ຄົ້ນຫາຂໍ້ມູນ

/ languages

Choisir langue
 

ຟີລິປິນ ການສັງຫານກຸ່ມ ຕາຍ 57 ຄົນ

ຜູ່ບົ່ງການ ແລະ ຕຳລວດ ຖືກກັກຂັງສອບສວນ

ໂດຍ ບັນດານ ສີສຸນທອນ B. Sisounthone

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 03/12/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 03/12/2009 13:45 TU

ຕຳລວດ ຄົ້ນຫາສາກສົບ ພວກຖືກສັງຫານ ໃນເຂດ ມິນດານ່າວReuters

ຕຳລວດ ຄົ້ນຫາສາກສົບ ພວກຖືກສັງຫານ ໃນເຂດ ມິນດານ່າວ
Reuters

ຕໍາລວດ ປະມານພັນຄົນ ຈະຖືກປົດ ແລະ ຖືກຍົກຍ້າຍ ອອກຈາກ ໜ້າທີ່ ຫລັງຈາກ ການສັງຫານໝູ່ ຕາຍ 75 ຄົນ ຊຶ່ງແມ່ນບັນຫາ ຄັດແຍ້ງ ທາງດ້ານ ການເມືອງ

ນາຍ ແລະ ພົນຕຳລວດ ປະມານ 1.092 ຄົນໃນແຂວງ ມາຄິ່ນດານ່າວ ໃນເຂດ ມິນດານ່າວ ຊຶ່ງສ່ວນນຶ່ງໃນນັ້ນມີ ປະມານ 92 ຄົນ ທີ່ຖືກສົງສັຍ ວ່າ ຮ່ວມໃນການສັງຫານກຸ່ມ ຈະຖືກປົດ ແລະ ຍົກຍ້າຍ ອອກຈາກໜ້າທີ່ ຫລັງຈາກ ການສັງຫານໂຫດ ໄດ້ຜ່າມມາ ນຶ່ງອາທິດ ຍ້ອນຄັດ ຜົນປະ ໂຍດກັນ ທາງດ້ານການເມືອງ.

 

ການສັງຫານກຸ່ມ ດັ່ງກ່າວນີ້ ແມ່ນບັນດາ ຜູ່ນຳທ້ອງຖິ່ນ ຖືກຕູ່ກ່າວຫາວ່າ ເປັນຜູ່ບົ່ງການ ໂດຍມີ ການສົມຮູ້ຮ່ວມຄິດ ຈາກ ຕຳລວດບາງກຸ່ມ ເພື່ອ ສະກັດກັ້ນ ແລະດັບສູນ ຄູ່ແຄ່ງຈາກພັກອື່ນໆ ບໍ່ໃຫ້ເຂົ້າມາຮັບສະມັກ ເອົາ ຕໍາແໜ່ງ ເປັນຜູ່ປົກຄອງແຂວງ ສຳຫລັບ ການເລືອກຕັ້ງ ທີ່ຄາດໃສ່ ໃນປີໜ້າ.

 

ລັຖມົນຕຣີ ພາຍໃນ ໄດ້ລາຍງານວ່າ ພວກສັ່ງການສັງຫານ ແມ່ນ ພວກ ຖືກເລືອກເປັນ ຜູ່ນຳທ້ອງຖິ່ນ ນັ້ນເອງ ແລະ ໃນການກວດລ້າງ ຄັ້ງນີ້ ຖື ວ່າ ຢູ່ໃນລະດັບ ການຍາດແຍ້ງອຳນາດທ້ອງຖິ່ນ ເພາະ ພວກຫົວໜ້າ ຕຳລວດ ທ້ອງຖິ່ນ ແມ່ນຖືກແຕ່ງຕັ້ງໂດຍ ຄນະຜູ່ນຳທ້ອງຖິ່ນ ນັ້ນເອງ.

 

ໃນກໍຣະນີນີ້, ບັນດາ ຫົວໜ້າຕຳລວດ ຕາມລະດັບຂັ້ນຕ່າງໆ ປະຈຳຢູ່ ໃນເຂດ ຕ້ອງຖືກສົງສັຍ ໂດຍປາຣິຍາຍ ວ່າເປັນພວກ ທີ່ຮ່ວມ ໃນການ ສັງຫານ.  

ໃນປັດຈຸບັນນີ້ ຫົວໜ້າໃຫຍ່ ຕຳລວດ ກໍຍັງຖືກກັກຂັງ ຢູ່ທີ່ກຸງ ມະນີລາ ພ້ອມດ້ວຍ ພວກທີ່ຣັບ ສາຣະພາບ ໄປແລ້ວກໍມີ.

 

ບັນດາ ພິຍານ ທີ່ຢູ່ໃນເຫດການ ໄດ້ອະທິບາຍວ່າ ພວກຕຳລວດ ທີ່ຢູ່ ເມືອງຄຽງຂ້າງນີ້ ກໍໄດ້ເຊື່ອງຊ້ອນ ພວກກະທຳຄວາມຜິດ ແລະຕຳລວດ ພວກນີ້ ຄວນຖືກປົດອອກ ຈາກໜ້າທີ່ ໝົດທຸກຄົນ.

 

ພວກຫົວໜ້າ ຖືກສົງສັຍເປັນຄາຕະກອນສຳຄັນ ທັງໝົດ ມີ 5 ຄົນ ຢູ່ໃນ ສະມາຊິກ ຄອບຄົວຂອງກຸ່ມ ອຳປາຕ່ວນ, 3 ແມ່ນ ຜູ່ປົກຄອງ ແລະ ຄນະຜູ່ຮອງ ກຳແພງນະຄອນເມືອງ ຊຶ່ງກຳລັງຖືກຮັບ ພິຈາຣະນາ ສອບ ສວນຄະດີ ໃນປັດຈຸບັນນີ້.

 

ສ່ວນ ລັຖມົນຕຣີພາຍໃນ ນັ້ນຮຽກຮ້ອງໃຫ້ ຫົວໜ້າປົກຄອງ ທ້ອງຖິ່ນ, ຊຶ່ງຜູ່ກ່ຽວເອງ ກໍເປັນ ສະມາຊິກ ຂອງຄອບຄົວ ດັ່ງກ່າວນີ້, ເຮັດຜົນ ລາຍງານ ກ່ຽວກັບ ເຫດການທີ່ເກີດຂື້ນ ໃຫ້ຢ່າງ ລະອຽດ.

 

ຜ່ປົກຄອງເມືອງຜູູ່ນຶ່ງ ແລະ ລູກຊາຍຂອງຜູ່ປົກຄອງແຂວງ ມາຄິ່ນດາ ນ່າວ ຖືກໝາຍສັ່ງຈັບສອບສວນ ມື້ວານນີ້, 2 ຄົນດັ່ງກ່າວນີ້ ຖືກຕູ່ກ່າວ ຫາຄວາມຜິດໃສ່ 25 ກະໂທງ.

 

57 ຄົນທີ່ໄດ້ຖືກສັງຫານນັ້ນ ມີ ບັນດານັກຂ່າວ, ກຸ່ມສະມາຊິກ ທີ່ໃກ້ຊິດ ກັບນັກການເມືອງຝ່າຍຄ້ານ ແລະ ປະຊາຊົນອື່ນໆ.

ໃນເຂດແຂວງ ມິນດານ່າວ ນີ້ ການແກ້ແຄ້ນ ແລະ ການຄັດແຍ້ງ ຜົນ ປະໂຍດແບບຮຸນແຮງ ໂດຍໃຊ້ມືປືນ ຮັບຈ້າງ ປິດຊິວິດກັນນີ້ ມີຢູ່ເປັນ ປະຈຳ ແລະດັ່ງດຽວກັບ ການສູ້ລົບ ລະຫວ່າງ ກອງທັບ ກັບ ກຸ່ມກະບົດ ມຸສລິມ ທີ່ຢາກແຍກຕົວນັ້ນ ກໍເກີດຂື້ນຢູ່ຢ່າງເນື່ອງນິດ.

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU