ຄົ້ນຫາຂໍ້ມູນ

/ languages

Choisir langue
 

ປະເທດ ອີຫຣັກ/ກໍ່ການຮ້າຍ

ຕາຍ ໔ ຮັບບາດເຈັບ ໕໔

ໂດຍ ສຸກວິໄລ ຊ. Soukvilay S.

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 15/12/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 15/12/2009 14:19 TU

Reuters

Reuters

ເກີດການ ກໍ່ການຮ້າຍ ລຽນຕິດ ເຮັດໃຫ້ມີ ຜູ່ເສັຽຊີວິດ ໔ ຄົນ ແລະ ຜູ່ໄດ້ຮັບບາດເຈັບ ໕໔ ຄົນ. ເຫດເກີດຂື້ນ ໃນນະຄອນຫຼວງ ບ໊າກດ໊າດ ແລະເມືອງ ໂມດສູນລ໌ ພາກເໜືອຂອງປະເທດ ໃນມື້ນີ້ ໜື່ງມື້ຫຼັງຈາກ ທີ່ສະພາໄດ້ເສັດສິ້ນ ການປືກສາຫາລື ກັບຝ່າຍ ປະຕິບັດ ມາຕຣາການ ເພີ່ມການ ຮັກສາຄວາມປອດພັຍ.

ເຖີງໄດ້ມີການ ເອົາມາຕຣາການ ເພີ່ມການຮັກສາຄວາມປອດພັຍ ກໍຕາມ ມື້ເຊົ້ານີ້ ກໍເກີດການກໍ່ການຮ້າຍ ລຽນຕິດ ຢູ່ພາຍໃນວົງແຄບ ກີໂລແມັດ ມົນທົນ ໃນນະຄອນຫຼວງ ບ໊າກດ໊າດ ດ້ວຍການຫ້າງ ຣະເບີດໃສ່ລົດ ໃນລານຈອດລົດ ໓ ບ່ອນ ບ່ອນໜື່ງ ຂອງກະຊວງ ປ້ອງກັນປະເທດ ບ່ອນທີສອງ ຂອງກະຊວງ ຄົນຕ່າງດ້າວ ແລະອີກບ່ອນໜື່ງ ຢູ່ຕໍ່ໜ້າ ກະຊວງການ ຕ່າງປະເທດ ເຮັດໃຫ້ມີ ຜູ່ເສັຽຊີວິດ ໔ ຄົນ ແລະ ໑໔ ຄົນ ໄດ້ຮັບບາດເຈັບ. ນອກຈາກນີ້ ກໍຍັງມີອີກ ບ່ອນທີ ໔ ແຕ່ເດຊະບຸນ ເຈົ້າທີ່ຕຳຣວດ ສາມາດ ກູ້ຣະເບີດໄດ້ ທັນເວລາ.
ນອກຈາກນີ້ອີກ ໃນມື້ນີ້ຄືກັນ ກໍມີເຫດ ການ ກໍ່ການຮ້າຍ ທີ່ເມືອງ ໂມດສູນລ໌ ພາກເໜືອຂອງປະເທດ ດ້ວຍ ການວາງຣະເບີດ ໂດຍແນໃສ່ທຳລາຍ ໂບດສອງແຫ່ງ ແຫ່ງໜື່ງ ແມ່ນ ໂບດສາສນາ ກາໂຕລິກ ແລະອີກແຫ່ງໜື່ງ ແມ່ນໂບດສາສນາ ຝ່າຍ ອົກໂຕດົກສ໌. ການກໍ່ການຮ້າຍທັງສອງແຫ່ງ ໄດ້ເຮັດໃຫ້ມີ ຜູ່ໄດ້ຮັບບາດ-ເຈັບ ໔໐ ຄົນ ໃນນັ້ນສ່ວນໜື່ງແມ່ນ ນັກຮຽນ ຂອງໂຮງຮຽນ ກາໂຕລິກ.

ບ່ອນໜື່ງ ໃນນະຄອນຫຼວງ ບ໊າກດ໊າດ ທີ່ປະສົບກັບ ການກໍ່ການຮ້າຍ ມື້ເຊົ້ານີ້ (ພາບ : Reuters)

ບ່ອນໜື່ງ ໃນນະຄອນຫຼວງ ບ໊າກດ໊າດ ທີ່ປະສົບກັບ ການກໍ່ການຮ້າຍ ມື້ເຊົ້ານີ້ (ພາບ : Reuters)


ເປັນທີ່ສັງເກດໄດ້ວ່າ ການກໍ່ການຮ້າຍ ໃນມື້ນີ້ ມີຂື້ນໜື່ງມື້ເທົ່ານັ້ນ ຫຼັງຈາກ ທີ່ສະພາໄດ້ເສັດສິ້ນ ການປືກສາຫາລື ກັບບັນດາ ຜູ່ຮັບຜິດຊອບ ຂັ້ນສູງ ຂອງ ຝ່າຍປະຕິບັດ ມາຕຣາການ ເພີ່ມການ ຮັກສາ ຄວາມ-ປອດພັຍ. ໃນຂນະທີ່ຝ່າຍ ບັນດາ ຜູ່ແທນຣາສດອນເອງ ກໍໄດ້ຕ້ອງຕິວ່າ ເຫດການໃນມື້ນີ້ ເກີດຂື້ນໄດ້ ກໍຍ້ອນວ່າ ຂາດ ການປະສານງານກັນ ລະຫວ່າງ ກະຊວງກົມກອງ ກ່ຽວຂ້ອງ ໂດຍສະເພາະແລ້ວ ກໍຍ້ອນວ່າ ບັນດາກະຊວງກົມກອງ ກ່ຽວຂ້ອງນັ້ນໆ ບໍ່ອອກງົບປະມານ ອັນເໝາະສົມ ໃນການເພີ່ມ ການຮັກສາ ຄວາມປອດພັຍ ເລີຍ.

ນັບວ່າ ສະເພາະ ໃນນະຄອນຫຼວງ ບ໊າກດ໊າດ ການກໍ່ການຮ້າຍ ແບບ ລຽນຕິດ ງວດມື້ນີ້ ເປັນງວດທີ ໔ ແລ້ວພຽງໃນໄລຍະ ໔ ເດືອນຜ່ານມາ. ຄັ້ງກ່ອນໜ້າ ມີຂື້ນເມື່ອ ວັນທີ ໘ ຜ່ານມານີ້ເອງ ດ້ວຍການກໍ່ການຮ້າຍ ຢ່າງລຽນຕິດ ໕ ສະຖານທີ່ ຊື່ງລ້ວນແລ້ວແຕ່ ໃນສະຖານທີ່ ຫຼືສະຖານບັນ ຂອງທາງການທັງນັ້ນ. ຄັ້ງນັ້ນ ໄດ້ເຮັດໃຫ້ມີ ຜູ່ເສັຽຊີວິດ ເຖີງ ໑໒໗ ຄົນ ແລະ ໔໔໘ ຄົນໄດ້ຮັບບາດເຈັບ.

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU