ຄົ້ນຫາຂໍ້ມູນ

/ languages

Choisir langue
 

ອາເມຣິກາ-ອັຟການິສຖານ

ໂຣເບີດ ເກດ ໝັ້ນໃຈ ຈະຊນະກຸ່ມຕາລີ່ບ່ານ

ໂດຍ ບັນດານ ສີສຸນທອນ B. Sisounthone

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 09/12/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 09/12/2009 12:01 TU

ທ່ານ ໂຣເບີດ ເກດ

ທ່ານ ໂຣເບີດ ເກດ

ທ່ານ ໂຣເບີດ ເກດ ລັຖມົນ ລັຖມົນຕຣີ ການຕ່າງປະເທດ ອາເມ ຣິກາ ໝັ້ນໃຈວ່າ ກອງກຳລັງ ພັນທະມິຕ ຈະຊນະ ກຸ່ມຕ່າລີບ່ານ ໃນຍຸທະສາດໃໝ່ນີ້ ຫລັງຈາກ ປະທານາທິບໍດີ ບາຣັກ ໂອບາມາ ໄດ້ຕັດສິນໃຈສົ່ງ ທະຫານ ເຂົ້າໄປເພີ້ມ

ໃນຂນະຢ້ຽມຢາມ ອັຟການິສຖານນັ້ນ ທ່ານ ໂຣເບີດ ເກດ ໄດ້ຖແລງ ວ່າ ການກໍສ້າງສູນ ເສນາທິການ ຂອງກອງກຳລັງ ອິສາຟ (Isaf) ຂື້ນ ໃໝ່ນີ້ ແມ່ນແນ່ໃສ່ ການຮວມສູນທຸກກອງກຳລັງ ຂອງພັນທະມິຕໃຫ້ ຢູ່ພາຍໃຕ້ ບັນຊາການຂອງນາຍພົນ ສແຕນເລ່ ມັກຄຣິສຕ່ານ ສຳຫລັບ ປະຕິບັດງານ ຕາມທີ່ທາງອົງການ ໂອຕັງ ໄດ້ມອບໝາຍໃຫ້. 

 

ທ່ານ ໄດ້ກ່າວ ໃນຕອນພົບພໍ້ ກັບປະທານາທິບໍດີ ກ໊າກຊ່າຍ ວ່າ "ທຸກກອງ ກຳລັງປະສົມ ຈະຕ້ອງຖືກຈັດ ໃຫ້ເຂົ້າຢູ່ໃນຖົນແຖວ ເພື່ອ ໃຫ້ບັນລຸຜົນເຖີງ ໄຊຊນະ ແລະ ມ້ວນທ້າຍ ໂດຍສັນຍາວ່າ ອາເມ ຣິກາ ຈະບໍ່ປະປ່ອຍອັຟການິສຖານ ຢ່າງກະທັນຫັນແລະ ຢ່າງປຸດປັດ".

 

ແຕ່ຢ່າງໃດກໍດີ ອີງຕາມຍຸທະສາດໃໝ່ ຂອງປະທານາທິບໍດີ ໂບບາມາ ນັ້ນວ່າ ການກຳນົດ ຖອນທະຫານ ແມ່ນແນ່ໄສ່ ໃນປີ 2011 ແລະ ການຖອນອອກທັງໝົດນັ້ນ ກໍຈະຄ່ອຍຖອນເທື່ອລະຊຸດ ແລະຍືດອອກ ຫລາຍປີ.

 

ທ່ານ ໂຣເບີດ ເກດ ໄດ້ກ່າວຕໍ່ ທ່ານ ກ໊າກຊ່າຍ ກ່ຽວກັບ ການສໍ້ລາດ ບັງຫລວງໃນກຸ່ມລັຖະບານ ອັຟກ່ານ ນັ້ນວ່າ "ຄວນອົາມາຕະການປາບ ຢ່າງເຂັ້ມງວດກວດຂັນ ແລະ ກ່າວປອບໃຈ ວ່າບັນດາ ປະເທດຕາເວັນ ຕົກ ກໍມີສ່ວນຮັບຜິດຊອບນຳ ສ່ວນນຶ່ງຄືກັນ".

 

ໃນອາທິດໜ້ານີ້ ປະທານາທິບໍດີ ກ໊າກຊ່າຍ ຈະຕ້ອງປະກາດ ການຈັດ ຕັ້ງ ຄນະລັຖະບານໃໝ່, ສ່ວນບັນດາ ນັກການທູດ ກໍໝັ້ນໃຈວ່າ ພວກ ຈະຖືກຮຽກເຂົ້າມາປະກອບສ່ວນ ໃນຄນະລັຖບານ ນັ້ນ ມີບຸຄະລິກ ທີ່ ໜ້າໃວ້ໃຈໄດ້.

 

ກ່ອນໜ້ານີ້ ອັຟການິສຖານ ແລະ ສຫປ ຊາຊາດ ໄດ້ປະກາດວ່າ ຈະ ຈັດກອງປະຊຸມ ກ່ຽວກັບ ການຕ້ານ ການສໍ້ລາດບັງຫລວງ ຊຶ່ງຄາດໃສ່ ວັນທີ 15 ຫາ 17 ທັນວາ 2009.

 

ອີກດ້ານຶ່ງ ຜູ່ບັນຊາການທະຫານ ອາເມຣິກາ ໄດ້ປະກາດວ່າ "ໃນເມື່ອ ມີ ການເພີ້ມຈຳນວນທະຫານ ຂື້ນຕື່ມແລ້ວ ແລະ ຖ້າ ມີການປະທະ ໂດຍກົງ ລະຫວ່າງ ກຳລັງທະຫານ ອາເມຣິກາ ແລະ ກຸ່ມຕາລີບ່ານ ໃນເຂດພາກໃຕ້ນັ້ນ ກຸ່ມຕາລີບ່ານ ກໍຈະຖືກ ຫຍຽບໃຫ້ລາບຄາບ, ແລະ ການທີ່ຈະຊນະ ກຸ່ມອ່ານກ່າຍດາ ໄດ້ນັ້ນ ກໍຕໍ່ເມື່ອ ເບັ່ນລາເດັ່ນ ຖືກ ສັງຫານ ຫຼື ຖືກຈັບໄດ້ ເສັຍກ່ອນ.

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU