ຄົ້ນຫາຂໍ້ມູນ

/ languages

Choisir langue
 

ອິຣານ-ບັນຫາ ນິວຄະເລັຍ

ຣັດເຊັຍ-ຈີນ ເຂົ້າແຖວ ຕາເວັນຕົກ ?

ໂດຍ ບັນດານ ສີສຸນທອນ B. Sisounthone

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 04/12/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 04/12/2009 12:06 TU

ສູນກັ່ນທາດ ອູຣານຽມ ອິຣານReuters

ສູນກັ່ນທາດ ອູຣານຽມ ອິຣານ
Reuters

ຣັດເຊັຍ ແລະ ຈີນ ທີ່ເຄີຍເຂົ້າຂ້າງ ໂຄງການນິວຄະເລັຍ ອິຣານ, ມາບັດນີ້ ໄດ້ປ່ຽນທ່າທີ ມາເຂົ້າແຖວກັບ ອາເມຣິກາ, ຝຣັ່ງ, ອັງກິດ ແລະເຍັຽຣະມັນ ຊຶ່ງກຳລັງເລີ້ມຕຽມ ໂຄງຮ່າງລົງໂທດ ເພີ້ມຂື້ນ ຕໍ່ ອິຣານ ສຳປີ 2010, ແຕ່ມີຄຳຖາມຢູ່ວ່າ ຈະໄປເຖີງໄສ ?

ອາເມຣິກາປະກາດວ່າ ຈວນໃກ້ເຖີງເວລາແລ້ວ ຖ້າຫາກວ່າ ອິຣານ ຕ້ອງການ ຫລີກເວັ້ນການຖືກ ລົງໂທດຄັ້ງໃໝ່ ກ່ຽວກັບນະໂຍບາຍ ນິວຄະລັຍ ເພາະ ຄຖຂາດ ຂອງ ປະຊາຄົມສາກົນ ຈະໝົດກຳນັດ ໃນທ້າຍປີນີ້.

 

ທ່ານ ອາມາດິເນຊາດAfp

ທ່ານ ອາມາດິເນຊາດ
Afp

 

ບັນດາ ມະຫາອຳນາດ ທີ່ຮັບພິຈາຣະນາ ບັນຫານິວຄະເລັຍ ອິຣານ ເຊັ່ນ ຣັດເຊັຍ, ຈີນ,​​​​ ອາເມຣິກາ, ຝຣັ່ງ, ອັງກິດ ແລະ ຣັດເຊັຍ ໄດ້ ຕົກລົງກັນຢ່າງເປັນເອກະສັນ ບໍ່ເຫັນດີໃຫ້ ອິຣານ ສາມາດຄອບຄອງ ອາວຸດ ນິວຄະເລັຍ ແລະ ພິຈາຣະນາ ລົງໂທດເພີ້ມໃໝ່ ຕໍ່ປະເທດ ດັ່ງກ່າວນີ້.

 

ນັບແຕ່ ທ່ານ ອາມາດິເນຊາດ ໄດ້ຖືກເລືອກຕັງຂື້ນເປັນປະທານາທິບໍດີ ຄືນໃໝ່ແຕ່ ເດືອນມິຖຸນາມານີ້, ໄດ້ສ້າງຄວາມສັຍສົນພາຍໃນ ປະເທດ ແລະມີທ່າທີແຂງກະດ້າງ ນັບມື້ນັບໜັກໜ້າຂື້ນ ບໍ່ວ່າໃນວົງ ການເມືອງ ພາຍໃນ ແລະ ສາກົນ.

 

ການຕຳນິ ອິຣານຈາກ ປະຊາຄົມສາກົນ ເຮັດໃຫ້ພັນທະມິຕ ຣັດເຊັຍ ແລະ ຈີນ ພອຍໄດ້ຮັບຜົນ ກະທົບນຳດ້ວຍ. ໃນປີ 2009 ນີ້ ອິຣານ ບໍ່ສາມາດຈະຊອກຫາຄຳຕອບ ທີ່ສົມເຫດສົມຜົນ ເພື່ອແບ່ງແຍກ 6 ມະຫາອຳນາດ ນີ້ໄດ້. ຊໍ້າບໍ່ໜໍາ ອິຣານໄດ້ປະກາດ ໃນລະຍະຫລັງ ນີ້ວ່າ ຈະສ້າງສຳນກັ່ນທາດ ອູຣານຽມ ຂື້ນໃໝ່ອີກຫລາຍແຫ່ງ ເພື່ອ ຈະກັ່ນ ທາດດັ່ງກ່າວນີ້ ໃຫ້ແກ່ກ້າ ເຖີງ 20% ແລະ ຈະສ້າງໂຄງ ການອື່ນໆອີກຫລາຍຢ່າງ.

ຕໍ່ການປະກາດ ດັ່ງນີ້ ຊໍ້າພັດເຮັດໃຫ້ຄວາມສະມາຄີ  ຂອງປະຊາຄົມ ສາກົນ ຫັດແໜ້ນ ຂື້ນຕື່ມອີກ.

 

ກ່ອນໜ້ານີ້, ອາເມຣິກາ ໄດ້ສເນີ ໃຫ້ອິຣານ ສົ່ງທາດ ອູຣານຽມ ໄປ ກັ່ນ ທີ່ ຣັດເຊັຍ ແລະ ສົ່ງຕໍ່ໃຫ້ຝຣັ່ງ ກັ່ນຕື່ມອີກ ເພື່ອໃຫ້ໄດ້ ມາຕະ ຖານ ພຽງພໍກັບ ເປັນແມ່ ພະລັງໄຟ ສຳຫລັບ ປັ່ນຈັກໄຟຟ້າ ແລະ ສູນຄົ້ນຄວ້າ, ແຕ່ ອິຣານ ບໍ່ຍອມໃຫ້ຄຳຕອບ.

 

ຍ້ອນຂາດຄຳຕອບດັ່ງກ່າວນີ້, ສະນັ້ນ ໃນອາທິດແລ້ວນີ້, ອົງການ ສາກົນ ດ້ານພະລັງງານນິວຄະເລັຍ ຈຳຕ້ອງໄດ້ອອກຍັດຕິ ລົງໂທດ ຕໍ່ໂຄງການ ນິວຄະເລັຍ ອິຣານ ໂດຍໄດ້ມີການ ອອກຄວາມຄິດເຫັນ ແລະ ຮັບຮອງ ຈາກຣັດເຊັຍ ແລະ ເຫັນພ້ອມ ຈາກ ສປ ຈີນ.

 

ການພົວພັນ ລະຫວ່າງ ຣັດເຊັຍ ແລະ ອິຣານ ໄດ້ຖືກບັ່ນທອນລົງ ແມ່ນຫລັງຈາກ ວໍຊິງຕັນ, ປາຣີ ແລະ ລອນດອນ ໄດ້ເປີດເຜີຍ ການສ້າງສູນກັ່ນທາດ ອູຣານຽມ ລັບຂອງ ອິຣານ ໃຫ້ ຣັດເຊັຍຮູ້.

ແຕ່ນັ້ນມາ ການພົວພັນ ຣັດເຊັຍ-ອິຣານ ຈຶ່ງມີຄວາມເຄັ່ງຕຶງ ແລະ ມົສກູ່ ຈຶ່ງຊັກຊ້າໃນການສົ່ງ ເຕັກໂນໂລຊີ່ ໃຫ້ສູນນິວຄະເລັຍ (ບຸສແຊ້ຣ໌) ແຫ່ງທີ 2 ຂອງ ອິຣານ ແລະ ຢັບຢັ້ງ ການສົ່ງ ຈະລວດ ລະບົບ ຕໍ່ຕ້ານອາກາດ S-300.

 

ອີງຕາມສະພາບສາກົນ ນັ້ນ, ຕອນນີ້ ອາເມຣິກາ ແລະ ຣັດເຊັຍ ກຳລັງຕໍ່ລອງ ການ ລຸດຜ່ອນ ອາວຸດນິວຄະເລັຍກັນຢູ່, ອາດເປັນ ເຫດຜົນນຶ່ງ ທີ່ຈຳຕ້ອງ ມີການຕົກລົງເຫັນພ້ອມກັນ ລະຫວ່າງ ສອງ ມະຫາອຳນາດນີ້ ຕໍ່ໜ້າ ອິຣານ.

 

ເຖີງແມ່ນວ່າ ຄວາມຄິດ ທີ່ຈະລົງໂທດ ອິຣານເພີ້ມຕື່ອມນັ້ນ ຖືກອູ້ມຊູ ຈາກ ຣັດເຊັຍ ກໍດີ ແຕ່ຄຳຖາມ ທີ່ໜ້າເປັນຫ່ວງ ຢ່າງແທ້ຈິງນັ້ນ ຈະ ລົງໂທດ ແບບໃດ ? ຈຸດນີ້ ແມ່ນ ຈຸດຈະຄັດແຍ້ງກັນຢ່າງໃຫຍ່, ເພາະ ຣັດເຊັຍ ກັບ ຈີນ ຈະບໍ່ເຫັນ ນຳການລົງໂທດ ແບບໜັກໜ່ວງ ເກີນໄປ, ແຕ່ ອາເມຣິກາ ນັ້ນຕ້ອງການ ລົງໂທດ ຢ່າງແຂງແກ່ງ ເພື່ອວ່າ ອິຣານ ຈະເລີກລົ້ມໂຄງການ ແລະ ຫັນມາເອົາ ຂໍ້ສະເນີ ຂອງ ປະຊາຄົມສາກົນ.

 

ສ່ວນ ນະໂຍບາຍຂອງ ຈີນ ໃນດ້ານນີ້ ກໍບໍ່ແຈ້ງຂາວດີ, ແຕ່ກໍຖືວ່າ ມີຄວາມກ້າວໜ້າທີ່ສຳຄັນ ເພາະ ຈີນ ໄດ້ລົງມະຕິເຫັນພ້ອມ ນຳຍັດຕິ ຂອງ ອົງການສາກົນ ດ້ານພະລັງງານນິວຄະເລັຍ AIEA ໃນຕອນ ປະຊຸມ ຄັ້ງແລ້ວ ທີ່ສຳນັກງານ ຂອງອົງການ ໃນກຸງ ວຽນນ໌.

 

ແຕ່ຕົກມາອາທິດແລ້ວນີ້, ຈີນ ຊໍ້າພັກ ຮຽກຮ້ອງຄືນໃໝ່ ວ່າບໍ່ ເຫັນ ພ້ອມ ນຳການລົງໂທດ, ສະນັ້ນ ຕ້ອງຖ້າ ເບີ່ງວ່າ ຈີນ ຈະຢືນຢູ່ໃນ ທ່າທີດຽວ ຈົນເຖີງຂັ້ນ ໃຊ້ເອກະສິດ ຢັບຢັ້ງ (ເວໂຕ) ໃນຕອນ ຈະ ລົງມະຕິ ທີ່ສະພາຄວາມໝັ້ນຄົງໃນປີໜ້ານີ້ ຫຼືບໍ່.

 

ຈີນ ແລະ ຣັດເຊັຍ ເຄີຍໄດ້ລົງມະຕິ ຮັບເອົາ ຍັດຕິລົງໂທດ ອິຣານ ມາ 5 ຄັ້ງແລ້ວ ແຕ່ເປັນ ການລົງໂທດ ຂໜາດແບບເບົາ, ແຕ່ວ່າ 2 ມະຫາອຳນາດນີ້, ຍາມໃດ ກໍໄດ້ຄັດຄ້ານຕໍ່ການລົງໂທດ ແບບຂໜາດ ໜັກ.

 

ອີກປະການນຶ່ງ, ມື້ເຊົ້ານີ້, ນາຍົກລັຖມົນຕຣີ ຣັດເຊັຍ ທ່ານ ປູຕິນ ປະກາດວ່າ ຣັດເຊັຍ ບໍ່ມີ ລັກຖານຫຍັງ ຢັ້ງຢືນວ່າ ອິຣານ ຊອກຫາ ການສ້າງອາວຸດ ນິວຄະເລັຍ.

 

ສ່ວນທ່ານ ຣັບສັ່ນຊ່ານີ່ ອະດີດ ປະທານາທິບໍດີ ອິຣານ ຊຶ່ງເປັນບຸກ ຄົນສຳຄັນ ຢູ່ໃນອຳນາດ ປັດຈຸບັນນີ້ ໄດ້ ຮຽກຮ້ອງ ໃຫ້ປະເທດ ອິຣານ ເປັນເອກະພາບກັນ ເພື່ອປະເຊີນໜ້າກັບ ກັບການຕົກລົງ ເຫັນພ້ອມ ຂອງສາກົນ ທີ່ຮວມກັນ ຕ້ານໂຄງການນິວຄະເລັຍ ຂອງ ອິຣານ.

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU