ຄົ້ນຫາຂໍ້ມູນ

/ languages

Choisir langue
 

ໂອບາມາ ຮັບລາງວັນ ໂນແບ່ນ

ຂະແໜ່ງສັນຕິພາບ

ໂດຍ ບັນດານ ສີສຸນທອນ B. Sisounthone

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 11/12/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 11/12/2009 11:23 TU

ປະທານາທິບໍດີ ບາຣັກ ໂອບາມາReuters

ປະທານາທິບໍດີ ບາຣັກ ໂອບາມາ
Reuters

ປະທານາທິບໍດີ ບາຣັກ ໂອບາມາ ຮັບເອົາລາງວັນໂນແບ່ນ ຂະແໜ່ງ ສັນຕິພາບ ແລະ ປ້ອງກັນ ການເຮັດ ສົງຄາມ ໃນ ອິຣັກ ແລະ ອັຟການິສຖານນັ້ນ ຖືກຕ້ອງເປັນທັມ ທີ່ນະຄອນ ຫລວງ ອົສໂລ່.

ທ່ານ ບາຣັກ ໂອບາມາ ຫາກໍໄດ້ຖືກເລືອກຕັ້ງ ເປັນປະທານາທິບໍດີ ອາເມຣິກາ ຄົນທີ 44 ປະມານ ນຶ່ງປີ ແລະ ຄວມຄຸມ ສົງຄາມໃນ ອິຣັກ ແລະ ອັຟການິສຖານ ພ້ອມກັບ ຍັງບໍ່ທັນມີຜົນງານ ທາງດ້ານ ການທູດສຳຄັນເທື່ອ, ແຕ່ ທ່ານໄດ້ ຖືກເລືອກໃຫ້ໄດ້ຮັບລາງວັນ ໂນແບ່ນ ສາຂາ ສັນຕິພາບ ຢ່າງບໍ່ໄດ້ຄາດຝັນ ມາກ່ອນເລີຍ, ແລະ ທ່ານກໍບໍ່ໄດ້ ເປັນຕົວເດັ່ນ ຢູ່ໃນບັນຊີ ຂອງພວກທີ່ຖືກສະເນີ ເຂົ້າ ເລືອກ ໃຫ້ລາງວັນ.

 

ໃນຄຳປາສັຍ ຂອງ ທ່ານ ໂອບາມາ ນັ້ນກ່າວວ່າ ເປັນລາງວັນ ທີ່ ທ່ານ ບໍ່ຄວນຈະໄດ້ຮັບ ແລະ ກໍເປັນທີ່ໜ້າອັບອາຍ ເພາະມີຫລາຍຄົນ ທີ່ອາຈະສົມຄວນຫລາຍກວ່າທ່ານ, ແຕ່ທ່ານ ໂອບາມາ ກໍໄດ້ຮັບເອົາ ລາງວັນ ດ້ວຍການຮູ້ຄຸນຄ່າ ຢ່າງເລິກຊຶ້ງ.

 

ທ່ານ ບາຣັກ ໂອບາມາ ກ່າວອີກວ່າ "ອາເມຣິກາ ຕ້ອງດຳເນີນ ປະຕິບັດ ກົດສົງຄາມຢ່າງຖືກຕ້ອງ ເພາະສະນັ້ນ ຂ້າພະເຈົ້າຈຶ່ງ ຫ້າມບໍ່ໃຫ້ ທໍຣະມານນັກໂທດ, ສັ່ງໃຫ້ປິດ ຄຸກຄວ້ານຕານາໂມ່ ແລະ ປະກາດຫຍໍ້າຄືນວ່າ ອາເມຣິກາ ຕ້ອງນັບຖື ສົນທີສັນຍາ ເຊີແນ່ວ.

 

ທ່ານ ໂອບາມາ ໄດ້ຮັບຮູ້ວ່າ ການເລືອກໃຫ້ລາງວັນ ໂນແບ່ນ ສັນຕິພາບ ແກ່ຜູ່ນຳສູງສຸດ ຂອງ ປະເທດໃດປະເທດນຶ່ງ ທີ່ກຳລັງຢູ່ ໃນສະພາວະສົງຄາມ ນີ້ຍຸຍົງໃຫ້ມີການຕຳນິຕິຕຽນ ແຕ່ວ່າ ບາງຄັ້ງ ການໃຊ້ກຳລັງ ກໍສົມເຫດສົມຜົນ ແລະຖືກຕ້ອງເປັນທັມ, ໂດຍ ສະເພາະ ແມ່ນທາງດ້ານຍຸຕິທັມ ແລະ ກ່ຽວກັບ ກຸ່ມກໍ່ການຮ້າຍ ອ່ານກ່າຍດ່າ ນັ້ນ ແມ່ນບໍ່ມີຫົນທາງ ທີ່ຈະເຈຣະຈາໂດຍສັນຕິວິທີໄດ້.

 

ນອກຈາກນັ້ນ, ທ່ານ ໂອບາມາ ຍັງຮຽກຮ້ອງ ຢ່າງໜັກແໜ້ນ ຕໍ່ ປະເທດທີ່ ລະເມີດ ຕໍ່ກົດບັດ ສະຫະປະຊາຊາດ ແລະ ຮຽກຮ້ອງ ໃຫ້ປະຊາຄົມສາກົນ ກົດດັນ ດ້ວຍການລົງໂທດ ປະເທດທີ່ ກະທຳ ຜິດນັ້ນ ຢ່າງເຂັ້ມງວດ.

 

ປທນບດ ບາຣັກ ໂອບາມາReuters

ປທນບດ ບາຣັກ ໂອບາມາ
Reuters

 

ສ່ວນບັນຫາ ພະລັງງານນິວຄະເລັຍ ພວກເຮົາບໍ່ສາມາດ ຈະອະນຸຍາດ ໃຫ້ ອິຣານ ແລະ ເກົາຫຼີໃຕ້ ໃຊ້ເລກົນແອບອ້າງ ລະບົບພົນລະເຮືອນ ເພື່ອຝັກໄຝ່ຫາທາງສ້າງອາວຸດມະຫັຍຕະພັຍ ທີ່ຄວາມເປັນຫ່ວງໃຫ້ແກ່ ປະຊາຄົມສາກົນ.

 

ການຕັດສິນໃຈລົງໂທດ ຕໍ່ປະເທດ ສູ່ດັງ ແລະ ພະມ້າ ກໍຄວນໃຫ້ ມີຄືກັນ ໃນເມື່ອເຂົາເຈົ້າຫາກ ລະເມີດສິດທິມະນຸດ.

 

ປະທານທິບໍດີ ໂອບາມາ ຖືກເລືອກ ໃຫ້ໄດ້ຮັບລາງວັນ ໂນແບ່ນ 2009 ນີ້ ກໍເພາະວ່າ ທ່ານໄດ້ທຸ້ມເທພະລັງຢ່າງໃຫຍ່ຫລວງ ໄສ່ ການເສີມສ້າງ ແລະພົວພັນຢ່າງຫັດແໜ້ນ ທາງດ້ານການທູດ ແລະ ການຮ່ວມມື ລະຫວ່າງຊົນຊາດ ໃນລະດັບສາກົນ, ແລະ ທ່ານ ມີ ນະໂຍບາຍ ເຮັດໃຫ້ໂລກນີ້ ປັສຈາກ ອາວຸດນິວຄະເລັຍ.

 

ສ່ວນປະຕິກິຣິຍາ ຂອງ ອິຣານນັ້ນ ເຫັນ ການໃຫ້ລາງວັນ ໂນແບ່ນ ແກ່ ປທນບດ ໂອບາມາ ນີ້ ແມ່ນເປັນການຍຸຍົງ ໃຫ້ຄວາມອະຍຸຕິທັມ ສີ້ນສຸດລົງໃນໂລກ. ສຳຫລັບ ປທນທບດ ກ໊າກຊ່າຍ ຂອງອັຟການິສ ຖານ ນັ້ນ ເຫັນວ່າ ທ່ານ ໂອບາມາ ເປັນບຸກຄົນ ທີ່ເໝາະສົມ ກັບ ລາງວັນດັ່ງກ່າວນີ້, ແຕ່ກຸ່ມ ຕາລີບານ ນັ້ນ ຄັດຄ້ານ.

 

ແມ່ນແຕ່ ຄນະກັມມະການລາງວັນ ໂນແບ່ນ ເອງ ກໍຮັບຮູ້ວ່າ ເປັນ ລາງວັນ ທີ່ມີລັກຊນະການເມືອງ.

ແລະລາງວັນນີ້ ກໍມີອິດທິພົນ ໄປໃນທາງດີ ເພື່ອຍຸຍົງໃຫ້ ຜູ່ທີ່ໄດ້ຮັບ ນັ້ນ ປະຕິບັດຕົນ ຢ່າງສົມກຽຕ ແລະ ສົມຄຸນຄ່າ.

ທ່ານໂອບາມາ ເປັນປະທານາທິບໍດີ ຜູ່ທີ 3 ໄດ້ຮັບລາງວັນ ໂນແບ່ນ ຕອນກຳລັງປະຕິບັດໜ້າທີ່ຢູ່.

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU