົ້ນຫາຂໍ້ມູນ

/ languages

Choisir langue
 

ວັນຕ້ານ ໂຣຄສີດາ ລະດັບໂລກ

ຄັ້ງ ທີ 21

ໂດຍ ບັນດານ ສີສຸນທອນ B. Sisounthone

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 01/12/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 01/12/2009 13:51 TU

ເຄື່ອງໝາຍ ຕ້ານໂຣຄສີດາAfp

ເຄື່ອງໝາຍ ຕ້ານໂຣຄສີດາ
Afp

ສຫປ ຊາຊາດ ເຜີຍວ່າ ຈຳນວນຄົນຕິດໂຣຄສີດາ ໄດ້ລຸດລົງ ບໍ່ຕໍ່າກວ່າ 17% ພາຍໃນ 8 ປີຫລັງຜ່ານມາ, ແລະອົງການ ອານາມັຍໂລກ ຮຽກຮ້ອງໃຫ້ ເອົາມາຕະການ ປິ່ນປົວ ຢ່າງມີ ປະສິດທິຜົນ ໂດຍໄວ

ໂຣຄສີດາ ເປັນຕົ້ນເຫດ ເຮັດໃຫ້ ເພດຍິງ ເສັຽຊີວິດ ຫລາຍກວ່າໝູ່ ໃນໂລກ ຕໍ່ຈາກນັ້ນ ແມ່ນ ພຍາດໃຂ້ປ່າ ແລະ ໂຣຄອື່ນໆ. ສນັ້ນ, ນຶ່ງ ໃນມາຕະການສຳຄັນ ແມ່ນຕ້ອງສີດຢາ ກັນເຊື້ອໂຣຄ ກ່ອນ ແຕ່ຫົວທີ ແລະ ສຳຫລັບ ສະຕຣີ ຖືພາຄັນ ທີ່ຕິດພຍາດສີດາ ເພື່ອຕ້ານຢັນກັບ ການແຜ່ ລະບາດໄສ່ລູກ ຢູ່ໃນທ້ອງ ຫຼື ໃນຕອນ ເອົານົມໃຫ້ລູກກິນ. ເພາະເປັນຢາ ທີ່ເພີ້ມພູມຕ້ານທານ ເຊື້ອໂຣຄ ແລະ ປ້ອງກັນການຊ່ຽງ ຕໍ່ການຕິດແປດໃສ່ເດັກ ລົງຢ່າງນ້ອຍ 5%.

 

ເຊື້ອໂຣຄສີດາReuters

ເຊື້ອໂຣຄສີດາ
Reuters

 

ການປ້ອງກັນ ອີກວິທີນຶ່ງ ນັ້ນແມ່ນວ່າ ອົງການ ອານາມັຍໂລກ (ອ.ອ.ລ.) ໄດ້ສົ່ງເສີມ ການກວດ ສຸຂະພາບ ຊອກຫາເຊື້ອສີດາ ກ່ອນມັນຈະ ແຜ່ລະບາດອອກຢ່າງຮ້າຍແຮງ. ສ່ວນຫລາຍ ພວກຕິດ ເຊື້ອໂຣຄ ມັກ ຈະຮູ້ຕົວວ່າ ຕົນຕິດສີດາ ນັ້ນແມ່ນຫລັງຈາກ ພະຍາດ ໄດ້ລະບາດ ອອກແລ້ວ.

 

ວັນ ສີດາໂລກ ທີ່ ອິນເດັຍReuters

ວັນ ສີດາໂລກ ທີ່ ອິນເດັຍ
Reuters

 

ປັດຈຸບັນ, ເຖີງແມ່ນ ຈຳນວນຄົນຕິດ ສີດາ ໄດ້ລຸດລົງກໍດີ, ແຕ່ວ່າ ແຕ່ ລະປີນັ້ນ ຍັງມີປະມານ 2,7 ລ້ານ ກໍຣະນີ ໄດ້ຕິດເຊື້ອໂຣຄ ດັ່ງກ່າວ ນີ້ໃໝ່. ສນັ້ນ, ອ.ອ.ລ. ຈຶ່ງຈັດຕຽມການຕ້ານເຊື້ອໂຣຄ ດ້ວຍ ຫລາຍວິ ທີ ດ້ວຍກັນ ແລະ ຫລາຍຂັ້ນຕອນ.

 

ມື້ນີ້ ທີ່ປະເທດ ຝຣັ່ງ ການປ່າວ ໂຄສະນາ ຮຽກຮ້ອງ ໃຫ້ດຳເນີນ ຕ້ານໂຣຄສີດາ, ກະຊວງ ສຣທາຣະນະສຸຂ ເຜີຍວ່າ ໃນທົ່ວປະເທດ ມີ 480 ຈຸດ ສຳຫລັບ ອະທິບາຍ ວິທີປ້ອງກັນ. ໃນຝຣັ່ງ ປີກາຍນີ້ ມີຜູ່ຕິດ ສີດາ 144.000 ແລະ ໄດ້ເສັຍຊີວິດ 154 ຄົນ.

ທີ່ ປະເທດ ອັຟຣິກກາໃຕ້ ປະທານາທິບໍດີ ຊ່າໂກບ ຊູ່ມ່າ ປະກາດວ່າ ເດັກຕໍ່າກວ່າ ນຶ່ງປີ ທີ່ຕິດໂຣຄສີດາ ຕ້ອງຖືກປິ່ນປົວ ຢ່າງອັຄະໂນມັດ. ປັດຈຸບັນ ມີ 5,7 ລ້ານຄົນ ມີເຊື້ອໂຣຄສີດາ.

ສ່ວນຢູ່ ອິນໂດເນເຊັຍ, ມື້ນີ້, ກຸ່ມ ຂະບວນອິສລາມ ໄດ້ພາກັນລົງຖນົນ ປະທ້ວງ ຄັດຄ້ານການໃຊ້ ຖົງອານາມັຍໃນການຮ່ວມເພດ ແລະຮຽກ ຮ້ອງໃຫ້ ຖືກົດ ຄຳພີອິສລາມ ເປັນວິທີການ ຕ້ານໂຣຄສີດາ.

 

ສຳຫລັບ ຢູ່ ສປ ຈີນ ນັ້ນ, ແມ່ນສະແດງຄວາມເປັນຫ່ວງນຳ ການຕິດ ໂຣຄ ສີດາ ເພີ້ມຂື້ນ ໃນຈຳພວກເພດຊາຍດຽວກັນ ຮ່ວມພິສວາດ, ຄາດວ່າ ມີປະມານ 20 ຄົນ ຕິດພະຍາດນີ້. ສປ ຈີນ ມີປະມານ 319.877 ຄົນ ຕິດໂຣຄສີດາ.

 

ທີ່ ປະເທດອ່ານເຊ່ຣີ່ ຮຽກຮ້ອງໃຫ້ ມີການປ້ອງກັນ ໂຣຄສີດາ ນີ້ ແບບມີປະສິດທິຜົນກວ່າເກົ່າ, ແລະ ຢູ່ປະເທດ ອຸກະແຣ່ນ ຢ້ານເຊື້ອ ໂຣຄສີດານີ້ ແຜ່ລະບາດ ໄປທົ່ວປະເທດ.

 

ແລະ ສຳຫລັບ ອາເມຣິການັ້ນ, ຍານາງ ກລິງຕັນ ໄດ້ປະກາດວ່າ ຈະຈັດກອງປະຊຸມຫລວງ ປະຈຳປີ 2012 ທີ່ ວໍຊິງຕັນ ກ່ຽກັບ ການ ຕ້ານໂຣຄສີດາ ໃນລະດັບໂລກ.

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU