ຄົ້ນຫາຂໍ້ມູນ

/ languages

Choisir langue
 

ຟີລິປິນ

ກອງທັບ ປະທະກັບ ກຸ່ມອິດທິພົນທ້ອງຖິ່ນ

ໂດຍ ບັນດານ ສີສຸນທອນ B. Sisounthone

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 07/12/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 07/12/2009 14:21 TU

ກອງທັບ ຟີລິປິນ

ກອງທັບ ຟີລິປິນ

ມື້ນີ້, ກອງທັບປະທະກັບ ກຸ່ມອິດທິພົນທ້ອງຖິ່ນ ດ້ວຍການຍິງ ປືນໃສ່ກັນ ຫລັງຈາກ ກຸ່ມດັ່ງກ່າວນີ້ ໄດ້ຖືກສົງສັຍວ່າ ທຳການ ຄ່ຕະກັມ 57 ຄົນ ໃນເດືອນແລ້ວນີ້ ຍ້ອນບັນຫາຂັດແຍ້ງກັນ ຜົນປະໂຍດ ທາງດ້ານການເມືອງ

ຫລັງຈາກ ການຄາຕະກັມ 57 ຄົນແລ້ວ, ລັຖະບານໄດ້ສັ່ງໃຫ້ກອງທັບ ໄປຮັກສາຄວາມປອດພັຍ ໃນແຂວງ ມາຄິ່ນດານ່າວ ເພື່ອອຳນວຍ ຄວາມສະດວກ ໃນການສອບສວນຄະດີ ຊຶ່ງໃນ ຈຳນວນ ນາຍ ແລະ ພົນຕຳລວດ ປະມານ 1.092 ຄົນ ນັ້ນມີ ປະມານ 92 ຄົນ ທີ່ຖືກສົງສັຍ ວ່າ ຮ່ວມໃນ ການສັງຫານກຸ່ມ ອາຈະຖືກປົດ ແລະ ຖືກຍົກຍ້າຍອອກ ຈາກໜ້າທີ່.

 

ການສັງຫານກຸ່ມ ຕາຍ 57 ຄົນ ໃນເຂດແຂວງ ມາຄິ່ນດານ່າວ

ການສັງຫານກຸ່ມ ຕາຍ 57 ຄົນ ໃນເຂດແຂວງ ມາຄິ່ນດານ່າວ

 

ການສັງຫານກຸ່ມ ດັ່ງກ່າວນີ້ ແມ່ນບັນດາ ຜູ່ນຳທ້ອງຖິ່ນ ໄດ້ຖືກຕູ່ກ່າວ ຫາວ່າ ເປັນຜູ່ບົ່ງການ ໂດຍມີການສົມຮູ້ຮ່ວມຄິດ ຈາກຕຳລວດບາງກຸ່ມ ເພື່ອ ສະກັດກັ້ນ ແລະ ດັບສູນ ຄູ່ແຄ່ງ ຈາກພັກອື່ນໆ ເພື່ອບໍ່ໃຫ້ເຂົ້າມາ ຮັບສະມັກ ເຂົ້າແຂ່ງຂັນເອົາຕໍາແໜ່ງ ເປັນຜູ່ປົກຄອງແຂວງ ສຳຫລັບ ການເລືອກຕັ້ງ ທີ່ຄາດໃສ່ ໃນປີໜ້າ.

 

ລັຖມົນຕຣີ ພາຍໃນ ໄດ້ລາຍງານວ່າ ພວກສັ່ງການ ສັງຫານ ແມ່ນ ພວກ ຖືກເລືອກເປັນ ຜູ່ນຳທ້ອງຖິ່ນ ນັ້ນເອງ. ໃນການກວດລ້າງ ຄັ້ງນີ້ ຖືວ່າ ຢູ່ໃນລະດັບ ການຍາດແຍ້ງອຳນາດທ້ອງຖິ່ນ ເພາະ ພວກຫົວໜ້າ ຕຳລວດ ທ້ອງຖິ່ນ ແມ່ນຖືກແຕ່ງຕັ້ງໂດຍ ຄນະຜູ່ນຳທ້ອງຖິ່ນ ນັ້ນເອງ.

 

ໃນກໍຣະນີນີ້, ບັນດາ ຫົວໜ້າຕຳລວດ ປະຈຳຢູ່ ໃນເຂດ ຈຶ່ງຕ້ອງຖືກ ສົງສັຍ ໂດຍປາຣິຍາຍ ກ່ອນໝູ່ ແລະ  ໃນປັດຈຸບັນນີ້ ຫົວໜ້າໃຫຍ່ ຕຳລວດ ຖືກກັກຂັງ ຢູ່ທີ່ກຸງ ມະນີລາ ພ້ອມດ້ວຍ ພວກທີ່ໄດ້ຮັບ ສາຣະພາບ ໄປແລ້ວ.

 

ການສັງຫານກຸ່ມ ຕາຍ 57 ຄົນ

ການສັງຫານກຸ່ມ ຕາຍ 57 ຄົນ

 

ບັນດາ ພິຍານ ທີ່ຢູ່ໃນເຫດການ ໄດ້ອະທິບາຍວ່າ ພວກຕຳລວດ ທີ່ຢູ່ ເມືອງຄຽງຂ້າງນີ້ ສົມຮູ້ຮ່ວມຄິດນຳ ເພາະໄດ້ເຊື່ອງຊ້ອນ ພວກກະທຳ ຄວາມຜິດ ໂດນໃຫ້ທັສນະວ່າ ຕຳລວດ ພວກນີ້ ຄວນຖືກປົດອອກ ຈາກໜ້າທີ່ ໝົດທຸກຄົນ.

 

ພວກຫົວໜ້າ ຖືກສົງສັຍ ເປັນຄາຕະກອນສຳຄັນ ທັງໝົດ ມີ 5 ຄົນ ຢູ່ໃນ ສະມາຊິກ ຄອບຄົວຂອງກຸ່ມ ອຳປາຕ່ວນ, 3 ແມ່ນ ຜູ່ປົກຄອງ ແລະຄນະຜູ່ຮອງ ກຳແພງນະຄອນເມືອງ ຊຶ່ງກຳລັງຖືກຮັບ ພິຈາຣະນາ ສອບສວນຄະດີ ໃນປັດຈຸບັນນີ້.

 

ສ່ວນ ລັຖມົນຕຣີພາຍໃນ ນັ້ນຮຽກຮ້ອງໃຫ້ ຫົວໜ້າປົກຄອງ ທ້ອງຖິ່ນ, ຊຶ່ງຜູ່ກ່ຽວເອງ ກໍເປັນ ສະມາຊິກ ຂອງຄອບຄົວ ດັ່ງກ່າວນີ້, ເຮັດຜົນ ລາຍງານ ກ່ຽວກັບ ເຫດການທີ່ເກີດຂື້ນ ໃຫ້ຢ່າງ ລະອຽດ.

 

ເຈົ້າເມືອງຜູ່ນຶ່ງ ແລະ ລູກຊາຍຂອງຜູ່ປົກຄອງແຂວງ ມາຄິ່ນດານ່າວ ໄດ້ຖືກໝາຍເຂາະ ສອບສວນ,2 ຄົນດັ່ງກ່າວນີ້ ຖືກຕູ່ກ່າວ ຫາຄວາມ ຜິດ ໃສ່ 25 ກະໂທງ.

 

57 ຄົນທີ່ໄດ້ຖືກສັງຫານນັ້ນ ມີ ບັນດານັກຂ່າວ, ກຸ່ມສະມາຊິກ ທີ່ໃກ້ ຊິດ ກັບນັກການເມືອງຝ່າຍຄ້ານ ແລະ ປະຊາຊົນອື່ນໆ.

ໃນເຂດແຂວງ ມິນດານ່າວ ນີ້ ການແກ້ແຄ້ນ ແລະ ການຄັດແຍ້ງ ຜົນ ປະໂຍດແບບຮຸນແຮງ ໂດຍໃຊ້ມືປືນ ຮັບຈ້າງ ປິດຊິວິດກັນນີ້ ມີຢູ່ເປັນ ປະຈຳ ແລະດັ່ງດຽວກັບ ການສູ້ລົບ ລະຫວ່າງ ກອງທັບ ກັບ ກຸ່ມກະ ບົດ ມຸສລິມ ທີ່ຢາກແຍກຕົວນັ້ນ ກໍເກີດຂື້ນຢູ່ຢ່າງເນື່ອງນິດ.

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU