ຄົ້ນຫາຂໍ້ມູນ

/ languages

Choisir langue
 

ສຫປຊາຊາດ-ອຸ່ນຫະພູມໂລກ

ບັ່ນ ກີ່ມູນ ພະຍາຍາມຊ່ວຍ ໃຫ້ບັນລຸຜົນ

ໂດຍ ບັນດານ ສີສຸນທອນ B. Sisounthone

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 15/12/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 15/12/2009 12:52 TU

ທ່ານ ບັ່ນ ກີ່ມູນ ເລຂາທິການໃຫຍ່ ສຫປ ຊາຊາດReuters

ທ່ານ ບັ່ນ ກີ່ມູນ ເລຂາທິການໃຫຍ່ ສຫປ ຊາຊາດ
Reuters

ທ່ານ ບັ່ນ ກີ່ມູນ ເລຂາທິການໃຫຍ່ ສຫປ ຊາຊາດ ຮຽກຮ້ອງ ທີ່ກອງປະຊຸມ ສຸດຍອດ ລະດັບໂລກ ວ່າ ໃຫ້ ທຸກໆ ປະເທດ ເພີ້ມຄວາມພະຍາຍາມ ເພື່ອໃຫ້ມີການຕົກລົງແກ້ໄຂ ບັນຫາ ອຸ່ນຫະພູມ ອົບເອົ້າ

ທັງນີ້ ເນື່ອງຈາກວ່າ ການຊອກຫາ ຂໍ້ຕົກລົງກັນ ກ່ຽວກັບ ການລຸດຜ່ອນ ຫຸ່ນຫະພູມຮ້ອນໃນອາກາດນັ້ນ ມີການຊັກຊ້າ ໂດຍສະເພາະ ແມ່ນເປັນ ຍ້ອນ ຄນະຜູ່ຕາງໜ້າ 53 ປະເທດ ຂອງເຂດ ອັຟຣິກກາ ນັ້ນ ບໍ່ພໍໃຈ ແລະ ພາກັນຖອນຕົວອອກຈາກ ກອງປະຊຸມ ໃນພາກພິຈາຣະນາ ການ ປະຕິບັດງານນັ້ນ ຫລາຍຊົ່ວໂມງ ເພື່ອສະແດງ ການຄັດຄ້ານ ຕໍ່ຄຳເຫັນ ຂອງບັນດາປະເທດ ທີ່ມີອຸສຫະກັມກ້າວໜ້າ.

 

ການໂຈະ ການປະຊຸມຂອງເຂດອັຟຣິກການັ້ນ ແມ່ນເພື່ອຕ້ານການຂາດ ຄວາມເອົາໃຈໃສ່ ຂອງປະເທດຮັ່ງມີ ຕໍ່ສັນຍາ ກຽວໂຕ ຊຶ່ງເປັນສັນຍາ ທີ່ລະບຸໃຫ້ ປະເທດຮັ່ງມີນັ້ນ ຕ້ອງປະຕິບັດ ແຕ່ນີ້ ຫາປີ 2012 ແລະ ຈົນເຖີງປັຈຸບັນ ປະເທດເລົ່ານີ້ ກໍພຽງ ແຕ່ໃຫ່ການຄໍ້າປະກັນ ແບບເບົາ ບາງ ວ່າຈະລຸດຜ່ອນການພົ່ນອາພິດ ໃສ່ອາກາດ ຫລັງຈາກ ປີ 2012 ເທົ່ານັ້ນ ແລະ ການຊ່ວຍເຫຼືອ ປະເທດທຸກ ກໍຍັງບໍ່ທັນ ເປັນຮູບທັມ ຢ່າງແທ້ຈິງເທື່ອ.

 

ແຕ່ກ່ອນຈະເຖີງ ກອງປະຊຸມນັ້ນ ທ່ານ ບັ່ນ ກີ່ມູນ ກໍໄດ້ຮຽກຮ້ອງ ໃຫ້ ພາຄີປະຊຸມ ພະຍາຍາມ ຫາທາງຕົກລົງກັນ ແລະ ພະຍາຍາມຂ້າມ ອຸປະສັກ ນາໆປະການໃຫ້ໄດ້, ທ່ານ ຄິດວ່າ "ເຖີງເວລາ ແລ້ວ ທີ່ຈະ ຕ້ອງລົງມື ປະຕິບັດ" ແລະເປັນບາດກ້າວ ໄປສູ່ຄວາມເພີ້ມພູນຜລິດຜົນ ແບບຖາວອນ ແລະ ແບບຂຽວສະອາດ ຫຼືວ່າ ພວກເຮົາ ຍັງຈະດຳເນີນ ຕໍ່ ໄປສູ່ຄວາມຫາຍະນະ.

 

ເລຂາທິການໃຫຍ່ ສຫປ ຊາຊາດ ຍັງຮຽກຮ້ອງໃຫ້ ປະມຸກ ແລະ ຫົວ ໜ້າລັຖບານ 115 ປະເທດນີ້ ປະພຶດໃຫ້ສົມກັບວ່າເປັນ ຜູ່ນຳ ຢ່າງແທ້ ຈິງ ເພາະພວກເຮົາບໍ່ມີເວລາ ທີ່ຈະພັກຜ່ອນອີກແລ້ວ ຫຼື ບໍ່ມີ ຕຳນິຕິ ຕຽນ ຄົນອື່ນ, ພ້ອມນີ້ ທ່ານ ບັ່ນ ກີ່ມູນ ຍັງໄດ້ສະແດງຄວາມໃວ້ເນື້ອ ເຊື່ອໃຈຕໍ່ການໃຫ້ສັນຍາ ຂອງບັນດາຜູ່ນຳປະເທດຮັ່ງມີ ແລະປະເທດ ທີ່ກຳລັງພຸ້ງພົ້ນ ການພັທະນາ.

 

ການເຈຣະຈາ ກ່ຽວກັບການແກ້ໄຂບັນຫາ ອຸ່ນຫະພູມອົບເອົ້ານີ້, ທ່ານ ບັ່ນ ກີ່ມູນ ໄດ້ເອົາໃຈໄສ່ ເປັນພິເສດ ໃນການເຈຣະຈາ ເພື່ອໃຫ້ບັນລຸ ຜົນສຳເຣັດ ເພາະຖືວ່າເປັນກອງປະຊຸມສຳຄັນ ລະດັບ ໂລກ ເພື່ອຊອກ ຫາ ຂໍ້ຕົກລົງ ໃນວາຣະທີ່ທ່ານ ກຳລັງກຳຕຳແໜ່ງ ເລຂາທິການໃຫຍ່ ສຫປ ຊາຊາດ ຢູ່ນີ້. ແຕ່ວ່າ ທ່ານ ຍັງບໍ່ທັນສາມາດ ເຮັດໃຫ້ ມີຄວາມ ກໍ້າເກີ່ງກັນໄດ້ເທື່ອ ລະຫວ່າງ ປະເທດຮັ່ງ ກັບ ປະເທດທຸກ.

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU