ຄົ້ນຫາຂໍ້ມູນ

/ languages

Choisir langue
 

ສຫລ ອາເມຣິກາ

ໂອບາມາ ວ່າ ອັຟການິສຖານ ຈະບໍ່ເປັນ ວຽດນາມ ອີກໃໝ່

ໂດຍ ບັນດານ ສີສຸນທອນ B. Sisounthone

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 02/12/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 02/12/2009 11:18 TU

ປະທານາທິບໍດີ ບາຣັກ ໂອບາມາReuters

ປະທານາທິບໍດີ ບາຣັກ ໂອບາມາ
Reuters

ປະທານາທິບໍດີ ບາຣັກ ໂອບາມາ ຕັດສິນໃຈ ເພີ້ມທະຫານອີກ 3 ສິບພັນຄົນ ໃນ ອັຟການິສຖານ ເພື່ອກວດລ້າງ ເຂດກໍ່ການຮ້າຍ, ພາຣະ ໜ້າທີ່ນີ້ ຈະສີ້ນສຸດລົງ ໃນລະດູແລ້ງ 2011 ແລະປະເທດ ອັຟການິສຖານ ຈະບໍ່ກາຍເປັນເໝືອນ ສົງຄາມ ວຽດນາມ ອີກ ເທື່ອໃໝ່.

ປະທານາທິບໍດີ ບາຣັກ ໂອບາມາ ໄດ້ອະທິບາຍໃນຄືນວານນີ້ "ຍ້ອນຜົນ ປະໂຍດ ຂອງຊາດເຮົາ ຈຶ່ງມີຄວາມຈຳເປັນ ສົ່ງທະຫານ 30.000 ຄົນ ເຂົ້າໄປເພີ້ມໃນ ອັຟການິສຖານຕື່ມ, ສ່ວນໃຫຍ່ ແມ່ນປະກອບດ້ວຍ ທະຫານ ທີ່ອອກຈາກ ໂຮງຮຽນທະຫານ ແວສປ່ອຍ ຊຶ່ງພວກເຮົາ ຕ້ອງການ ຄວາມສາມາດ ໃນການຕັດສິນໃຈ ຂອງເຂົາເຈົ້າ ສຳຫລັບ ປະຕິບັດງານ ປະມານ 18 ເດືອນ, ພ້ອມກັບ ຝຶກຫັດ ໃຫ້ກຳລັງທະຫານ ອັຟກ່ານ ມີຄວາມສາມາດ ປົກປ້ອງ ຄວາມປອດພັຍໃຫ້ ແກ່ປະເທດ ຕົນເອງໄດ້, ຫລັງຈາກນັ້ນ ກອງ ທະຫານ ອາເມຣິກັນ ດັ່ງກ່າວນີ້ ຈະ ຖືກຖອນກັບຄືນ.

 

ຂ້າພະເຈົາ ຕັດສິນໃຈ ເພື່ອ ຄວາມປອດພັຍ ຂອງສະຫະລັດ ແລະ ປະຊາຊົນ ອາເມຣິກັນ ເພາະ ອັຟການິສຖານ ແລະ ປາກິສຖານ ເປັນ ຮັ່ງກໍ່ການຮ້າຍ ຢ່າງຮຸນແຮງ ຂອງກຸ່ມ ອ່ານກ່າຍດາ.

 

ໃນສອງປະເທດ ດັ່ງກ່າວ ນີ້ ເປັນບ່ອນ ຕັດສິນໃຈຂອງກຸ່ມກໍ່ການຮ້າຍ ສນັ້ນ ພວກເຮົາ ຈຶ່ງໄດ້ ຖືກບຸກໂຈມຕີ ເມື່ອວັນທີ 11 ກັນຍາ 2001 ແລະ ເປັນບ່ອນ ທີ່ກຳລັງຕຽມ ການບຸກໂຈມຕີ ພວກເຮົາ ອີກຄັ້ງໃໝ່". ແລະ "ຖ້າບໍ່ມີ ບັນຫາ ຄວາມປອດພັຍ ດັ່ງກ່າວມານີ້, ຂ້າພະເຈົ້າ ຄົງ ຈະຖອນທະຫານ ກັບຄືນປະເທດ ແຕ່ມື້ອື່ນ ນີ້ໄປ".

 

ທ່ານ ໂອບາມາ ຖືວ່າ "ເປັນການຕັດສິນໃຈ ທີ່ມີຣາຄາແພງ ປະມານ 30 ພັນລ້ານ ໂດລາ ອີກຕື່ມ ສຳຫລັບ ທະຫານ 30.000 ຄົນ, ຮວມ ທັງໝົດແລ້ວ ຕົກເປັນ 95 ພັນລ້ານ ໂດລາ, ແຕ່ກໍ ຕ້ອງຈ່າຍ ເພື່ອ ປະກັນ ຄວາມປອດພັຍ ຂອງ ອາເມຣິກາ ແລະ ພັນທະມິຕ ທີ່ ຖືກ ນາບຂູ່". ແລະ "ອ່ານກ່າຍດ່າ ກຳລັງຕຽມ ເຮັດການກໍ່ການຮ້າຍ ອີກ ເທື່ອໃໝ່, ແລະພວກເຂົາ ກຳລັງພະຍາຍາມ ຊອກຫາອາວຸດ ນິວຄະເລັຍ ຊຶ່ງອາວຸດປະເພດນີ້ ປາກິສຖານ ມີຢູ່ໃນຄວາມຄອບຄອງ".

 

ທັງໝົດ ແມ່ນເພື່ອຄໍ້າປະກັນ ຄວາມປອດພັຍ ແລະ ກວດລ້າງ ການກໍ່ ການຮ້າຍ ໃນ ອັຟການິສຖານ ຊ່ວຍ ປະທານາທິບໍດີ ກ໊າກຊ່າຍ ຊຶ່ງ ທ່ານ ເອງ ຕ້ອງມີຄວາມສະມັກໃຈ ປາບການສໍ້ລາດ ບັງຫລວງ  ແລະ ຄວາມ ອະຍຸຕິທັມ ຢ່າງເດັດດຽວ ເພື່ອຄຸ້ມຄອງ ປະເທດ ໃຫ້ມີ ປະສິດ ທິພາບດີ ໃນອານາຄົດ.

 

ເລຂາທິການໃຫຍ່ ຂອງອົງການປ້ອງກັນ ອັດລັງຕິກເໜືອ ຫຼື ໂອຕັງ ຕ້ອງການຢາກໃຫ້ ກຸ່ມພັນທະມິຕ ເພີ້ມທະຫານ ຕື່ມໃນ ອັຟການິສຖານ ອີກ ຢ່າງນ້ອຍ 5.000 ຄົນ.

 

ສ່ວນ ສຫພ ເອີຣົບ ປະກາດວ່າພ້ອວແລ້ວ ທີ່ຈະຮ່ວມມືກັບ ອາເມ ຣິກາ ຢ່າງຄຽງບ່າຄຽງໄຫລ່.

ສຳຫລັບ ອັງກິດ ນັ້ນຮຍກຮ້ອງ ໃຫ້ກຸ່ມພັນທະມິຕ ເຂົ້າຮ່ວມນຳ ນະໂຍ ບາຍ ຂອງທ່ານ ໂອບາມາ.

ແລະ ສຳຫລັບ ຝຣັ່ງ ນັ້ນວ່າ ໃນປັດຈຸບັນນີ້ ຈະບໍ່ການເພີ້ມ ທະຫານ ຂອງຕົນເທື່ອ, ສ່ວນຝ່າຍຄ້ານ ນັ້ນ ບໍ່ເຫັນພ້ອມນຳການ ຈະສົ່ງ ທະຫານ ຝຣັ່ງ ເຂົ້າໄປເພີ້ມອີກ.

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU